ຕາມເວັບໄຊ ສຳນັກຂ່າວຢອນຮັບ, ລັດຖະບານ ສ.ເກົາຫລີ ຕັດສິນໃຈ ຫລຸດຜ່ອນ ມາດຕະການ ຮັກສາ ໄລຍະຫ່າງ ທາງສັງຄົມ ຕັ້ງແຕ່ວັນ15ກຸມພາ ເປັນຕົ້ນໄປ ໃນນະຄອນຫລວງ ເຊອຸນ ແລະ ພື້ນທີ່ອ້ອມຮອບລົງ 1ລະດັບ ຈາກ2,5 ເປັນ 2 ແລະ ພື້ນທີ່ອື່ນໆ ທົ່ວປະເທດລົງ 1ລະດັບ ຈາກ 2 ເປັນລະດັບ1,5 ໂດຍ ສ.ເກົາຫລີ ເລີ່ມໃຊ້ ມາດຕະການ 5 ລະດັບຕັ້ງເດືອນພະຈິກ ປີກ່ອນ ປະກອບດ້ວຍ 1. 1,5.2. 2,5 ແລະ 3 ເປັນລະດັບ ສູງສຸດ.

ນອກຈາກນີ້ ຍັງຈະຫລຸດຜ່ອນ ມາດຕະການຈຳກັດ ກັບຮ້ານອາຫານ,ຮ້ານກາເຟ, ສະຖານທີ່ ອອກກຳລັງກາຍ ແລະ ສະຖານທີ່ ສາທາລະນະ ໃນເຂດນະຄອນຫລວງ ເຊອຸນ ໃຫ້ເປີດດຳເນີນ ທຸລະກິດ ເພີ່ມຂຶ້ນອີກ 1ຊົ່ວໂມງ ຈົນຮອດ 22:00 ໂມງ ເພາະໄດ້ຮັບສຽງຮ້ອງຮຽນ ຈາກຜູ້ປະກອບການ ຂະໜາດນ້ອຍ ຂະນະທີ່ ສະຖານທີ່ ບັນເທີງ ທົ່ວປະເທດ ຈະເປີດໄດ້ຈົນເຖິງ 22:00 ໂມງ ແຕ່ຕ້ອງປະຕິບັດຕາມ ລະບຽບ ປ້ອງກັນ ໂຄວິດ-19 ຢ່າງເຂັ້ມງວດ.

ປັດຈຸບັນ ສ.ເກົາຫລີ ມີຜູ້ຕິດເຊື້ອໃໝ່ ວັນລະ 300-400 ຄົນ ເຮັດໃຫ້ຍອດ ຜູ້ຕິດເຊື້ອ ສະສົມ 83.000 ກວ່າຄົນ ແລະ ເສຍຊີວິດ 1.500 ກວ່າຄົນ./.ຮຽບຮຽງ


ຂປລ.