ສະນັ້ນ, ຈຶ່ງຂໍແຈ້ງເຕືອນຊາວລາວທີ່ດໍາລົງຊີວິດ ຢູ່ ສ.ເກົາຫລີ ທຸກທ່ານໃຫ້ຫລີກລ້ຽງການເດີນທາງໄປຍັງພື້ນທີ່ທີ່ພົບຜູ້ຕິດເຊື້ອຈໍານວນຫຼາຍ, ສໍາລັບຜູ້ທີ່ອາໄສພື້ນທີ່ດັ່ງກ່າວ ຂໍໃຫ້ຫຼີກລ້ຽງການເດີນທາງໄປພື້ນທີ່ສ່ຽງ ຫຼື ມີກິດຈະກຳການຊຸມນຸມຂອງຄົນຈໍານວນຫຼາຍ, ພ້ອມນັ້ນ ກໍໃຫ້ມີສະຕິລະມັດລະວັງ, ເອົາໃຈໃສ່ຮັກສາສຸຂະພາບໃຫ້ແຂງແຮງ, ໝັ້ນລ້າງມືໃຫ້ສະອາດ, ສໍາລັບຜູ້ທີ່ມີອາການໄອ, ຈາມ, ໄຂ່ ຫຼື ມີຄວາມຜິດປົກກະຕິບໍລິເວນທາງເດີນຫາຍໃຈ ຫຼື ສົງໄສວ່າມີການຕິດເຊື້ອດັ່ງກ່າວ ໃຫ້ຮີບໄປພົບແພດເພື່ອຮັບການກວດກາ ຫຼື ຖ້າພົບກໍລະນີເຈັບປ່ວຍສົງໄສ ຂໍໃຫ້ຕິດຕໍ່ກົມຄວບຄຸມໂລກ ສ.ເກົາຫລີ ໝາຍເລກໂທລະສັບ 1339 ຫຼື ສຳນັກງານກວດກາຄົນເຂົ້າອອກເມືອງ ສ.ເກົາຫລີ ເຊິ່ງເປີດບໍລິການໃຫ້ຄໍາປຶກສາ ແລະ ຊ່ວຍເຫຼືອຄົນຕ່າງປະເທດທີ່ອາໄສຢູ່ ສ.ເກົາຫລີ ກໍລະນີກ່ຽວຂ້ອງກັບ COVID-19 ຕະຫຼອດ 24 ຊົ່ວໂມງ ໝາຍເລກໂທລະສັບ 1345 ຕໍ່ 0″5″.

ໃນເວລາເດີນທາງໄປໂຮງໝໍ ຫຼື ຫນ່ວຍງານທາງການແພດ ໃຫ້ໃສ່ຜ້າອະໄມປິດປາກ ແລະ ຖ້າມີເຫດການຈຳເປັນສາມາດຕິດຕໍ່ສະຖານເອກອັກຄະລັດຖະທູດ ໄດ້ທີ່ໝາຍເລກໂທລະສັບ (02) 796-1713/4 ຫຼື ມືຖື 010-4033-6579. ພ້ອມກັນນັ້ນ ໃຫ້ບັນດາທ່ານຕິດຕາມຂ່າວສານການແຜ່ລະບາດຂອງເຊື້ອໂລກຢ່າງໃກ້ຊິດ ຜ່ານຊ່ອງທາງການຂອງລັດຖະບານ ສ.ເກົາຫລີ ເຊັ່ນ: www.cdc.go.kr  ຫຼື ເວັບໄຊສະຖານທູດ www.laoembassyseoul.gov.la/