ຮຽນຮູ້ກັບ ‘7-Eleven’ ກວ່າຈະເປັນທຸລະກິດຍັກໃຫຍ່ ຕ້ອງ Change ຫຍັງແນ່…

ໃນຍຸກນີ້ໃຜທີ່ສາມາດຂະຫຍາຍ ແລະປັບຕົວໄດ້ໄວທັນການປ່ຽນແປງທາງດ້ານເສດຖະກິດຖືວ່າຄົນໆນັ້ນໄດ້ປຽບ ໂດຍສະເພາະໃນຍຸກນີ້ທີ່ເອີ້ນວວ່າ: ‘ປາໄວກິນປາຊ້າ’ ເຊັ່ນດຽວກັບ ‘7-Eleven’ ທີ່ກວ່າຈະກາຍມາເປັນຮ້ານທີ່ມີຊື່ສຽງ ແລະເປັນຍັກໃຫຍ່ໃນແວດວົງທຸລະກິດແບບທຸກມື້ນີ້ ກໍ່ຕ້ອງໄດ້ມີການປັບຕົວ ແລະປ່ຽນແປງມາຫຼາຍເຊັ່ນກັນ

Thailand's CP All to launch 7-Eleven in Laos | Retail News Asia

ຈຸດເລີ່ມຕົ້ນຂອງ ‘7-Eleven’ ເກີດຂຶ້ນເມື່ອປີ ພສ 2470 ໃນເມືອງ ດາລັສ໌ຂອງສະຫະລັດອາເມລິກາ ໃນເມື່ອກ່ອນເປັນພຽງກິດຈະການຮ້ານຂາຍນ້ຳກ້ອນ ພາຍໃຕ້ການບໍລິຫານງານບໍລິສັດ ເຊົາແລນ ຄໍໂປເລຊັນ ( ປັດຈຸບັນແມ່ຂອງ ‘7-Eleven’ ເປັນຂອງຍີ່ປຸ່ນ ຊື່ວ່າ ເຊເວັ່ນ ແອນ ໄອ ໂຮດິ້ງ) ແລະຕໍ່ມາໄດ້ຂະຫຍາຍມາຂາຍສິນຄ້າອຸປະໂພກບໍລິໂພກອື່ນໆ ທີ່ເປີດໃຫ້ບໍລິການທຸກມື້ຕັ້ງແຕ່ເວລາ 7:00 – 23:00 ນາທີ ເຊຶ່ງເປັນທີ່ມາຂອງຊື່ ‘7-Eleven’ ແລະໄດ້ຂະຫຍາຍເວລາເປີດຂຶ້ນເປັນ 24 ຊົ່ວໂມງ. ຈາກນັ້ນ ໃນປີ ພສ 2506 ໄດ້ມີການຂະຫຍາຍແຟຣນໄຊສໄປຍັງ ເອີລົບ ແລະ ໃນປີ ພສ 2516 ກໍເຂົ້າສູ່ຕະຫຼາດອາຊຽນ.

7-Eleven Convenience Store Signboard Suppliers and Manufacturers - Custom  Design 7-Eleven Convenience Store Signboard - Bobang

ສ່ວນໃນປະເທດໄທ 7-Eleven ໄດ້ເຂົ້າມາເລີ່ມຕົ້ນທຸລະກິດໃນປີ 2532 ພາຍໃຕ້ການບໍລິຫານຂອງ ບໍລິສັດ ຊີພີ ອອລ ຈຳກັດ (ມະຫາຊົນ) (ໃນເມືອງກ່ອນ ຊີພີ ມີຊື່ວ່າ 7-Eleven) ເປີດສາຂາທຳອິດຢູ່ທີ່ ແຖວພັນນະພົງ ພາຍໃຕ້ຫົວຂໍ້ “ໃກ້ ແຕ່ບໍ່ເຄີຍປິດ”. ເຫດຜົນທີ່ເລືອກບ່ອນທີ່ນີ້ເປັນແຫ່ງທຳອິດ ຍ້ອນເປັນສະຖານທີ່ທີ່ເໝາສົມ ໂດຍການເວັນມີກຸ່ມພະນັງງານຫ້ອງການ, ໃກ້ກັບໂຮງໝໍ, ໂຮງຮຽນ… ຂະນະທີ່ກາງຄືນ ເປັນສະຖານທີ່ທ່ອງທ່ຽວຂອງຄົນຕ່າງປະເທດທີ່ສ່ວນໃຫຍ່ ທີ່ຮູ້ຈັກ ແລະຄຸ້ນເຄີຍກັບກັບ 7-Eleven ຢູ່ແລ້ວ (ສຳລັບໃນລາວເຮົາຍັງບໍ່ທັນມີ ‘7-Eleven ).

