ໃນວັນທີ 7 ກັນຍາ 2020 ການສະເໜີຂາຍຫຸ້ນ IPO ໃນຮົງກົງ ຂອງ Nongfu Spring ເຮັດໃຫ້ Zhong ຜູ້ກໍ່ຕັ້ງບໍລິສັດ ນ້ຳດື່ມບັນຈຸຂວດທີ່ໃຫຍ່ທີ່ສຸດຂອງຈີນ ກາຍເປັນບຸກຄົນທີ່ລ່ຳລວຍທີ່ສຸດເປັນອັບດັບສອງຂອງປະເທດ.

ໃນນີ້, ຫຸ້ນຂອງບໍລິສັດ Nongfu Spring ຍັກໃຫຍ່ດ້ານນ້ຳດື່ມບັນຈຸຂວດຂອງຈີນ ພຸ່ງສູງເຖິງ 85% ໃນການເປີດຕົວ ເມື່ອວັນທີ 7 ກັນຍາ ຫຼັງຈາກທີ່ ບໍລິສັດ ສະເໜີຂາຍຫຸ້ນໃຫ້ແກ່ປະຊາຊົນທົ່ວໄປ (IPO) ມູນຄ່າ 1.1 ພັນລ້ານໂດລາຢູ່ໃນຮົງກົງ. ລາຄາ IPO ຂອງ Nongfu Spring ເລີ່ມຕົ້ນທີ 2.77 ໂດລາ ແລະ ເພີ່ມຂຶ້ນເປັນ 5.14 ໂດລາ ແລະມີການປ່ຽນມືຫຼາຍເຖິງ 387 ລ້ານໂດລາ ໃນວັນທຳອິດຂອງການຊື້ຂາຍຫຸ້ນຂອງ ບໍລິສັດດັ່ງກ່າວ ແລະ ໃນຕອນທ້າຍຂອງການຊື້ຂາຍປະມູນລາຄາຕະຫຼາດຢູ່ທີ່ ເກືອບ 8 ພັນລ້ານໂດລາ ຊຶ່ງຫຼາຍກວ່າ Danone SA ບໍລິສັດອາຫານຝຮັ່ງທີ່ຢູ່ຖັດຈາກ ນ້ຳ Evian ແລະ Volvic ແລະ ໂຍເກິດ Danone

ການຕ້ອນຮັບຢ່າງອົບອຸ່ນສຳລັບ Nongfu Spring ໂດຍມີຜູ້ສັ່ງຊື້ເກືອບ 87,000 ລ້ານໂດລາ ໄດ້ສະແດງໃຫ້ເຫັນວ່າ ນັກລົງທຶນຮົງກົງ ຍັງຄົງກະຕືລືລົ້ນທີ່ຈະຫາວິທີເດີມພັນກັບຜູ້ບໍລິໂພກທີ່ລ່ຳລວຍຫຼາຍຂຶ້ນຂອງຈີນ. ໃນນັ້ນ, ນ້ຳປະປາໃນປະເທດຈີນບໍ່ໄດ້ຮັບການພິຈາລະນາວ່າປອດໄພສຳລັບການດື່ມ ຈຶ່ງເຮັດໃຫ້ Nongfu Spring ໄດ້ຮັບຄວາມຕ້ອງການສຳລັບນ້ຳດື່ມບັນຈຸຂວດທີ່ເພີ່ມສູງຂຶ້ນ. ເນື່ອງຈາກຄວາມບໍ່ໄວ້ວາງໃຈໃນເລື່ອງຄວາມປອດໄພຂອງນ້ຳ ແລະ ກຳລັງຊື້ທີ່ເພີ່ມຂຶ້ນຂອງຜູ້ບໍລິໂພກຊາວຈີນ ໄດ້ກະຕຸ້ນການເຕີບຕົວຂອງຕະຫຼາດ.

