ຂ່າວ ຕ່າງປະເທດ

ເສດຖີຍຸກໃໝ່ ເລັ່ງຊື້ພາສປອດຍ້າຍປະເທດ ໜີຈາກ ໂຄວິດ-19…

ການຊື້ພາສປອດບໍ່ແມ່ນເລື່ອງແປກໃໝ່ ເນື່ອງຈາກລັດຖະບານຫຼາຍປະເທດມີການມອບສັນຊາດ ຫຼືວີຊ່າ ໃຫ້ຕ່າງປະເທດທີ່ເຂົ້າໄປລົງທຶນໃນປະເທດ ໂດຍຈຸດປະສົງຂອງຜູ້ລົງທຶນເພື່ອຮັບສັນຊາດໃໝ່ ທີ່ມີການຮັບຊັບສິນຕັ້ງແຕ່ 2-50 ລ້ານໂດລາສະຫະລັດ ຫຼືອາດຈະຫຼາຍກວ່ານັ້ນ ເພື່ອເສລີພາບ ໃນການຍ້າຍຖິ່ນຖານ ສິດທິປະໂຫຍດທາງພາສີ ຫຼືການເຂົ້າເຖິງການສຶກສາທີ່ດີ. ໂດຍ ໄລຍະທີ່ເກີດການແຜ່ລະບາດຂອງໂຄວິດ-19 ໃນຂະນະທີ່ຄົນສ່ວນຫຼາຍ ບໍ່ສາມາດເດີນທາງທ່ອງທ່ຽວຂ້າມປະເທດໄດ້ ແຕ່ສຳລັບບັນດາຄອບຄົວເສດຖີ ແມ່ນມີການຊື້ພາສປອດ ຫຼືຊື້ສັນຊາດເພີ່ມຂຶ້ນ, ເຊິ່ງເຫດຜົນກໍຄືການຮັບບໍລິການດ້ານສຸຂະພາບ ແລະ ການຊອກຫາປະເທດອື່ນຮອງຮັບ ເພື່ອເຫດການໃນອະນາຄົດ ແລະ ເພື່ອເປັນສະຖານທີ່ລົບໄພໃຫ້ຄອບຄົວ ຫາກເກີດການລະບາດຮອບສອງ. ພາບປະກອບເທົ່ານັ້ນ ໂດມິນິກ ໂວເລັກ ຫົວໜ້າພະແນກອາຊີ ຂອງບໍລິສັດທີ່ໃຫ້ຄຳປຶກສາດ້ານການຖືສັນຊາດ ໄດ້ກ່າວວ່າ:​ ບັນດາເສດຖີ ບໍ່ຄ່ອຍວາງແຜນລ່ວງໜ້າ 5-10 ປີ ແຕ່ວາງແຜນດ້ານການເງິນ ແລະ ຄວາມເປັນຢູ່ລ່ວງໜ້າເຖິງ 100 ປີ ໂດຍສະເພາະໄລຍະການລະບາດຂອງໂຄວິດ-19 ທີ່ອາດຈະເປັນການລະບາດໃຫຍ່ໃນຄັ້ງດຽວຂອງຊີວິດພວກເຂົາ ເຊິ່ງໃນໄລຍະທີ່ຜ່ານມາ ບໍລິສັດຂອງພວກເຂົາມີຈຳນວນລູກຄ້າທີ່ລົງທຶນແລ່ນເອກະສານເລື່ອງຂໍຊື້ສັນຊາດ ແລະ ວີຊ່າ ເພີ່ມຂຶ້ນເຖິງ 42% ໂດຍ ມອນເຕເນໂກຣຄືຜູ້ທີ່ມີຜູ້ລົງທຶນ ຊື້ສັນຊາດຫຼາຍທີ່ສຸດ, ຕໍ່ມາແມ່ນໄຊປຣັສ ແລະ ມອລຕາ ເນື່ອງຈາກຜູ້ຖືສັນຊາດນີ້ ຈະໄດ້ເສລີພາບ ໃນກາຍ້າຍຖິ່ນຖານໄປປະເທດອື່ນ ໃນສະຫະພາບເອີຣົບ ...

