ອ້າງຕາມຂ່າວສານ ຊິນຮວາຂອງຈີນ ລາຍງານ, ລັດຖະມົນຕີ ກະຊວງແຮງງານ ກ່າວວ່າ: ລັດຖະບານ ກຳປູເຈຍ ປະກາດເພີ່ມ ອັດຕາແຮງງານ ຂັ້ນຕ່ຳ ສຳລັບ ອຸດສາຫະກຳ ຕັດຍິບເສື້ອຜ້າ ແລະ ເກີບທີ 192 ໂດລາສະຫະລັດ ຕໍ່ເດືອນ ຕັ້ງແຕ່ວັນທີ 1 ມັງກອນປີ 2021 ເປັນຕົ້ນໄປ, ຊຶ່ງເພີ່ມຂື້ນ 1,05% ຈາກປັດຈຸ ບັນທີ 190 ໂດລາ ສະຫະລັດ ຕໍ່ເດືອນ, ເຖິງວ່າ ພາກສ່ວນນີ້ ຈະໄດ້ຮັບ ຜົນກະທົບ ຢ່າງຮຸນແຮງ ຈາກສະຖານະ ການ ແຜ່ລະບາດ ຂອງພະຍາດ ໂຄວິດ-19 ກໍ່ຕາມ. ເມື່ອພິຈາລະນາ ເຖິງຄວາມເປັນຢູ ຂອງແຮງງານ ນາຍົກລັດ ຖະມົນຕີ ໄດ້ຕັດສິນໃຈ ທີ່ຈະເພີ່ມ ຄ່າແຮງງານ ຂັ້ນຕ່ຳດັ່ງກ່າວ ໃນພາກ ອຸດສາຫະກຳນີ້. ພາກອຸດສາຫະກຳ ຕັດຍິບເສື້ອຜ້າ ແລະ ເກີບ ເປັນພາກການ ສົ່ງອອກ ...
Read More »ຂ່າວ ຕ່າງປະເທດ
ບໍ່ຫີນອ່ອນ ຢູ່ປາກິດສະຖານ ຖະຫຼົ່ມ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຜູ້ສູນຫາຍ ຫຼາຍ 10 ຄົນ
ວັນທີ 8 ກັນຍາ 2020 ທີ່ຜ່ານມາ ເກີດເຫດບໍ່ຂຸດຄົ້ນຫີນອ່ອນ (Marble) ຢູ່ເຂດພື້ນທີ່ ເຊຍຣັດ ທາງຕາເວັນຕົກ ຂອງ ປາກິດສະຖານ ໃກ້ກັບຊາຍແດນຂອງ ອາຟະການິດສະຖານ ເກີດເຫດຖະຫຼົ່ມ ລົງມາອັດທາງເຂົ້າ-ອອກ ໃນເບື້ອງຕົ້ນເຮັດໃຫ້ມີຜູ້ເສຍຊີວິດ 17 ຄົນ, ບາດເຈັບ 9 ຄົນ ແລະ ສູນຫາຍ 11 ຄົນ. ເຂດຂຸດຄົ້ນດັ່ງກ່າວຖືໄດ້ວ່າເປັນແຫຼ່ງ ທີ່ຂື້ນຊື່ຫີນອ່ອນຂາວ (Marble) ທີ່ມີຄຸນນະພາບສູງ ສົ່ງອອກໄປຈຳໜ່າຍທັງພາຍໃນ ແລະ ຕ່າງປະເທດ ແລະ ບໍລິເວນທີ່ຂຸດຄົ້ນເປັນເຂດຕີນພູ ຊຶ່ງມີພະນັກງານ ປະມານ 40-50 ຄົນ ເຂົ້າໄປເຮັດວຽກໃນເຂດຂຸດຄົ້ນຫີນອ່ອນດັ່ງກ່າວ ແລະ ທາງເຈົ້າໜ້າທີ່ທີ່ກ່ຽວຂ້ອງໄດ້ຄາດການວ່າສາເຫດທີ່ເຮັດໃຫ້ເຂດດັ່ງກ່າວຖະຫຼົ່ມ ຍ້ອນມີແຮງສັ່ນສະເທືອນທີ່ຮຸນແຮງຈາກການລະເບີດຫີນໃນເຂດນັ້ນ. ຂະນະນີ້ ເຈົ້າໜ້າທີ່ ຕຳຫຼວດ ແລະ ໜ່ວຍກູ້ໄພ ພວມເລັ່ງດຳເນີນການຄົ້ນຫາ ຜູ້ສູນຫາຍດັ່ງກ່າວ.