ບໍລິສັດ Nongfu Spring ຕັ້ງຢູ່ທີ່ທາງຕາເວັນອອກຂອງແຂວງ ເຈີ້ຈຽງ ກໍ່ຕັ້ງຂຶ້ນໃນປີ 1996 ໂດຍ Zhong ແລະໄດ້ໃຊ້ຄຳຂວັນທີ່ວ່າ “ Nongfu Spring ລົດຊາດຫວານເລັກໜ້ອຍ” ຈາກນັ້ນ ບໍລິສັດໄດ້ຮັບການຈັດອັນດັບໃຫ້ຢູ່ໃນອັນດັບຕົ້ນຂອງຕະຫຼາດນ້ຳດື່ມບັນຈຸຫີບຫໍ່ຂອງຈີນ ເມື່ອປີທີ່ຜ່ານມາ ໂດຍມີສ່ວນແບ່ງການຕະຫຼາດເກືອບ 21%.
ຈາກຂໍ້ມູນຂອງ Frost & Sullivan ທີ່ວ່າ: Nongfu Spring ເປັນຂວດຝາສີແດງ ມີຈຳໜ່າຍທົ່ວປະເທດຈີນ ຕັ້ງແຕ່ແຜງຂາຍເຂົ້າໜົມໄປຈົນເຖິງໂຮງແຮມລະດັບໄຮເອັນ. ດັ່ງນັ້ນ, ການເພີ່ມຂຶ້ນຂອງຫຸ້ນ ໃນວັນທີ 7 ກັນຍາຜ່ານມາ ຍູ້ດັນໃຫ້ Zhong ມີຊັບສິນຢູ່ທີີ່ 51.000 ລ້ານໂດລາ ເຮັດໃຫ້ເຂົາກາຍເປັນບຸກຄົນທີ່ລ່ຳລວຍທີ່ສຸດອັບສອງໃນຈີນ ຮອງຈາກ Jack Ma ຂອງ Alibaba 51.3 ພັນລ້ານໂດລາ ແລະ ເປັນຄົນທີ່ລວຍເປັນອັນດັບສາມໃນອາຊຽນ. Zhong ເປັນເຈົ້າຂອງຫຸ້ນ 84% ຂອງ Nongfu Spring ຈົນເປັນທີ່ໜ້າສັງເກດວ່າເຂົາເປັນບຸກຄົນດຽວໃນບັນດາບຸກຄົນທີ່ລ່ຳລວຍທີ່ສຸດ 5 ອັນດັບທຳອິດຂອງຈີນທີ່ບໍໄດ້ຮັບການຍົກຍ້ອງຈາກພາກອະສັງຫາລິມມະຊັບ ຫຼື ເຕັກໂນໂລຊີ, ແຕ່ຄວາມມັ່ງຄັ່ງຂອງ Zhong ໄດ້ຮັບແຮງສະໜັບສະໜູນມາຈາກການຕອບສະໜອງຕໍ່ການສະເໜີຂາຍຫຸ້ນ IPO ຂອງບໍລິສັດ Beijing Wantai Biological Pharmacy Enterprise ໃນເດືອນ ເມສາ ທີ່ຜ່ານມາ
ຊຶ່ງເຂົາເປັນຜູ້ຄອບຄອງໃນສ່ວນການຖືຫຸ້ນ ຮ້ອຍລະ 75 ເຮັດໃຫ້ຄວາມມັ່ງຄັ່ງຂອງເຂົາພຸ່ງສູງເຖິງ 2 ໝື່ນລ້ານໂດລາ ໃນຊ່ວງຕົ້ນເດືອນ ສິງຫາ ຄະນະທີ່ການກັກເກັບເພີ່ມຂຶ້ນເກືອບ 3.200%. ຜູ້ຊາຍໄວ 65 ປີ ຊຶ່ງເປັນທີ່ຮູ້ຈັກໃນນາມ “ ໝາປ່າດຽວດາຍ” ໃນແວດວົງທຸລະກິດຂອງຈີນມີຊື່ສຽງ ແລະ ປະກົດຕົວຕໍ່ສາທາລະນະໃນບາງເທື່ອ ເຂົາບໍໄດ້ເຂົ້າຮ່ວມການເປັນສ່ວນໜຶ່ງຂອງຮ່າງກົດໝາຍຂອງຈີນ ຫຼື ກຸ່ມທີ່ປຶກສາທາງການເມືອງໃດໆ ເໝືອນນັກທຸລະກິດແຜ່ນດິນໃຫຍ່ທີ່ປະສົບຄວາມສຳເລັດຫຼາຍຄົນ ແຕ່ຊີວິດໃນໄວເດັກຂອງ Zhong ມີການປ່ຽນແປງຢ່າງຫຼວງຫຼາຍ.
