ໃນຂະນະທີ່ທົ່ວໂລກກຳລັງປະເຊີນກັບວິກິດໂຄວິດ-19 ເຊິ່ງສົ່ງຜົນເຮັດໃຫ້ເສດຖະກິດຕົກຕໍ່າ ຫຼາຍບໍລິສັດຍັກໃຫຍ່ລະດັບໂລກໄດ້ມີການປິດຕົວລົງ ແລະ ບາງບໍລິສັດກໍໄດ້ປົດພະນັກງານອອກເພື່ອຄວາມຢູ່ລອດຂອງທຸລະກິດ ແຕ່ບາງທຸລະກິດກໍໄດ້ພິກວິກິດໃຫ້ເປັນໂອກາດ ສ້າງກຳໄລໄດ້ຢ່າງຫຼວງຫຼາຍ… ເຊິ່ງ Elon Musk ເປັນອີກໜຶ່ງນັກລະກິດທີ່ປະສົບຄວາມສຳເລັດໄດ້ໃນສະຖານະການໂຄວິດ-19 ໂດຍມີຊັບສິນເພີ່ມຂຶ້ນເຖິງ 87.8 ພັນລ້ານໂດລາສະຫະລັດໃນປີນີ້ ເນື່ອງຈາກຫຸ້ນຂອງ Tesla ພຸ່ງຂຶ້ນເກືອບ 500% ແລະ ປັດຈຸບັນ Elon Musk ມີຊັບສິນມູນຄ່າຫຼາຍກວ່າ 115.4 ພັນລ້ານໂດລາສະຫະລັດ ເຊິ່ງກາຍເປັນບຸກຄົນທີ່ລໍ່າລວຍອັນດັບ 3 ຂອງໂລກ ແຊງ Mark Zuckerberg ຜູ້ຮ່ວມກໍ່ຕັ້ງ Facebook Inc. Tesla ເປັນທີ່ນິຍົມໃນບັນດານັກລົງທຶນສະມັກຫຼີ້ນໃນບໍລິສັດການຄ້າອອນລາຍ Robinhood Financial ເປັນໜຶ່ງໃນຜູ້ທີ່ໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດຈາກການເຕີບໃຫຍ່ຂອງການລົງທຶນໃນການຄ້າລາຍຍ່ອຍ ເຊິ່ງໃນຊ່ວງທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19. ເມື່ອຮອດຈຸດໜຶ່ງຂອງເດືອນ ບັນຊີຂອງ Robinhood ເກືອບ 40,000 ບັນຊີ ໄດ້ເພີ່ມຫຸ້ນຂອງ Tesla ພຽງ 4 ຊົ່ວໂມງ ແລະ ມີແນວໂນ້ມທີ່ບໍ່ຈໍາກັດ ຢູ່ໃນສະຫະລັດອາເມລິກາເທົ່ານັ້ນ. ມູນຄ່າຕະຫຼາດ 464 ພັນລ້ານໂດລາສະຫະລັດ ຂອງ Tesla ຕອນນີ້ສູງກວ່າມູນຄ່າການຄ້າຍ່ອຍຂອງ ...