Read More »

ຈີນ ສ້າງເຮືອນໃຫ້ປະຊາຊົນຜູ້ທີ່ມີລາຍຮັບຕໍ່າ ເພື່ອແກ້ໄຂຄວາມທຸກຍາກ…

ວິທະຍຸສາກົນແຫ່ງປະເທດຈີນ CRI ລາຍງານວ່າ: ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ ໄດ້ຖະແຫຼງວ່າ ໂຄງການສ້າງເຮືອນຫຼັງໃໝ່ ເພື່ອແກ້ໄຂບັນຫາຜູ້ທີ່ມີລາຍຮັບຕໍ່າ ຕາມແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 13 ໄດ້ສຳເລັດເປັນທີ່ຮຽບຮ້ອຍແລ້ວ ໂຍມີປະຊາຊົນຜູ້ມີລາຍຮັບຕໍ່າມາຈົດທະບຽນຂໍຍົກຍ້າຍທີ່ຢູ່ອາໄສ ເຊິ່ງສ່ວນໃຫຍ່ຊ່ວຍພັກໃນອາຄານ ແລະ ເຮືອນຫຼັງໃໝ່ແລ້ວ. ປັດຈະບັນ, ສປ ຈີນ ໄດ້ສ້າງທີ່ຢູ່ອາໄສໃໝ່ ຈຳນວນ 35,000 ແຫ່ງ, ສ້າງອາຄານ ແລະ ເຮືອນໃໝ່ກວ່າ 2,6 ລ້ານຫຼັງ ແລະ ຍັງອອກນະໂຍບາຍຕ່າງໆ ກ່ຽວກັບການພັດທະນາທຸລະກິດ, ການຊ່ວຍໃຫ້ມີວຽກເຮັດງານທໍາ, ການບໍລິຫາຊຸມຊົນ ແລະ ການຈົດທະບຽນອະສັງຫາລິມະຊັບ ໂດຍຈະມີການຂະຫຍາຍໂຄງການດັ່ງກ່າວນີ້ ເພື່ອຊ່ວຍເຫຼືອປະຊາຊົນຜູ້ທຸກຍາກຢ່າງຕໍ່ເນື່ອງ. ແຫຼ່ງຂໍ້ມູນ:​ https://l.facebook.com/l.php?

Read More »

ຫ້ອງການມໍລະດົກໂລກໄຫຫີນ ຊຽງຂວາງ ຍັງຂາດ ບຸກຄະລາກອນ ທີ່ມີຄວາມຊຳນານ

ຫ້ອງການມໍລະດົກໂລກໄຫຫີນ ແຂວງຊຽງຂວາງ ໄດ້ຮັບການສ້າງຕັ້ງຂຶ້ນ ໃນທ້າຍປີ 2019 ຜ່ານມານີ້, ພາຍຫລັງ ທົ່ງໄຫຫີນແຂວງຊຽງຂວາງ ໄດ້ຮັບຮອງຈາກອົງການອຸຍແນັສໂກ ເຂົ້າເປັນມໍລະດົກໂລກ ທາງວັດທະນະທຳ ແລະ ປະຫວັດສາດ ແຫ່ງທີ 3 ຂອງ ສປປ ລາວ ເຊິ່ງທຸກພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ສຸມທຸກກຳລັງໃສ່ ເພື່ອຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຮູບຮ່າງຫລາຍຂຶ້ນ. ຮອດປັດຈຸບັນນີ້ ຫ້ອງການດັ່ງກ່າວມີພະນັກງານທັງໝົດ 10 ຄົນ, ຍິງ 3 ຄົນ ເຊິ່ງເຫັນວ່າຍັງມີໜ້ອຍ, ດ້ານປະສົບການກ່ຽວກັບວຽກງານມໍລະດົກກໍຍັງບໍ່ຫລາຍ ເຮັດໃຫ້ບັນຫາການຈັດຕັ້ງຫ້ອງການຄຸ້ມຄອງມໍລະດົກໂລກ, ບັນຫາບຸກຄະລາກອນ, ກົນໄກໃນການປົກປັກຮັກສາ ແລະ ຄຸ້ມຄອງມໍລະດົກໂລກທົ່ງໄຫຫີນແຂວງຊຽງຂວາງ ມີຄວາມຫຍຸ້ງຍາກໃນການປະຕິບັດວຽກງານຕົວຈິງ. ທ່ານ ເພັດສະໝອນ ສຸລິຍະແສງ ຫົວໜ້າຫ້ອງການ ມໍລະດົກໂລກໄຫຫີນຊຽງຂວາງ ກ່າວໃນກອງປະຊຸມ ຄະນະກຳມະການລະດັບຊາດ ເພື່ອມໍລະດົກໂລກ ຄັ້ງທີ 9 ເຊິ່ງໄດ້ຈັດຂຶ້ນໃນວັນທີ 20 ສິງຫາ 2020 ທີ່ຫໍວັດທະນະທຳແຫ່ງຊາດ, ນະຄອນຫລວງວຽງຈັນຜ່ານມາ ໂດຍລະບຸວ່າ: ແຂວງຊຽງຂວາງ ມີໄຫຫີນ ທັງໝົດ 80 ແຫ່ງ ທີ່ກະຈາຍຢູ່ໃນ 5 ...

