ຈາກກະແສ work from home (WFH) ປະຊຸມແບບອອນໄລ ໄດ້ຖືກນຳເອົາມາໃຊ້ຢ່າງຫຼວງຫຼາຍໃນໄລຍະ Covid-19 ນີ້ ທີ່ຫຼາຍຄົນແມ່ນໄດ້ເຮັດວຽກຢູ່ເຮືອນ ສະນັ້ນ, Facebook ກໍບໍ່ພາດທີ່ຈະຈັບກະແສ ເປີດຕົວ Messenger Rooms ບໍລິການປະຊຸມແບບອອນໄລ໌ ມາແຊງທຸກຂໍ້ຈຳກັດ ຂອງແອັບປະຊຸມຂອງເຈົ້າອື່ນໆ.

1. ສາມາດ VDO Call ພົບປະໂອ້ລົມ ປະຊຸມນຳກັນໃນຫ້ອງໄດ້ສູງສຸດ 50 ຄົນ
2. ບໍ່ຈຳກັດເວລາໃນການປະຊຸມ
2. ບໍ່ຈຳກັດເວລາໃນການປະຊຸມ
3. ບໍ່ຕ້ອງ Add friend ກັບຫົວໜ້າ ຫຼື ເພື່ອນຮ່ວມງານ ພຽງແຕ່ເຂົ້າຕາມລິ້ງປະຊຸມກໍໄດ້ເຂົ້າຫ້ອງປະຊຸມເລີຍ.
4. ໃສ່ພາບພື້ນຫຼັງໄດ້ ປັບໜູນໄດ້ 360 ອົງສາ
4. ໃສ່ພາບພື້ນຫຼັງໄດ້ ປັບໜູນໄດ້ 360 ອົງສາ
5. ມີ AR sticker ໃຫ້ຫຼິ້ນ

Facebook ສ້າງໂປຣແກຣມປະຊຸມອອນໄລ໌ແບບພີມຽມ ແຕ່ບໍ່ຕ້ອງເສຍເງິນ ໂດຍ Messenger Rooms ຈະເລີ່ມເປີດໃຫ້ໃຊ້ໄລຍະ 2-3 ອາທິດນີ້ໃຫ້ໃຊ້ກ່ອນບາງປະເທດ ແລະ ຈະຂະຫຍາຍໄປຍັງຜູ້ໃຊ້ງານທົ່ວໂລກໃນອາທິດຕໍ່ໆໄປ ສິ່ງທີ່ນ່າສົນໃຈກໍຄື Messenger Rooms ຈະຖືກອັບເດດລົງໃນແອັບ Facebook Messenger ຕາມປົກກະຕິທີ່ເຮົາເຄີຍໃຊ້ງານຢູ່ປັດຈຸບັນ ໝາຍຄວາມວ່າ ເຮົາບໍ່ຕ້ອງໄດ້ດາວໂຫລດແອັບເພີ່ມຕື່ມອີກ ໃນກໍລະນີທີ່ເຮົາມີແອັບ Messenger ຢູ່ແລ້ວນັ້ນເອງ; ຖ້າທ່ານໄດ້ຮັບເຊີນເຂົ້າໄປໃນຫ້ອງ ທ່ານຈະສາມາດເຂົ້າຮ່ວມໄດ້ທັງຜ່ານມືຖື ແລະ ຄອມພິວເຕີ້ໄດ້ເລີຍ

ທັງນີ້ທັງນັ້ນ ພວກເຮົາທຸກຄົນກໍລໍຖ້າ ລອງໃຊ້ງານໄປພ້ອມໆກັນວ່າຈະດີ ແລະ ມີຄຸນນະພາບດີຈິງສົມກັບປະກາດອອກມາຫຼືບໍ່?
ການເປີດຕົວບໍລິການໃຫມ່ນີ້ຂອງເຟສບຸກ ສະທ້ອນໃຫ້ເຮົາເຫັນເຖິງຄວາມຕ້ອງການໃຊ້ ການບໍລິການປະຊຸມທາງອອນໄລ໌ທີ່ເພີ່ມຂຶ້ນຂອງທຸກໆອົງກອນທົ່ວໂລກ ໜຶ່ງໃນນັ້ນກໍມີ ສປປ ລາວ ໃນໄລຍະໂຄວິດ-19 ໄດ້ເປັນຢ່າງດີ ຂະນະດຽວກັນ ຕະຫຼາດຂອງການແຂ່ງຂັນໃນແວດວົງນີ້ກໍດຸເດືອກຂຶ້ນມາພໍສົມຄວນ.
ຂໍ້ມູນຈາກ #Brief #TheMATTER
https://about.fb.com/news/2020/04/introducing-messenger-rooms/
https://edition.cnn.com/2020/04/24/tech/facebook-video-calling-upgrades/index.html