Read More »Zhong Shanshan: ນັກທຸລະກິດນ້ຳ ທີ່ກາຍເປັນຄົນລວຍອັນດັບ 2 ຂອງປະເທດ
ໃນວັນທີ 7 ກັນຍາ 2020 ການສະເໜີຂາຍຫຸ້ນ IPO ໃນຮົງກົງ ຂອງ Nongfu Spring ເຮັດໃຫ້ Zhong ຜູ້ກໍ່ຕັ້ງບໍລິສັດ ນ້ຳດື່ມບັນຈຸຂວດທີ່ໃຫຍ່ທີ່ສຸດຂອງຈີນ ກາຍເປັນບຸກຄົນທີ່ລ່ຳລວຍທີ່ສຸດເປັນອັບດັບສອງຂອງປະເທດ. ໃນນີ້, ຫຸ້ນຂອງບໍລິສັດ Nongfu Spring ຍັກໃຫຍ່ດ້ານນ້ຳດື່ມບັນຈຸຂວດຂອງຈີນ ພຸ່ງສູງເຖິງ 85% ໃນການເປີດຕົວ ເມື່ອວັນທີ 7 ກັນຍາ ຫຼັງຈາກທີ່ ບໍລິສັດ ສະເໜີຂາຍຫຸ້ນໃຫ້ແກ່ປະຊາຊົນທົ່ວໄປ (IPO) ມູນຄ່າ 1.1 ພັນລ້ານໂດລາຢູ່ໃນຮົງກົງ. ລາຄາ IPO ຂອງ Nongfu Spring ເລີ່ມຕົ້ນທີ 2.77 ໂດລາ ແລະ ເພີ່ມຂຶ້ນເປັນ 5.14 ໂດລາ ແລະມີການປ່ຽນມືຫຼາຍເຖິງ 387 ລ້ານໂດລາ ໃນວັນທຳອິດຂອງການຊື້ຂາຍຫຸ້ນຂອງ ບໍລິສັດດັ່ງກ່າວ ແລະ ໃນຕອນທ້າຍຂອງການຊື້ຂາຍປະມູນລາຄາຕະຫຼາດຢູ່ທີ່ ເກືອບ 8 ພັນລ້ານໂດລາ ຊຶ່ງຫຼາຍກວ່າ Danone SA ບໍລິສັດອາຫານຝຮັ່ງທີ່ຢູ່ຖັດຈາກ ນ້ຳ ...
Read More »ເສດຖະກິດ ແລະ ເງິນຢວນ ອາດຈະກາຍເປັນສະກຸນເງິນສຳຮອງ ອັນດັບຕົ້ນຂອງໂລກ…
ນັກວິເຄາະຂອງ Morgan Stanley ຍັງຄົງຄາດການວ່າ ເງິນຢວນຂອງຈີນມີສັດສ່ວນ 5% ເຖິງ 10% ຂອງສິນຊັບສຳຮອງ ຊຶ່ງອັດຕາແລກປ່ຽນເງິນຕາຕ່າງປະເທດທົ່ວໂລກພາຍໃນປີ 2018 – 2025 ເງິນຢວນມີສັດສ່ວນປະມານ 2% ຂອງສິນຊັບສຳຮອງອັດຕາແລກປ່ຽນທົ່ວໂລກ, ຊຶ່ງຈະເຮັດໃຫ້ເງິນຢວນຕາມຫຼັງ ໂດລາສະຫະລັດ ແລະ ຢູໂຣ. Morgan Stanley ຄາດວ່າ ເງິນຢວນຈະແຂງຄ່າເປັນ 6.6 