ໃນຂະນະທີ່ Covid-19 ກຳລັງລະບາດໜັກຢູ່ໃນສະຫະລັດອາເມລິກາ ເຮັດໃຫ້ມີຜູ້ຕິດເຊື້ອ ແລະ ເສຍຊີວິດຈຳນວນຫຼາຍ ເປັນອັນດັບທີ 1 ຂອງໂລກ, ຫຼ້າສຸດ ອາເມລິກາພົບເຊື້ອພະຍາດ ຊາລໂມເນລລາ (Salmonella) ເຊິ່ງເປັນພະຍາດຕິດເຊື້ອຈາກແບັດທີເຣຍ. ສຳນັກງານຄະນະກົມອາຫານ ແລະ ຢາ ຂອງອາເມລິກາກ່າວວ່າ: ພົບຜູ້ຕິດເຊື້ອທີ່ໄດ້ຮັບການຢືນຢັນແລ້ວໃນ 34 ລັດ ໂດຍ ລັດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດໄດ້ແກ່ ລັດໂອເຣກອນ ມີຈຳນວນຜູ້ປ່ວຍ 71 ກໍລະນີ, ຢູທາຫ໌ 61 ກໍລະນີ ແລະ ແຄລິຟໍເນຍ 49 ກໍລະນີ, ໂດຍລວມແລ້ວສະຫະລັດອາເມລິກາມີຜູ້ປ່ວຍເຖິງ 396 ກໍລະນີ ແລະ ຜູ້ປ່ວຍທີ່ຕ້ອງຮັບການຮັກສາຢູ່ໂຮງໝໍມີ 59 ຄົນ. ນອກຈາກອາເມລິກາແລ້ວ ແຄນນາດາຍັງຖືກລູກຫຼົງໄປນຳ ເພາະສຳນັກງານສາທາລະນະສຸກຂອງແຄນນາດາລາຍງານວ່າ: ພົບຜູ້ຕິດເຊື້ອພະຍາດ ຊາລໂມເນລລາ (Salmonella) ຈຳນວນ 114 ກໍລະນີ ແລະ ບໍ່ຕໍ່າກ່ວາ 16 ຄົນ ທີ່ຕ້ອງໄດ້ເຂົ້າຮັບການຮັກສາຢູ່ໂຮງໝໍ. ຈາກການກວດສອບສາເຫດຂອງເຊື້ອພະຍາດພົບວ່າ ຫົວຜັກບົ່ວແດງທີ່ປູກໃນລັດແຄລິຟໍເນຍ ອາດຈະເປັນຕົ້ນເຫດການລະບາດຂອງເຊື້ອພະຍາດດັ່ງກ່າວ ໂດຍ ຕົ້ນທາງມາຈາກ ...
Read More »ຂ່າວ ຕ່າງປະເທດ
ທູຊອນ ຈາກໝາຫຼົງທາງສູ່ພະນັກງານໃໝ່ຂອງ ຮຸນໄດ (Hyundai)
ຈາກວິກິດ Covid-19 ເຮັດໃຫ້ສັດລ້ຽງຖືກປ່ອຍຖິ້ມ ເຊິ່ງໝາໂຕນີ້ກໍເຊັ່ນດຽວກັນ ມັນມີອາຍຸ 1 ປີ ໂດຍມັນຖືກເຈົ້າເອົາມາປ່ອຍໄວ້ຢູ່ຖະໜົນໃນເມືອງເຊີຣາ ປະເທດບຣາຊິວ. ຈາກນັ້ນ ມີພະນັກງານຄົນໜຶ່ງ ຂອງສູນ Show room ລົດ Hyundai ພາໄປໄວ້ສູນ ໂດຍໄດ້ຕັ້ງຊື້ໃໝ່ໃຫ້ວ່າ ທູຊອນ (Tucson) ແລະ ພະນັກງານທຸກຄົນຊ່ວຍກັນລ້ຽງ, ຊື້ເຄື່ອງຫຼິ້ນໃຫ້ ພ້ອມທັງພາໄປພົບສັດຕະວະແພດ ທູຊອນ ປັບຕົວເຂົ້າສູ່ສະພາບແວດລ້ອມພະນັກງານ ແລະ ລູກຄ້າຂອງບໍລິສັດ Hyundai ເປັນຢ່າງດີ, ມັນເຮັດໂຕສຸພາບຮຽບຮ້ອຍ ແລະ ບໍ່ມັກສ້າງບັນຫາ ພ້ອມທັງຍັງສະຫຼາດໃນການຕ້ອນຮັບລູກຄ້າຢ່າງເປັນມິດ ເຮັດໃຫ້ ທູຊອນ ໄດ້ຮັບຄວາມຮັກຈາກທຸກຄົນ ຄວາມພັກດີມີ service mind ແລະ ຄວາມໜ້າຮັກຂອງ ທູຊອນ ເຮັດໃຫ້ຜູ້ຈັດການຕັດສິນໃຈບັນຈຸທູຊອນ ໃຫ້ເປັນພະນັກງານໃມ່ຂອງ Hyundai ພ້ອມທັງເຮັດບັດປະຈຳໂຕພະນັກງານໃຫ້ອີກດ້ວຍ ເຊິ່ງທູຊອນ ເຮັດໜ້າທີ່ໄດ້ທຸກຢ່າງ ທັງພະນັກງານຕ້ອນຮັບ,ລູກຄ້າສຳພັນ ແລະ ບໍລິການລູກຄ້າຕ່າງໆ ແຫຼ່ງຂໍ້ມູນ: Marketing Oops
Read More »ຢູເອັນ ເຕືອນໂລກພວມຮັບມືກັບໄພພິບັດດ້ານການສຶກສາ…
ຕາມແຫລ່ງຂ່າວຈາກ ສະຫະປະຊາຊາດ ໃນວັນທີ 4 ສິງຫານີ້ ທ່ານ ອັນໂຕນີໂອ ກູແຕເຣສ, ເລຂາທິການສະຫະປະຊາຊາດ(ສປຊກ່າວເຕືອນວ່າ: ໂລກ ພວມຮັບມືກັບໄພພິບັດ ດ້ານການສຶກສາຈາກການປິດໂຮງຮຽນ ໃນໄລຍະ Covid-19 ແຜ່ລະບາດ ແລະ ການໃຫ້ນັກຮຽນ ໄດ້ກັບຄືນສູ່ ຫ້ອງຮຽນ ຢ່າງປອດໄພ ຄືສິ່ງທີ່ສຳຄັນອັນດັບແຖວໜ້າ. ຈົນເຖິງ ກາງເດືອນກໍລະກົດ ມີໂຮງຮຽນ ຕ້ອງປິດແລ້ວຈຳນວນ 160 ກວ່າປະເທດ ສົ່ງຜົນກະທົບຕໍ່ນັກຮຽນຫລາຍກວ່າ 1.000 ລ້ານຄົນ ໃນຂະນະທີ່ ເດັກນ້ອຍບໍ່ຕໍ່າກ່ວາ 40 ລ້ານຄົນ ຍັງບໍ່ໄດ້ເຂົ້າຮຽນ ໃນຊັ້ນກ່ອນໄວຮຽນ. ຕົວເລກດັ່ງກ່າວ ບໍ່ໄດ້ລວມເດັກອີກ 250 ລ້ານກວ່າຄົນ ທີ່ບໍ່ໄດ້ຮຽນຢູ່ກ່ອນແລ້ວ ຕັ້ງແຕ່ກ່ອນ ຈະເກີດການລະບາດ Covid-19 ແລະ ມີນັກຮຽນລະດັບມັດທະຍົມໃນປະເທດ ພວມພັດທະນາພຽງ 1/4 ເທົ່ານັ້ນ ທີ່ໄດ້ຮຽນຈົບມີທັກສະພື້ນຖານ ກ່ອນອອກຈາກໂຮງຮຽນ. ທ່ານ ເລຂາທິການ ສປຊ ກ່າວຕື່ມວ່າ: ໂລກພວມພົບກັບໄພພິບັດໃຫຍ່ ທີ່ອາດທຳລາຍຂີດຄວາມສາມາດ ຂອງມະນຸດ ເປັນບ່ອນທຳລາຍຄວາມກ້າວໜ້າໄປຫລາຍສິບປີ ແລະ ...
