ຣັດເຊຍຕໍ່ເວລາ ປິດປະເທດອອກໄປອີກຕື່ມ ຫວັງຄວບຄຸມ ໄວຣັດໂຄວິດ-19 ໃຫ້ອອກຈາກປະເທດ

ສຳນັກຂ່າວ ນະຄອນຫຼວງໂມດໂກ ຂອງຣັດເຊຍລາຍງານວ່າ ປະທານາທິບໍດີ ປູຕິນ ໄດ້ອອກຄຳສັ່ງຕໍ່ເວລາລ໋ອກດາວອອກໄປອີກ ຈາກຄຳສັ່ງເກົ່າແມ່ນວັນທີ 30 ເມສາ ແຕ່ຈະຕໍ່ຍາວຈົນຮອດວັນທີ 11 ພຶດສະພາ 2020 ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ໃນຣັດເຊຍຍັງມີຄວາມຫຍຸ້ງຍາກຫຼາຍ. ມາຮອດປັດຈຸບັນຣັດເຊຍມີຜູ້ຕິດເຊື້ອຈາກພະຍາດໂຄວິດ-19 ແລ້ວ 93.558 ຄົນ, ເສຍຊີວິດ 867 ຄົນ ເປັນອັນດັບ 8 ຂອງໂລກ ແລະ ປິ່ນປົວຫາຍດີແລ້ວ 8,456 ຄົນ
ອີງຕາມການລາຍງານຂອງເວັບໄຊ #worldometers.info. ມາຮອດເຊົ້າມື້ນີ້ 8.20 ຕາມເວລາໃນປະເທດລາວ ທົ່ວໂລກມີຜູ້ຕິດເຊື້ອ 3.136.508 ຄົນ ແລະ ເສຍຊີວິດ 217.813 ຄົນ ໃນນັ້ນ ອາເມລິກາ ມີຜູ້ຕິດເຊື້ອ 1.035.765 ຄົນ ແລະ ເສຍຊີວິດ 59.266 ຄົນ, ແອສະປາຍ ມີຜູ້ຕິດເຊື້ອ 232.128 ຄົນ ແລະ ເສຍຊີວິດ 23.822 ຄົນ ແລະ ອີຕາລີ ມີຜູ້ຕິດເຊື້ອ 201.505 ຄົນ ແລະ ເສຍຊີວິດ 27.359 ຄົນ.
ສະເພາະໃນຂົງເຂດອາຊຽນ ສິງກະໂປ ມີຜູ້ຕິດເຊື້ອ 14.951 ຄົນ ແລະ ເສຍຊີວິດ 14 ຄົນ, ອິນໂດເນເຊຍ ຕິດເຊື້ອ 9.511 ຄົນ ເສຍຊີວິດ 773 ຄົນ. ຟິລິປິນ ຕິດເຊື້ອ 7.958 ຄົນ ເສຍຊີວິດ 530 ຄົນ, ມາເລເຊຍ ຕິດເຊື້ອ 5.851 ຄົນ ເສຍຊີວິດ 100 ຄົນ, ໄທ ຕິດເຊື້ອ 2.938 ຄົນ ເສຍຊີວິດ
54 ຄົນ, ຫວຽດນາມ ຕິດເຊື້ອ 270 ຄົນ ບໍ່ມີຜູ້ເສຍຊີວິດ, ມຽນມາຕິດເຊື້ອ 150 ຄົນ ເສຍຊີວິດ 5 ຄົນ, ບຣູໄນ ຕິດເຊື້ອ 138 ຄົນ ເສຍຊີວິດ 1 ຄົນ, ກຳປູເຈຍ ຕິດເຊື້ອ 122 ຄົນ ບໍ່ມີຜູ້ເສຍຊີວິດ, ຕີມໍ ຕິດເຊື້ອ 24 ຄົນ ບໍ່ມີຜູ້ເສຍຊີວິດ ແລະ ລາວ ຕິດເຊື້ອ 19 ຄົນ ບໍ່ມີຜູ້ເສຍຊີວິດ.

ທີ່ມາ: ຂ່າວສານປະເທດລາວ

Comments