Read More »

ຈີນ ເປີດເຜີຍລາຄາວັກແຊັງ ແພງທີ່ສຸດໃນໂລກ ລາຄາຢຽບລ້ານກີບ…

ບໍລິສັດຜະລິດຢາເຈົ້າໃຫຍ່ ເຊິ່ງລັດຖະບານຈີນເປັນເຈົ້າຂອງ ແລະ ກຳລັງພັດທະນາວັກແຊັງໂຄວິດ-19 2 ຢ່າງ ໂດຍຕັ້ງລາຄາວັກແຊັງຂອງຕົນເອງສູງກວ່າວັກແຊັງຂອງພາກອື່ນໆ ແລະ ແພງທີ່ສຸດໃນໂລກ. ທ່ານ ຫຼິວຈິ້ງເຈິນ ຜູ້ອຳນວຍການບໍລິສັດຜະລິດຢາ ຊິໂນຟຣາມ (Sinopharm) ເປີດເຜີຍກັບໜັງສືພິມກວງໝິງ ເລື່ອງເປົ້າໝາຍຂອງຈີນວ່າ ລາຄາວັກຊີນ 2 ຢ່າງ ທີ່ບໍລິສັດກຳລັງພັດທະນາຢູ່ປະມານ 145 ໂດລາສະຫະລັດ ເປັນເງິນກີບລາຄາ 1,319,935 ກີບ ຫຼື ປະມານ 1,320,000 ກີບ (ອັດຕາແລກປ່ຽນ 9,103) ເຊິ່ງວັງແຊັງດັ່ງກ່າວຈະອອກສູ່ຕະຫຼາດໃນ ເດືອນ ທັນວາ ນີ້. ແນວໃດກໍຕາມ ຍັງບໍ່ແນ່ໃຈວ່າ ລາຄາທີ່ຫຼິວຈິ້ງເຈິນເວົ້າເປັນລາຄາຈາຍຍ່ອຍ ຫຼື ລາຄາສົ່ງ ແຕ່ເຖິງຢ່າງໃດ ກໍຍັງເປັນລາຄາທີ່ສູງທີ່ສຸດໃນໂລກ ໃນບັນດາວັກແຊັງທີ່ເປີດເຜີຍໃນໄລຍະນີ້. ໃນປັດຈຸບັນ,​ ລາຄາວັກແຊັງ ໂຄວິດ-19 ທີ່ຖືກທີ່ສຸດ ແມ່ນວັກແຊັງທີ່ພັດທະນາໂດຍມະຫາວິທະຍາໄລ Oxford ແລະ ບໍລິສັດ AstraZeneca ເຊິ່ງກຳລັງຢູ່ໃນຂັ້ນການທົດສອບຄັ້ງສຸດທ້າຍ ປະເມີນລາຄາຢູ່ທີ່ 4 ໂດລາສະຫະລັດ ຫຼື ປະມານ 37,000 ກີບ ...

