ຂ່າວ ຕ່າງປະເທດ

ຫວຽດນາມ ມີຕູ້ ATM ແຈກໜ້າກາກອະນາໄມ ຟຣີ…

ໃນຕູ້ ATM ດັ່ງກ່າວ ມີຄຳແນະສຳລັບການໃຊ້ດັ່ງນີ້: 1. ເມື່ອຍ່າງເຂົ້າໄປເຖິງເສັ້ນແດນຢູ່ຕໍ່ໜ້າຕູ້ແລ້ວ ຕ້ອງໄດ້ລ້າງມືດ້ວຍເຈວຂ້າເຊື້ອກ່ອນ. 2. ຍ່າງເຂົ້າໄປໃກ້ກັບຕູ້ ATM 3. ຈ້ອງຕາໃສ່ ກ້ອງຮູບພາບ 4. ໜ້າກາກ ອະນາໄມຈະໄຫຼອອກມາທັນທີ ແຫຼ່ງຂໍ້ມູນ: Zing News

Read More »

ຜູ້ຕິດເຊື້ອໂຄວິດ-19 ຢູ່ຫວຽດນາມເພີ່ມຂຶ້ນເປັນ 700 ກວ່າຄົນ …

ຄະນະກຳມະການຊີ້ນຳການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ຂອງຫວຽດນາມໄດ້ລາຍງານໃຫ້ຮູ້ວ່າ ຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ຫວຽດນາມໄດ້ເພີ່ມຂຶ້ນເປັນ 747 ຄົນ. ໃນຂະນະທີ່ ຈຳນວນຜູ້ເສຍຊີວິດຈາກພະຍາດດັ່ງກ່າວເພີ່ມຂຶ້ນເປັນ 10 ຄົນ. ສ່ວນຕົວເລກຄົນທີ່ໄດ້ຮັບການປິ່ນປົວດີແມ່ນເພີ່ມຂຶ້ນເປັນ 392 ຄົນ. ແຫຼ່ງຂໍ້ມູນ: ຂປລ

Read More »

ອິນເດຍ ມີຜູ້ຕິດເຊື້ອ Covid-19 ມື້ນີ້ 62,170 ຄົນ ຕົວເລກທັງໝົດທະລຸ 2 ລ້ານ ກໍລະນີ…

ຜູ້ຕິດເຊື້ອ Covid-19 ໃນອິນເດຍ ເພີ່ມຂຶ້ນເລື້ອຍໆ ເປັນອັນດັບທີ 3 ຂອງໂລກ ເຊິ່ງໃນນັ້ນ, ລວມມີຕິດເຊື້ອ Covid-19 ຈຳນວນ 2 ລ້ານ ກໍລະນີ, ມີຕົວເລກການເສຍຊີວິດໄປແລ້ວ 40,700 ກໍລະນີ ແລະ ຕົວເລກຜູ້ຕິດເຊື້ອໃໝ່ ໃນວັນທີ 07 ສິງຫາ 2020 ມື້ດຽວ ຢູ່ທີ່ 62,170 ຄົນ, ລວມທັງໝົດ ເປັນ 2,025,409 ກໍລະນີ. ສະຖິຕິ ສະເລ່ຍ ຕິດເຊື້ອ 1 ລ້ານຄົນ ພາຍໃນໄລຍະເວລາ 20 ມື້. ແຫຼ່ງຂໍ້ມູນ: BBC

Read More »

