ຖອນເງິນດ້ວຍ”ແຊັກ” (Cheque) ແຕ່ໃນບັນຊີບໍ່ມີເງິນພຽງພໍ ຖືວ່າຜິດຕໍ່ກົດໝາຍ…

ຫຼາຍຄົນອາດເຄີຍໄດ້ຍິນເລື່ອງ “ແຊັກເດັ້ງ” ຖອນເງິນບໍ່ໄດ້ ເງິນໃນບັນຊີມີບໍ່ພໍໃຫ້ຖອນຕາມຈຳນວນທີ່ລະບຸໃນ”ແຊັກ” ບັນຫາຕາມມາກໍຄື ໄດ້ຮັບໝາຍຮຽກຈາກ ເຈົ້າໜ້າທີ່ ສຸດທ້າຍກໍຖືກກັກຕົວດຳເນີນຄະດີອາຍາ. ເພື່ອຫຼີກບັນຫາດັ່ງກ່າວ ໃນບົດຄວາມນີ້ ຂ້າພະເຈົ້າ ຂໍຊີ້ແຈງເຫດຜົນທາງດ້ານກົດໝາຍ ກ່ຽວກັບສາເຫດທີ່ມີໂທດອາຍາຕິດຄຸກ ເນື່ອງຈາກການນຳໃຊ້”ແຊັກ”ທີ່ບໍ່ມີເງິນໃນບັນຊີ ແລະ ຄວນເຮັດແນວໃດເພື່ອບໍ່ໃຫ້ເກີດບັນຫາດັ່ງກ່າວ.

ໃນຊີວິດປະຈຳວັນ ຖ້ານຳໃຊ້”ແຊັກ”ຢ່າງຖືກຕ້ອງ ປົກກະຕິກໍບໍ່ໄດ້ມີບັນຫາຫຍັງໃນການຊຳລະສະສາງຄ່າໃຊ້ຈ່າຍຕ່າງໆ ຕາມວົງເງິນທີ່ມີໃນບັນຊີຂອງຕົນ. ຫຼາຍກໍລະນີທີ່ມັກມີບັນຫາຖືກດຳເນີນຄະດີ, ຖືກກັກຕົວຕິດຄຸກ ແມ່ນກ່ຽວຂ້ອງກັບການນຳໃຊ້”ແຊັກ”ທີ່ບໍ່ມີເງິນໃນບັນຊີເພື່ອຄ້ຳປະກັນ ການປະຕິບັດສັນຍາໃດໜຶ່ງ. ກໍລະນີທີ່ມີບັນຫານັ້ນ ແມ່ນຂຽນສັ່ງຈ່າຍ”ແຊັກ”ເປັນເງິນສົດ ແຕ່ໃນຕົວຈິງໃນບັນຊີພັດບໍ່ມີເງິນຈຳນວນດັ່ງກ່າວ.

ດ້ວຍຄວາມມັກງ່າຍ ຫຼາຍກໍລະນີ ເພື່ອໃຫ້ຝ່າຍຄູ່ຮ່ວມທຸລະກິດ ຫຼື ຝ່າຍຄູ່ສັນຍາ ເກີດມີຄວາມເຊື່ອໝັ້ນໃນການປະຕິບັດສັນຍາ ແລະ ຄິດວ່າຈະມີເງິນໃນອະນາຄົດນັ້ນ ຈິ່ງຂຽນສັ່ງຈ່າຍ”ແຊັກ”ເປັນເງິນສົດແລ້ວເອົາໄປຄ້ຳປະກັນນຳຝ່າຍກົງກັນຂ້າມ. ເມື່ອຮອດເວລາປະຕິບັດສັນຍາ ຝ່າຍທີ່ຖື”ແຊັກ”ເງິນສົດນັ້ນ ໄປຂໍຖອນເງິນຢູ່ທະນາຄານ ແຕ່ໃນບັນຊີດັ່ງກ່າວພັດບໍ່ມີເງິນພຽງພໍໃຫ້ຖອນຕາມຈຳນວນໃນໃບ”ແຊັກ”. ກໍລະນີດັ່ງກ່າວນີ້, ແມ່ນຖືວ່າຜິດຕໍ່ກັບ ມາດຕາ 33 ຂອງ ດຳລັດ ວ່າດ້ວຍ”ແຊັກ” ສະບັບເລກທີ 386/ນຍ ລົງວັນທີ 27/10/2014 ເຊິ່ງກຳນົດໄວ້ວ່າ “ຜູ້ໃດທີ່ໄດ້ສັ່ງຈ່າຍ”ແຊັກ” ໂດຍຈໍານວນເງິນໃນບັນຊີຂອງຕົນ ບໍ່ພຽງພໍບາງສ່ວນ ຫຼື ທັງໝົດກັບຈຳນວນເງິນທີ່ກຳນົດໃນໃບ”ແຊັກ” ຍົກເວັ້ນກໍລະນີ”ແຊັກ”ທີ່ໄດ້ຮັບການຢັ້ງຢືນຈາກຜູ້ອອກ”ແຊັກ” ຈະຖືກປັບໃໝຕາມຈຳນວນເງິນທີ່ໄດ້ຂຽນໃນໃບ”ແຊັກ”ນັ້ນ ແລະ ຖືກລົງໂທດຕັດອິດສະຫຼະພາບຕາມທີ່ໄດ້ກຳນົດໄວ້ໃນກົດໝາຍອາຍາ”.

