ທາງດ່ວນ ນວ – ວັງວຽງ ສຳເລັດແລ້ວ 99% ຍັງເຫຼືອພຽງແຕ່ວຽກບາງຈຸດ………..

ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມຄະນະວິຊາການໄດ້ລົງຕິດຕາມກວດກາເບິ່ງຄວາມພ້ອມເປີດໃຫ້ບໍລິການຂອງໂຄງການເສັ້ນທາງດັ່ງກ່າວເມື່ອວັນທີ 26 ພະຈິກ ຜ່ານນີ້: ການລົງມາກວດກາຄວາມພ້ອມເພື່ອກະກຽມໃຫ້ແກ່ການມອບ-ຮັບເປີດການນຳໃຊ້ໂຄງການກໍ່ສ້າງເສັ້ນທາງດ່ວນ ແຕ່ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ ຊຶ່ງຜ່ານການກວດກາເຫັນວ່າໂຄງການໄດ້ສຳເລັດແລ້ວ 99% ສ່ວນທີ່ຍັງເຫຼືອພຽງແຕ່ວຽກຕົບແຕ່ງ, ການຕິດຕັ້ງປ້າຍ ແລະ ວຽກງານການອະນາໄມ ຄາດວ່າໃນເດືອນທັນວາ 2020 ທີ່ຈະມາເຖິງນີ້ ຈະໄດ້ຈັດພີທີມອບ-ຮັບເປີດການນຳໃຊ້ຢ່າງເປັນທາງການ.

ພ້ອມນັ້ນ ທ່ານ ລັດຖະມົນຕີ ໄດ້ຊີ້ນຳໃຫ້ພາກສ່ວນຮັບຜິດຊອບໂຄງການໃຫ້ເອົາໃຈໃສ່ບາງວຽກທີ່ຍັງຄ້າງຄາໃຫ້ເຮັດສຳເລັດ ເພື່ອໃຫ້ມີຄວາມພ້ອມທຸກດ້ານໃນມື້ມອບ-ຮັບໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສວຍງາມ ແລະ ໃຫ້ໄດ້ຕາມມາດຕະຖານທາງດ້ານເຕັກນິກ; ໂຄງການດັ່ງກ່າວ ເປັນໂຄງການທຳອິດທີ່ສຳຄັນ ແລະ ເປັນໃບໜ້າໃໝ່ຂອງ ສ ປ ປ ລາວ ສະນັ້ນ, ຈຶ່ງຮຽກຮ້ອງເຖິງປະຊາຊົນຈົ່ງພ້ອມກັນເປັນເຈົ້າການເຂົ້າຮ່ວມໃນການປົກປັກຮັກສາ ແລະ ພ້ອມກັນນຳໃຊ້ເສັ້ນທາງດັ່ງກ່າວໄດ້ຢ່າງຍາວນານ.

ທ່ານ ຂັດຕິຍະ ໃຈຍະວົງ ຫົວໜ້າຄະນະຄຸ້ມຄອງ ໂຄງການກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນ-ເມືອງວັງວຽງໃຫ້ຮູ້ວ່າ: ເສັ້ນທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ມີຈຸດເລີ່ມຕົ້ນຢູ່ແຕ່ສາມແຍກສີເກີດ ແລະ ຈຸດສຸດທ້າຍຢູ່ເມືອງວັງວຽງ ແຂວງ ວຽງຈັນ ມີຄວາມຍາວທັງໝົດ 109,10 ກິໂລແມັດ, ຕັດຜ່ານ 4 ເມືອງຄື: ເມືອງນາຊາຍທອງ, ເມືອງໂພນໂຮງ, ເມືອງຫີນເຫີບ ແລະ ເມືອງວັງວຽງ.

ການອອກແບບປະກອບມີ: ຄວາມກວ້າງທັງໝົດ 23 ແມັດ , ອອກແບບຕາມມາດຕະຖານເຕັກນິກທາງດ່ວນຂອງ ສປ ຈີນ (JTG Bo1-2014) ແລະ ມາດຕະຖານເຕັກນິກຂອງທາງອາຊຽນ ເປັນພື້ນຖານ, ມີອຸໂມງ 1 ແຫ່ງ ເບື້ອງຊ້າຍຍາວ 875 ແມັດ ແລະ ເບື້ອງຂວາຍາວ 845 ແມັດ, ຂົວ 45 ແຫ່ງ ຍາວທັງໝົດ 2.408 ແມັດ, ຄວາມໄວອອກແບບ 100 ກມ/ຊມ,(80 ກມ/ຊມ).

ຕອນທາງປະກອບມີ: ຈຸດເຊື່ອມຕໍ່ທັງໝົດຈໍານວນ 7 ແຫ່ງ, ຈຸດເກັບເງີນມີ 8 ແຫ່ງ (ນະຄອນຫຼວງວຽງຈັນ ບ້ານນາຊອນ, ບ້ານບົວ, ບ້ານສະກ້າ, ບ້ານໂພນໂຮງ, ບ້ານຫີນເຫີບ, ບ້ານທ່າເຮືອ ແລະ ເມືອງວັງວຽງ). ຈຸດບໍລິການມີ 3 ຈຸດ (ນະຄອນຫຼວງວຽງຈັນ, ເມືອງໂພນໂຮງ ແລະ ເມືອງວັງວຽງ), ຈຸດພັກລົດ ມີ 2 ຈຸດ (ບ້ານນາຂ່າ ເມືອງໂພນໂຮງ ແລະ ບ້ານທ່າເຮືອ ອ່າງນ້ຳງື່ມ, ເມືອງຫີນເຫີບ), ສູນຄວບຄຸມມີ 2 ບ່ອນ (1 ບ່ອນສູນຄວບຄຸມເສັ້ນທາງ ແລະ 1 ບ່ອນ ສູນຄວບຄຸມອຸໂມງ) ແລະ ສູນສ້ອມແປງມີ 2 ບ່ອນ(ນະຄອນ ຫຼວງວຽງຈັນ ແລະ ເມືອງວັງວຽງ)

ແຫຼ່ງຂໍ້ມູນ: ປະຊາຊົນ

Comments