Zhong ເກີດເມື່ອປີ 1954 ໃນຄອບຄົວທີ່ລ່ຳລວຍໃນເມືອງຫາງໂຈທາງຕາວັນອອກຂອງຈີນ ແລະ ລາວໄດ້ລາອອກຈາກໂຮງຮຽນໃນຊັ້ນປະຖົມສຶກສາປີທີ 5 ເມື່ອການປະຕິວັດທາງວັດທະນະທຳຂອງ ເຫມົາເຈີຕົງ ກຳລັງກວາດລ້າງປະເທດ ແລະ ພໍ່ແມ່ຂອງລາວກໍ່ຖືກກວາດລ້າງເຊັ່ນກັນ. ໃນຊ່ວງໄວລຸ່ນ Zhong ເຮັດວຽກເປັນເດັກຝຶກງານໃຫ້ກັບຊ່າວກໍ່ສ້າງ ແລະ ຊ່າງໄມ້, ເມື່ອອາຍຸ 23 ປີ ລາວໄດ້ເຂົ້າຮຽນທີ່ມະຫາວິທະຍາໄລວິທະຍຸ ແລະ ໂທລະພາບ ເຈີຈຽງ ຫຼັງຈາກນັ້ນລາວກໍໄດ້ເປັນນັກຂ່າວໜັງສືພິມທ້ອງຖິ່ນ
ຈາກນັ້ນ ລາວໄດ້ຮັບການລາຍງານກ່ຽວກັບຜູ້ປະກອບການເປັນເວລາ 5 ປີ, Zhong ກໍ່ເລີ່ມຄິດໄດ້ວ່າຍັງມີໂອກາດໃນການທຸລະກິດຢູ່ໃນຫຼາຍໆປະເທດ. ດັ່ງນັ້ນ, Zhong ຈຶ່ງໄດ້ລາອອກຈາກງານ ແລະ ຍ້າຍໄປທີ່ໄຫ່ໜານ ຊຶ່ງເປັນເກາະທາງຕອນໃຕ້ຂອງຈີນ ຊຶ່ງເປັນສະຖານທີ່ເໝາະແກ່ການປະຕິຮູບການຕະຫຼາດ ແລະເລີ່ມໂຄງການທຸລະກິດຫຼາຍໂຄງການ ໃນຊ່ວງທົດສະຕະວັດປີ 1990 ເປັນຕົ້ນມາ ແລະ ລາວໄດ້ເຮັດທຸລະກິດໜັງສືພິມປູກເຫັດ ແລະ ແຈກຈ່າຍນ້ຳດື່ມບັນຈຸຂວດ ຊຶ່ງທັງໝົດນີ້ຖືກລົ້ມລະລາຍ ແຕ່ວ່າລາວໄດ້ຮັບຜົນຕອບຮັບໃນທຸລະກິດ ດ້ານອາຫານເສີມ ເພື່ອສຸຂະພາບທີ່ເພີ່ມຂຶ້ນ.

ມາໃນປີ 1993 ລາວໄດ້ພັດທະນາຢາເມັດທີ່ມີຄຸນຄ່າທາງໂພສະນາການ ຊຶ່ງເປັນທີ່ນິຍົມຢ່າງແຜ່ຫຼາຍທົ່ວປະເທດຈີນ ນອກຈາກນີ້, ລາວຍັງຂາຍຢາທີ່ໃຊ້ໃນການຮັກສາສະມັດຕະພາບທາງເພດທີ່ໄດ້ມາຈາກສິ້ນສ່ວນຂອງເຕົ່າ ຊຶ່ງໃນທີ່ສຸດກໍຖືກກວດສອບຕາມກົດຂໍ້ບັງຄັບ.
