ໄອຍາການຂອງເກົາຫຼີໃຕ້ຟ້ອງ Jay Y. Lee ຮອງປະທານບໍລິສັດ Samsung Electronics Co. ໃນຂໍ້ກ່າວຫາ ລວມເຖິງການປັ່ນຫຸ້ນ ເຊິ່ງເຮັດໃຫ້ຕົວຈິງທີ່ເປັນຫົວໜ້າບໍລິສັດ Electronics ທີ່ໃຫຍ່ທີ່ສຸດໃນໂລກຈະຕ້ອງສູ້ໄດ້ຄະດີເປັນເວລາຫຼາຍປີ ສໍານັກງານໄອຍາການເຂດກາງຂອງກຸງໂຊໄດ້ຮ້ອງຟ້ອງ 11 ຄົນລວມທັງ Jay Y. Lee ແລະ ອະດີດຜູ້ບໍລິຫານ.

ໃນການຕັດສິນໃຈຟ້ອງ Jay Y. Lee ໃນຄັ້ງນີ້ເປັນການທ້າທາຍຄໍາແນະນໍາຂອງຄະນະກຳມະການ ແລະ ເພີ່ມຄວາມທ້າທາຍທາງກົດໝາຍສໍາຫຼັບ ບໍລິສັດ ທີ່ມີຄຸນຄ່າທີ່ສຸດຂອງປະເທດ, ການພິຈາລະນາຄະດີດັ່ງກ່າວ ອາດຈະໃຊ້ເວລາເຖິງ 18 ເດືອນ ຫຼືອາດຈະຍາວໄປອີກ 2 ປີ ແລະ ຄະດີນີ້ໄດ້ຮັບການຕັດສິນຈາກສານຊັ້ນສູງຂອງປະເທດ.

Jay Y. Lee ອາຍຸ 52 ປີ ມີສ່ວນກ່ຽວຂ້ອງເລື່ອງທີ່ຜິດກົດໝາຍເຮັດໃຫ້ປະເທດເຊື່ອມເສຍ ເຊິ່ງເປັນເຫດເຮັດໃຫ້ສານໄອຍາການພິເສດຟ້ອງຮ້ອງໃນຕົ້ນປີ ພສ 2560 ທີ່ຜ່ານມາ ຍ້ອນ ສໍ້ໂກງ ແລະ ກ່າວຫາວ່າ Samsung ໃຊ້ເງິນໃຫ້ກັບຄົນສະນິດຂອງອະດີດປະທານາທິບໍດີ Park ເພື່ອແລກກັບການສະໜັບສະໜູນຈາກລັດຖະບານໃນການສືບທອດຕໍາແໜ່ງ.

ນອກຈາກການກວດສອບການສໍ້ໂກງໃນຄັ້ງນີ້ແລ້ວ ຍັງໄດ້ມີກວດສອບການຄວບຄຸມກິດຈະການທີ່ມີຂໍ້ຂັດແຍ່ງກັນລະຫວ່າງໜ່ວຍງານຂອງ Samsung Group ສອງໜ່ວຍງານໃນປີ ພສ 2558 ທີ່ຜ່ານມາໂດຍກ່າວຫາວ່າສໍ້ໂກງບັນຊີ ເຊິ່ງການພິຈາລະນາຄະດີໃໝ່ເລີ່ມຂຶ້ນ Jay Y. Lee ອາດຈະຕ້ອງເຂົ້າໃຫ້ຄໍາພິພາກສານອາທິດລະ 2 ເທື່ອ.