ກອງປະຊຸມຂອບການຮ່ວມມື-ຄູ່ຮ່ວມແມ່ນໍ້າຂອງ – ສ.ອາເມລິກາ…

ໃນວັນທີ 11 ກັນຍາ 2020, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຕ່າງປະເທດຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ ຄັ້ງປະຖົມມະລຶກ ໃນຮູບແບບກອງປະຊຸມທາງໄກ, ເຊິ່ງຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Pham Binh Minh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ສສ. ຫວຽດນາມ ແລະ ທ່ານ Stephen Biegun, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ສ.ອາເມລິກາ, ມີບັນດາລັດຖະມົນຕີຕ່າງປະເທດຈາກປະເທດແມ່ນໍ້າຂອງ ເຊັ່ນ: ກຳປູເຈຍ, ລາວ, ມຽນມາ ແລະ ໄທ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດນີ້, ບັນດາລັດຖະມົນຕີ ໄດ້ທົບທວນຄືນການຮ່ວມມືໃນໄລຍະຜ່ານມາ ໂດຍສະເພາະ ການຈັດຕັ້ງຜັນຂະຫຍາຍບັນດາໂຄງການ ແລະ ແຜນງານ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ-ສ.ອາເມລິກາ ເຫັນວ່າໄດ້ຮັບໝາກຜົນເປັນຢ່າງດີ ເປັນຕົ້ນແມ່ນ ໃນຂົງເຂດການພັດທະນາຊັບພະຍາກອນມະນຸດ ແລະ ການສົ່ງເສີມບົດບາດຂອງແມ່ຍິງ ໃນພາກພື້ນແມ່ນໍ້າຂອງ ລວມທັງ ສປປ ລາວ, ພ້ອມສະແດງຄວາມຍິນດີ ຕໍ່ຖະແຫລງການຮ່ວມ ລັດຖະມົນຕີຕ່າງປະເທດ ລະຫວ່າງ ຍີ່ປຸ່ນ ແລະ ສ.ອາເມລິກາ ວ່າດ້ວຍການເປັນຄູ່ຮ່ວມມືດ້ານພະລັງງານຍີ່ປຸ່ນ-ສ.ອາເມລິກາ-ປະເທດແມ່ນໍ້າຂອງ ໂດຍສຸມໃສ່ສົ່ງເສີມການຮ່ວມມືດ້ານພະລັງງານ ເປັນຕົ້ນແມ່ນ ການຄ້າຂາຍກະແສໄຟຟ້າ ແລະ ການພັດທະນາພື້ນຖານໂຄງລ່າງດ້ານພະລັງງານໃຫ້ມີ ຄຸນນະພາບເພີ່ມຂຶ້ນ ຢູ່ໃນພາກພື້ນແມ່ນໍ້າຂອງ.

ສຳລັບການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ພາຍໃຕ້ຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ ໃໝ່ນີ້ແທນ ຂອບການຮ່ວມມືຂໍ້ລິເລີ່ມແມ່ນໍ້າຂອງຕອນລຸ່ມ-ສ.ອາເມລິກາ ທີ່ໄດ້ຮ່ວມມືກັນມາແລ້ວເປັນເວລາ 11 ປີ ແມ່ນຈະໄດ້ສຸມໃສ່ການຮ່ວມມືໃນຂົງເຂດການຮ່ວມມືໃໝ່ 4 ຂົງເຂດໃຫຍ່ ຄື: (1) ການເຊື່ອມຈອດດ້ານເສດຖະກິດ, (2) ການປົກປັກຮັກສາສິ່ງແວດລ້ອມ ແລະ ການຄຸ້ມຄອງແຫລ່ງຊັບພະຍາກອນທຳມະຊາດ ແລະ ແຫລ່ງນໍ້າແບບຍືນຍົງ, (3) ຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ ແລະ (4) ການພັດທະນາຊັບພະຍາກອນມະນຸດ, ແນໃສ່ສົ່ງເສີມ ສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກ ກໍ່ຄືການພັດທະນາເສດຖະກິດ-ສັງຄົມ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃນພາກພື້ນແມ່ນໍ້າຂອງໃຫ້ດີຂຶ້ນເປັນກ້າວໆ,

ພ້ອມດຽວກັນນີ້, ກອງປະຊຸມໄດ້ຕົກລົງສືບຕໍ່ການຮ່ວມມືກັນ ໃນການພັດທະນາຊັບພະຍາກອນມະນຸດ, ການຮັບມື ແລະ ປ້ອງກັນພະຍາດລະບາດທີ່ອາດຈະເກີດຂຶ້ນໃນອະນາຄົດ ແລະ ການຟື້ນຟູເສດຖະກິດ-ສັງຄົມພາຍຫລັງການແຜ່ລະບາດຂອງພະຍາດໂຄວິດ-19.ສປປ ລາວ ໄດ້ສະແດງຄວາມຊົມເຊີຍຕໍ່ ສສ.ຫວຽດນາມ ແລະ ສ.ອາເມລິກາ ໃນການເປັນເຈົ້າພາບຮ່ວມ ຈັດກອງປະຊຸມລັດຖະມົນຕີ ຕ່າງປະເທດຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ ຄັ້ງປະຖົມມະລຶກ ໃນຮູບແບບກອງປະຊຸມທາງໄກ ແລະ ໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ, ພ້ອມທັງ ສະເໜີໃຫ້ ສ.ອາເມລິກາ ສືບຕໍ່ໃຫ້ການຊ່ວຍເຫລືອ ສປປ ລາວ ໃນຂົງເຂດທີ່ເປັນທ່າແຮງຂອງ ສ.ອາເມລິກາ ເຊັ່ນ: ການພັດທະນາຊັບພະຍາກອນມະນຸດ, ການພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ, ກາງ ແລະ ໃຫຍ່ (MSME), ຂະແໜງການວິທະຍາສາດ, ເຕັກໂນໂລຊີ, ແລະ ການຮ່ວມມືດ້ານສາທາລະນະສຸກ ເປັນຕົ້ນ.ກອງປະຊຸມໃນຄັ້ງນີ້, ໄດ້ຮັບຮອງເອົາ 2 ເອກະສານສໍາຄັນ ຄື: ຖະແຫລງການຮ່ວມລັດຖະມົນຕີຕ່າງປະເທດຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ ແລະ ເອກະສານສ້າງຕັ້ງຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ.

ແຫຼ່ງຂໍ້ມູນ: ຂປລ

Comments