ຂ່າວ ຕ່າງປະເທດ

ຜົນກະທົບທາງເສດຖະກິດໂລກ ຈາກການແຜ່ລະບາດໂຄວິດ-19 ເຮັດໃຫ້ລາຄານໍ້າມັນຫຼຸດລົງ

ລາຄານໍ້າມັນໃນຕະຫຼາດໂລກຫຼຸດລົງຫຼາຍ, ໃນປັດຈຸບັນ, ເກີດຈາກທັງບັນຫາອຸປະສົງ ແລະ ອຸປະທານພ້ອມໆກັນ ລວມເຖິງຄວາມບໍ່ແນ່ນອນກ່ຽວກັບອະນາຄົດ ແລະ ສົ່ງຜົນໃຫ້ເກີດຄວາມຜິດພາດໃນຕະຫຼາດການເງິນ ແຕ່ສິ່ງໃດຄືສາເຫດຂອງການລາຄາຖືກລົງຄັ້ງນີ້ ແລະ ແມ່ນຫຍັງຄືຜົນກະທົບເສດຖະກິດການສົ່ງອອກນໍ້າມັນ ແລະ ການນຳເຂົ້ານໍ້າມັນ? ເຮົາມາວິເຄາະນຳກັນ. ດ້ານອຸປະສົງ ຄວາມຕ້ອງການຂອງຕະຫຼາດພະລັງງານໂລກນໍ້າມັນແກ໊ສ໌ທໍາມະຊາດ ແລະ ຖ່ານຫີນ ຫຼຸດລົງເນື່ອງຈາກຜົນກະທົບຂອງ ໂຄວິດ-19 ແຜ່ກະຈາຍໄປທົ່ວໂລກຄວາມຕ້ອງການໃຊ້ນໍ້າມັນທີ່ຫຼຸດລົງນີ້ ມີຄວາມສຳຄັນ ເນື່ອງຈາກນໍ້າມັນສ່ວນໃຫຍ່ຈະຖືກໃຊ້ໃນຂະແໜງການທຸລະກິດຂົນສົ່ງ ແລະ ການເດີນທາງ, ການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ລວມເຖິງການລ໋ອກດາວ ແລະ ການກັກກັ້ນໃນຫຼາຍປະເທດ ເຮັດໃຫ້ການບໍລິໂພກພາຍໃນປະເທດທີ່ຫຼຸດລົງເປັນຈຳນວນຫຼວງຫຼາຍ ແລະ ການລົງທຶນໃຫມ່ທີ່ຫຼຸດລົງ  ແລະ ເສດຖະກິດຜ່ານການເຊື່ອມໂຍງການຄ້າ ແລະ ການຜະລິດທີ່ຢຸດສະງັກດ້ານອຸປະທານ ແລະ ການຄ້າ, ການຫັນຄ່າໃຊ້ຈ່າຍໄປຂະແໜງສາທາລະນະສຸກທີ່ມີີພຽງບາງຊ່ອງທາງໄດ້ສົ່ງຜົນກະທົບດ້ານອຸປະສົງໃນຕະຫຼາດນໍ້າມັນ. ຄວາມຕ້ອງການນໍ້າມັນທົ່ວໂລກຫຼຸດລົງເປັນຄັ້ງທຳອິດນັບຕັ້ງແຕ່ປີ 2009 ທີ່ພາວະເສດຖະກິດຫຼຸດລົງທົ່ວໂລກ, ຄວາມຕ້ອງການຄາດວ່າຈະຫຼຸດລົງ 9,3 ລ້ານບາເຣວຕໍ່ມື້ (mbd) ປີຕໍ່ປີ ໃນປີ 2020 ຕາມທີ່ສຳນັກງານພະລັງງານ ລະຫວ່າງປະເທດໃນໄຕມາດທີ 2 ປີ 2020 ຄາດວ່າຄວາມຕ້ອງການຈະຕໍ່າກວ່າລະດັບປີແລ້ວ 23,1 ລ້ານບາເຣວ ເຖິງແມ່ນວ່າຜົນກະທົບທີ່ແນ່ນອນຂອງການລະບາດຂອງໂຄວິດ-19 ...