Read More »ຂ່າວ ຕ່າງປະເທດ
ສປ. ຈີນ ຫ້າມ ແລະ ຈຳກັດການສົ່ງອອກສິນຄ້າ
ຕາມການລາຍງານຂອງສຳນັກຂ່າວຊິນຮວາ ໃຫ້ຮູ້ວ່າ: ກະຊວງການຄ້າຂອງ ສປ ຈີນ ໄດ້ອອກຖະແຫຼງການເຜີຍແຜ່ລົງເວັບໄຊຂອງກະຊວງການຄ້າ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີວ່າ ຈີນໄດ້ຂຶ້ນບັນຊີສິນຄ້າເຕັກໂນໂລຊີຫ້າມສົ່ງອອກ 4 ລາຍການໄດ້ແກ່: ເຕັກໂນໂລຊີປຸ໋ຍຈຸລິນຊີ, ເຕັກໂນໂລຊີການຜະລິດກະເຟອິນ, ເຕັກໂນໂລຊີການຜະລິດໄຮໂບຟຣາວິນ, ເຕັກໂນໂລຊີການໝັກໃນຜະລິດຕະພັນວິຕາມິນ ນອກຈາກນີ້, ຍັງມີເຕັກໂນໂລຊີຈຳກັດການສົ່ງອອກ 5 ລາຍການໄດ້ແກ່: ເຕັກໂນໂລຊີວັກແຊັງປ້ອງກັນພະຍາດນີວຄາສເຊິລ, ເຕັກໂນໂລຊີການຜະລິດຢາຈາກທຳມະຊາດ, ເຕັກໂນໂລຊີການກຽມ ແລະ ແປຮູບຂອງວັດສະດຸພໍລີເມີ, ເຕັກໂນໂລຊີການຜະລິດຢາເຄິ່ງສັງເຄາະ ແລະ ສັງເຄາະທາງເຄມີ ແລະ ເຕັກໂນໂລຊີໄຟວອລ ປ້ອງກັນຄວາມປອດໄພຂອງຂໍ້ມູນ. ເຊິ່ງບັນຊີດັ່ງກ່າວຍັງໄດ້ເພີ່ມຕື່ມລາຍຊື່ເຕັກໂນໂລຊີທີ່ຈຳກັດການສົ່ງອອກລວມ 23 ລາຍການ, ໃນຄະນະທີ່ເຕັກໂນໂລຊີອີກ 21 ລາຍການ ຕ້ອງແກ້ໄຂເລື່ອງພາຣາມີເຕີທາງເຕັກນິກຕື່ມອີກ. ຖະແຫຼງການຍັງລະບຸວ່າ: ການຖ່າຍໂອນເຕັກໂນໂລຊີທັງໝົດໄປຍັງຕ່າງປະເທດດ້ວຍວິທີການທາງການຄ້າ – ການລົງທຶນ ຫຼື ວິທີການອື່ນໆ ຈະຕ້ອງປະຕິບັດຕາມກົດລະບຽບທີ່ກ່ຽວຂ້ອງໃນການນຳເຂົ້າ ແລະ ສົ່ງອອກເຕັກໂນໂລຊີຂອງປະເທດນັ້ນຢ່າງເຂັ້ມງວດ.
Read More »ຮອງປະທານບໍລິສັດຊຳຊຸງ ຖືກຟ້ອງຢູ່ສານ ສ.ເກົາຫຼີ
ໄອຍາການຂອງເກົາຫຼີໃຕ້ຟ້ອງ Jay Y. Lee ຮອງປະທານບໍລິສັດ Samsung Electronics Co. ໃນຂໍ້ກ່າວຫາ ລວມເຖິງການປັ່ນຫຸ້ນ ເຊິ່ງເຮັດໃຫ້ຕົວຈິງທີ່ເປັນຫົວໜ້າບໍລິສັດ Electronics ທີ່ໃຫຍ່ທີ່ສຸດໃນໂລກຈະຕ້ອງສູ້ໄດ້ຄະດີເປັນເວລາຫຼາຍປີ ສໍານັກງານໄອຍາການເຂດກາງຂອງກຸງໂຊໄດ້ຮ້ອງຟ້ອງ 11 ຄົນລວມທັງ Jay Y. Lee ແລະ ອະດີດຜູ້ບໍລິຫານ. ໃນການຕັດສິນໃຈຟ້ອງ Jay Y. Lee