ສິ່ງທ້າທາຍໃຫຍ່ສຳລັບອາຊຽນ ໃນປີ 2021

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໄພຂົ່ມຂູ່ຈາກໂຣກລະບາດໂຄວິດ-19 ຕໍ່ສຸຂະພາບຂອງມະນຸດ, ປັດຈຸບັນ ແມ່ນສິ່ງທ້າທາຍອັນຮີບດ່ວນທີ່ສຸດຂອງພາກພື້ນ.ຂ່າວລະບຸວ່າ: ໂຣກລະບາດໂຄວິດ-19 ແລະ ຜົນກະທົບຍັງແມ່ນສິ່ງທ້າທາຍໃຫຍ່ ສຳລັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໃນປີ 2021, ນັ້ນແມ່ນໝາກຜົນການສຳຫຼວດ ໂດຍສູນຄົ້ນຄ້ວາ ອາຊຽນ ສັງກັດສະຖາບັນຄົ້ນຄ້ວາອາຊີຕາເວັນອອກສ່ຽງໃຕ້, ມີສໍານັກງານຕັ້ງຢູ່ ປະເທດສິງກະໂປ ປະກາດໃນວັນທີ 10 ກຸມພາຜ່ານມາ.

ผลการค้นหารูปภาพสำหรับ People in asean

ການສຳຫຼວດໄດ້ດຳເນີນຢູ່ 10 ປະເທດສະມາຊິກ ອາຊຽນ ໂດຍໄດ້ສອບຖາມຈໍານວນ 1.032 ຄົນ ສ່ວນຫຼາຍແມ່ນນັກຮຽນຮູ້, ປະຊາຄົມວິສາຫະກິດ ແລະ ນັກຂ່າວ.ຜົນການສໍາຫຼວດປາກົດວ່າ: ມີ 76% ຈຳນວນຜູຸ້ຖືກຖາມເວົ້າວ່າ: ໄພຂົ່ມຂູ່ຂອງໂຣກລະບາດໂຄວິດ-19 ຕໍ່ສຸຂະພາບຂອງມະນຸດ, ປັດຈຸບັນ ແມ່ນສິ່ງທ້າທາຍອັນຮີບດ່ວນທີ່ສຸດຂອງພາກພື້ນ. 60,7% ປະຊາຊົນ ອາຊີຕາເວັນອອກສ່ຽງໃຕ້ ເຫັນດີຕໍ່ມາດຕະການປ້ອງກັນ, ຕ້ານໂຣກລະບາດ ຂອງລັດຖະບານ. ການສຳຫຼວດ ສະແດງໃຫ້ເຫັນວ່າ: ສ່ວນຫຼາຍເຂົາເຈົ້າມີຄວາມວິຕົກກັງວົນຕໍ່ສະພາບການຢູ່ທະເລຕາເວັນອອກ ແລະ ສະໜັບສະໜູນຫຼັກການເຄົາລົບກົດໝາຍສາກົນໃນບັນຫານີ້.

ແຫຼ່ງຂ່າວ: ປະຊາຊົນ

Comments