Read More »

ຂ່າວດ່ວນ!!! ຂ່າວດີຂອງໂລກ ສາມາດຄົ້ນຄວ້າ ວັກຊີນ ຕ້ານ Covid-19 ທົດສອບກັບຄົນໃຊ້ໄດ້ຜົນແລ້ວ….

ຂ່າວດີຂອງໂລກ… ເມື່ອບໍລິສັດ Moderna Inc ເຊິ່ງເປັນບໍລິສັດໃນທຸລະກິດ Biotech ຂອງ ສ.ອາເມຣິກາ ໄດ້ຖະແຫຼງການໃນມື້ວານນີ້ວ່າ ຜົນການທົດລອງທາງ Clinic ໃນການສີດວັກຊີນຕ້ານ Covid-19 ໄດ້ເຮັດໃຫ້ຮ່າງກາຍຂອງອາສາສະໝັກ ສາມາດຜະລິດ Antibody ເຊິ່ງສາມາດຂ້າເຊື້ອໄວຣັດໃນຜູ້ປ່ວຍ Covid-19 ໄດ້… ໃນການທົດສອບແມ່ນໄດ້ແບ່ງກຸ່ມອອກເປັນ 3 ກຸ່ມ ກຸ່ມລະ 15 ຄົນຄື: 25 ໄມໂຄຼກຣັມ ສໍາລັບ ຜູູ້ທີ່ເຄີຍເປັນແລ້ວເຊົາ 100 ໄມໂຄຼກຣັມ ສໍາລັບ ຜູ້ທີ່ເປັນແລ້ວກັບມາເປັນອີກ 250 ໄມໂຄຼກຣັມ ສໍາລັບ ຜູ້ທີ່ມີຜົນຂ້າງຄຽງເລັກນ້ອຍ Dose ຫຼາຍໄປ! ບໍ່ຈໍາເປັນ ຜົນການສຶກສາທີ່ດໍາເນີນການໂດຍສະຖາບັນສຸຂະພາບແຫ່ງຊາດ (NIH) ພົບວ່າ ລະດັບຂອງ Antibody ດັ່ງກ່າວເທົ່າກັບໃນຕົວຢ່າງເລືອດຂອງຄົນເຈັບທີ່ຝື້ນຕົວຈາກ Covid-19; Moderna ຍັງລະບຸອີກວ່າ ວັກຊີນດັ່ງກ່າວ ທີ່ມີຊື່ວ່າ mRNA-1273 ມີຄວາມປອດໄພ ແລະ ຕອບສະໜອງໄດ້ດີໃນການທົດລອງໃນໄລຍະທໍາອິດ. ແລະກໍາລັງເຮັດການທົດສອບກັບຄົນກຸ່ມໃຫຍ່ຂຶ້ນ ຖ້າໃຊ້ໄດ້ຜົນດີຄືເກົ່າ ກໍຈະຜະລິດວັກຊີນໃຫ້ແລ້ວໃນທ້າຍປີນີ້. ທີ່ມາ: LDA ลดา – ...

Read More »

ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 24 ກໍລະນີ

ໜ່ວຍງານທີ່ກ່ຽວຂ້ອງຂອງຫວຽດນາມໄດ້ສະຫຼຸບລາຍງານຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19 ໃນເວລາ 6 ໂມງ 00 ຂອງວັນສຸກ ທີ 15 ພຶດສະພານີ້ ວ່າ: ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ມີ 24 ກໍລະນີ ສົ່ງຜົນເຮັດໃຫ້ມີຈໍານວນຜູ້ຕິດເຊື້ອພະຍາດເພີ່ມຂຶ້ນເປັນ 312 ກໍລະນີ. ຈໍານວນຜູ້ຕິດເຊື້ອພະຍາດ 24 ກໍລະນີ ໃໝ່ນີ້ ແມ່ນຊາວຫວຽດນາມທີ່ໄດ້ເດີນທາງກັບມາຈາກປະເທດລັດເຊຍ ແລະ ໄດ້ຖືກກັກຕົວຢູ່ໃນສູນນັບຕັ້ງແຕ່ພວກເຂົາໄດ້ເດີນທາງມາຮອດຫວຽດນາມ ໃນວັນທີ 13 ພຶດສະພານີ້ ດ້ວຍຖ້ຽວບີນ VN0062 ທີ່ສະໜາມບີນ ວັນໂດ Van Don, ແຂວງ ກວາງນິງ Quang Ninh ທາງພາກເໜືອຂອງຫວຽດນາມ. ຈໍານວນຜູ້ຕິດເຊື້ອ 24 ກໍລະນີໃໝ່ນີ້, 23 ຄົນ ແມ່ນໄດ້ຮັບການປິ່ນປົວຢູ່ໂຮງໝໍໃຫ່ຍຂອງແຂວງ ໄທບິງ Thai Binh ແລະ ຢູ່ໂຮງໝໍເລກ 2 ຂອງແຂວງ ກວາງນິງ Quang Ninh. ໜ່ວຍງານທີ່ກ່ຽວຂ້ອງຍັງໄດ້ລາຍງານໃຫ້ຮູ້ວ່າ: ຫວຽດນາມຍັງບພົບຜູ້ຕິດເຊື້ອຢູ່ພາຍໃນປະເທດເປັນເວລາ 29 ວັນຕິດຕໍ່ກັນ. ເພາະວ່າ ຈໍານວນຜູ້ຕິດເຊື້ອໃໝ່ນີ້ ...

Read More »

UN ຄາດເສດຖະກິດໂລກປີນີ້ຫຼຸດລົງ 3,2% ຜົນກະທົບໂຄວິດ-19

ລາຍງານສະຖານະການ ແລະ ແນວໂນ້ມເສດຖະກິດໂລກ ( WESP) ຂອງສະຫະປະຊາຊາດ  UNITED NATIONS (UN) ຄາດການວ່າ ເສດຖະກິດໂລກຈະຫຼຸດລົງ 3,2% ໃນປີນີ້ ແລະ ມູນຄ່າ ເສດຖະກິດໂລກຈະຫຼຸດລົງເກືອບ 8.5 ລ້ານລ້ານໂດລາ ໃນໄລຍະ 2 ປີຕໍ່ໜ້າ ໂດຍໄດ້ຮັບຜົນກະທົບຈາກການລະບາດຂອງໄວຣັດໂຄວິດ-19. ການທີ່ມູນຄ່າເສດຖະກິດທີ່ຫຼຸດລົງ ແມ່ນໄດ້ລົບລ້າງການເພີ່ມຂຶ້ນຂອງມູນຄ່າເສດຖະກິດໃນໄລຍະ 4 ປີຜ່ານມາ ແລະ ເສດຖະກິດຫຼຸດລົງໃນປີນີ້ ມີຄວາມຮຸນແຮງຫຼາຍທີ່ສຸດ ນັບຕັ້ງແຕ່ສະພາວະເສດຖະກິດຕົກຕໍ່າຄັ້ງໃຫຍ່ໃນປີ 1930 ກ່ອນໜ້ານີ້ WSP ໄດ້ຄາດການ ໃນໄລຍະຕົ້ນປີນີ້ວ່າ ເສດຖະກິດໂລກຈະມີການຂະຫຍາຍຕົວ 2,1% ໃນປີນີ້. ໃນລາຍງານຄາດການວ່າ ການຂະຫຍາຍຕົວຂອງເສດຖະກິດຂອງກຸ່ມປະເທດທີ່ພັດທະນາແລ້ວ ຈະຫຼຸດລົງສູ່ລະດັບ -5% ໃນປີນີ້ ແລະ ຂະຫຍາຍຕົວ 3,4% ໃນປີໜ້າ ຂະນະທີ່ຄາດວ່າການຄ້າໂລກຈະຫຼຸດລົງເກືອບ 15% ໃນປີນີ້ ທ່າມກາງອຸປະສົງທີ່ຕົກຕໍ່າ ແລະ ຫ່ວງໂຊ່ອຸປະທານທີ່ຢຸດສະງັກລົງ. ນອກຈາກນີ້, ຄາດວ່າ ຈະມີປະຊາກອນໂລກຈຳນວນ 34.3 ລ້ານຄົນທີ່ມີຄວາມເປັນຢູ່ທີ່ຕໍ່າກວ່າລະດັບເສັ້ນຄວາມທຸກຍາກໃນປີນີ້ ໂດຍໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງໄວຣັດໂຄວິດ-19  ປະຊາກອນເຫຼົ່ານີ້ 56% ...

