ບໍ່ຫີນອ່ອນ ຢູ່ປາກິດສະຖານ ຖະຫຼົ່ມ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຜູ້ສູນຫາຍ ຫຼາຍ 10 ຄົນ

ວັນທີ 8 ກັນຍາ 2020 ທີ່ຜ່ານມາ ເກີດເຫດບໍ່ຂຸດຄົ້ນຫີນອ່ອນ (Marble) ຢູ່ເຂດພື້ນທີ່ ເຊຍຣັດ ທາງຕາເວັນຕົກ ຂອງ ປາກິດສະຖານ ໃກ້ກັບຊາຍແດນຂອງ ອາຟະການິດສະຖານ ເກີດເຫດຖະຫຼົ່ມ ລົງມາອັດທາງເຂົ້າ-ອອກ ໃນເບື້ອງຕົ້ນເຮັດໃຫ້ມີຜູ້ເສຍຊີວິດ 17 ຄົນ, ບາດເຈັບ 9 ຄົນ ແລະ ສູນຫາຍ 11 ຄົນ.

ເຂດຂຸດຄົ້ນດັ່ງກ່າວຖືໄດ້ວ່າເປັນແຫຼ່ງ ທີ່ຂື້ນຊື່ຫີນອ່ອນຂາວ (Marble) ທີ່ມີຄຸນນະພາບສູງ ສົ່ງອອກໄປຈຳໜ່າຍທັງພາຍໃນ ແລະ ຕ່າງປະເທດ ແລະ ບໍລິເວນທີ່ຂຸດຄົ້ນເປັນເຂດຕີນພູ ຊຶ່ງມີພະນັກງານ ປະມານ 40-50 ຄົນ ເຂົ້າໄປເຮັດວຽກໃນເຂດຂຸດຄົ້ນຫີນອ່ອນດັ່ງກ່າວ

ແລະ ທາງເຈົ້າໜ້າທີ່ທີ່ກ່ຽວຂ້ອງໄດ້ຄາດການວ່າສາເຫດທີ່ເຮັດໃຫ້ເຂດດັ່ງກ່າວຖະຫຼົ່ມ ຍ້ອນມີແຮງສັ່ນສະເທືອນທີ່ຮຸນແຮງຈາກການລະເບີດຫີນໃນເຂດນັ້ນ.

ຂະນະນີ້ ເຈົ້າໜ້າທີ່ ຕຳຫຼວດ ແລະ ໜ່ວຍກູ້ໄພ ພວມເລັ່ງດຳເນີນການຄົ້ນຫາ ຜູ້ສູນຫາຍດັ່ງກ່າວ.

Comments