ໃນຄັ້ງນີ້ເປັນການທ້າທາຍຄໍາແນະນໍາຂອງຄະນະກຳມະການ ແລະ ເພີ່ມຄວາມທ້າທາຍທາງກົດໝາຍສໍາຫຼັບ ບໍລິສັດ ທີ່ມີຄຸນຄ່າທີ່ສຸດຂອງປະເທດ, ການພິຈາລະນາຄະດີດັ່ງກ່າວ ອາດຈະໃຊ້ເວລາເຖິງ 18 ເດືອນ ຫຼືອາດຈະຍາວໄປອີກ 2 ປີ ແລະ ຄະດີນີ້ໄດ້ຮັບການຕັດສິນຈາກສານຊັ້ນສູງຂອງປະເທດ. Jay Y. Lee ອາຍຸ 52 ປີ ມີສ່ວນກ່ຽວຂ້ອງເລື່ອງທີ່ຜິດກົດໝາຍເຮັດໃຫ້ປະເທດເຊື່ອມເສຍ ເຊິ່ງເປັນເຫດເຮັດໃຫ້ສານໄອຍາການພິເສດຟ້ອງຮ້ອງໃນຕົ້ນປີ ພສ 2560 ທີ່ຜ່ານມາ ຍ້ອນ ສໍ້ໂກງ ແລະ ກ່າວຫາວ່າ Samsung ໃຊ້ເງິນໃຫ້ກັບຄົນສະນິດຂອງອະດີດປະທານາທິບໍດີ Park ເພື່ອແລກກັບການສະໜັບສະໜູນຈາກລັດຖະບານໃນການສືບທອດຕໍາແໜ່ງ. ນອກຈາກການກວດສອບການສໍ້ໂກງໃນຄັ້ງນີ້ແລ້ວ ຍັງໄດ້ມີກວດສອບການຄວບຄຸມກິດຈະການທີ່ມີຂໍ້ຂັດແຍ່ງກັນລະຫວ່າງໜ່ວຍງານຂອງ ...
Read More »ທົ່ວໂລກມີຜູ້ຕິດເຊື້ອທະລຸ 25 ລ້ານກວ່າຄົນແລ້ວ
ໃນຕອນເຊົ້າ ວັນທີ 31/08/2020 ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ຈຳນວນ 25.125.084 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 845.361 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 17.343.425 ຄົນ. ອາເມລິກາຍັງຄົງແມ່ນປະເທດຖືກຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດ Covid – 19 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 6.132.930 ຄົນ, ໃນນັ້ນມີ 186.727 ຄົນເສຍຊີວິດ.
Read More »ລັດເຊຍ ເປີດເຜີຍຄຣິບວີດີໂອ ທົດລອງລະເບີດນິວເຄຣຍ ທີ່ຮຸນແຮງທີ່ສຸດໃນໂລກ…
ລະເບີດ ຊາຣ໌ ບອມບາ ຫຼືຊື່ທີ່ເປັນທາງການຄື RDS-220 ເປັນລະເບີດນິວເຄຣຍທີ່ໃຫຍ່ທີ່ສຸດໃນໂລກ ແລະ ຖືກພັດທະນາຂຶ້ນ ໃນໄລຍະສົງຄາມເຢັນ ເພື່ອແຂ່ງກັບລະເບີດໄຮໂດຣເຈນ ຂອງສະຫະລັດອາເມລິກາ, ລະເບີດນິວເຄຣຍ ໜ່ວຍນີ້ມີນໍ້າໜັກເຖິງ 50 ລ້ານໂຕນ ໂດຍມີພະລັງທຳລາຍຮຸນແຮງກວ່າລະເບີດນິວເຄຣຍຮີໂຣຊິມະ 3,333 