Read More »

ສິງກະໂປ ຈະກວດຫາເຊື້ອໂຄວິດ-19 ທຸກຄົນໃນຫໍພັກ ແຮງງານຕ່າງປະເທດ

ຕາມ​ຂ່າວ​ ຈາກ​ສິງກະ​ໂປ, ວັນ​ທີ 12 ພຶດສະພາ​ນີ້, ທ່ານ ກັນ ຄິມ ຢຸງ(Kan Kim Young), ລັດຖະມົນ ຕີ ກະຊວງ ​ສາທາລະນະ​ສຸກ ສິງກະ​ໂປ ຖະ​ແຫຼ​ງວ່າ: ຄະນະ​ກຳມະການ ສະ​ເພາະ​ກິດ ພວມວາງແຜນ​ ໂດຍຈະ​ກຳນົດ​ໃຫ້​ແຮງ​ງານ ​ຕ່າງປະ​ເທດ ທີ່​ອາ​ໄສ ​ຢູ່​ໃນ​ຫໍ​ພັກ ​ເຂົ້າຮັບ​ການ ກວດ​ຫາ ​ເຊື້ອ​ພະຍາດ ​ໂຄ​ວິດ-19 ​ເພື່ອ​ກຽມ​ ຄວາມ​ພ້ອມ ​ໃນ​ການ ​ກັບ​ຄືນມາ ​ເຮັດ​ວຽກ​ໄດ້​ ຢ່າງ​ປອດ​ໄພ , ​ເຊິ່ງ​ກຸ່ມ​ແຮງ​ງານ ​ຕ່າງປະ​ເທດ​ ລວມມີ ທັງ​ໝົດ 323.000 ຄົນ ທີ່​ອາ​ໄສ ​ຢ່າງ​ແອ​ອັດ ​ໃນ​ຫໍ​ພັກ ​ແຮງ​ງານ​ ຕ່າງປະ​ເທດ. ໃນຂະນະ​ທີ່ ການແຜ່ ລະບາດ ​ຂອງ​ໂຄ​ວິ​ດ-19 ​​ໃນ​ຫໍ​ພັກ​ ແຮງ​ງານ ເລີ່​ມຢຸດ​ຈື້ງ​ແລ້ວ ​ໂດຍ​ຍອດຜູ້​ຕິດ​ເຊື້ອ ​ໃນແຕ່ລະວັນ ຫຼຸດ​ລົງ​ເຫຼືອ ປະມານ 700 ຄົນ ​ໃນ​ໄລຍະ​ອາທິດ ...

Read More »