7-Eleven parent to buy US convenience store Speedway for $21bn - Nikkei  Asian Review

ໂລກປ່ຽນ ຜູ້ບໍລິໂພກປ່ຽນ ‘7-Eleven’ ກໍ່ຕ້ອງປ່ຽນ
ທ່ານ ຍຸດທະສັກ ພູມສຸຣະກຸນ ຮອງກຳມະການຜູ້ຈັດການອາວຸໂສ – ສາຍງານຕະຫຼາດ ແລະບໍລິສັດ ຊີພີອອລ ຈຳກັດ ມະຫາຊົນ ( ປະເທດໄທ) ກ່າວວ່າ,: ການເປີດໃນຊ່ວງເລີ່ມຕົ້ນ ກຸ່ມເປົ້າໝາຍຫຼັກຂອງຮ້ານຄື: ກຸ່ມຄົນ ອາຍຸ 5-25 ປີ ເຊິ່ງເປັນຖານປະຊາກອນເປັນຫຼັກ ໃນເວລານັ້ນ. ແຕ່ເມື່ອເວລາປ່ຽນ ກຸ່ມເປົ້າໝາຍເກົ່າເລີ່ມອາຍຸສູງຂຶ້ນ ແລະ ໂຄງສ້າງຂອງປະຊາກອນກໍປ່ຽນເຮັດໃຫ້ 7-Eleven ຕ້ອງມີການປັບຕົວເຊັ່ນກັນ, ການປັບຕົວຂອງ 7-Eleven ໃນເວລານັ້ນ ໄດ້ປ່ຽນຫົວຂໍ້ມາເປັນ ‘ເພື່ອນທີ່ຮູ້ໃຈໃກ້ໆບ້ານທ່ານ’ ເພື່ອສ້າງ Personal touch ໃຫ້ໃກ້ຊິດກັບກຸ່ມຄົນຫຼາຍຂຶ້ນ, ນອກເໜືອຈາກຄວາມສະດວກ ແລະ ເປີດບໍລິການແບບບໍ່ເຄີຍປິດ; ແຕ່ເມື່ອເວລາຜ່ານໄປ ທຸລະກິດຄູ່ແຂ່ງຕ່າງໆກໍຫັນມາເປີດກິດຈະການ ໃນເຂດຊຸມຊົນ ແລະ ກໍເປີດບໍລິການແບບ 24 ຊົ່ວໂມງແບບດຽວກັນ, ທາງ 7-Eleven ກໍໄດ້ປັບຕົວຈາກ ຮ້ານຄ້າອີ່ມສະດວກ ໂດຍເນັ້ນການຂາຍອາຫານ ພ້ອມຮັບປະທານ ພາຍໃຕ້ຫົວຂໍ້ໃໝ່ ‘ຫີວເມື່ອໃດກໍແວະມາ’
‘7-Eleven ໃນຍຸກທີ່ເດີນໜ້າສູ່ດິຈີຕອລ ຮັບ Big Change
ມາເຖິງປີ ພສ 2563 ເປັນປີທີ່ທ້າທາຍຢ່າງຍິ່ງ ທັງໃນເລື່ອງຂອງການເຂົ້າມາມີອິດທິພົນຂອງຍຸກເຕັກໂນໂລຊີ ທີ່ເຂົ້າມາສ້າງການປ່ຽນແປງໃຫ້ເສດຖະກິດແບບຮີບດ່ວນ ແລະ ສົ່ງຜົນຕໍ່ຊີວິດການເປັນຢູ່, ພຶດຕິກຳຂອງຜູ້ບໍລິໂພກ ລວມໄປເຖິງການມີຄູ່ແຂ່ງ. ນອກຈາກນີ້, ຍັງຕ້ອງພົບກັບມໍລະສຸມຂອງເສດຖະກິດ ແລະ ສິ່ງທີ່ເວົ້າບໍ່ໄດ້ນັ້ນກໍ່ຄື ການແຜ່ລະບາດຂອງໂຄວິດ-19 ທີ່ສ້າງການປ່ຽນແປງຄັ້ງຍິ່ງໃຫຍ່ ແບບທີ່ເອີ້ນວ່າ Big Change

7-ELEVEN (เซเว่น อีเลฟเว่น) เปิดบริการดีลิเวอรี่สั่งอาหารผ่าน LINE ฟรี!