Read More »

ທົ່ວໂລກຍັງລະບາດໜັກ ກໍລະນີຕິດເຊື້ອ ເກືອບ 23 ລ້ານ ກໍລະນີ ເສຍຊີວິດ ເກືອບ 8 ແສນກໍລະນີ…

ສະຖານະການລະບາດ ຂອງເຊື້ອພະຍາດໂຄວິດ-19 ຍັງໜັກ ເພາະໃນວັນທີ 21 ສິງຫາ ນີ້ ມີຜູ້ຕິດເຊື້ອມື້ດຽວເພີ່ມຂຶ້ນ 251,860 ກໍລະນີ ໂດຍມີຜູ້ຕິດເຊື້ອທັງໝົດ 22,821,458 ກໍລະນີ ໃນຂະນະທີ່ຍອດຜູ້ເສຍຊີວິດເພີ່ມຂຶ້ນ 5,857 ກໍລະນີ ລວມເປັນ 796,047 ກໍລະນີ ແລະ ປິ່ນປົວດີ 15,492,946 ກໍລະນີ ແລະ ອີກ 10 ປະເທດທີ່ມີຜູ້ຕິດເຊື້ອຫຼາຍທີ່ສຸດຍັງເປັນປະເທດລຸ່ມນີ້: 1 ສະຫະລັດອາເມລິກາ ມີຜູ້ຕິດເຊື້ອທັງໝົດ 5,744,138 ກໍລະນີ ໂດຍເພີ່ມຂຶ້ນ 43,207, ເສຍຊີວິດ 177,328 ກໍລະນີ ເພີ່ມຂຶ້ນ 994 ກໍລະນີ ແລະ ປິ່ນປົວດີ 3,085,206 ກໍລະນີ. 2 ປະເທດບຣາຊິວ ມີຜູ້ຕິດເຊື້ອທັງໝົດ 3,505,097 ກໍລະນີ ໂດຍເພີ່ມຂຶ້ນ 44,684 ເສຍຊີວິດ 112,423 ກໍລະນີ ເພີ່ມຂຶ້ນ 1,234 ກໍລະນີ ແລະ ປິ່ນປົວດີ 2,653,407 ...

Read More »

ຖືກຕຳນິໜັກ!!! ທະຫານມາລີ ຢຶດອຳນາດ ແຕ່ງຕັ້ງ​ຕົນເອງເປັນປະທານາທິບໍດີແທນ

ຜູ້ນຳອາຟຣິກາ ແລະ ປະເທດຕາເວັນຕົກໄດ້ຕຳໜິຕິຕຽນລັດຖະບານ ທີ່ບັງຄັບໃຫ້ປະທານາທິບໍດີມາລີ ອອກຈາກອຳນາດ, ໂດຍເຕືອນວ່າການກໍ່ລັດຖະປະຫານແມ່ນການຖອຍຫລັງທີ່ເລິກເຊິ່ງ ສຳລັບປະເທດອາຟຣິກາຕາເວັນຕົກ ທີ່ອາດຈະເປັນໄພຂົ່ມຂູ່ຕໍ່ການຕໍ່ສູ້ກັບລັດທິອິດສະລາມ. ທະຫານທີ່ເອີ້ນຕົນເອງວ່າ ຄະນະກຳມະການແຫ່ງຊາດເພື່ອຄວາມຢູ່ລອດຂອງປະຊາຊົນໄດ້ສັນຍາວ່າ ໃນທີ່ສຸດພວກເຂົາຈະມອບອຳນາດຄືນ ໃຫ້ແກ່ລັດຖະບານພົນລະເຮືອນ ແຕ່ບໍ່ໄດ້ກຳນົດເວລາ. ການປະນາມຕໍ່ການເຮັດລັດຖະປະຫານແມ່ນຮຸນແຮງຂຶ້ນເລື້ອຍໆ, ເຊິ່ງສະແດງເຖິງຄວາມເປັນຫ່ວງຂອງສາກົນກ່ຽວກັບຄວາມບໍ່ໝັ້ນຄົງ ໃນປະເທດມາລີ ແລະອາຟຣິກາຕາເວັນຕົກຫຼາຍຂື້ນ ທ່າມກາງການໂຈມຕີທີ່ເພີ່ມຂື້ນ ໂດຍກຸ່ມອິສລາມ ແລະ ການຫຼຸດລົງທາງເສດຖະກິດທີ່ເກີດຂື້ນ. ປາຣີ ມີທະຫານຫຼາຍກວ່າ 5,000 ຄົນປະຈຳການໃນທົ່ວເຂດ Sahel ລວມທັງປະເທດມາລີ ກໍໄດ້ເຂົ້າຮ່ວມໃນການກ່າວປະນາມກັບລັດຖະມົນຕີຕ່າງປະເທດ Jean-Yves Le Drian ໂດຍກ່າວໃນຖະແຫຼງການວ່າຝຣັ່ງໄດ້ຢັ້ງຢືນຢ່າງ ແໜ້ນແຟ້ນກ່ຽວກັບອະທິປະໄຕ ແລະ ປະຊາທິປະໄຕຂອງມາລີ. ສະຫະລັດອາເມລິກາໄດ້ຮຽກຮ້ອງໃຫ້ມີການສົນທະນາກັນ. ທ່ານ Peter Peter Pham, ທູດພິເສດຂອງກະຊວງການຕ່າງປະເທດສຳລັບເຂດ Sahel ກ່າວວ່າ “ສະຫະລັດຂັດຄ້ານການປ່ຽນແປງທີ່ບໍ່ມີລັດຖະທຳມະນູນທັງໝົດ ຂອງລັດຖະບານ ບໍ່ວ່າຈະເປັນໃນຖະໜົນ ຫລືກຳລັງຮັກສາຄວາມປອດໄພ”. ອົງການສະຫະປະຊາຊາດໃຊ້ງົບປະມານ 1,2 ຕື້ໂດລາສະຫະລັດ/ປີ ສຳລັບພາລະກິດຮັກສາສັນຕິພາບກວ່າ 15,000 ຄົນໃນປະເທດ ແລະ ຫົວໜ້າຮັກສາສັນຕິພາບ. ທ່ານກ່າວວ່າປະເທດຈະຕົກຢູ່ໃນສະພາບຫຍຸ້ງຍາກໃນຫຼາຍດ້ານ ຍ້ອນການແຂ່ງຂັນການເມືອງໃນອະນາຄົດ ແລະ ຄວາມສາມາດຂອງພວກເຮົາໃນການເຮັດວຽກກັບລັດຖະບານ ແລະ ...