Read More »ສາຍການບິນ Delta ໄດ້ເຊີນຜູ້ໂດຍສານລົງຈາກຍົນ ເພາະບໍ່ຍອມສວມໃຊ້ໜ້າກາກ
ສາຍການບິນ Delta ໄດ້ເຊີນຜູ້ໂດຍສານລົງຈາກຍົນ ເພາະບໍ່ຍອມສວມໃຊ້ໜ້າກາກ ແລະ ຖືກຫ້າມເດີນທາງກັບສາຍການບິນໃນອານາເຂດ. ຂ່າວຕ່າງປະເທດລາຍງານເມື່ອວັນທີ 2 ສິງຫາ 2020 ວ່າ ສາຍການບິນ Delta ສາຍການບິນໃນສະຫະລັດອາເມລິກາອອກມາຖະແຫລ່ງຂ່າວປະເດັນທີ່ເກີດຂຶ້ນກັບທ່ຽວບິນ 1227 ເດີນທາງຈາກເມືອງ ດີທອຍ ໄປຍັງ ເມືອງ ແອດແລນຕາ ໃນສະຫະລັດ ເມື່ອວັນທີ 23 ກໍລະກົດ ທີ່ຜ່ານມາ ໂດຍໄດ້ລະບຸວ່າ: ທ່ຽວບິນດັ່ງກ່າວຂຶ້ນບິນຊ້າເລັກນ້ອຍ ເນື່ອງຈາກພົບຜູ້ໂດຍສານ 2 ຄົນບໍ່ສວມໃສ່ໜ້າກາກ ເຊິ່ງເປັນການບໍ່ປະຕິບັດຕາມຂໍ້ກຳນົດຂອງລູກເຮືອ ຈື່ງຕັດສິນໃຈນຳເຮືອບິນກັບເພື່ອເຊີນຜູ້ໂດຍສານທັງ 2 ຄົນລົງຈາກເຮືອບິນ. ທີ່ມາ : BuzzFeed News
Read More »ຮ້ານເຄື່ອງສໍາອາງເກົາຫຼີໃຕ້ມີຄວາມຄິດໃຫ້ລູກຄ້າລອງສິນຄ້າຜ່ານ ‘ແວ່ນ AR’ ສ້າງປະສົບການຊື້ເຄື່ອງຍຸກ Touchless
ໃນສະຖານະການແບບນີ້ການຈະຢິບຈັບ ຫຼື ສໍາຜັດຫຍັງກໍຕ້ອງລະມັດລະວັງເປັນພິເສດດັ່ງນັ້ນເພື່ອແກ້ໂຈດນີ້ທາງຮ້ານເຄື່ອງສໍາອາງຂອງເກົາລີໃຕ້ແຫ່ງໜຶ່ງໃນກຸງໂຊຢ່າງຮ້ານ Amorepacific ຈຶງເກີດໄອເດຍນໍາເທດໂນໂລຍີ AR (Augmented reality) ມາຕິດຕັ້ງໃນແວ່ນໃຫ້ລູກຄ້າໄດ້ລອງສິນຄ້າແບບບໍ່ຈໍາເປັນຕ້ອງນໍາມາສໍາຜັດກັບໃບໜ້າຂອງຕົນເອງ. ແວ່ນ AR ນີ້ຈະຊ່ວຍໃຫ້ເລືອກເຄື່ອງສໍາອາງໄດ້ຈາກຈໍແວ່ນໂດຍຈະຖ່າຍໃບໜ້າຂອງລູກຄ້າ ແລະ ວິເຄາະແນະນໍາສິນຄ້າທີ່ມີພື້ນຖານມາຈາກຜິວ ແລະ ລະບຸຕໍາແໜ່ງຂອງຮອຍຕ່າງໆທັງຮອຍສິວ, ຮອບຫ່ຽວ ຫຼື ຮອບຄໍ້າ ຈາກນັ້ນຈະສະແດງພາບຈໍາລອງຕົວຈິງໃຫ້ລູກຄ້າສາມາດເຫັນພາບໄດ້ວ່າເມື່ອລູກຄ້າໃຊ້ສິນຄ້າທີ່ເລືອກແລະຈະເປັນແນວໃດ ເໝາະກັບລູກຄ້າ ຫຼື ບໍ່ ແມ້ລູກຄ້າໃສໜ້າກາກໄວ້ກໍຕາມ. GLENDALE, CA – SEPTEMBER 28: A view of the atmosphere at ‘Riley Rose celebrates store opening at Glendale Galleria with Jordyn Woods’ on September 28, 2017 in Glendale, California. (Photo by Emma McIntyre/Getty Images for Riley ...
