ອິນ​ໂດ​ເນ​ເຊຍ ສູນ​ເສຍ ​ບຸກຄະລາ​ກອນ ​ການ​ແພດ​ແລ້ວ 24 ຄົນ​ ຈາກ​ໂຄ​ວິດ-19

ຕາມ​ຂ່າວ​ຈາກ​ນະຄອນຫລວງ ຈາ​ກາ​ຕາ, ວັນ​ທີ 7​ ເມສາ​ນີ້, ອິນ​ໂດ​ເນ​ເຊຍ ​ເປີດ​ເຜີຍ ຍອດ​ຜູ້​ເສຍ​ຊີວິດ ຈາກ ​ເຊື້ອ​ພະຍາດ​ ໂຄ​ວິດ-19 ​ພາຍໃນ​ປະ​ເທດ ​ເພີ່ມ​ຂຶ້ນ ຢ່າງ​ໜ້ອຍ 209 ຄົນ ​ໃນ​ນີ້ ມີ​ພະນັກງານແພດ 24 ຄົນ ​ເພີ່ມ​ຂຶ້ນ​ເປັນ 2​ ເທົ່າ ເມື່ອທຽບໃສ່ ຕົວເລກ ສະຖິຕິ​ ໃນ​ອາທິດ​ຜ່ານ​ມາ ​ເນື່ອງ​ຈາກ​ ການ​ຂາດ​ແຄນ​ ດ້ານ​ອຸປະກອນ ​ການ​ແພດ ​ສຳລັບ ​ເຈົ້າໜ້າ​ທີ່​ ສາທາລະນະ​ສຸກ ​ໂດຍ​ສະ​ເພາະ ຊຸດ​ປ້ອງ​ກັນ ທາງ​ການ​ແພດ. ຂະນະ​ດຽວ​ກັນ ສະຖານະ​ການ ​ທີ່​ເກີດຂຶ້ນ ຍັງ​ບົ່ງ​ບອກ ເຖິງຄວາມ​ສ່ຽງ ​ໃນ​ລະດັບ​ສູງ ຂອງ​ ການ​ຕິດ​ເຊື້ອ ​ພະຍາດ​ໂຄ​ວິດ-19 ​ໃນ​ກຸ່ມ​ບຸກຄະລາ​ກອນ​ການ​ແພດ​ ອາດຈະ​ເກີດ​ຂຶ້ນ​ໄດ້​ ໃນທຸກ​ເວລາ.

ທີ່ມາ: ຂ່າວສານປະເທດລາວ

Comments