Read More »

ອົດສະຕຣາລີ ຕັ້ງເປົ້າໃຫ້ປະຊາຊົນສັກວັກແຊງໂຄວິດ-19 ແບບບໍ່ເສຍຄ່າ…

ຕາມ​ແຫ​ລ່ງຂ່າວ​ຈາກ​ ແຄັນ​ເບຣາ, ທ່ານ ສະ​ກອດ ​ມໍຣີສັນ, ນາຍົກ ລັດຖະມົນຕີ ອົດ​ສະຕຣາລີ ຕັ້ງ​ເປົ້າ ​ໃຫ້​ປະຊາຊົນ ​ທຸກ​ຄົນເຂົ້າ​ເຖິງການ​ສັກຢາປ້ອງ​ກັນ​ເຊື້ອ​ພະຍາດ ​ໂຄ​ວິດ-19 ​(ວັກ​ແຊງ ​​ໂຄ​ວິດ-19)ແບບ​ບໍ່​ເສຍ​ຄ່າ ​ຫລັງ​ຈາກ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ ​ໃນ​ການ​ຊື້​ວັກ​ແຊງກັບ​ບໍລິສັດ ແອ​ສຕຣາ​ ເຊ​​ເນກາ(Astra Seneca) ຜູ້​ຜະລິດ​ຢາ ​ແລະ ການ​ຢາ​ ຂອງ​ອັງກິດ ​ເມື່ອ​ບໍ່​ດົນ​ມາ​ນີ້ ຢູ່​ເມືອງ​ຊິດ​ນີ ​ເຊິ່ງພວມ​ພັດທະນາ ​ຮ່ວມ​ກັບ​ ມະຫາ ວິທະຍາ​ໄລ ອ໋ອກຟອດ ​ໃນ​ອັງກິດ ທີ່​ມີ​ການ​ລາຍ​ງານ​ ການ​ທົດ​ລອງ ​ຂັ້ນທຳ​ອິດ ທ້າຍ​ເດືອນ​ຜ່ານ​ມາວ່າ ​ໄດ້​ຮັບ​ຜົນ​ດີ. ອົດ​ສະຕຣາລີ ມີ​ປະຊາກອນ 25 ລ້ານ​ຄົນ ທີ່​ຈະ​ໄດ້​ຮັບ​ວັກ​ແຊງ ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ​ໃຊ້​ຈ່າຍ ​ເນື່ອງ​ຈາກ ​ລັດຖະບານ ຈະ​ເປັນ​ຜູ້​ ຮັບຜິດຊອບ​ ທັງ​ໝົດ. ແຫຼ່ງຂໍ້ມູນ: ຂປລ