Read More »Lord & Taylor ຫ້າງສັບພະສິນຄ້າເກົ່າແກ່ທີ່ສຸດຂອງສະຫະລັດອາເມລິກາຍື່ນຟ້ອງລົ້ມລະລາຍ…
Lord & Taylor ເຊິ່ງເປັນຫ້າງສັບພະສິນຄ້າທີ່ເກົ່າແກ່ທີ່ສຸດຂອງສະຫະລັດໄດ້ເຂົ້າຮ່ວມກັບຜູ້ຄ້າຍ່ອຍ ໃນການລົ້ມລະລາຍໃນໄລຍະການລະບາດຂອງພະຍາດ Covid-19, Lord & Taylor ຖືກຊື້ກິດຈະການໂດຍການເລີ່ມຕົ້ນເຊົ່າເສື້ອຜ້າອອນລາຍຊື່ Le Tore. Lord & Taylor ພະຍາຍາມທີ່ຈະຄົ້ນຄືນກ່ຽວຂ້ອງກັບລູກຄ້າເກົ່າ ຜູ້ທີ່ອຸດໜູນສິນຄ້າມາດົນຫຼາຍປີ, ປີຜ່ານມາ Le Tote ເຊິ່ງຕັ້ງຢູ່ໃນຊານຟານຊິສໂກ້ ຈາກນັ່ັ້ນ ຊື້ບໍລິສັດໃນແຄນນາດາເປັນມູນຄ່າ $100 ລ້ານໂດລາສະຫະລັດ ເຊິ່ງຊື້ຈາກສະຖານທີ່ 38 ແຫ່ງ ແລະ ຫວັງວ່າຈະສົ່ງເສີມຫ້າງສັບພະສິນຄ້າທີ່ມີຊື່ສຽງ. ແຕ່ການລະບາດຂອງ Covid-19 ທີ່ຮ້າຍແຮງ ໄດ້ເຮັດໃຫ້ມີຜົນກະທົບໜັກຕໍ່ນັກລົງທຶນ ລວມທັງຜູ້ຄ້າຍ່ອຍ brick-and-mortar, ໂດຍສະເພາະຮ້ານເຄື່ອງແຕ່ງກາຍ ໃນຂະນະທີ່ຜູ້ຄົນໃຊ້ເວລາຫຼາຍເດືອນເກັບໂຕຢູ່ເຮືອນ, ການຂາຍເສື້ອຜ້າກໍໄດ້ປິດໂຕລົງ.ບໍລິສັດ ລວມເຖິງຜູ້ປົກຄອງຂອງ Ann Taylor and Loft, J. Crew, Neiman Marcus, J.C. Penney, Brooks Brothers and New York & Co. ຢູ່ໃນໝວດບໍລິສັດທີ່ຫັນໄປດໍາເນີນຢືນຄະດີລົ້ມລະລາຍ, ຕອນນີ້ Lord ...