ເທົ່າ. ຄຣິບວີດີໂອທີ່ລັດເຊຍເກັບເປັນຄວາມລັບມາເກືອບ 6 ທົດສະວັດ ຫາກໍຖືກເປີດເຜີຍໂດຍ Rosatom ໃນວັນທີ 20 ສິງຫາ ຜ່ານມາ ໃນໂອກາດຄົບຮອບ 75 ປີ ຂອງການກໍ່ຕັ້ງໜ່ວຍງານ. Rosatom ໜ່ວຍງານດ້ານພະລັງງານນິວເຄຣຍຂອງລັດເຊຍ ເຜີຍແຜ່ຄຣິບວີດີໂອລັບສຸດຍອດທີ່ບໍ່ເຄີຍເຜີຍແຜ່ຢູ່ໃສມາກ່ອນ ໃນຂະນະທີ່ເຮັດການທົດລອງລະເບີດໄຮໂດຣເຈນ ຊາຣ໌ ບອມບາ (Tsar Bomba) ລະເບີດນິວເຄຣຍທີ່ມີອະນຸພາບທຳລາຍລ້າງສູງທີ່ນສຸດໃນໂລກ ໃນທະເລແບຣ໌ເຣນຕ໌ສ ໃນປີ 1961 ຫຼື ໃນ 59 ປີ ຜ່ານມາ. ຊ່າງພາບໂຊວຽດໃນຍຸກນັ້ນ ພະຍາຍາມຈັບພາບຫຼັງການທຳລາຍລ້າງຂອງລະເບີດໄຮໂດຣເຈນ ເຊິ່ງກ້ອງທີ່ຕັ້ງຢູ່ຫ່າງຈາກຈຸດລະເບີດຫຼາຍຮ້ອຍໄມ ຈັບພາບໄຟຂະໜາດໃຫຍ່ຂຶ້ນສູ່ທ້ອງຟ້າຕະຫຼອດເວລາ 40 ວິນາທີ ກ່ອນທີ່ຈະກະຈາຍເປັນກຸ່ມຄວັນຮູບຊົງດອກເຫັດ. ພາບອີກມຸມໜຶ່ງ ຈາກຍົນທີ່ຢູ່ຫ່າງຈາກຈຸດລະເບີດ 100 ໄມ ຫຼືປະມານ ...
Read More »ດ່ວນ!!! ນາຍົກຍີ່ປຸ່ນກຽມລາອອກ ຍ້ອນບັນຫາທາງດ້ານສຸຂະພາບ…
ສຳນັກຂ່າວ NHK ຂອງຍີ່ປຸ່ນລາຍງານວ່າ ນາຍົກລັດຖະມົນຕີ ຊິນໂຊະ ອາເບະ ຂອງປະເທດຍີ່ປຸ່ນ ຕັດສິນໃຈລາອອກຈາກຕຳແໜ່ງ ເນື່ອງຈາກບັນຫາທາງດ້ານສະຂະພາບ ເພາະຢ້ານວ່າອາການເຈັບປ່ວຍຈະຮຸນແຮງຂຶ້ນ ແລະ ຈະເປັນອຸປະສັກໃນການບໍລິຫານປະເທດ. ທ່ານ ຊິນໂຊະ ອາເບະ ມີສະຖິຕິດຳລົງຕຳແໜ່ງ ນາຍົກລັດຖະມົນຕີ ດົນນານທີ່ສຸດໃນປະຫວັດສາດ ເຊິ່ງເປັນທີ່ຮູ້ກັນວ່າ ຜູ້ນຳຍີ່ປຸ່ນແມ່ນມີອາການລຳໄສ້ອັກເສບຊຳເຮື້ອມາຫຼາຍປີແລ້ວ. ປັດຈຸບັນ ບັນຫາສຸຂະພາບຂອງລາວ ເປັນທີ່ກັງວົນໃຈຂອງປະຊາຊົນສ່ວນຫຼາຍ ໃນໄລຍະຫຼາຍອາທິດຜ່ານມາ, ຄວາມກັງວົນເລີ່ມເພີ່ມຂຶ້ນເມື່ອບໍ່ດົນມານີ້ ຫຼັງຈາກທີ່ ທ່ານ ອາເບະ ເດີນທາງໄປໂຮງໝໍ ໃນນະຄອນຫຼວງໂຕກຽວ 2 ຄັ້ງ ໃນເວລາໃກ້ຄຽງກັນຄື ວັນທີ 17 ສິງຫາ ແລະ ຖັດມາອີິກ 1 ອາທິດ. ແຫຼ່ງຂໍ້ມູນ: https://www.posttoday.com/world/631695
Read More »ຈີນ ຈະເປີດຂົວຂ້າມທະເລຍາວທີ່ສຸດໃນໂລກທ້າຍປີນີ້