ກົດໝາຍ ອາຍາ ສະບັບປັບປຸງ ເລກທີ 12/ສພຊ ລົງວັນທີ 09/11/2005 ໄດ້ກຳນົດໄວ້ໃນ ມາດຕາ 151 (ວັກ 2) ດັ່ງນີ້ ບຸກຄົນຜູ່ໃດ ຫາກໄດ້ໃຊ້”ແຊັກ”ທີ່ບໍ່ມີເງິນ, ໃຊ້”ແຊັກ”ເກີນຈຳນວນເງິນທີ່ຕົນໄດ້ຝາກຢູ່ທະນາຄານ ຫຼື ຊື້ຂາຍ ແລະ ແລກປ່ຽນ”ແຊັກ”ໂດຍບໍ່ຖືກຕ້ອງຕາມກົດໝາຍ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ ຫົກເດືອນ ຫາ ສາມປີ ຫຼື ຈະຖືກປັບໃໝຕາມລະບຽບການຂອງທະນາຄານ”. ສະນັ້ນ, ກໍລະນີນີ້ຈິ່ງຖືວ່າມີຄວາມຜິດຕາມ ກົດໝາຍອາຍາ ເຈົ້າໜ້າທີ່ສາມາດດຳເນີນຄະດີອາຍາ ຕໍ່ຜູ້ກະທຳຜິດໄດ້.

ເພື່ອຫຼີກບັນຫາດັ່ງກ່າວ ບໍ່ໃຫ້ຖືກດຳເນີນຄະດີອາຍາຕາມທີ່ກ່າວມານີ້ ການຂຽນສັ່ງຈ່າຍ”ແຊັກ”ເພື່ອຄ້ຳປະກັນການປະຕິບັດສັນຍານັ້ນ ຄວນຂຽນເງື່ອນໄຂໃດໜຶ່ງໃສ່ໃນດ້ານຫຼັງຂອງ ໃບ”ແຊັກ” ເພື່ອກຳກັບໄວ້ ເຊັ່ນວ່າ: “ການຖອນເງິນຕາມໃບ”ແຊັກ”ນີ້ ຈະດຳເນີນໄດ້ກໍຕໍ່ເມື່ອວຽກໄດ້ສຳເລັດ ຫຼື ມີເງິນໂອນມາຈາກຫ່ວງໃດໜຶ່ງທີ່ກ່ຽວຂ້ອງກັບວຽກເຂົ້າບັນຊີເສຍກ່ອນ” ເປັນຕົ້ນ; ເຊິ່ງຈະເປັນເງື່ອນໄຂປ້ອງກັນບໍ່ໃຫ້ຜິດຕໍ່ກົດໝາຍອາຍາ.     ການລະບຸວັນເດືອນປີໃສ່ໃນໃບ”ແຊັກ” ກໍມີຄວາມສຳຄັນເຊັ່ນກັນ; ເນື່ອງຈາກວ່າ ຖ້າບໍ່ໄດ້ລະບຸວັນເດືອນປີໃສ່ໃນໃບ”ແຊັກ” ຜູ້ທີ່ຖື”ແຊັກ” ສາມາດລະບຸວັນທີໃດລົງໃສ່ໃນເວລາໃດກໍໄດ້ ເຊິ່ງເປັນໂອກາດທີ່ສາມາດເອົາຄວາມຜິດທາງອາຍາກັນໄດ້.