Read More »ຈະຫຼວດເອກະຊົນ SpaceX ໃນໂຄງການ NASA ກັບຄືນແລ້ວ…
ຍານອາວະກາດ SpaceX Dragon ທີ່ບັນທຸກນັກອາວະກາດ Doug Hurley ແລະ Bob Behnken ໄດ້ກັບຄືນລົງມາໃນເຂດອ່າວແມັກຊິໂກ ທາງທິດໃຕ້ຂອງ Pensacola ເທິງຊາຍຝັ່ງທະເລ Florida. ປະທານາທິບໍດີ Donald Trump ຜູ້ທີ່ເຂົ້າຮ່ວມການເປີດຕົວ ຍານອາວະກາດແຄບຊູນດັ່ງກ່າວ ໃນສອງເດືອນທີ່ຜ່ານມາ, ໄດ້ກ່າວຊົມເຊີຍການກັບມາທີ່ປອດໄພ. ທ່ານໄດ້ກ່າວວ່າ: "ມັນດີທີ່ສຸດທີ່ນັກອາວະກາດຂອງອົງການ NASA ກັບຄືນສູ່ໂລກ ຫຼັງຈາກທີ່ປະສົບຜົນສຳເລັດໃນພາລະກິດເປັນເວລາສອງເດືອນ." ພ້ອມກັນນັ້ນ, ຄາດວ່າຄວາມຕ້ອງການດ້ານການຂົນສົ່ງມະນຸດທັງໝົດ ທີ່ຢູ່ໜ້າແຜ່ນດິນໂລກໄປສູ່ດາວຕ່າງໆໃນອະນາຄົດ ຈະຖືກຈ້າງຈາກບໍລິສັດເອກະຊົນເຊັ່ນ SpaceX. ອົງການຂອງລັດຖະບານກ່າວວ່າ ການເຮັດສັນຍາກັບຜູ້ໃຫ້ບໍລິການດ້ວຍວິທີນີ້ຈະຊ່ວຍປະຢັດເງິນໄດ້ຫລາຍພັນລ້ານໂດລາສະຫະລັດ ເຊິ່ງສາມາດຫັນໄປສູ່ ການນຳນັກບິນອາວະກາດບິນໄປທີ່ດວງຈັນ ແລະ ດາວອັງຄານ, ເຊິ່ງເປັນສ່ວນໜຶ່ງຂອງໂປແກຣມ Artemis. ຍານອາວະກາດ Dragon ໄດ້ຍິງສົ່ງສູ່ສະຖານີອາວະກາດ ໃນທ້າຍເດືອນພຶດສະພາ ຜ່ານມາ ໂດຍຈະຫຼວດ Falcon 9, ເຊິ່ງຖືກສະໜອງ ໂດຍ SpaceX ພ້ອມກັນນັ້ນ ຍັງຈະໄດ້ຮັບການປັບປຸງໃຫ້ບິນອີກຄັ້ງໃນປີໜ້າ. ພາລະກິດຂອງ Hurley ແລະ Behnken ຄືໄດ້ຮັບໃຊ້ ໂດຍການສາທິດການສິ້ນສຸດຂອງຍານບໍລິການ ຂອງບໍລິສັດ, ເຊິ່ງເປັນເຈົ້າຂອງໂດຍຜູ້ປະກອບການເຕັກໂນໂລຊີ ...
Read More »ຈີນ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ 127 ຄົນ…
ຕາມແຫລ່ງຂ່າວ ຈາກຊິນຮວາຂອງຈີນ, ວັນທີ 31 ກໍລະກົດ ນີ້, ຄະນະກຳມະການ ສຸຂະພາບ ແຫ່ງຊາດຈີນ ລະບຸວ່າ: ຈີນ ກວດພົບຜູ້ຕິດເຊື້ອພະຍາດ ໂຄວິດ-19 ລາຍໃໝ່ ເພີ່ມອີກ 127 ຄົນ ເປັນສະຖິຕິລາຍວັນສູງທີ່ສຸດ ໃນຮອບກວ່າ 4 ເດືອນຜ່ານມາ. ໃນນີ້ ເປັນຜູ້ຕິດເຊື້ອ ຈາກທ້ອງຖິ່ນ 123 ຄົນ ລວມມີ ໃນເຂດ ປົກຄອງຕົນເອງ ຊິນຈຽງ ອຸຍກູ 112 ຄົນ ແລະ ມົນທົນ ຫລີວໜິງ 11 ຄົນ ພ້ອມທັງມີຜູ້ຕິດເຊື້ອ ຈາກຕ່າງປະເທດອີກ 4 ຄົນ. ຂະນະນີ້ ຈີນ ມີຜູ້ຕິດເຊື້ອສະສົມ ທັງໝົດ 84.292 ຄົນ.