Read More »

ທ່ານ ສີຈິນຜິງ ກ່າວວ່າປະເທດຊາດ ຈຳ ເປັນຕ້ອງຢຸດຕິການເພີ່ມຂື້ນຂອງເສດເຫຼືອດ້ານອາຫານ…

ປີ 2013 ຜ່ານມາ, ຈີນໄດ້ເລີ່ມດຳເນີນການໂຄສະນາ ຢຸດການເພີ່ມຂື້ນຂອງສິ່ງເສດເຫຼືອຈາກອາຫານ ແລະ ສິ່ງເສດເຫຼືອຂອງພືດພັກ ໃນເວລານັ້ນຄາດວ່າຈະມີປະມານ 35 ລ້ານໂຕນຕໍ່ປີ. ປະທານປະເທດຈີນ ທ່ານ ສີຈິນຜິງ Xi Jinping ໄດ້ຮຽກຮ້ອງໃຫ້ຄົນພາຍໃນປະເທດ ໃຊ້ມາດຕະການຢຸດເຊົາວັດທະນະທຳກິນອາຫານຈົນເຫຼືອ, ໂດຍສະເພາະໃນເວລາທີ່ປະເທດຊາດກຳລັງໄດ້ຮັບຜົນກະທົບຈາກການແຜ່ລະບາດຕິດຂອງພະຍາດໂຄວິດ-19 ແລະ​ທັງພວມປະເຊີນຂໍ້ຂັດແຍ່ງທາງການຄ້າກັບອາເມລິກາ. ສຳນັກຂ່າວຊິນຫົວລາຍງານວ່າ: ຜູ້ນຳຈີນກ່າວວ່າປະເດັນເສດເຫຼືອດ້ານອາຫານແມ່ນ“ ໜ້າຕົກໃຈ ແລະ ກັງວົນໃຈ”, ແລະ ໄດ້ເນັ້ນເຖິງຄວາມສຳຄັນຂອງການຮັກສາຄວາມປອດໄພ ດ້ານສະບຽງອາຫານ ໃນຂະນະທີ່ເຊື້ອພະຍາດໂຄວິດ-19 ຍັງແຜ່ລະບາດ. ທ່ານ ສີຈິນຜິງ Xi Jinping ໄດ້ກ່າວຕື່ມວ່າ: ຈະເພີ່ມຄວາມເຂັ້ມແຂງດ້ານນິຕິກຳ, ການຕິດຕາມກວດກາ ແລະ ກົນໄກໄລຍະຍາວ ເຊິ່ງເປັນສ່ວນໜຶ່ງຂອງຂະບວນການເພື່ອແກ້ໄຂບັນຫາດັ່ງກ່າວ. ປະເທດຊາດມີຄວາມສຸກໃນການເກັບກ່ຽວຫລາຍປີ ເຊິ່ງຄວາມຍາກລຳບາກທີ່ຈະຜະລິດ ພືດພັນທັນຍາຫານ ຄວນຈະເປັນປະໂຫຍດໃຫ້ໄດ້ຊົມໃຊ້ພໍພຽງ. ລາຄາອາຫານຂອງຈີນໄດ້ເພີ່ມຂື້ນປະມານ 10% ໃນເດືອນກໍລະກົດຈາກປີກ່ອນ, ລາຄາຊີ້ນໝູ ເພີ່ມຂື້ນ 86% ອີງຕາມສຳນັກງານສະຖິຕິແຫ່ງຊາດ. ລາຄາທີ່ເພີ່ມຂື້ນໄດ້ກະຕຸ້ນໃຫ້ຜູ້ບໍລິໂພກຊື້ປະລິມານຊີ້ນ ໃນລາຄາທີ່ສູງທີ່ສຸດໃນເດືອນຜ່ານມາ, ຈີນໄດ້ເພີ່ມການນຳເຂົ້າ ເຂົ້າ ແລະ ສາລີ ຫຼາຍທີ່ສຸດໃນຮອບ 7 ປີ ໃນເດືອນມິຖຸນາ. ...

