ກຳປູເຈຍ ເພີ່ມຄ່າແຮງງານຂັ້ນຕ່ຳໃຫ້ແຮງງານຕັດຍິບ

ອ້າງຕາມຂ່າວສານ ຊິນຮວາຂອງຈີນ ລາຍງານ, ລັດຖະມົນຕີ ກະຊວງແຮງງານ ກ່າວວ່າ: ລັດຖະບານ ກຳປູເຈຍ ປະກາດເພີ່ມ ອັດຕາແຮງງານ ຂັ້ນຕ່ຳ ສຳລັບ ອຸດສາຫະກຳ ຕັດຍິບເສື້ອຜ້າ ແລະ ເກີບທີ 192 ໂດລາສະຫະລັດ ຕໍ່ເດືອນ ຕັ້ງແຕ່ວັນທີ 1 ມັງກອນປີ 2021 ເປັນຕົ້ນໄປ,

ສິນເຊື່ອຊຸກຍູ້ການຜະລິດແກ້ໄຂຜູ້ໄດ້ຮັບຜົນກະທົບຈາກໂຄວິດ – 19 | DooDiDo.Com

ຊຶ່ງເພີ່ມຂື້ນ 1,05% ຈາກປັດຈຸ ບັນທີ 190 ໂດລາ ສະຫະລັດ ຕໍ່ເດືອນ, ເຖິງວ່າ ພາກສ່ວນນີ້ ຈະໄດ້ຮັບ ຜົນກະທົບ ຢ່າງຮຸນແຮງ ຈາກສະຖານະ ການ ແຜ່ລະບາດ ຂອງພະຍາດ ໂຄວິດ-19 ກໍ່ຕາມ. ເມື່ອພິຈາລະນາ ເຖິງຄວາມເປັນຢູ ຂອງແຮງງານ ນາຍົກລັດ ຖະມົນຕີ ໄດ້ຕັດສິນໃຈ ທີ່ຈະເພີ່ມ ຄ່າແຮງງານ ຂັ້ນຕ່ຳດັ່ງກ່າວ ໃນພາກ ອຸດສາຫະກຳນີ້.

ຕຳ່ແຜ່ນ-ຕັດຫຍິບ ເຫວ້: ກຽມພ້ອມສຳລັບສະໜາມການຫຼິ້ນໃຫຍ່ໆ - ຂ່າວພາບຫວຽດນາມ

ພາກອຸດສາຫະກຳ ຕັດຍິບເສື້ອຜ້າ ແລະ ເກີບ ເປັນພາກການ ສົ່ງອອກ ທີ່ໃຫຍ່ ທີ່ສຸດຂອງ ກຳປູເຈຍ ມີການຈ້າງ ແຮງງານ ປະມານ 750.000 ຄົນ ໃນໂຮງງານຕ່າງໆ ເກືອບ 1.100 ແຫ່ງ. ແຕ່ເນື່ອງຈາກ ການແຜ່ລະບາດ ຂອງ ພະຍາດ ໂຄວິດ-19, ປັດຈຸບັນ ມີໂຮງງານ 120 ແຫ່ງ ຕ້ອງຢຸດຕິ ການຜະລິດ ຊຶ່ງສົ່ງຜົນກະທົບ ຕໍ່ຄົນງານ ປະມານ 50.000 ຄົນ. ມູນຄ່າ ການສົ່ງອອກ ເສື້ອຜ້າ ແລະ ເກີບ ຂອງກຳປູເຈຍ ໃນໄລຍະ 6 ເດືອນຕົ້ນປີນີ້ ຫລຸດລົງ 5,4% ເມື່ອທຽບກັບ ໄລຍະດຽວກັນ ຂອງປີກາຍ.

ແຫຼ່ງຂໍ້ມູນ: ຂປລ

Comments