ຕາມແຫລ່ງຂ່າວຈາກ ຊິນຮວາຂອງຈີນ, ວັນທີ 27 ສິງຫານີ້, ຈີນ ຈະເປີດຂົວຂ້າມທະເລຍາວ ທີ່ສຸດໃນໂລກ ທ້າຍປີນີ້ ມີຄວາມຍາວ 88,4 ກິໂລແມັດ ເພື່ອເປີດນຳໃຊ້ ເປັນຂົວລົດແລ່ນ ແລະ ຂົວລົດໄຟ ເດີນທາງຂ້າມຊ່ອງແຄບ ຜີງຖານ ຢູ່ລະຫວ່າງ ການທົດລອງ ກຳລັງຮັບນ້ຳໜັກ ຂອງເສົາເຂັມ ໂດຍຂົວແຫ່ງນິ້ ເປັນສ່ວນສຳຄັນ ຂອງທາງລົດໄຟ ຝູໂຈວ-ຜີງຖານ ໃນມົນທົນ ຝູ້ຈຽນ ທາງຕາເວັນອອກຂອງຈີນ. ເມື່ອສ້າງສຳເລັດ ຂົວແຫ່ງນີ້ ຈະມີຄວາມຍາວທີ່ສຸດ ໃນໂລກ ແລະ ຊ່ວຍຫລຸດໄລຍະ ເວລາເດີນທາງ ເມືອງຝູໂຈວ ຂອງມົນທົນຝູຈຽນ ກັບເກາະຜີງຖານ ທີ່ຢູ່ຫ່າງຈາກ ເຂດບໍລິຫານພິເສດ ໃຕ້ຫວັນ ຂອງຈີນ ປະມານ 126 ກິໂລແມັດ. ແຫຼ່ງຂໍ້ມູນ:
Read More »ເດັກນ້ອຍ 463 ລ້ານຄົນ ທົ່ວໂລກ ຍັງຂາດແຄນອຸປະກອນການຮຽນ
ຕາມແຫລ່ງຂ່າວຈາກ ນີວຢອກ,ວັນທີ 27ສິງຫານີ້, ຜົນການສຶກສາຂອງສະຫະປະຊາຊາດ(ສປຊ)ວ່າ: ມີເດັກນ້ອຍ 463 ລ້ານຄົນ ທົ່ວໂລກຂາດແຄນອຸປະກອນການຮຽນ ເພື່ອໃຊ້ໃນການຮຽນແບບປົກກະຕິ ຫຼັງຈາກ ໂຮງຮຽນປິດໄລຍະ ໂຄວິດ-19 ແຜ່ລະບາດ ພາຍຫລັງ ທ່ານ ນາງ ເຮັນ ເຣຍຕາ ໂຟຣ, ຜູ້ອຳນວຍການ ບໍລິຫານ ກອງທຶນເພື່ອເດັກແຫ່ງ ສປຊ ຖະແຫລງວ່າ: ມີເດັກຫລາຍຄົນ ໄດ້ຮັບຜົນກະທົບຈາກການຮຽນ ມາເປັນເວລາຍາວນານຫລາຍເດືອນ ທີ່ຖືເປັນສະຖານະການສຸກເສີນທາງການສຶກສາທົ່ວໂລກ ແລະ ອາດສົ່ງຜົນ ກະທົບຕໍ່ເສດຖະກິດ ແລະ ສັງຄົມ ໃນອີກຫລາຍສິບປີຕໍ່ໜ້າ. ພາບປະກອບເທົ່ານັ້ນ ຄວາມແຕກຕ່າງກັນ ທາງພູມສາດສ້າງໃຫ້ເກີດຄວາມແຕກຕ່າງ ໃນການເຂົ້າເຖິງການຮຽນທາງໄກຂອງເດັກນ້ອຍ ໃນທະວີບອາຟຣິກາ ແລະ ບາງພື້ນທີ່ຂອງທະວີບອາຊີຫລາຍກວ່າໃນທະວີບ ເອີຣົບ. ພາບປະກອບເທົ່ານັ້ນ ທັງນີ້ ສປຊ ໄດ້ເກັບຂໍ້ມູນ ເຮັດການສຶກສາຈາກ 100 ປະເທດ ທົ່ວໂລກ ໂດຍປະເມີນຈາກ ການເຂົ້າເຖິງອິນເຕີເນັດ, ໂທລະພາບ ແລະ ວິທະຍຸສາທາລະນະ. ນອກຈາກນີ້, ຍັງເຕືອນລັດຖະບານ ປະເທດຕ່າງໆ ໃຫ້ຄວາມສຳຄັນເຖິງຄວາມປອດໄພເປັນອັນດັບແຖວໜ້າ ໃນການຕັດສິນໃຈ ...