Read More »ຟີລິບປິນ ຂະຫຍາຍເວລາມາດຕະການຄວບຄຸມໂຄວິດ-19
ຕາມແຫລ່ງຂ່າວ ຈາກມະນິລາ, ທ່ານ ໂຣດຣິໂກ ດູເຕີເຕ, ປະທານາ ທິບໍດີ ຟີລິບປິນ ໃຫ້ສຳພາດ ຜ່ານທາງ ໂທລະພາບ ໃນວັນທີ 31 ກໍລະກົດທີ່ຜ່ານມາວ່າ: ຟີລິບປິນ ປະກາດ ຂະຫຍາຍເວລາ ໃຊ້ມາດຕະການ ຄວບຄຸມ ການແຜ່ລະບາດ ເຊື້ອພະຍາດ ໂຄວິດ-19 ໃນນະຄອນຫລວງ ມະນິລາ ໄປຈົນເຖິງ ກາງເດືອນສິງຫານີ້ ແລະ ສັນຍາວ່າ ຈະໃຫ້ບໍລິການ ວັກແຊງ ປ້ອງກັນໂຄວິດ-19 ແບບບໍ່ເສຍຄ່າ ໂດຍຈະໃຫ້ສິດທິ ໃນກຸ່ມຄົນ ທຸກຍາກ, ຊົນຊັ້ນກາງ ເຈົ້າໜ້າທີ່ ຕຳຫລວດ ແລະ ທະຫານກ່ອນ. ຂະນະທີ່ ຈີນ ຈະໃຫ້ສິດທິ ພິເສດ ຟີລິບປິນ ຊື້ວັກແຊງ ໄດ້ກ່ອນອີກດ້ວຍ.ຂະນະທີ່ ຫລາຍບໍລິສັດ ຜູ້ຜະລິດຢາ ຫລາຍແຫ່ງ ໃນຈີນ, ສ.ອາເມລິກາ ແລະ ອັງກິດ ພວມຢູ່ໃນຂັ້ນຕອນ ການທົດລອງ ທາງຄຣີນິກ ໃນໄລຍະສຸດທ້າຍ.ສຳລັບ ຟີລິບປິນ ມີແຜນຈະຊຶ້ ...
Read More »20 ຕົວເມືອງນີ້ ໄປໃສກະບໍ່ພົ້ນສາຍຕາ CCTV …
ໃນຖານະທີ່ເປັນເມືອງທີ່ມີປະຊາກອນຫຼາຍທີ່ສຸດ ອັນດັບທໍາອິດເຮົາມາເບິ່ງກັນວ່າເມືອງທີ່ມີປະຊາກອນຫຼາຍທີ່ສຸດໃນໂລກປຽບທຽບກັນແນວໃດ ເມື່ອທຽບກັບຈໍານວນກ້ອງໝ່ວຍ 1 ຕໍ່ຄົນ 1.000 ຄົນ. Tokyo (ຍີ່ປຸ່ນ) ກ້ອງ 39.504 ໜ່ວຍ ສໍາລັບ 37.393.129 ຄົນ = 1,06 ໜ່ວຍຕໍ່ 1.000 ຄົນDelhi (ອິນເດຍ) ກ້ອງ 429.500 ໜ່ວຍ ສໍາລັບ 30.290396 ຄົນ = 14,18 ໜ່ວຍຕໍ່ 1.000 ຄົນShanghai (ຈີນ) ກ້ອງ 1.000.000 ໜ່ວຍ ສໍາລັບ 27.058.480 ຄົນ = 0,22 ໜ່ວຍຕໍ່ 1.000 ຄົນSão Paulo (ບາຊິວ) ກ້ອງ 4.823 ໜ່ວຍ ສໍາລັບ 22.043.028 ຄົນ = 0.22 ໜ່ວຍຕໍ່ 1.000 ຄົນMexico City (ແມັກຊິໂກ) ກ້ອງ ...
Read More »