ອູ່ຮັ່ນ ຕໍ່ຕ້ານກັບໂຄວິດ-19 ກວດເຊື້ອ ປະຊາຊົນ 11 ລ້ານຄົນ

ໃນວັນທີ 12 ພຶດສະພາ 2020  ສຳນັກຂ່າວຕ່າງປະເທດ BBC & CNN  ລາຍງານວ່າ ທາງການເມືອງອູ່ຮັ່ນ ມົນທົນຫູເປ່ຍ ຂອງຈີນ ກຽມດຳເນີນມາດຕະການຕໍ່ຕ້ານສະກັດກັ້ນການກັບຄືນມາລະບາດຂອງເຊື້ອໄວຣັດໂຄວິດ-19 ຄັ້ງໃຫຍ່ ກຽມກວດຫາເຊື້ອໃຫ້ແກ່ປະຊາຊົຍໃນເມືອງອູ່ຮັນ ປະມານ 11 ລ້ານຄົນ ຫຼັງຈາກພົບຜູ້ຕິດເຊື້ອລາຍໃຫມ່ 6 ຄົນໃນເມືອງອູ່ຮັນ ທີ່ມີຄວາມກ່ຽວຂ້ອງພົວພັນກັນ. ເຊິ່ງກ່ອນໜ້ານີ້ ທາງການຈີນໄດ້ປະກາດໃຊ້ມາດຕະການລ໋ອກດາວຢ່າງເຄັ່ງຄັດ ແລະ ດົນນານເຖິງ 76 ວັນ ກ່ອນຈະເປີດລ໋ອກດາວເນື່ອງຈາກບໍ່ພົບຜູ້ຕິດເຊື້ອຕໍ່ເນື່ອງ. ທັງນີ້, ທາງການເມືອງອູ່ຮັນບໍ່ພົບຜູ້ຕິດເຊື້ອໂຄວິດ-19 ລາຍໃຫມ່ ມາຕັ້ງແຕ່ວັນທີ 3 ເມສາ 2020 ຫຼັງຈາກໄດ້ດຳເນີນມາດຕະການລ໋ອກດາວປິດເມືອງອູ່ຮັ່ນ ເຊິ່ງເປັນສູນກາງການລະບາດຂອງເຊື້ອໂຄວິດ-19 ມາດົນນານເຖິງ 11 ອາທິດ ແລະ ໄດ້ເລີ່ມປົດລ໋ອກໃນວັນທີ 8 ເມສາ ກ່ອນຈະເລີ່ມມາພົບຜູ້ຕິດເຊື້ອລາຍໃຫມ່ ທີ່ມີຄວາມກ່ຽວຂ້ອງພົວພັນກັນ ເນື່ອງຈາກວ່າ ຢ້ານເຊື້ອໂຄວິດຈະກັບຄືນມາລະບາດອີກຄັ້ງ.

Read More »

20 ຂໍ້ຄິດ ຈາກ Jack Ma ຄວນຮູ້ໄວ້ ໃນການໃຊ້ຊີວິດ!!!

ຄວນຊື້ເຮືອນກ່ອນລົດ ເພາະເຮືອນຈະເພີ່ມມູນຄ່າ ແຕ່ລົດມູນຄ່າຈະຫຼຸດລົງ. ໄລຍະເຮັດວຽກໃຜເກັບເງິນໄດ້ກ່ອນ  ຈະຮັ່ງມີໄວກວ່າ ແລະ ສິ່ງສໍາຄັນຕ້ອງໄດ້ຈື່ໄວ້ວ່າ ຊີວິດບໍ່ມີໜີ້ຍ່ອມດີທີ່ສຸດ. ບໍ່ຄວນຄິດວ່າຕົນເອງເຮັດຫຍັງໄດ້ພຽງຢ່າງດຽວ. ເລືອກວຽກທີ່ມັກມັນກໍດີ ແຕ່ອາຊີບນັ້ນສາມາດລ້ຽງຊີບຕົນເອງ ແລະ ຄອບຄົວໄດ້ແທ້ ຫຼື ບໍ່ໄດ້. ດອກເບ້ຍນັ້ນ ມະຫາໂຫດຄວນຮີບຜ່ອນໃຫ້ໝົດ ກ່ອນທີ່ເຮົາຈະເຖົ້າແລ້ວຜ່ອນບໍ່ໄຫວ. ການເກັບເງິນເປັນຂັນໄດຂັ້ນທໍາອິດ ຂັ້ນຕໍ່ມາຕ້ອງຮູ້ຈັກລົງທຶນ ແລະ ມີທີ່ປຶກສາໄວ້ເປັນໝູ່. ຊີວິດແທ້ວັດກັນທີ່ຜົນງານ ຈົ່ງໃສ່ໃຈໃນພາສາອັງກິດ ແລະ ພາສາຈີນ. ການຕັ້ງໃຈຮຽນ ແລະ ເຮັດກິດຈະກຳຕ່າງໆມີຄວາມສໍາຄັນພໍໆກັນ. ຫາເປົ້າໝາຍຊີວິດໃຫ້ພົບໄວທີ່ສຸດ ເພາະມັນເປັນເຄື່ອງນໍາທາງຊີວິດຂອງເຈົ້າ. ຢ່າພາຍະຍາມເປັນສັດຕູກັບໃຜໃນໂລກນີ້ ເພາະເຮົາບໍ່ຮູ້ວ່າມື້ໜຶ່ງເຂົາອາດຈະຍິ່ງໃຫ່ຍຈົນກັບມາທໍາລາຍເຮົາໄດ້. ຄວນມີວຽກເຮັດຫຼາຍກວ່າ 1 ຢ່າງ ເພາະຄວາມໝັ້ນຄົງບໍ່ເຄີຍມີຢູ່ໃນໂລກໃບນີ້. ສຸຂະພາບເປັນເລື່ອງສໍາຄັນ ຈົ່ງຮັກຕົນເອງໃຫ້ຫຼາຍ ເມື່ອເຮົາຍັງເປັນໄວລຸ້ນໝຸ່ມສາວ ຢ່າໃຊ້ຊີວິດໃຫ້ໜັກເກີນໄປ. ເລືອກຄູ່ຊີວິດຢ່າເບິ່ງແຕ່ຂໍ້ດີ ແຕ່ຕ້ອງເບິ່ງວ່າເຮົາຈະຮັບຂໍ້ເສຍຂອງເຂົາໄດ້ຫຼາຍປານໃດ. ແຟນ ສາມີ ແລະ ພັນລະຍາຍັງເລີກກັນໄດ້ ແຕ່ຄວາມເປັນພໍ່, ແມ່ ລູກນັ້ນເລີກກັນບໍ່ໄດ້ ຄວນເບິ່ງແຍງຄອບຄົວໃຫ້ດີໆ. ລອງຫາເວລາຢູ່ວ່າງໆ ໂດຍບໍ່ຕ້ອງເຮັດຫຍັງ ຢ່າແບກໂລກໄວ້ຄົນດຽວ ວຽກບໍ່ແມ່ນທຸກຢ່າງຂອງຊີວິດ. ເມື່ອມີໂອກາດເຂົ້າມາໃນຊີວິດ ຢ່າຟ້າວປະຕິເສດເພາະເຖິງຈະລົ້ມເລວກໍ່ຖືວ່າເປັນປະສົບການ. ພະຍາຍາມສ້າງເນື້ອສ້າງໂຕໃຫ້ໄວທີ່ສຸດ ຕອນທີ່ຍັງມີກຳລັງເຫື່ອແຮງເປັນໝຸ່ມ ເປັນສາວ ...

Read More »

ຈີນ ຟື້ນຕົວໄວ ຊີ້ມູນຄ່າການສົ່ງອອກເພີ່ມຂຶ້ນ 3,5% ໃນເດືອນເມສາ, ທໍາລາຍຜົນຄາດຄະເນວ່າຈະຫຼຸດລົງ 15,7%.