Read More »ທ່ານຮູ້ບໍ່? ເຟສບຸກສົ່ງຂໍ້ມູນຜູ້ໃຊ້ໃຫ້ລັດຖະບານສະຫະລັດອາເມລິກາ…
ປັດຈຸບັນ, ເຟສບຸກຖືເປັນເຄື່ອງມີສື່ສານອີກອັນໜຶ່ງ ເພາະເປັນແອັບທີ່ຄົນເຮົາສາມາດບອກເລົ່າເລື່ອງລາວສ່ວນຕົວ ແລະ ສົນທະນາກັບຫຼາຍຄົນໃນໂລກອອນລາຍ ແຕ່ທ່ານຮູ້ບໍວ່າ ເຟສບຸກສົ່ງຂໍ້ມູນຜູ້ໃຊ້ໃຫ້ລັດຖະບານສະຫະລັດອາເມລິກາ ແລະ ລັດຖະບານສະຫະລັດອາເມລິກາ ກໍເປັນປະເທດທີ່ຂໍໃຫ້ເຟສບຸກສົ່ງຂໍ້ມູນຜູ້ໃຊ້ໃຫ້ຫຼາຍທີ່ສຸດໃນໂລກ. ແນ່ນອນວ່າ ບັນດາບໍລິສັດເຕັກໂນໂລຊີຍັກໃຫຍ່ ເຊັ່ນ: Google, Facebook ແລະ Twiter ເກັບຂໍ້ມູນສ່ວນຕົວຂອງຜູ້ໃຊ້ໄວ້ໃໃນປະລິມານມະຫາສານ ແລະ ຫາກຈະເວົ້າວ່າ ບໍລິສັດເຫຼົ່ານີ້ ມີຂໍ້ມູນຢູ່ໃນມືຖືຫຼາຍກວ່າລະບົບສອດແນມອື່ນໆຂອງລັດຖະບານກໍບໍ່ຜິດ. ດ້ວຍເຫດນີ້, ຈຶ່ງບໍ່ແປກທີ່ລັດຖະບານ ຈະຂໍຄວາມຮ່ວມມືກັບບໍລິສັດເຕັກໂນໂລຊີ ສົ່ງມອບຂໍ້ມູນສ່ວນຕົວຂອງຜູ້ໃຊ້ໃຫ້ ທັງທີ່ຜູ້ໃຫ້ຂໍ້ມູນອາດຈະອະນຸຍາດພຽງໃຫ້ Google, Facebook ໃຊ້ຂໍ້ມູນຂອງຕົນເອງເພື່ອປະໂຫຍດໃນການໂຄສະນາເທົ່ານັ້ນ ແຕ່ອາດຈະບໍ່ຮູ້ວ່າສຸດທ້າຍແລ້ວ ລັດຖະບານກໍອາດຈະເຂົ້າເຖິງຂໍ້ມູນຂອງຕົນເອງເຊັ່ນກັນ. President Donald Trump speaks during a Cabinet Meeting in the East Room of the White House, Tuesday, May 19, 2020, in Washington. (AP Photo/Evan Vucci) ເພື່ອສະແດງຄວາມບໍລິສຸດໃຈກັບຜູ້ໃຊ້ ຫຼັງມີການເປີດເຜີຍວ່າ ທາງການສະຫະລັດມີໂຄງການເກັບຂໍ້ມູນຂອງຄົນອາເມລິກາຈາກສື່ງສັງຄົມອອນລາຍຕ່າງໆ ...