Read More »

ເຂດຮ່ອມພູ Death Valley ຢູ່ ລັດຄາລີຟໍເນຍ ບັນທຶກ ອຸນຫະພູມສູງສຸດໃນໂລກ

ສະຖິຕິອຸນຫະພູມສູງສຸດຂອງໂລກ ໃໝ່ 54,4 ອົງສາ C ອາດຈະຖືກກຳນົດໄວ້ໃນເຂດຮ່ອມພູ Death Valley ຢູ່ລັດ ຄາລິຟໍເນຍ ສະຫະລັດອາເມລິກາ. ເຈົ້າໜ້າໄດ້ວັດແທກດ້ວຍເຄື່ອງມືທີ່ທັນສະໄໝ ໂດຍພົບວ່າ ມີອຸນຫະພູມເຖິງ 54,4 ອົງສາ C (130 ອົງສາ Fahrenheit) ຖືກບັນທຶກໄວ້ໃນຮ່ອມພູແຫ່ງລັດຄາລິຟໍເນຍໃນວັນຈັນຜ່ານມາ ເຊິ່ງອາດຈະເປັນອຸນຫະພູມທີ່ຮ້ອນທີ່ສຸດເທົ່າທີ່ເຄີຍມີມາ. ອຸນຫະພູມສູງສຸດແມ່ນກຳນົດ ໃນ ເດືອນກໍລະກົດ ປີ 1931 ທີ່ເມືອງ Kebili, ຕູນິເຊຍ, ອຸນຫະພູມ 131 ຟາເລນຮາຍ ຫຼື 55.0 ອົງສາ ​​​C ແຕ່ກໍຍັງສືບຫາຄວາມຈິງຢູ່ວ່າເປັນຄວາມຈິງບໍ. ໃນປີ 2016 ແລະ 2017, ສະພາບອາກາດໃນເມືອງ Mitribah, Kuwait ແລະ Turbat, ປະເທດ Pakistan ມີອຸນຫະພູມ 54 ອົງສາ C. ຫຼັງຈາກການປະເມີນຜົນໂດຍອົງການອຸຕຸນິຍົມໂລກແມ່ນໄດ້ຖືກຫຼຸດລົງ. ໃນທົ່ວໂລກ 5 ປີ ຜ່ານມາ ເປັນປີທີ່ຮ້ອນທີ່ສຸດໃນປະຫວັດສາດ . ...

Read More »

ເກີດແຜ່ນດິນໄຫວຢູ່ຟີລິບປິນ ບາດເຈັບ 43 ຄົນ…

ຕາມ​ແຫ​ລ່ງຂ່າວ ຂອງຟີລິບປິນ, ວັນທີ 18 ສິງຫາ, ເກີດເຫດແຜ່ນດິນໄຫວ ຂະໜາດ 6,6 ລິກເຕີ ​ຢູ່ເມືອງ ຄາຕາອິນກັນ ແຂວງ ມັສບາເຕ ທາງພາກກາງຂອງ ຟີລິບປິນ. ​ເຮັດ​ໃຫ້ ປະຊາຊົນ ຕ້ອງອອກຈາກ ເຮືອນຊານ ອາຄານ ແລະ ທ້ອງຖະໜົນ ໄດ້ຮັບຄວາມ ເສຍຫາຍ ສົ່ງ​ຜົນ​ໃຫ້ ມີຜູ້ເສຍຊີວິດ ຢ່າງໜ້ອຍ 1 ຄົນ ແລະ ບາດເຈັບ 43 ຄົນ.  ​ປັດຈຸບັນ, ເຈົ້າໜ້າທີ່ກູ້​ໄພ ຟິລິບ​ປີນ ​ພວມເລັ່ງຄົ້ນຫາ ແລະ ຊ່ວຍເຫລືອ ຜູ້ປະສົບ​ເຄາ​ະດັ່ງກ່າວ. ສ່ວນສະຖາບັນ ແຜ່ນດິນ ໄຫວວິທະຍາ ຟີລິບປິນ ລາຍງານວ່າ: ເກີດແຮງສັ່ນສະເທືອນ ຕາມມາ ຈາກແຜ່ນດິນໄຫວ ຫລື ອາຟເຕີຣຊອກ ໃນຟີລິບປິນ ຢ່າງໜ້ອຍ 24 ຄັ້ງ, ໂດຍຄັ້ງຮຸນແຮງ ທີ່ສຸດ ມີຂະໜາດ 3,8. ແຫຼ່ງຂໍ້ມູນ:​ https://www.facebook.com/plugins/post.php?

Read More »