ມະຕິສໍາຄັນທີ່ສະພາຮັບຮອງ(ຕໍ່)

ມາດຕະການ ແລະ ວິທີແກ້ໄຂ ຕໍ່ປະກົດການຫຍໍ້ທໍ້ໃນສັງຄົມ

ຮັບຮອງເອົາ ການຊີ້ແຈງ ອະທິບາຍ ຂອງ ລັດຖະບານກ່ຽວກັບ ມາດຕະການ ແລະວິທີແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ ບັນຫາຢາເສບຕິດ ແລະ ບັນຫາອຸປະຕິເຫດ. ນອກຈາກນັ້ນກອງປະຊຸມສະພາແຫ່ງຊາດ ສະເໜີໃຫ້ລັດຖະບານເອົາໃຈໃສ່ບາງມາດຕະການເພີ້ມເຕີມດັ່ງນີ້:

  1. ບັນຫາຢາເສບຕິດ:
  2. ເພີ່ມທະວີໂຄສະນາ, ສຶກສາອົບຮົມປູກຈິດສໍານຶກ ໃຫ້ທົ່ວປວງຊົນດ້ວຍຫຼາຍເນື້ອໃນ, ຫຼາຍຮູບການ ແລະ ຫຼາຍວິທີ ເພື່ອໃຫ້ສັງຄົມຮັບຮູ້ຜົນຮ້າຍຂອງຢາເສບຕິດ ພ້ອມທັງເຮັດໃຫ້ວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດກາຍເປັນສະຕິ, ເປັນເຈົ້າການ, ຄວາມຮັບຜິດຊອບ ແລະ ເປັນໜ້າທີ່ຂອງທົ່ວປວງຊົນ.
  3. ຄົ້ນຄ້ວາ ສ້າງຍຸດທະສາດແກ້ໄຂຢາເສບຕິດໄລຍະຍາວ ໃຫ້ເປັນຮູບປະທໍາ, ປັບປຸງ ແລະ ບັງຄັບໃຊ້ ກົດໝາຍ ວ່າດ້ວຍຢາເສບຕິດຕໍ່ຜູ້ກະທຳຜິດ ເປັນຕົ້ນ ຜູ້ຜະລິດ, ຜູ້ຂາຍ-ຜູ້ຊື້, ຜູ້ຂົນສົ່ງ, ຜູ້ຄອບຄອງ ແລະ ຜູ້ເສບຢາເສບຕິດ ໃຫ້ມີຄວາມເຂັ້ມມງວດ ແລະ ເດັດຂາດຂຶ້ນຕື່ມ.
  4. ປະຕິບັດ ຄໍາສັ່ງເລກທີ 27/ນຍ, ລົງວັນທີ 5 ຕຸລາ 2011 ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ແລະ ຄໍາສັ່ງເລກທີ 22/ຄລສພ, ລົງວັນທີ 10 ສິງຫາ 2017 ວ່າດ້ວຍການສະກັດກັ້ນ ແລະ ປາບປາມຢາເສບຕິດ ຢ່າງເຂັ້ມງວດ.
  5. ສືບຕໍ່ຊີ້ນໍາ-ນໍາພາ ແລະ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງໂດຍກົງ ກ່ຽວກັບຢາເສບຕິດ ໃຫ້ມີຈັນຍາບັນ, ຈັນຍາທໍາເພື່ອຮັບປະກັນໃນການປະຕິບັດວຽກງານ ໃຫ້ມີຄວາມໂປ່ງໃສ, ຍຸຕິທໍາຖືກຕ້ອງຕາມກົດໝາຍ.
  6. ສະໜອງງົບປະມານເຂົ້າໃສ່ ການບໍາລຸງສ້າງບຸກຄະລາກອນທີ່ມີຄວາມສາມາດ, ການກໍ່ສ້າງ ແລະ ປັບປຸງສູນບໍາບັດປິ່ນປົວຜູ້ຕິດຢາເສບຕິດ, ສູນວິໄຈຢາເສບຕິດ ແລະ ຄ້າຍດັດສ້າງ ໃຫ້ມີຄຸນນະພາບຂຶ້ນຕືື່ມ ລວມທັງການສະໜອງພາຫະນະ, ອຸປະກອນ-ເຕັກນິກທີ່ຈໍາເປັນເພື່ອຮັບໃຊ້ການປະຕິບັດໜ້າທີ່ວຽກງານດັ່ງກ່າວ ໃຫ້ດີຂຶ້ນກ່ວາເກົ່າ.