ການຫຼຸດລົງຂອງ GDP ໃນໄຕມາດທີ 2 ຂອງປະເທດສະວີເດັນ ຮ້າຍແຮງທີ່ສຸດໃນປະຫວັດສາດໃໝ່…

ລວມຍອດຜະລິດຕະພັນພາຍໃນ (GDP) ຂອງປະເທດສະວີເດັນຫຼຸດລົງເຖິງ 8,​6% ໃນໄຕມາດທີ 2 ຂອງປີ, ອີງຕາມການຄາດຄະເນ ຈາກຫ້ອງການສະຖິຕິພາຍໃນປະເທດ ໃນວັນທີ 5 ສິງຫາ ຜ່ານມາ ເຊິ່ງບັນທຶກເປັນການຫຼຸດລົງປະຈຳໄຕມາດ ທີ່ຮ້າຍແຮງທີ່ສຸດໃນປະຫວັດສາດໃໝ່. ການຫຼຸດລົງແມ່ນຮ້າຍແຮງກວ່າຄັ້ງຜ່ານໆມາ ເຖິງແມ່ນວ່າໄຕມາດທີ 4 ຂອງ ປີ 2008 ໃນເວລາທີ່ປະເທດພົບວິກິດການການເງິນໂລກ ແມ່ນຫຼຸດລົງພຽງແຕ່ 3.8%. ເຖິງຢ່າງໃດກໍຕາມ, ເສດຖະກິດຂອງປະເທດສະວີເດັນ ຍັງມີປະສິດທິພາບຫຼາຍກວ່າບັນດາປະເທດໃນເອີຣົບໃນໄລຍະ 3 ເດືອນ ຜ່ານມາ. ທ່ານ David Oxley, ນັກເສດຖະສາດ ຂອງເອີຣົບທີ່ Capital Economics ກ່າວຕໍ່ CNBC ຜ່ານທາງອີເມວວ່າ: “ການຫຼຸດລົງຂອງ GDP ປະເທດສະວີເດັນ ບໍ່ມີການຮັບມືກັບການລະບາດຂອງພະຍາດ Covid-19, ເຖິງແມ່ນວ່າລັດຖະບານຈະວາງມາດຕະການ Lockdonw ກໍຕາມ”. ທ່ານກ່າວຕື່ມວ່າ: “ເຖິງຢ່າງໃດກໍ່ຕາມ, ເສດຖະກິດໃນ 6 ເດືອນຕົ້ນປີ ແມ່ນຍັງມີຄວາມແຕກຕ່າງກັນ ກັບເວດຖະກິດພາກໃຕ້ຂອງເອີຣົບ”. Robert Bergqvist, ຫົວໜ້າ ນັກເສດຖະສາດຂອງທະນາຄານ SEB, ...

Read More »

ປະຊາຊົນບໍ່ມີທີ່ຢູ່ອາໄສເຖິງ 300.000 ຄົນຈາກເຫດລະເບີດໃນລີບັງ

ຕາມ​ຂ່າວ​ຈາກ ​ເບຣຸດ, ທ່ານ ມາ​ຣວານ ອັບ​ບູດ, ຜູ້​ວ່າການ ​ນະຄອນຫລວງ​ ເບຣຸດ ​ຂອງ​ລີ​ບັງ ເປີດ​ເຜີຍ ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ​ເຫດ​ລະ​ເບີດຄັ້ງ​ໃຫຍ່ນີ້ ມີ​ຜູ້​ເສຍ​ຊີວິດ​ເພີ່ມ​ຂຶ້ນ​ເກີ​ນ 100 ຄົນ, ບາດ​ເຈັບ 4.000 ກວ່າ​ຄົນ ​ແລະ ​ເຮັດ​ໃຫ້​ປະຊາຊົນ ​ບໍ່​ມີ​ທີ່ຢູ່​ອາ​ໄສ 250.000-300.000 ຄົນ ​ສ້າງ​ຄວາມ​ເສຍ​ຫາຍ ຄິດ​ເປັນ​ມູນ​ຄ່າ ປະມານ 3-5 ຕື້​ໂດ​ລາ ​ສະ​ຫະລັດ. ​ເນື່ອງ​ຈາກ ​ບໍລິ​ເວນ​ເກີດລະ​ເບີດ ທີ່​ທ່າ​ກຳປັ່ນ ​ສ້າງຄວາມ​ເສຍ​ຫາຍ​ເປັນ​ວົງ​ກວ້າ​ງ ​ໄປ​ເຖິງ​ເຄິ່ງ​ເມືອງຫລວງ ​ຂອງ​ປະ​ເທດ ທີ່ມີ​ພື້ນ​ທີ່ 19,8 ກິ​ໂລ​ຕາແມັດ ​ເຊິ່ງ​ເປັນ​ເຂດ​ ທີ່​ມີ​ຄວາມ​ສຳຄັນ​ ທີ່​ສຸດ​ຂອງ​ປະ​ເທດ ​ເພາະ​ເປັນ​ສູນ​ກາງ​ທາງ​ເສດຖະກິດ, ການ​ເມືອງ, ວັດທະນະທຳ ​ແລະ ກິ​ດຈະ​ກຳ ​ທາງ​ສັງຄົມ ມີ​ປະຊາກອນ​ ທັງ​ໝົດ 2,5 ລ້ານ​ຄົນ ​ໃນ​ເບຣຸດ ​ແລະ ​ເຂດຕົວ​ເມືອງ ທີ່ມີ​ຫລາກ​ຫລາຍ​ ທາງ​ດ້ານ​ສາສະໜາ.

