ຕາມແຫລ່ງຂ່າວ ຈາກມະນິລາ, ທ່ານ ໂຣດຣິໂກ ດູເຕີເຕ, ປະທານາ ທິບໍດີ ຟີລິບປິນ ໃຫ້ສຳພາດ ຜ່ານທາງ ໂທລະພາບ ໃນວັນທີ 31 ກໍລະກົດທີ່ຜ່ານມາວ່າ: ຟີລິບປິນ ປະກາດ ຂະຫຍາຍເວລາ ໃຊ້ມາດຕະການ ຄວບຄຸມ ການແຜ່ລະບາດ ເຊື້ອພະຍາດ ໂຄວິດ-19 ໃນນະຄອນຫລວງ ມະນິລາ ໄປຈົນເຖິງ ກາງເດືອນສິງຫານີ້ ແລະ ສັນຍາວ່າ ຈະໃຫ້ບໍລິການ ວັກແຊງ ປ້ອງກັນໂຄວິດ-19 ແບບບໍ່ເສຍຄ່າ ໂດຍຈະໃຫ້ສິດທິ ໃນກຸ່ມຄົນ ທຸກຍາກ, ຊົນຊັ້ນກາງ ເຈົ້າໜ້າທີ່ ຕຳຫລວດ ແລະ ທະຫານກ່ອນ. ຂະນະທີ່ ຈີນ ຈະໃຫ້ສິດທິ ພິເສດ ຟີລິບປິນ ຊື້ວັກແຊງ ໄດ້ກ່ອນອີກດ້ວຍ.ຂະນະທີ່ ຫລາຍບໍລິສັດ ຜູ້ຜະລິດຢາ ຫລາຍແຫ່ງ ໃນຈີນ, ສ.ອາເມລິກາ ແລະ ອັງກິດ ພວມຢູ່ໃນຂັ້ນຕອນ ການທົດລອງ ທາງຄຣີນິກ ໃນໄລຍະສຸດທ້າຍ.ສຳລັບ ຟີລິບປິນ ມີແຜນຈະຊຶ້ ວັກແຊງ ດັ່ງກ່າວ ຈຳນວນ 40 ລ້ານຊຸດ ມູນຄ່າ 400 ລ້ານກວ່າ ໂດລາ ສະຫະລັດ ໃຫ້ຊາວ ຟີລິບປິນ 20 ລ້ານຄົນ ກວມເອົາ 1 ໃນ 5 ຂອງປະຊາກອນ ຟີລິບປິນ ທັງໝົດ 107 ລ້ານຄົນ.