ຢວນ ເມື່ອທຽບກັບໂດລາສະຫະລັດ ພາຍໃນທ້າຍປີ 2021. ຍ້ອນ ການລົງທຶນຈາກຕ່າງປະເທດທີ່ເພີ່ມຂຶ້ນໃນຕະຫຼາດຈີນສາມາດກະຕຸ້ນການໃຊ້ເງິນຢວນ ແລະ ຍູ້ດັນໃຫ້ກາຍເປັນສະກຸນເງິນສຳຮອງທີ່ໃຫຍ່ເປັນອັນດັບສາມຂອງໂລກ, ຊຶ່ງການຄາດການດັ່ງກ່າວ ເກີດຂຶ້ນເນື່ອງຈາກລັດຖະບານຈີນພະຍາຍາມມາຫຼາຍປີ ເພື່ອສົ່ງເສີມການໃຊ້ເງິນຢວນລະຫວ່າງປະເທດ ຫຼືເອີ້ນວ່າ ເງິນຢວນ (RMB). ໃນປັດຈຸບັນເງິນຢວນມີສັດສ່ວນປະມານ 2% ຂອງສິນຊັບສຳຮອງອັດຕາແລກປ່ຽນໃນທົ່ວໂລກ. ນັກວິເຄາະກ່າວວ່າ: ເງິນຢວນ ອາດເພີ່ມຂຶ້ນເປັນລະຫວ່າງ 5% ເຖິງ 10% ພາຍໃນປີ 2030 ຊຶ່ງສູງກວ່າລະດັບເງິນ ເຢນ ຂອງຍີ່ປຸ່ນ ແລະ ເງິນປອນ ຂອງອັງກິດ ການຄາດກ່າວດັ່ງກ່າວ ເປັນການບອກກ່າວ ເຖິງສິ່ງທີ່ທະນາຄານປະຕິບັດມາໃນເດືອນ ກຸມພາ ...
Read More »ຍ້ອງຍໍບຸກຄົນ ແລະ ໜ່ວຍງານດີເດັ່ນໃນການຕ້ານ ໂຄວິດ-19
ສປ ຈີນ ໄດ້ຈັດພິທີຍ້ອງຍໍບຸກຄົນ ແລະ ໜ່ວຍງານດີເດັ່ນໃນການຕ້ານກັບພະຍາດໂຄວິດ-19 ທົ່ວປະເທດ ຢູ່ນະຄອນຫລວງປັກກິ່ງ ໃນວັນທີ 8 ກັນຍາ 2020. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ໃຫ້ກຽດປະດັບຫລຽນໄຊ ໃຫ້ແກ່ຜູ້ທີ່ໄດ້ຮັບຫລຽນໄຊແຫ່ງຊາດ ແລະ ຜູ້ທີ່ໄດ້ຮັບນາມມະຍົດແຫ່ງຊາດ ໃນນັ້ນ ໄດ້ຍ້ອງຍໍບຸກຄົນກ້າວໜ້າ, ໜ່ວຍງານກ້າວໜ້າ, ສະມາຊິກພັກກອມມູນິດຈີນ ຜູ້ດີເດັ່ນລະດັບຊາດ ແລະ ການຈັດຕັ້ງພັກຂັ້ນຮາກຖານທີ່ກ້າວໜ້າລະດັບຊາດ ພ້ອມທັງໄດ້ກ່າວຄຳປາໄສສຳຄັນ ໃນພິທີ. ໂອກາດດຽວກັນ ທ່ານ ສີຈິ້ນຜິງ ພ້ອມດ້ວຍຜູ້ນຳພັກລັດທ່ານ ອື່ນໆໄດ້ພົບປະກັບຜູ້ໄດ້ຮັບຫລຽນໄຊແຫ່ງຊາດ ແລະ ຜູ້ໄດ້ຮັບນາມມະຍົດແຫ່ງຊາດ, ບຸກຄົນກ້າວໜ້າ, ຜູ້ຕາງໜ້າໜ່ວຍງານກ້າວໜ້າໃນການຕ້ານກັບພະຍາດໂຄວິດ-19 ໃນທົ່ວປະເທດ ແລະ ຖ່າຍຮູບຮ່ວມກັນ. ແຫຼ່ງຂໍ້ມູນ: CRI
Read More »ຮຽນຮູ້ກັບ ‘7-Eleven’ ກວ່າຈະເປັນທຸລະກິດຍັກໃຫຍ່ ຕ້ອງ Change ຫຍັງແນ່…
ໃນຍຸກນີ້ໃຜທີ່ສາມາດຂະຫຍາຍ ແລະປັບຕົວໄດ້ໄວທັນການປ່ຽນແປງທາງດ້ານເສດຖະກິດຖືວ່າຄົນໆນັ້ນໄດ້ປຽບ ໂດຍສະເພາະໃນຍຸກນີ້ທີ່ເອີ້ນວວ່າ: ‘ປາໄວກິນປາຊ້າ’ ເຊັ່ນດຽວກັບ ‘7-Eleven’ ທີ່ກວ່າຈະກາຍມາເປັນຮ້ານທີ່ມີຊື່ສຽງ ແລະເປັນຍັກໃຫຍ່ໃນແວດວົງທຸລະກິດແບບທຸກມື້ນີ້ ກໍ່ຕ້ອງໄດ້ມີການປັບຕົວ ແລະປ່ຽນແປງມາຫຼາຍເຊັ່ນກັນ ຈຸດເລີ່ມຕົ້ນຂອງ ‘7-Eleven’ ເກີດຂຶ້ນເມື່ອປີ ພສ 2470 ໃນເມືອງ ດາລັສ໌ຂອງສະຫະລັດອາເມລິກາ ໃນເມື່ອກ່ອນເປັນພຽງກິດຈະການຮ້ານຂາຍນ້ຳກ້ອນ ພາຍໃຕ້ການບໍລິຫານງານບໍລິສັດ ເຊົາແລນ ຄໍໂປເລຊັນ ( ປັດຈຸບັນແມ່ຂອງ ‘7-Eleven’ ເປັນຂອງຍີ່ປຸ່ນ ຊື່ວ່າ ເຊເວັ່ນ ແອນ ໄອ ໂຮດິ້ງ) ແລະຕໍ່ມາໄດ້ຂະຫຍາຍມາຂາຍສິນຄ້າອຸປະໂພກບໍລິໂພກອື່ນໆ ທີ່ເປີດໃຫ້ບໍລິການທຸກມື້ຕັ້ງແຕ່ເວລາ 7:00 – 23:00 ນາທີ ເຊຶ່ງເປັນທີ່ມາຂອງຊື່ ‘7-Eleven’ ແລະໄດ້ຂະຫຍາຍເວລາເປີດຂຶ້ນເປັນ 24 ຊົ່ວໂມງ. ຈາກນັ້ນ ໃນປີ ພສ 2506 ໄດ້ມີການຂະຫຍາຍແຟຣນໄຊສໄປຍັງ ເອີລົບ ແລະ ໃນປີ ພສ 2516 ກໍເຂົ້າສູ່ຕະຫຼາດອາຊຽນ. ສ່ວນໃນປະເທດໄທ 7-Eleven ໄດ້ເຂົ້າມາເລີ່ມຕົ້ນທຸລະກິດໃນປີ 2532 ພາຍໃຕ້ການບໍລິຫານຂອງ ບໍລິສັດ ຊີພີ ອອລ ...