Read More »

ຄົນເກົາຫຼີໃຕ້ ພາກັນນໍາເງິນເຂົ້າໄມໂຄເວບເພື່ອຂ້າເຊື້ອ Covid-19 ຈົນໄໝ້…

ທະນາຄານກາງເກົາຫຼີໃຕ້ກັງວົນ ປະຊາຊົນພາກັນນໍາເງິນເຂົ້າໄມໂຄເວບ ແລະ ຕູ້ຊັກຜ້າ ເພື່ອຂ້າເຊື້ອ Covid-19 ຈົນໄດ້ຮັບເສຍຫາຍເປັນຈໍານວນຫຼາຍ. ສໍານັກຂ່າວ Reuters ລາຍງານວ່າ: ທະນາຄານກາງເກົາຫຼີໃຕ້ເປີດເຜີຍວ່າ ຊາວເກົາຫຼີໃຕ້ນໍາເງິນທີ່ເສຍຫາຍກັບມາປ່ຽນທີ່ທະນາຄານເພິ່ມຂຶ້ນ 3 ເທົ່າ ໃນໄລຍະ 6 ເດືອນທີ່ຜ່ານມາ ເມື່ອທຽບກັບໄລຍະເວລາດຽວກັນຂອງປີກ່ອນ ແລະ ຄາດວ່າເງິນທີ່ເສຍຫາຍສ່ວນໃຫຍ່ເກີດຈາກຄວາມພະຍາຍາມໃນການຂ້າເຊື້ອ Covid-19 ເຊັ່ນ: ການນໍາເຂົ້າໄມໂຄເວຟ ຫຼືຕູ້ຊັກຜ້າ. ເຈົ້າໜ້າທີ່ຂອງທະນາຄານເກົາຫຼີເຜຍວ່າ ມູນຄ່າຂອງເງິນທີ່ໄໝ້ໄປ ໄດ້ຮັບຄວາມເສຍຫາຍທີ່ລູກຄ້ານໍາມາປ່ຽນທີ່ທະນາຄານລະຫວ່າງເດືອນ ມັງກອນ ຫາ ເດືອນ ມິຖຸນາ ທີ່ຜ່ານມາ ເພິ່ມຂຶ້ນຈາກ 480 ລ້ານວອນ ເປັນ 1.320 ລ້ານວອນ, ເມື່ອທຽບກັບໄລຍະເວລາດຽວກັນຂອງປີທີ່ແລ້ວທະນາຄານກາງລະບຸວ່າ ໂດຍລວມແລ້ວມູນຄ່າຂອງເງິນ ແລະ ຫຼຽນທີ່ເສີຍຫາຍຢູ່ທີ່ 2,69 ລ້ານລ້ານວອນ ໂດຍໃນຈໍານວນນີ້ມີການແລກຄືນເປັນມູນຄ່າ 6.500 ລ້ານວອນໃນຊ່ວງເຄິ່ງປີຂອງປີນີ້. ສະນັ້ນ, ໃນເດືອນ ມີນາ ທີ່ຜ່ານມາ ທະນາຄານເກົາຫຼີໃຕ້ໄດ້ກັກເງິນ ແລະ ຫຼຽນໄວ້ 2 ອາທິດ ເພື່ອກໍາຈັດເຊື້ອ Covid-19 ກ່ອນນໍາກັບມາໃຊ້ໃໝ່ ແລະ ...

Read More »