“ໃນເມື່ອກ່ອນການປ່ຽນແປງຫຼາຍໆດ້ານອາດຈະເປັນແບບຊ້າໆ ຄ່ອຍເປັນຄ່ອຍໄປ ແຕ່ມາຮອດປັດຈຸບັນການປ່ຽນແປງເກີດຂຶ້ນແບບຮີບດ່ວນ ຈາກທີ່ເຄີຍຄິດວ່າ ໄລຍະເວລາທີ່ຈະເກີດຂຶ້ນອາດໃຊ້ເວລາເປັນປີ ແຕ່ມາຮອດປັດເຫຼືອເປັນເດືອນ ຍິ່ງມີການລະບາດຂອງໂຄວິດ 19 ເປັນເລັ່ງ ໂດຍສະເພາະເລື່ອງເຕັກໂນໂລຊີ, ແຕ່ໃນວິກິດກໍ່ຍ່ອມມີໂອກາດສະເໝີ ດັ່ງນັ້ນ ເຮົາຕ້ອງປັບຕົວໃຫ້ໄວ ເພື່ອຕອບໂຈດດ້ານທຸລະກິດທີ່ປ່ຽນແປງ”

ໃນປີນີ້ 7-Eleven ມີການປ່ຽນແປງຫຍັງແດ່…?
ປ່ຽນຈາກການໃຊ້ ເງິນສົດ ເປັນ ‘cashless’
ດ້ວຍເລື່ອງ New concept ‘ສະດວກຄົບ ຈົບບ່ອນດຽວ’ ຈາກເມື່ອກ່ອນເນັ້ນສະດວກຊື້້ສິນຄ້າທີ່ຈຳເປັນ ແຕ່ມາຮອດປັດຈຸບັນມີສິນຄ້າຫຼາກຫຼາຍ ແລະ ລູກຄ້າສະດວກຊື້ທຸກສິນຄ້າ, ທີ່ມີສະດວກໄດ້ທຸກທີ່ທຸກເວລາ ໂດຍເລີ່ມສົ່ງສິນຄ້າຮອດບ້ານ ແລະ ບໍລິການເດລີເວີລີຈັດສົ່ງສິນຄ້າ ລວມທັງສັ່ງຊື້້ສິນຄ້າຜ່ານທາງ Line ຫຼື ຜ່ານແອັບ ‘ 7-delivery’

-ການເປີດຊ່ອງທາງການຂາຍທາງອອນໄລ ກັບບໍລິການ All online by 7-Eleven ເພື່ອເພີ່ມຊ່ອງທາງຈາກຮ້ານ ອອຟໄລ ສູ່ຮ້ານ ອອນໄລ ຫຼື 020
-ມີການເປີດຕົວຕູ້ຂາຍອັດຕະໂນມັດ.​

11 Aug 2020 Onward: 7-Eleven My7E Member Promo - EverydayOnSales.com

ທັງນີ້ກໍເພື່ອ ເພີ່ມຄວາມຫຼາກຫຼາຍຂອງສິນຄ້າເຊັ່ນ: ຈາກການຂາຍເສັ້ນມີ່ແບບເປັນຖ້ວຍ ກໍຈະຂະຫຍາຍມາຂາຍເປັນຊອງ ຫຼື ເປັນແພັກ ແລະອື່ນໆ

ທັງໝົດນັ້ນເປັນການປັບຕົວຂອງທຸລະກິດ ໂດຍປະເດັນສຳຄັນຄື ຕ້ອງຮູ້ວ່າລູກຄ້າຢາກໄດ້ ແລະ ມີການປ່ຽນແປງແບບໃດ ແລະ ຕ້ອງບໍລິການໃຫ້ແທດເໝາະກັບລູກຄ້າແບບ lifetime ໂດຍ 7-Eleven ໄດ້ນຳ Big data ທີ່ເຂົ້າເຖິງລູກຄ້າຈຳນວນຫຼວງຫຼາຍ ຈາກສາຂາທີ່ມີຢູ່ຈຳນວນ 12.000 ກວ່າສາຂາ ມີຖານລູກຄ້າທີ່ເຂົ້າຮ້ານ 7-Eleven ຢູ່ 40 ລ້ານກວ່າຄົນ ແລະ ລູກຄ້າທາງບັນຊີອອນໄລອີກ 45 ລ້ານບັນຊີ ມາໃຊ້ໃຫ້ເປັນປະໂຫຍດ ແລະ ໃນອານາຄົດ Big data ທີ່ມີຢູ່ຈຳນວນມະຫາສານຈະຖືກນຳໄປພັດທະນາເພີ່ມຕື່ມ ເພື່ອສ້າງ Big Change ໃຫ້ກັບທຸລະກິດຂອງ ‘7-Eleven ໃນຮູບແບບ Big Change ຕໍ່ໄປ.

“ບໍ່ວ່າຊິເຮັດຫຍັງ ຕ້ອງມີການປັບຕົວຕະຫຼອດເວລາ ເພາະຖ້າເຮົາຢູ່ກັບທີ່ ຄົນອື່ນຈະມາແທນທີ່ເຮົາ”

Comments