ການສົ່ງອອກສິນຄ້າເປັນເງິນໂດລາຂອງຈີນໄດ້ເພີ່ມຂຶ້ນຢ່າງຜິດຄາດຄິດໃນເດືອນເມສາ, ແຕ່ວ່າການນຳເຂົ້າກໍເຂົ້າຫຼຸດລົງໃນເດືອນດຽວກັນ ເນື່ອງຈາກມີການຈຳກັດການເຄື່ອນໄຫວເພື່ອຄວບຄຸມການລະບາດຂອງພະຍາດໂຄວິດ-19. ອີງຕາມຂໍ້ມູນຈາກອົງການຄຸ້ມຄອງພາສີທົ່ວໄປທີ່ເຜີຍແຜ່ໃນວັນພະຫັດທີ່ຜ່ານມາ, ການສົ່ງອອກໄດ້ເພີ່ມຂຶ້ນ 3,5% ໃນຂະນະທີ່ການນໍາເຂົ້າໄດ້ຫຼຸດລົງ 14,2% ເມື່ອທຽບກັບເດືອນດຽວກັນຂອງປີກ່ອນ. ນັກເສດຖະສາດຂອງສໍານັກຂ່າວ Reuters ໄດ້ຄາດວ່າການສົ່ງອອກຈະຫຼຸດລົງ 15,7% ໃນເດືອນເມສາ ໃນຂະນະທີ່ການນຳເຂົ້າຄາດວ່າຈະຫຼຸດລົງ 11,2% ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນ. ໃນເດືອນມີນາ, ການສົ່ງອອກຂອງຈີນຫຼຸດລົງ 6,6% ຈາກປີທີ່ຜ່ານມາ, ໃນຂະນະທີ່ການນຳເຂົ້າຫຼຸດລົງ 0.9% ໃນເດືອນດຽວກັນ. ການເກີນດຸນການຄ້າຂອງຈີນໃນເດືອນເມສາແມ່ນ $45.34 ຕື້ໂດລາ – ທຽບກັບນັກເສດຖະສາດຂອງສໍານັກຂ່າວ Reuters ໄດ້ຄາດຄະເນໄວ້ວ່າ $6,35 ຕື້ໂດລາ. ຈີນໄດ້ລາຍງານວ່າການເກີນດຸນການຄ້າແມ່ນ $19,9 ຕື້ໂດລາ ສໍາລັບເດືອນມີນາ. ການເກີນດຸນການຄ້າຂອງຈີນໃນເດືອນເມສາແມ່ນໃຫຍ່ທີ່ສຸດນັບຕັ້ງແຕ່ເດືອນທັນວາປີກາຍນີ້ເມື່ອການເກີນດຸນແມ່ນປະມານ $47 ຕື້ໂດລາ. ກ່ອນການເປີດເຜີຍຂໍ້ມູນດັ່ງກ່າວ, ທ່ານ Liu Li-gang, ຫົວໜ້ານັກເສດຖະສາດດ້ານເສດຖະກິດ ສປ ຈີນຂອງ Citigroup ກ່າວວ່າ: ການສົ່ງອອກທາງການແພດຂອງປະເທດດັ່ງກ່າວອາດຈະເພີ່ມຂຶ້ນໃນເດືອນເມສາ ຍ້ອນວ່າການຂົນສົ່ງສິນຄ້າທີ່ຮັກສາສຸຂະພາບໄປຍັງທົ່ວໂລກ. ນັກເສດຖະສາດ Nomura ໄດ້ຍົກໃຫ້ເຫັນເຖິງການເພີ່ມຂຶ້ນຂອງການສົ່ງອອກອຸປະກອນການແພດຕ້ານເຊື້ອໄວຣັສດ້ວຍມູນຄ່າການສົ່ງອອກຂອງສິນຄ້າດັ່ງກ່າວກະໂດດຂຶ້ນຈາກປະມານ 1 ຕື້ຢວນຈີນ ($141 ລ້ານໂດລາສະຫະລັດ) ໃນວັນທີ 1 ...

Read More »