10 ປະເທດທີຖືຄອງ “ຄໍາ” ເປັນທຶນສຳຮອງ ຫຼາຍທີ່ສຸດຂອງໂລກ…

ໃນໄລຍະທີ່ຄໍາກໍາລັງຢູ່ໃນຊ່ວງຂາຂຶ້ນແບບນີ້ ມາສໍາຫຼວດເປັນທຶນສຳຮອງໃນແຕ່ລະປະເທດວ່າປະເທດໃດມີຄໍາສໍາຮອງຫຼາຍທີ່ສຸດໃນ 10 ປະເທດທໍາອິດ. ຈາກຜົນສໍາຫຼວດ ແລະ ການຈັດອັນດັບ ຄໍາສໍາຮອງຈາກ World Gold Council ຫຼ້າສຸດ ປີ 2019 ພົບວ່າ ປະເທດທີ່ມີການຖືຄອງຄໍາສໍາຮອງຫຼາຍທີ່ສຸດໃນໂລກຍັງແມ່ນ: ອັນດັບ 1 ສະຫະລັດອາເມລິກາ ມີຄຳເປັນທຶນສຳຮອງ ຈໍານວນ 8.133,5 ຕັນ, ເຊິ່ງຈໍານວນຄໍາສໍາຮອງນີ້ ຫຼາຍກວ່າ 3 ອັນດັບຕໍ່ໄປລວມກັນ ໂດຍຄໍາສ່ວນໃຫຍ່ຂອງສະຫະລັດອາເມລິກາຈະຖືກເກັບໄວ້ທີ່ Fort Knox ແຫຼ່ງເກັບຄຳຂອງສະຫະລັດອາເມລິກາທີ່ໃຫຍ່ທີ່ສຸດໃນໂລກ ຕັ້ງຢູ່ທາງຕອນເໜືອຂອງລັດ Kentucky ນອກຈາກນັ້ນ ຍັງມີບ່ອນອື່ນໆເຊັ່ນ: Philadelphia Mint, Denver Mint, ສໍານັກງານ San Francisco Assay ແລະ West Point Bullion Deposit ເປັນຕົ້ນ. ອັນດັບ 2 ປະເທດເຢຍລະມັນ ມີຄຳເປັນທຶນສຳຮອງ ຈໍານວນ 3.366,8 ຕັນ. ໃນປີ 2017 ເຢຍລະມັນຍ້າຍຄໍາ 674 ...

Read More »

ດ່ວນ!!! ສາງສິນຄ້າໃນຈີນ ພັງລົງເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ

ເກີດ​ເຫດ​ສາງ​ສິນຄ້າ​ ພັງ​ລົງ ໃນ​ເມືອງ​ຮາ​ບິນ ມົນທົນເຮີຍ​ຫລົງ​ຈຽງ ທາງ​ຕາ​ເວັນ​ອອກສ່ຽງ​ເໜືອ​ຂອງ​ຈີນ ​ເຮັດ​ໃຫ້​ມີຜູ້​ເສຍ​ຊີວິດ ​ໃນ​ເບື້ອງ​ຕົ້ນ 4 ຄົນ ​ແລະ ມີ​ຜູ້​ເຄາະ​ຮ້າຍ 9 ຄົນ ຕິດ​ຢູ່​ຊາກ​ອາຄານ ທີ່​ເປັນ​ຂອງ​ບໍລິສັດ ຜະລິດ​ອາຫານ​ແຫ່ງ​ໜຶ່ງ ​ໃນ​ເຂດ​ເຕົ່າ​ລີ່. ​ເຫດການ​ດັ່ງກ່າວ ​ເກີດ​ຂຶ້ນ ​ເມື່ອ​ບໍ່​ດົນ​ມາ​ນີ້. ປັດຈຸບັນ ​ເຈົ້າໜ້າ​ທີ່​ ກູ້​ໄພ​ກວ່າ 350 ຄົນ ພວມ​ລະດົມ​ກຳລັງ ​ຄົ້ນຫາຜູ້​ສູນຫາຍ. ສ່ວນ​ເຈົ້າຂອງ​ສາງ​ສິນຄ້າ ຖືກ​ເຈົ້າໜ້າ​ທີ່​ ຕຳຫລວດ ຄວບ​ຄຸມ​ຕົວ​ເອົາ​ໄວ້ ​ແລະ ຢູ່​ລະຫວ່າງ​ການ​ສືບສວນ ​ສອບ​ສວນ. ແຫຼ່ງຂໍ້ມູນ: ChinaNews.co

Read More »

