ການຄ້າໂລກປີນີ້ ຈະຕົກຕໍ່າກວ່າ 30% ຈາກວິກິດໂຄວິດ-19

ອົງການການຄ້າໂລກອອກບົດລາຍງານຄາດຄະເນວ່າ: ປະລິມານການຄ້າຈະຕົກຕໍ່າລະຫວ່າງ13-32% ໃນປີ 2020 ຂະນະທີ່ການລະບາດຂອງໂຄວິດ-19 ສົ່ງຜົນກະທົບຕໍ່ກິດຈະກໍາທາງເສດຖະກິດ ແລະ ການດໍາລົງຊີວິດຂອງປະຊາກອນໂລກ.

ຜົນກະທົບຈາກໂຄວິດ-19 ທີ່ມີຕໍ່ປະລິມານການຄ້າໂລກໃນປີນີ້ຈະມີຄວາມຮ້າຍແຮງກວ່າວິກິດການການເງິນໂລກ ໃນປີ 2008.

ນອກຈາກນີ້,ບົດລາຍງານໃຫ້ຮູ້ວ່າ:ການຟື້ນຄືນໃນປີໜ້າຍັງບໍ່ມີຄວາມແນ່ນອນໂດຍຈະຂຶ້ນຢູ່ກັບໄລຍະເວລາການລະບາດຂອງພະຍາດ ແລະ ປະສິດທິພາບຂອງນະໂຍບາຍທີ່ປະເທດຕ່າງໆນໍາມາໃຊ້.

ຢ່າງໃດກໍຕາມ,ທ່ານ ໂຣແບ ອາເຊເວໂດ ຜູ້ອໍານວຍການໃຫຍ່ອົງການການຄ້າໂລກກ່າວວ່າ: ຫາກທຸກປະເທດຮ່ວມມືກັນຈະເຫັນການຟື້ນຄືນທາງເສດຖະກິດທີ່ວ່ອງໄວກວ່າເມື່ອປຽບທຽບກັບການທີ່ແຕ່ລະປະເທດອອກນະໂຍບາຍແຕ່ພຽງລໍາພັງ.

ທີ່ມາ: ຂ່າວເສດຖະກິດ-ການຄ້າ

Comments