ຈາກນັ້ນ Zhong ກໍຫັນມາພັດທະນານ້ຳດື່ມບັນຈຸຂວດ ແລະ ກໍ່ຕັ້ງ ບໍລິສັດລຸ່ນກ່ອນຂອງ Nongfu Spring ທີ່ Qiandao Lake ຫຼື ທີ່ເອີ້ນກັນວ່າ Thousand Islands Lake ໃນແຂວງ Zhejiang ໃນປີ 1996 ແລະ ລາວໄດ້ປ່ຽນ Nongfu Spring ມາເປັນ“ Farmer’s Spring” ຈົນມີຊື່ສຽງຈາກແຄມເປນໂຄສະນາທີ່ສົ່ງເສີມໃຫ້ເປັນນ້ຳທຳມະຊາດ ທີ່ມີແຮ່ທາດຈາດທຳມະຊາດ ເມື່ອທຽບກັບນ້ຳບໍລິສຸດປົກກະຕິ ທີ່ຜູ້ຜະລິດຄົນອື່ນຂາຍໃນເວລານັ້ນ
ໂບນັນຊ່າ IPO ຂອງຈີນວິເຄາະວ່າ: ຕະຫຼາດ IPO ຂອງຈີນ ແລະ ຮົງກົງ ຍັງຄົງແຂງແຮງ ເຖິງວ່າຈະເກີດມີການລະບາດຂອງພະຍາດໂຄວິດ-19 ກໍຕາມ ໂດຍບໍລິສັດຕ່າງລະດົມທຶນໄດ້ເກືອບ 6 ໝື່ນລ້ານໂດລາ ໃນປີ 2020 ຊຶ່ງເປັນຈຳນວນເງິນຫຼາຍກວ່າທີ່ບັນທຶກໄວ້ ໃນຊ່ວງດຽວກັນຂອງປີກ່ອນເຖິງສອງເທົ່າ ແລະ ໃນຕະຫຼາດ IPO ທີ່ ເທີໂບຊາສເຈີ ມີຜູ້ຄົນຢ່າງຕໍ່າ 24 ຄົນ ກາຍເປັນມະຫາເສດຖີຈາກລາຍຊື່ໃໝ່ໃນຕະຫຼາດຫຸ້ນຈີນ ໃນຊ່ວງ 6 ເດືອນທຳອິດຂອງປີ 2020 ແລະ ໃນອາທິດກ່ອນໜ້ານີ້ມີອີກ 3 ຄົນ ເຂົ້າສູ່ສະໂມສອນ, ຫຼັງຈາກ ChiNext ຂອງ ເຊິນເຈິ້ນ ເລີ່ມຊື້ຂາຍໂດຍບໍ່ມີຂີດຈຳກັດ, ໂດຍລວມແລ້ວປະເທດຈີນມີເສດຖີເພີ່ມຂຶ້ນ 158.000 ຄົນ
ໃນປີທີ່ຜ່ານມາ ຊຶ່ງຈຳນວນຫຼາຍກວ່າ 4.4 ລ້ານຄົນ ຊຶ່ງເປັດປະເທດທີ່ມີຜູ້ລ່ຳລວຍຫຼາຍທີ່ສຸດຮອງຈາກສະຫະລັດອາເມລິກາ ແລະ ລາຍຊື່ຂອງ Nongfu ສ້າງເສດຖີໃໝ່ 68 ຄົນ ຫຼັງຈາກທີ່ Nongfu ແລະ ບໍລິສັດ ໂຮດິ້ງ ມີ 0,79% ຂອງບໍລິສັດ ທີ່ເປັນສ່ວນໜຶ່ງຂອງໂຄງການໃນການຈູງໃຈຜູ້ຄົນອື່ນໆ.