ບັນຫາອຸປະຕິເຫດຕາມທ້ອງຖະໜົນ:

    1. ເພີ່ມທະວີການໂຄສະນາປູກຈິດສໍານຶກ ໃຫ້ທຸກຄົນໃນສັງຄົມມີສະຕິເຄົາລົບ ແລະ ປະຕິບັດລະບຽບການສັນຈອນ ຢ່າງກ້ວາງຂວາງດ້ວຍຫຼາຍຮູບການ, ວິທີການ ລວມທັງການນໍາໃຊ່ສື່ຕ່າງໆ.
    2. ເພີ່ມທະວີ ການຕິດຕາມກວດກາການສັນຈອນຕາມທ້ອງຖະໜົນ ຂອງເຈົ້າໜ້າທີ່ໃຫ້ມີຄວາມເຂັ້ມງວດໃນການນໍາໃຊ້ມາດຕະການຕໍ່ຜູ້ລະເມີດກົດລະບຽບຈະລາຈອນເປັນຕົ້ນ ການບໍ່ໃສ່ໝວກກັນກະທົບ, ຂັບຂີ່ໄວເກີນກໍານົດ, ຂັບລົດໃນຂະນະມຶນເມົາ, ລ່ວງໄຟອໍານາດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 18, 19, 20 ແລະ ມາດຕາ 28 ຂອງ ກົດໝາຍວ່າດ້ວຍ ການຈະລາຈອນທາງບົກ.
    3. ສືບຕໍ່ ຫັນວຽກງານແກ້ໄຂອຸປະຕິເຫດຕາມທ້ອງຖະໜົນ ເປັນວາລະແຫ່ງຊາດ ແລະ ເປັນໜ້າທີ່ຂອງທົ່ວປວງຊົນ ໃຫ້ເປັນຮູບປະທໍາ.
    4. ສືບຕໍ່ຊີ້ນໍາ-ນໍາພາ ແລະ ສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ເຈົ້າໜ້າທີ່ຈະລາຈອນ ມີຈັນຍາບັນ, ຈັນຍາທໍາ ເພື່ອຮັບປະກັນການປະຕິບັດໜ້າທີ່ດ້ວຍຄວາມໂປ່ງໃສ, ເຂັ້ມງວດ ແລະ ຖືກຕ້ອງຕາມກົດໝາຍ.
    5. ສະໝອງງົບປະມານ, ພາຫະນະ, ວັດຖຸປະກອນ-ເຕັກນິກ ແລະ ນະໂຍບາຍ ທີ່ຈໍາເປັນໃຫ້ແກ່ ວຽກງານຈະລາຈອນ.
    • ນະໂຍບາຍຊົດເຊີຍປະຊາຊົນທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ

    ຮັບຮອງ ການຊີ້ແຈງ ອະທິບາຍ ຂອງ ລັດຖະບານ ກ່ຽວກັບນະໂຍບາຍ ແລະ ມາດຕະການ ຊົດເຊີຍປະຊາຊົນ ທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຕາມການສະເໜີ ຂອງລັດຖະບານ. ນອກຈາກນັ້ນ ກອງປະຊຸມສະພາແຫ່ງຊາດ ສະເໜີໃຫ້ລັດຖະບານເອົາໃຈໃສ່ບາງມາດຕະການເພີ້ມເຕີມ ດັ່ງນີ້:

    1. ຊີ້ນໍາຄະນະຮັບຜິດຊອບໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ- ຈີນ ຂັ້ນສູນກາງ ແລະ ທ້ອງຖິ່ນ ເກັບກໍາຂໍ້ມູນຢ່າງລະອຽດ, ຊັດເຈນ, ຖືກຕ້ອງ ຕາມຄວາມເປັນຈິງ ໂດຍການມີສ່ວນຮ່ວມຂອງປະຊາຊົນຜູ້ທີ່ຖືກກະທົບຈາກໂຄງການກໍ່ສ້າງທາງລົດໄຟ.
    2. ຮີບຮ້ອນ ຈັດສັນງົບປະມານ ແລະ ຊົດເຊີຍ ຕາມລາຄາຫົວໜ່ວຍ ທີ່ສະພາປະຊາຊົນແຂວງ ແລະ ນະຄອນຫຼວງ ໄດ້ຮັບຮອງເອົາ ໃຫ້ສໍາເລັດໂດຍໄວ ດ້ວຍການຈັດເປັນບຸລິມະສິດໃນການຊົດເຊີຍ ຕໍ່ຄ່າເສຍໂອກາດໃນການຜະລິດ ແລະ ສິ່ງກີດຂວາງທີ່ຈໍາເປັນຕາມແລວທາງກໍ່ສ້າງ ພ້ອມທັງ ສືບຕໍ່ຊອກຫາງົບປະມານ ເພື່ອຊໍາລະຄ່າຊົດເຊີຍ ຕໍ່ຜູ້ທີ່ຖືກກະທົບທັງໝົດ ໃຫ້ສໍາເລັດຕາມແຜນການ.
    3. ເພີ່ມທະວີ ການປະສານສົມທົບ ລະຫວ່າງ ຄະນະຮັບຜິດຊອບຊີ້ນໍາໂຄງການ ແລະ ອົງການປົກຄອງທ້ອງຖິ່ນໃຫ້ດີຂຶ້ນກ່ອນເກົ່າ, ພ້ອມດຽວກັນນັ້ນກໍ ປຸກລະດົມ ຂົນຂວາຍ ແລະ ສຶກສາອົບຮົມແນວຄິດໃຫ້ປະຊາຊົນ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດໂຄງການ ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້.
    4. ຄົ້ນຄ້ວາຈັດຫາແຫຼ່ງງົບປະມານ ເພື່ອກໍ່ສ້າງເສັ້ນທາງປິ່ນອ້ອມ ແລະ ເຊື່ອມຈອດໃສ່ກັບບັນດາສະຖານີລົດໄຟແຕ່ລະຈຸດໃຫ້ສໍາເລັດໄປຄຽງຄູ່ກັນ ເພື່ຶອອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານສາມາດເຂົ້າເຖິງສະຖານີໄດ້ຢ່າງສະດວກ.
    5. ເອົາໃຈໃສ່ ສ້າງບຸກຄະລາກອນ ເພື່ອກຽມເຂົ້າໃນການຄຸ້ມຄອງ ແລະ ບໍລິຫານ ຮັບໃຊ້ວຽກງານທາງລົດໄຟ ໃຫ້ສາມາດຕອບສະໜອງໄດ້ພຽງພໍກັບຄວາມຕ້ອງການ ໂດຍໃຫ້ໂອດກາດແກ່ ລູກ-ຫຼານ ປະຊາຊົນທີ່ຖືກຜົນກະທົບ ເປັນບຸລິມະສິດ ໃນການສຶກສາຮໍ່າຮຽນ, ຝຶກອົບຮົມວຽກງານການລົດໄຟ ແລະ ຮັບໃຊ້ວຽກງານໃນໂຄງການດັ່ງກ່າວ.

