ຍີ່ປຸ່ນກຽມພ້ອມຮັບມືພະຍຸໃຫຍ່ 2 ຫົວຊ້ອນ…

ກົມອຸຕຸນິຍົມ ແລະອຸທົກກະສາດ ( JMA )ຂອງຍີ່ປຸ່ນລາຍງາຍຕໍ່ສຳນັກຂ່າວ Xinhua ໃນວັນທີ 2 ກັນຍາ 2020 ທີ່ຜ່ານມານີ້ວ່າ: ພະຍຸໃຕ້ຝຸ່ນທີ່ມີກຳລັງແຮງຫຼາຍ ກຳລັງເຄື່ອນຕົວຈາກພາກເໜືອ ນາງາຊາກິ ໄປຍັງຕອນເໜືອຂອງ ເກາະຄິວຊູ ຂອງຍີ່ປຸ່ນ ໃນຂະນະທີ່ພະຍຸໂຊນຮ້ອນມີກຳລັງຮຸນແຮງກໍ່ກຳລັງໃກ້ເຂົ້າມາປະເທດ ຈາກທິດທາງທີ່ແຕກຕ່າງກັນ; ພາຍຸໃຕ້ຝຸ່ນ Maysak ຊຶ່ງໄດ້ພັດຖະລົ່ມເມືອງໂອກິນາວາ ທາງໃຕ້ສຸດຂອງຍີ່ປຸ່ນຈົນເຮັດໃຫ້ມີຜູ້ບາດເຈັບ 8 ຄົນ ກຳລັງເຄື່ອນຕົວໄປທາງພາກເໜືອດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ. ພະຍຸນີ້ມີກຳລັງແຮງ ແລະ ມີຄວາມກົດດັນອາກາດເປັນກາງຢູ່ທີ 940 hectopascals ແລະມີລົມພັດແກນກາງສູງເຖິງ 162 ກິໂລແມັດຕໍ່ຊົ່ວໂມງ, ຄວາມໄວລົມສູງສຸດຂອງ Maysak ປະມານ 234 ກິໂລແມັດຕໍ່ຊົ່ວໂມງ.

เกาหลีใต้ ญี่ปุ่นระทึก ไต้ฝุ่นไมสัก แรงสุดแห่งปีถล่ม เตือนคลื่นสูง 12 ม.

JMA ຍັງກ່າວອີກວ່າ: ໄດ້ອອກແຈ້ງການເຕືອນໃຫ້ປະຊາຊົນລະມັດລະວັງລົມພັດແຮງຄື້ນຄວາມໄວສູງຂອງພະຍຸທີ່ພັດຢ່າງຮຸນແຮງ, ອາດກໍ່ໃຫ້ເກີດມີດິນເຈື່ອນ, ນ້ຳຖ້ວມ ແລະ ແມ່ນ້ຳທີ່ໄຫຼແຮງ ຈຶ່ງເຮັດໃຫ້ການບໍລິການລົດໄຟຫົວລູກປືນຊິນຄັນເຊັນ ຖືກລະງັບຊົ່ວຄາວອັນເປັນຜົນມາຈາກພາຍຸໃຕ້ຝຸ່ນລະຫວ່າງສະຖານີ ນີຮິໂຣຊິມາ ແລະ ສະຖານີ ຮາກາຕະ ບົນສາຍຊັນໂຍຊິນຄັນເຊັນ

West Japan Railway ກ່າວວ່າ: ການຢຸດການໃຫ້ການບໍລິການຈະດຳເນີນຕໍ່ໄປຈົນເຖິງວັນທີ 3 ກັນຍາ ຊຶ່ງພາຍຸໃຕ້ຝຸ່ນ Maysak ມີແນວໂນ້ມທີ່ຈະເຄື່ອນຕົວໄປທາງເໜືອ ສູ່ພື້ນທີ່ທາງຕອນເໜືອຂອງເກາະຄິວຊູ ຈົນເຖິງວັນທີ 3 ກັນຍາ ໂດຍສະພາບບັນຍາກາດທີ່ບໍ່ຄົງທີ່ທາງຕາເວັນຕົກຂອງຍີ່ປຸ່ນ ເຮັດໃຫ້ເກີດພາຍຸຝົນຟ້າຝົນຟ້າຄະນອງ ແລະຝົນຕົກໜັກ, ເກາະນີ້ມີລົມພັດແຮງຢູ່ແລ້ວ. ໃນຂະນະທີ່ພາຍຸໃຕ້ຝຸ່ນກຳລັງລວມຕົວກັນຢ່າງແຂງແຮງນີ້ອາດມີແນວໂນ້ມທີ່ຈະເຂົ້າໃກ້ເກາະຄິວຊູທາງຕອນເໜືອໃນຕອງແລງວັນທີ 2 ກັນຍາ ແລະໝົດມື້ຂອງວັນທີ 3 ກັນຍາ