ຖ້າໄດ້ລະບຸວັນເດືອນປີໃສ່ໃນໃບ”ແຊັກ”ນັ້ນ, ໃບ”ແຊັກ”ດັ່ງກ່າວ ຈະມີອາຍຸໃຊ້ໄດ້ພາຍໃນກຳນົດ 180 ວັນ ນັບແຕ່ວັນທີທີ່ໄດ້ລະບຸໄວ້ນັ້ນເປັນຕົ້ນໄປ (ມາດຕາ 9 ຂອງ ດຳລັດ ວ່າດ້ວຍ”ແຊັກ”). ຖ້າກາຍກໍານົດ 180 ວັນ ແມ່ນບໍ່ສາມາດເບີກເງິນໄດ້ ແລະ ຖືວ່າໃບ”ແຊັກ”ດັ່ງກ່າວໝົດຜົນສັກສິດ.

ໂດຍ: ທະນາຍ ວຽງສະຫວັນ ພັນທະລີ, ອຳນວຍການ ບໍລິສັດ ພັນທະລີກົດໝາຍ ຈຳກັດ

(ວາລະສານທາເກັດ ສະບັບ 148 ເດືອນພະຈິກ 2018 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍບ່ອນສະຖານທີ່ໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666) 

When you take a check into be cashed

but the funds in the account are insufficient, is it illegal?

Many people have heard of a ‘bouncing check’. The inability to cash a check due to their being insufficient funds in the account to pay the amount written on the check constitutes a case for which a summons is issued by the police and eventually, criminal prosecution ensues. In order to avoid this problem, I would like to explain the legal reasons concerning the cause, which is criminally punishable and may result in imprisonment, because a check was used when there was no money in the account. What can be done to prevent this from occurring?

In daily life, the payment and the cashing of a check takes place within the sum of money in the account. In many cases, however, criminal prosecution takes place and the person is detained concerning the use of a check without having the funds in the account to guarantee the performance of the contract in hand. In the event that this problems arises, the cash is made out for cash payment but the amount payable is not present in the account.

For the sake of convenience, many cases arise because a business partner or contracting party is bound to perform a future contractual obligation but, in bad faith, goes to withdraw the money at a bank early and the account in question has insufficient funds for them to withdraw the amount written on the check as that contractual obligation has yet to be performed. In this event, the payer is deemed to be in contravention of Article 33 of Decree 368/PM, dated 27 October 2014, which states that “Any person ordering the payment of a check without having the amount in their account, in part or in full, equal to the total amount stated on the check, unless the check has been guaranteed by its drawee, shall be fined the amount written on the check and punished by deprivation of freedom as specified in the Penal Law”.

Paragraph Article 151 of Penal Law 12/NA (amended), dated 9 November 2005, specifies that “Any person using bounced checks or checks in excess of the deposit account’s balance or engaging in the unlawful sale and/or exchange of checks shall be punished by six months to three years of deprivation of freedom and/or fined in accordance with banking regulations”. Therefore, in this event, the personal shall be criminally guilty and the police may proceed with an investigation into the offence.

In order to avoid this situation, and not face criminal prosecution as described above, in order to guarantee the contract in question, you should write a condition on the rear side of the check stating that the payment of this check shall take place only after the work is complete or the money has been transferred from the relevant source related to the work, for example, and this condition protects the payer from criminal guilt. The dating of the check is also important because if the check is not dated, the bearer can write whatever date they like and this, again, could amount to criminal guilt.

If you date your check, it shall remain valid for 180 days of the date stated thereon (Article 5 of the Decree on Checks). Upon the expiration of this period, the check can no longer be cashed and shall no longer be deemed valid.

By: Attorney Viengsavanh Phanthaly, Director of Phanthaly Law Co., Ltd.

Comments