Read More »ປັດຈຸບັນ Jeff Bezos ມີຊັບສິນຫຼາຍກ່ວາ 200 ຕື້ໂດລາສະຫະລັດ…
ທ່ານ Jeff Bezos ຜູ້ບໍລິຫານຂອງບໍລິສັດ Amazon ມີຊັບສິນຫຼາຍກວ່າ 202 ຕື້ໂດລາສະຫະລັດ, ອີງຕາມດັດຊະນີ Bloomberg Billionaires Index ລາວເປັນຄົນທຳອິດທີ່ມີມູນຄ່າຊັບສິນເກີນ 200 ຕື້ໂດລາສະຫະລັດ ແລະ ກາຍເປັນເສດຖີຄົນທຳອິດທີ່ລວຍທີ່ສຸດໃນໂລກ ຂອງປະຫວັດສາດທີ່ຜ່ານມາ ນັບແຕ່ປີ 2018 ເປັນຕົ້ນມາເມື່ອຄວາມຮັ່ງມີສ່ວນຕົວຂອງລາວ ໄດ້ເພີ່ມຂຶ້ນຫຼາຍກວ່າ 150 ຕື້ໂດລາສະຫະລັດ. ປັດຈຸບັນ, ລາວມີຊັບສິນຫຼາຍກວ່າ Bill Gates ຈາກການເປັນຜູ້ຮ່ວມກໍ່ຕັ້ງ Microsoft ມູນຄ່າ 78 ພັນລ້ານໂດລາສະຫະລັດ ແລະ ຄວາມຮັ່ງມີສ່ວນຕົວຂອງລາວສ່ວນໃຫຍ່ແມ່ນຢູ່ໃນຫຸ້ນ Amazon ເຊິ່ງໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍໃນຊຸມປີຜ່ານມາ. ຫຸ້ນ Amazon ໄດ້ສູງເຖິງລະດັບສູງສຸດໃນເດືອນເມສາຜ່ານມາ ຍ້ອນຄວາມຕ້ອງການທີ່ບໍ່ເຄີຍມີມາກ່ອນຈາກຜູ້ບໍລິໂພກ, ແລະ ຫຸ້ນດັ່ງກ່າວໄດ້ສືບຕໍ່ເພີ່ມຂື້ນເປັນມູນຄ່າຫຼາຍຮ້ອຍຕື້ ເຮັດໃຫ້ນັກລົງທຶນໄດ້ກຳໄລຫຼາຍກ່ວາ 86% ໃນປີນີ້. ວັນທີ 26 ສິງຫາ ບໍລິສັດມີມູນຄ່າຫຼາຍກ່ວາ 1,7 ພັນຕື້ໂດລາສະຫະລັດ ເຊິ່ງເຮັດໃຫ້ມັນກາຍເປັນບໍລິສັດທີ່ມີມູນຄ່າຫຼາຍທີ່ສຸດ ອັນດັບ 2 ໃນສະຫະລັດອາເມລິກາ. ການແຜ່ລະບາດຂອງໂຄວິດ-19 ໄດ້ຊ່ວຍກະຕຸ້ນການເຕີບໂຕດັ່ງກ່າວ ຍ້ອນວ່າຜູ້ບໍລິໂພກຫັນໄປຫາຜູ້ຂາຍຍ່ອຍທາງອິນເຕີເນັດ ໃນການຊື້ສິ່ງທີ່ຈຳເປັນເຊັ່ນ: ...
Read More »