    ຂ້າງເທິງນັ້ນຄືບັນຫາສໍາຄັນຂອງປະເທດຊາດ ທີ່ຢາກໃຫ້ນັກທຸລະກິດທັັງຫຼາຍໄດ້ຮັບຊາບ.

  1. (ວາລະສານທາເກັດ ສະບັບ 148 ເດືອນພະຈິກ 2018 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍບ່ອນສະຖານທີ່ໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666) 

Important Resolutions Adopted by the National Assembly

  • Measures and methods for addressing social problems

Adopted the explanation of the Government regarding measures and methods for addressing social problems, especially on narcotics and accidents. Apart from this, the National Assembly meeting also proposed to pay more attention on the following issues:

  1. Narcotics:
  2. Increasingly advertise and instill the public via various contents, forms and methods with knowledge about negativity of drugs (raise awareness on negative aspects), while encouraging them to take the lead preventing and combating drugs responsibly.
  3. Study and create a long-term strategy for addressing drug issues practically. Improve and enforce the Laws on Drugs (upon offenders, in particular producers, dealers and buyers, traffickers, owners and users/takers, very/more strictly).
  4. Strictly implement the instruction No. 27/PM, dated October 5, 2011, on prevention and combat social problems and the instruction No. 22/PCCS, dated August 10, 2017, on the prevention and combating drugs.
  5. Continue to lead, guide and educate relevant officials politically and ideologically regarding drugs to equip them with morality and ethics. This is to ensure transparent and rightful implementation of their work.
  6. Provide/allocate sufficient budget for the development/training of competent personnel, and establishment and improvement of drug rehabilitation, analysis and detention centers, including supplying/provision of vehicles and technical tools necessary for better implementation of related work.

Road accidents:

    • Compensation policy upon those affected by the Laos-China Railway Project
      1. Increasingly and widely advertise and educate society to respect and follow traffic rules via various contents, forms and methods, including the use of media (awareness raising on road accidents).
      2. Increasingly monitor traffic on the streets and punish those who violate traffic rules, for instance driving without a helmet on, over speeding, drunk driving and breach traffic light regulations as defined in the Article 18, 19, 20 and 28 of the Law on Road Traffic.
      3. Continue to transform the solution (prevention) of road accidents into the national agenda and duty/responsibility to be carried out by all Lao people.
      4. Continue to lead, guide and educate traffic officers politically and ideologically regarding ethics and morality, to ensure transparency, strictness and compliance to laws.
      5. Provide budget, vehicles, technical tools and draft policies necessary for the implementation of traffic work.

    Adopted the Government’s explanation regarding compensation policy and measures upon those affected by the Laos-China Railway Project, based on proposal made by the Government. Furthermore, the National Assembly meeting proposed the Government to be more attentive on the following measures:

    1. Central and Local Committee for Laos-China Construction Project jointly visit affected areas and collect detailed, clear and accurate data from villagers affected by the project.
    2. Urgently allocate budget and quickly compensate affected villagers based on a unit price adopted by the Vientiane and Provincial People’s Council. The compensation will be made to those who lost opportunity for production resulted from their houses and land, where the railway crosses . At the same time, continue to seek additional budget, in order to achieve the compensation work as planned.
    3. Increasingly collaborate with the committee responsible for the project and local authorities. Paralelly/at the same time, mobilize, educate and convince people to participate in the implementation of the project to achieve aims planned.
    4. Study and allocate budget to construct roads linking each train station, to facilitate the transportation of goods and passengers.
    5. Pay close attention on building capacity of/for personnel, to prepare them for the railway administrative and management work. Give priority to children of those who are affected by the project, to be educated and trained with knowledge related to railways, for engagement in work.

    The above-presented information includes important issues for Laos and is meant for business people to acknowledge.

Comments