ສ.ອາເມລິກາ ຍອດຜູ້ຕິດເຊື້ອມື້ດຽວແຊງ ສປ ຈີນ ເພີ່ມ 17,224 ຄົນ

Worldometers ເປັນເວັບໄຊທີ່ລວມສະຖິຕິສະຖານະການ ຂອງໄວຣັດໂຄວິດ-19 ໄດ້ເຜີຍແຜ່ຂໍ້ມູນຜູ້ຕິດເຊື້ອທົ່ວໂລກ ປະຈຳວັນທີ 27 ມີນາ 2020 ມີຜູ້ເຊື້ອທົ່ວໂລກເພີ່ມຂຶ້ນເລື້ອຍໆ ຕະຫຼອດເວລາ ພົບຜູ້ຕິດເຊື້ອລວມ 532,119 ຄົນ ແລະ  ເສຍຊີວິດ 24,089 ຄົນ ຮັກສາຫາຍ 124,326 ຄົນ.

ຈາກສະຖິຕິ ຂອງມື້ວານນີ້ 26 ມີນາ 2020 ຈະເຫັນໄດ້ວ່າຍອດຜູ້ຕິດເຊື້ອຂອງ ສ.ອາເມລິກາ  ເພີ່ມຂຶ້ນ 17,224 ຄົນ ເຮັດໃຫ້ຜູ້ຕິດເຊື້ອໂຄວິດ-19 ລວມ 85,594 ຄົນ ໂດຍເມືອງທີ່ພົບຄົນຕິດເຊື້ອຫຼາຍທີ່ສຸດຄື New york ພົບຜູ້ຕິດເຊື້ອລວມ 38,977 ຄົນ

ໃນຂະນະນີ້ ສ.ອາເມລິກາ ມີຜູ້ເສຍຊີວິດ 1,300 ຄົນ ຍອດຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ ອາເມລິກາ ເປັນອັນດັບ 1 ຂອງປະເທດທີ່ມີປະຊາກອນຕິດເຊື້ອໂຄວິດ-19 ຫຼາຍທີ່ສຸດໃນໂລກ.

ຂໍ້ມູນຈາກ: ejan.co

Comments