Read More »ຍີ່ປຸ່ນກຽມພ້ອມຮັບມືພະຍຸໃຫຍ່ 2 ຫົວຊ້ອນ…
ກົມອຸຕຸນິຍົມ ແລະອຸທົກກະສາດ ( JMA )ຂອງຍີ່ປຸ່ນລາຍງາຍຕໍ່ສຳນັກຂ່າວ Xinhua ໃນວັນທີ 2 ກັນຍາ 2020 ທີ່ຜ່ານມານີ້ວ່າ: ພະຍຸໃຕ້ຝຸ່ນທີ່ມີກຳລັງແຮງຫຼາຍ ກຳລັງເຄື່ອນຕົວຈາກພາກເໜືອ ນາງາຊາກິ ໄປຍັງຕອນເໜືອຂອງ ເກາະຄິວຊູ ຂອງຍີ່ປຸ່ນ ໃນຂະນະທີ່ພະຍຸໂຊນຮ້ອນມີກຳລັງຮຸນແຮງກໍ່ກຳລັງໃກ້ເຂົ້າມາປະເທດ ຈາກທິດທາງທີ່ແຕກຕ່າງກັນ; ພາຍຸໃຕ້ຝຸ່ນ Maysak ຊຶ່ງໄດ້ພັດຖະລົ່ມເມືອງໂອກິນາວາ ທາງໃຕ້ສຸດຂອງຍີ່ປຸ່ນຈົນເຮັດໃຫ້ມີຜູ້ບາດເຈັບ 8 ຄົນ ກຳລັງເຄື່ອນຕົວໄປທາງພາກເໜືອດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ. ພະຍຸນີ້ມີກຳລັງແຮງ ແລະ ມີຄວາມກົດດັນອາກາດເປັນກາງຢູ່ທີ 940 hectopascals ແລະມີລົມພັດແກນກາງສູງເຖິງ 162 ກິໂລແມັດຕໍ່ຊົ່ວໂມງ, ຄວາມໄວລົມສູງສຸດຂອງ Maysak ປະມານ 234 ກິໂລແມັດຕໍ່ຊົ່ວໂມງ. JMA ຍັງກ່າວອີກວ່າ: ໄດ້ອອກແຈ້ງການເຕືອນໃຫ້ປະຊາຊົນລະມັດລະວັງລົມພັດແຮງຄື້ນຄວາມໄວສູງຂອງພະຍຸທີ່ພັດຢ່າງຮຸນແຮງ, ອາດກໍ່ໃຫ້ເກີດມີດິນເຈື່ອນ, ນ້ຳຖ້ວມ ແລະ ແມ່ນ້ຳທີ່ໄຫຼແຮງ ຈຶ່ງເຮັດໃຫ້ການບໍລິການລົດໄຟຫົວລູກປືນຊິນຄັນເຊັນ ຖືກລະງັບຊົ່ວຄາວອັນເປັນຜົນມາຈາກພາຍຸໃຕ້ຝຸ່ນລະຫວ່າງສະຖານີ ນີຮິໂຣຊິມາ ແລະ ສະຖານີ ຮາກາຕະ ບົນສາຍຊັນໂຍຊິນຄັນເຊັນ West Japan Railway ກ່າວວ່າ: ການຢຸດການໃຫ້ການບໍລິການຈະດຳເນີນຕໍ່ໄປຈົນເຖິງວັນທີ ...
Read More »ອິນເດຍແຊງໜ້າອາເມລິກາ ຫຼັງຍອດຜູ້ຕິດເຊື້ອ Covid-19 ເພີ່ມຂຶ້ນສູງສຸດໃນມື້ດຽວ
ອິນເດຍສ້າງສະຖິຕິຜູ້ຕິດເຊື້ອ Covid-19 ເພີ່ມຂຶ້ນສູງສຸດໃນໂລກພຽງມື້ດຽວ. ວັນທີ 30 ສິງຫາ 2020 ທີ່ຜ່ານມາ ອິນເດຍມີຜູ້ຕິດເຊື້ອ Covid-19 ເພີ່ມຂຶ້ນຫຼາຍທີ່ສຸດເປັນອັນດັບ 3 ຂອງໂລກ ທີ່ມີສະຖິຕິເຖິງ 78.761 ກໍລະນີ ພາຍໃນ 24 ຊົ່ວໂມງ. ສາເຫດເນື່ອງມາຈາກ ຄະນະລັດຖະບານໄດ້ສືບຕໍ່ຍົກເລີກມາດຕະການຕ່າງໆ ເພື່ອຊຸກຍູ້ເສດຖະກິດທີ່ສູນເສຍວຽກເຮັດງານທຳຂອງຫຼາຍລ້ານຄົນ ໃນຂະນະທີ່ເຊື້ອໄວຣັດເຂົ່າແຜ່ລະບາດໃນເດືອນມີນາ. ການເພີ່ມຂຶ້ນຂອງໄວຣັດໃນເຂດຊົນນະບົດຫຼາຍແຫ່ງຍັງຄົງເປັນບັນຫາທີ່ສຳຄັນ. ພາບປະກອບ ໃນວັນດຽວກັນນີ້ ການຕິດເຊື້ອທົ່ວໂລກທະລຸ 25 ລ້ານຄົນ ໂດຍມີຜູ້ເສຍຊີວິດ 843.000 ຄົນ ເຊິ່ງສະຫະລັດອາເມລິກາຍັງຄົງເປັນປະເທດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດໂດຍມີຜູ້ຕິດເຊື້ອ 6 ລ້ານຄົນ ຕາມການວິໄຈຂອງມະຫາວິທະຍາໄລ Johns Hopkins. ການນັບວັນດຽວກັນນີ້ມີຜູ້ຕິດເຊື້ອເພີ່ມຂຶ້ນໃນອິນເດຍທະລຸ 77.299 ກໍລະນີ ພາຍໃນ 24 ຊົ່ວໂມງ. ທ່ານໝໍ Manoj Kumar ຊ່ຽວຊານດ້ານໂລກຫົວໃຈໄດ້ກ່າວກັບສຳນັກຂ່າວຣອຍເຕີວ່າ: “ນັບວ່າເປັນການເພີ່ມຂຶ້ນຂອງ 1 ມື້ ທີ່ໃຫຍ່ທີ່ສຸດກໍລະນີໃນທົ່ວໂລກ ແລະ ສາເຫດທີ່ຢູ່ເບື້ອງຫຼັງນັ້ນ ເນື່ອງມາຈາກການແຜ່ລະບາດຂອງໂລກລະບາດໃນເຂດຊົນນະບົດ” ໃນຊ່ວງທຳອິດການປ້ອງກັນພະຍາດ Covid-19 ຢູ່ປະເທດອິນເດຍ ແມ່ນເຮັດໄດ້ດີພໍສົມຄວນໂດຍກຳນົດໃຫ້ມີການປ້ອງກັນຢ່າງເຂັ້ມງວດ ແຕ່ຈາກນັ້ນເຊື້ອໄວຣັດດັ່ງກ່າວ ...
Read More »ພົບແຂ້ຍັກ 4.4ແມັດ ຢູ່ທີ່ແຫຼ່ງທ່ອງທ່ຽວດັງແຫ່ງໜຶ່ງຂອງປະເທດອົດສະຕາລີ
ຕາມການລາຍງານຂ່າວຂອງສໍານັກຂ່າວຕ່ງປະເທດລາຍງານວ່າ: ພົບແຂ້ຍັກ 4.4ແມັດ ຢູ່ທີ່ແຫຼ່ງທ່ອງທ່ຽວດັງແຫ່ງໜຶ່ງທີ່ປະເທດອົດສະຕາລີ ເປັນແຂ້ທີ່ຖືກຈັບໄດ້ຫຼາຍທີ່ສຸດໃນຮອບຫຼາຍປີ ຄາດວ່າຈະມີນໍ້າໜັກປະມານ 350 ກິໂລກຣາມ ເມື່ອວັນສຸກທີ່ຜ່ານມາໃນ ປ່າ Flora River Nature Park ເຊິ່ງເປັນສະຖານທີ່ໆນັກທ່ອງທ່ຽວໄປທ່ຽວຫຼາຍທີ່ສຸດທາງພາກຕາເວັນອອກສ່ຽງໃຕ້. ແຕ່ກ່ອນ ໃນເດືອນກໍລະກົດ ປີ 2018 ທີ່ຜ່ານມາ ແຂ້ນໍ້າເຄັມຂະໜາດໃຫຍ່ 4,7 ແມັດ ຖືກຂັງຢູ່ໃນແມ່ນໍ້າແຄເທີຣິນໃກ້ກັບທະເລ. ແຂ້ນໍ້າເຄັມເປັນແຂ້ສາຍພັນທີ່ໃຫຍ່ທີ່ສຸດ ແລະ ເປັນສັດເລືອຄານທີ່ມີຊີວິດທີ່ໃຫຍ່ທີ່ສຸດໃນໂລກ ແຂ້ເພດຜູ້ ໃຫຍ່ທີ່ສຸດປະມານ 7 ແມັດ ແລະ ມີນໍ້າໜັກຫຼາຍກວ່າ 997,9 ກິໂລກຣາມ. ເວົ້າໄດ້ວ່າເປັນສັດທີ່ເປັນຕາຢ້ານທີ່ສຸດທີ່ອາໄສຢູ່ແມ່ນໍ້າທີ່ໃກ້ແຄມຝັ່ງ ແລະ ທະເລສາບ. ລັດຖະບານອົດສະຕາລີກ່າວວ່າ: ມີແຂ້ນໍ້າເຄັມຈໍານວນ 100.000 ອາໃສຢູ່ໃນປ່າເຂດພື້ນທີ່ Northern Territory ເຊິ່ງຢູ່ໃນການຄຸ້ມຄອງພາຍໃຕ້ກົດໝາຍຂອງລັດຖະບານ. ແຕ່ແຂ້ທີ່ມີບັນຫາຈະຖືກຈໍາກັດໂດຍໃຊ້ເປັນອາຫານຂອງສັດປ່າ, ໂດຍທົ່ວໄປແລ້ວເຈົ້າໜ້າທີ່ທະຫານຈະຈັບແຂ້ທີ່ມີບັນຫາຫຼາຍກວ່າ 250 ໂຕໃນແຕ່ລະປີ ເຊິ່ງຈະຖືກຍ້າຍໄປທີ່ສວນແຂ້ ຫຼືຂ້າຖິ້ມ. ໃນປີນີ້ມີການຈັບແຂ້ນໍ້າເຄັມໄດ້ທັງໝົດ 167 ໂຕທີ່ບໍລິເວນ Northern Territory ເຊິ່ງມີການວາງກັບດັກໄວ້ 80 ແຫ່ງໃນຈຸດຍຸດທະສາດຕາມຂໍ້ມູນຂອງລັດຖະບານ. https://fox8.com/news/monster-croc-captured-at-tourist-hot-spot-in-australia/
Read More »ນັກຮຽນທົ່ວເອີຣົບ ກັບເຂົ້າຮຽນໃນໂຮງຮຽນອີກຄັ້ງ ຫລັງຈາກການແຜ່ລະບາດເຊື້ອພະຍາດ ໂຄວິດ-19
ໃນວັນທີ 1ກັນຍານີ້ ນັກຮຽນທົ່ວເອີຣົບ ກັບເຂົ້າຮຽນ ໃນໂຮງຮຽນອີກຄັ້ງ ຫລັງຈາກການແຜ່ລະບາດເຊື້ອພະຍາດ ໂຄວິດ-19 ເຮັດໃຫ້ຕ້ອງປິດໂຮງຮຽນເກືອບ 6 ເດືອນ ເຖິງວ່າ ຄູອາຈານ ແລະ ຜູ້ປົກຄອງ ຈຳນວນຫລາຍ ຈະຍັງຄົງເປັນຫ່ວງ ການເປີດຮຽນອີກຄັ້ງ ຈະເລັ່ງການລະບາດ ຂອງພະຍາດ ເນື່ອງຈາກ ທົ່ວທັງທະວີບ ຍັງຄົງມີອັດຕາການຕິດເຊື້ອຈະເພີ່ມຂຶ້ນ ແຕ່ລັດຖະບານ ແຕ່ລະປະເທດ ກໍ່ຢືນຢັນວ່າ ສົມຄວນຕ້ອງເປີດຮຽນ ໂດຍສະເພາະ ຝຣັ່ງ ໄດ້ເປີດໃຫ້ນັກຮຽນ ກັບເຂົ້າຮຽນ ໃນໂຮງຮຽນ ຫລັງຈາກ ປິດພາກຮຽນ ໃນລະດູຮ້ອນ ຈົນເຖິງ 2ເດືອນ ໂດຍຄູ ແລະ ນັກຮຽນ ອາຍຸ ລະຫວ່າງ 11ເຖິງ 18ປີ ຈະຕ້ອງໃສ່ຜ້າອັດປາກ ອະນາໄມ ທັງໃນຮົ່ມ ແລະ ກາງແຈ້ງ. ຂະນະທີ່ ນັກຮຽນ ໃນແບນຊິກ ກໍ່ກັບເຂົ້າຮຽນ ເຊັ່ນກັນ ສ່ວນນັກຮຽນໃນ ເຢຍລະມັນ ໄດ້ເຂົ້າຮຽນມາຕັ້ງແຕ່ ເດືອນກ່ອນ.ສຳລັບ ເກຣັກ ນັກຮຽນ ຈະກັບໄປໂຮງຮຽນ ...
Read More »