ມື້ນີ້!!!​ Disneyland ຊຽງໄຮ້ ໄດ້ເປີດໃຫ້ບໍລິການຄືນຢ່າງເປັນທາງການແລ້ວ

ຫວັງວ່ານັກທ່ອງທ່ຽວຕ່າງປະເທດຈະກັບຄືນມາປະເທດລາວແບບນີ້. ດິດສນີແລນ(Disneyland) ຊຽງໄຮ້ ໄດ້ເປີດໃຫ້ບໍລິການຄືນໃນມື້ນີ້ ວັນທີ 11 ພືດສະພາ 2020, ພາຍຫຼັງໄດ້ປິດໃຫ້ບໍລິການໄປປະມານ 3 ເດືອນ ຍ້ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ຈໍານວນປີ້ຂອງມື້ທໍາອິດນັ້ນໄດ້ຂາຍໝົດກ້ຽງພາຍໃນເວລາພຽງ 3 ນາທີທາງອອນໄລນ໌ຂອງການເປີດຈອງວັນສຸກທີ 8 ທີ່ຜ່ານມາ, ແລະ ປີ້ສໍາລັບອາທິດທໍາອິດແຕ່ວັນທີ 11-17 ນັ້ນກໍໄດ້ຖືກຈອງເຕັມໝົດພາຍໃນ 1 ຊົ່ວໂມງ. ໂດຍສະເລ່ຍແລ້ວ, ມີຜູ້ເຂົ້າທ່ຽວຊົມ ດິດສນີແລນຊຽງໄຮ້ປະມານ 80.000 ຄົນຕໍ່ມື້, ແຕ່ວ່າ ໃນເບື້ອງຕົ້ນ ລັດຖະບານ ສປ ຈີນ ໄດ້ອະນຸຍາດໃຫ້ເຂົ້າພຽງແຕ່ 30% ຂອງສະພາບປົກກະຕິ ພ້ອມທັງມີມາດຕະການຮັບປະກັນທາງດ້ານຄວາມປອດໄພທີ່ເຂັ້ມງວດຂຶ້ນ. ໂດຍ: ອັດສະວິນ ArtSaWin

Read More »

ສປ ຈີນພົບຜູ້ຕິດເຊື້ອໂຄວິດ-19 ເພິ່ມສູງ!!! ອູ່ຮັ່ນ ກໍກັບມາກວດພົບຜູ້ປ່ວຍໃໝ່ອີກຄັ້ງ…

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ວັນທີ 11 ພຶດສະພາ 2020 ນີ້ວ່າ ຄະນະກຳມາທິການສາທາລະນະສຸກແຫ່ງຊາດຈີນ ຖະແຫຼງການ ກ່ຽວກັບສະຖານະການຂອງໂຄວິດ-19 ໃນປະເທດ ວ່າ ຜູ້ເສຍຊີວິດຍັງຄົງທີ່ 4.633 ຄົນ ແລະ ປິ່ນປົວເຊົາດີແລ້ວ 78.144 ຫຼັງຈາກແພດໄດ້ອະນຸຍາດໃຫ້ຜູ້ປ່ວຍ 24 ຄົນ ອອກຈາກໂຮງໝໍ ເມື່ອວັນອາທິດຜ່ານມາ ເຮັດໃຫ້ຜູ້ປ່ວຍໃນລະບົບຍັງເຫຼືອ 141 ຄົນ ໃນນັ້ນ 9 ຄົນ ອາການຍັງວິກິດ. ຂະນະທີ່ ພາຍໃນຮອບ 24 ຊົ່ວໂມງ ຜ່ານມາ ໄດ້ຢືນຢັນພົບຜູ້ປ່ວຍໃໝ່ 17 ຄົນ ເປັນສະຖິຕິສູງທີ່ສຸດ ຕັ້ງແຕ່ວັນທີ 28 ເມສາ ແລະ ເຮັດໃຫ້ສະຖິຕິຜູ້ປ່ວຍເພິ່ມຂຶ້ນ 82.918 ຄົນ ໂດຍຜູ້ປ່ວຍກຸ່ມຫຼ້າສຸດ ແບ່ງເປັນຜູ້ເດີນທາງມາຈາກຕ່າງປະເທດ 7 ຄົນ ທັງໝົດກວດພົບຢູ່ເຂດປົກຄອງຕົນເອງມອງໂກເລຍໃນ ສ່ວນທີ່ເຫຼືອ 10 ຄົນ ແມ່ນຕິດເຊື້ອໃນປະເທດ ໂດຍ 5 ຄົນ ອາໄສຢູ່ເມືອງອູ່ຮັນ ຖືເປັນການກວດພົບຜູ້ປ່ວຍລາຍວັນຫຼາຍທີ່ສຸດໃນເມືອງອູ່ຮັນ ...

Read More »