พายุหมุนเขตร้อน - LESA: ศูนย์การเรียนรู้วิทยาศาสตร์โลกและดาราศาสตร์

ອາກາດໃນເກາະຄິວຊູຊິໂກກຸ ແລະ ໂທໄກ ມີແນວໂນ້ມທີ່ຈະໄດ້ຮັບຜົນກະທົບຈາກຝົນທີ່ຕົກລົງມາຫຼາຍເຖິງ 80 ມິນລີລີດຕໍ່ຊົ່ວໂມງ ໃນຂະນະດຽວກັນກໍ່ຖືກພາຍຸຝົນຟ້າຄະນອງຕື່ມອີກ. ໜ່ວຍງານອຸຕຸນິຍົມ ແລະອຸທົກກະສາດຍັງກ່າວອີກວ່າ ຕະຫຼອດ 24 ຊົ່ວໂມງຂອງວັນທີ 2 ຈົນເຖິງຕອນເຊົ້າຂອງວັນທີ 3 ຄາດວ່າຈະມີຝົນຕົກໜັກເຖິງ 300 ມິນລີລີດຕໍ່ຊົ່ວໂມງ ໃນເຂດເກາະຊິໂກກຸ ແລະ ໃນເກາະຄິວຊູ ແລະ ໂຕໄກ ຫຼາຍເຖິງ 250 ມິນລີລີດຕະຫຼອດ 48 ຊົ່ວໂມງຈົນຮອດວັນທີ 5 ກັນຍາ, ໃນຂະນະດຽວກັນຊິໂກກຸ ແລະໂທໄກ ອາດຈະຖືກນ້ຳຖ້ວມ ໂດຍມີຝົນຕົກໃນລະຫວ່າງ 100 ຫາ 200 ມິລີລີດ.

สถานการณ์สิ่งแวดล้อมในสายตาขอ งฉัน | greenscape0969

ຊຶ່ງປະຊາຊົນຂອງເມືອງຄຸມາໂມໂຕະກຳລັງຈະປະສົບກັບໄພພິບັດທີ່ອາດເກີດຂຶ້ນອີກຄັ້ງ ໂດຍໄດ້ຮັບຜົນກະທົບຈາກຝົນທີ່ຕົກລົງມາຢ່າງໜັກຕໍ່ເນື່ອງໃນເດືອນກໍລະກົດ ທີ່ກໍ່ເກີດໃຫ້ມີຜູ້ເສຍຊີວິດຫຼາຍ 10 ຄົນ, ໃນນັ້ນອົງການສະພາບອາກາດໄດ້ປະກາດແຈ້ງເຕືອນອອກໃນວັນທີ 2 ກັນຍາ ນີ້ວ່າຄວາມກົດດັນຂອງສະພາບອາກາດທີ່ມີຮ້າຍແຮງອີກອັນໜຶ່ງ ກຳລັງສົ່ງຜົນກະທົບຕໍ່ໝູ່ເກາະນີ້ ແຕ່ມາຈາກທິດທາງທີ່ຕ່າງອອກໄປ; ຄວາມກົດດັນອາກາດເປັນພາຍຸໂຊນຮ້ອນ Haishen ທີ່ຮຸນແຮງ ກຳລັງຈະເຂົ້າສູ່ທາງຕາເວັນຕົກຂອງຍີ່ປຸ່ນໃນອີກບໍ່ພໍເທົ່າໃດມື້ຂ້າງໜ້ານີ້ ແລະກຳລັງພັດເຂົ້າໃກ້ມະຫາສະໝຸດປຣາຊີຟິກ. ພະຍຸ Haishen ຍັງບັນຈຸລົມແຮງຢ່າງມະຫາສານ ແລະມີທ່າແຮງໃນການຫຼຸດປະລິມານນ້ຳຝົນລົງຕາມການວິເຄາະ ແລະຈະສົ່ງລົມແຮງ ເມືອເຂົ້າມາໃກ້ໃນໝູ່ເກາະດັ່ງກ່າວ ແລະອາດຈະກໍ່ໃຫ້ເກີດມີດິນເຈື່ອນທາງຕາເວັນຕົກຂອງຍີ່ປຸ່ນ.

Comments