ບັນດາອົງການສາກົນ ຮຽກຮ້ອງໂຈະການເກັບໜີ້ປະເທດທຸກຍາກ

ຕາມຂ່າວສານ ຫວຽດນາມ,  ບັນດາອົງການສາກົນ ໄດ້ຮຽກຮ້ອງໃຫ້ໂຈະ ເກັບໜີ້ ບັນດາປະເທດ ທຸກຍາກ. ໃນວັນທີ 7 ເດືອນເມສາ 2020 , ມີ 140 ກຸ່ມເຄື່ອນໄຫວ ແລະ ບັນດາ ອົງການ ​ເມດ​ຕາ​ຈິດ ໄດ້ຮຽກຮ້ອງ ໃຫ້ກອງທຶນ ເງິນຕາສາກົນ (IMF), ທະນາຄານໂລກ (WB), ບັນດາ ປະເທດ ກຸ່ມພຶ້ນຖານ ເສດຖະກິດ ພັດທະນາ ເກີດໃໝ່ ແຖວໜ້າ ຂອງໂລກ (G20) ພ້ອມດ້ວຍ ບັນດາ ເຈົ້າໜີ້ ພາກເອກະຊົນ ໃຫ້ໂຈະການຊຳລະໜີ້ ກັບ ບັນດາປະເທດ ທຸກຍາກ ທີ່ສຸດໃລກ ເພື່ອສາມາດ ຜ່ານຜ່າວິກິດການ ພະຍາດໂຄວິດ-19. ຂະນະດຽວກັນ, ສະຫະພັນເອີຣົບ(EU) ໄດ້ສະເໜີບ້ວງເງິນ 15 ຕື້ເອິໂຣ (164 ຕື້ໂດລາສະຫະລັດ) ເພື່ອຊ່ວຍບັນດາປະເທດ ທຸກຍາກໃນໂລກ ຕ້ານພະຍາດ ໂຄວິດ-19 ແລະ ພວມໄດ້ຮັບຜົນກະທົບ ໃນການດຳລົງຊິວິດ.

ທ່ານນາງເອີຊູລາ ວອນເດີເລເຢນ ປະທານຄະນະ ກຳມະການ ເອີຣົບ ກ່າວວ່າ ບ້ວງເງິນດັ່ງກ່າວ ຈະຊ່ວຍ ບັນດາປະເທດ ມີລະບົບການ ເບິ່ງແຍງສຸຂະພາບ ທີ່ຂາດເຂີນ ດ້ານສາທາລະນະສຸກ ໃນສ່ວນໃດໜຶ່ງ ເພື່ອສາມາດຮອງຮັບ ຜົນກະທົບຈາກ ພະຍາດໂຄວິດ-19 ກໍ່ຂຶ້ນ ກໍຄື ການຟື້ນຟູ ເສດຖະກິດອັນຍາວນານ.

ທີ່ມາ: ຂ່າວສານປະເທດລາວ

Comments