ລັດເຊຍ ແລະ ຈີນ ເລີ່ມຢຸດໃຊ້ເງິນ ໂດລາ…

ລັດເຊຍ ແລະ ຈີນ ເລີ່ມທີ່ຈະຕີຕົວອອກຈາກການເພິ່ງພາເງິນໂດລາສະຫະລັດມາຫຼາຍປີແລ້ວ ແຕ່ເລີ່ມຊັດເຈນຂຶ້ນໃນໄລຍະຫຼັງ, ຈາກການລາຍງານຂອງສຳນັກຂ່າວ RT ພົບວ່າ ໃນໄຕມາດທຳອິດຂອງປີ 2020 ສ່ວນແບ່ງຂອງເງິນໂດລາໃນການຄ້າລະຫວ່າງປະເທດຫຼຸດລົງຕໍ່າກວ່າ 50% ເປັນຄັ້ງທຳອິດ. ຖ້າທຽບກັບ 4 ປີ ຜ່ານມາ ເງິນໂດລາມີສັດສ່ວນຫຼາຍກວ່າ 90% ຂອງການເຮັດທຸລະກຳ ແລະ ທຸລະກິດ ລະຫວ່າງ ລັດເຊຍ-ຈີນ. ໜັງສືພິມ Izvestia ຂອງລັດເຊຍລາຍງານວ່າ ສັດສ່ວນການໃຊ້ເງິນໂດລາຫຼຸດລົງເຫຼືອ 46% ໃນຕອນນີ້ ໂດຍຫຼຸດລົງຈາກ 75% ໃນປີ 2018,​ ສ່ວນການຊຳລະເງິນທາງການຄ້າໃນຕອນນີ້ແມ່ນໃຊ້ເງິນສະກຸນອື່ນຫຼາຍຂຶ້ນເຖິງ 54% ໂດຍໃນຈຳນວນນີ້ ໃຊ້ເງິນຢວນຂອງຈີນປະມານ 17 %, ເງິນ ຢູໂຣ 30% ແລະ ເງິນຣູເບິນອຂອງລັດເຊຍ 7%. ສາເຫດທີ່ການໃຊ້ເງິນໂດລາຫຼຸດລົງກໍເພາະສົງຄາມການຄ້າລະຫວ່າງຈີນກັບສະຫະລັດອາເມລິກາ ແລະ ຍັງມີໂອກາດທີ່ສະຫະລັດຈະໃຊ້ສະກຸນເງິນເປັນອາວຸດໂຈມຕີປະເທດຄູ່ກໍລະນີ. ໃນເດືອນ ມັງກອນ ປີ 2020 ເຊີເກ ລາຟຣອຟ ລັດຖະມົນຕີປະເທດລັດເຊຍກ່າວວ່າ: ລັດເຊຍຍັງຈະມີນະໂບບາຍຫຼຸດການໃຊ້ເງິນໂດລາລົງ ແລະ ຈະຫາທາງໃຊ້ສະກຸນເງິນທ້ອງຖິ່ນໃຫ້ຫຼາຍທີ່ສຸດ. ພ້ອມກັນນັ້ນ, ...

Read More »

ຟີລິບປິນ ປະກາດໃຊ້ມາດຕະການຄວບຄຸມໂຄວິດ-19 ຢ່າງເຂັ້ມງວດ

ຕາມ​ແຫ​ລ່ງຂ່າວ​ຈາກ ຟີ​ລິບ​ປິນ,ທ່ານ ​ໂຣດຣີ​ໂກ ດູ​ເຕີ​ເຕ, ປະທານາທິບໍດີ ຟີ​ລິບ​ປິນ ປະກາດ ​ໃຫ້​ນະຄອນຫລວງ ​ມະນິລາ ​ແລະ ​ແຂວງ​ໃກ້​ຄຽງ​ອີກ 4 ​ແຂວງ ກັບ​ມາ​ໃຊ້​ ມາດ​ຕະ​ການ ຄວບ​ຄຸມ ພະ​ຍາດ ​ໂຄ​ວິດ-19 ຢ່າງ​ເຂັ້ມງວດ ​ເປັນ​ໄລຍະ​ເວລາ 14 ວັນ ​​ເລີ່​ມ​ແຕ່​ວັນ​ທີ 4ສິງຫາ​ນີ້ ​ເປັນຕົ້ນ​ໄປ ຫລັງ​ຈາກ ຍອດ​ຜູ້​ຕິດ​ເຊື້ອ​ ໂຄ​ວິດ-19 ​ໃນ​ປະ​ເທດ​ ເພີ່ມ​ຂຶ້ນ​ເກີນ 100.000 ຄົນ. ການ​ອອກ​ຄຳ​ສັ່ງ ​ດັ່ງກ່າວ ມີ​ຂຶ້ນ​ຫລັງ​ຈາກ​ ກະຊວງ​ ສາທາລະນະ​ສຸກ ​ເປີດ​ເຜີຍ ຍອດ​ຜູ້​ຕິດ​ເຊື້ອ ​ລາຍ​ໃໝ່​ ຢູ່​ທີ່ 5.032 ຄົນ ​ເຊິ່ງ​ເປັນ​ສະຖິຕິ ການ​ພົບ​ ຜູ້​ຕິດ​ເຊື້ອ ​ລາຍ​ວັນ​ ສູງ​ທີ່​ສຸດ​ ຂອງ​ປະ​ເທດ ​ໂດຍ​ຜູ້​ຕິດ​ເຊື້ອ ​ກວ່າ​ເຄິ່ງໜຶ່ງ ຫລື 2.737 ຄົນ ຢູ່​ໃນ​ເຂດ ​ເມ​ໂທຣ ມະນິລາ. ແຫຼ່ງຂໍ້ມູນ: “https://www.facebook.com/plugins/post.php?

Read More »