ເມື່ອກ່າວເຖິງຮ້ານຂາຍຄໍາ ພູວົງ ຫຼາຍທ່ານຈະຮູ້ດີ ແຕ່ຖ້າກ່າວເຖິງ “ອາເລັກ” ຫຼາຍທ່ານຄົງຈະບໍ່ຄຸ້ຍເຄີຍກັບຊື່ນີ້, ດັ່ງນັ້ນວາລະສານສະບັບນີ້ພວກເຮົາໄດ້ມີໂອກາດສໍາພາດນັກທຸລະກິດໜຸ່ມ ໄພແຮງ ແຊງທາງໂຄ້ງ ຜູ້ຕໍ່ຍອດທຸລະກິດຂອງຮ້ານຂາຍຄໍາ ພູວົງ ແລະ ກິດຈະການໃນກຸ່ມພູວົງ ໃຫ້ກວ້າງຂວາງກວ່າເກົ່າ.
ຈັນທະວົງ ພະມີສິດ ອາຍຸ 31 ປີ “ອາເລັກ” ເປັນລູກຊາຍຄົນທີສອງຂອງທ່ານ ພູວົງ ພະມີສິດ ຮຽນຈົບປະລິນຍາຕີ ສາຍບໍລິຫານທຸລະກິດ ອັນຍະມະນີ ຈາກ ສ.ອາເມລິກາ ທີ່ໂຮງຮຽນ gemological institute of America ໃນປີ 2008 ຫຼັງຈາກຈົບມາກໍມາຊ່ວຍວຽກທຸລະກິດພໍ່ ເຊິ່ງແມ່ນຮ້ານ ຄໍາພູວົງ ພາຍຫຼັງທີ່ມາເບິ່ງກິດຈະການພ້ອມ ເອື້ອຍທີ່ຮຽນຈົບມາພ້ອມກັນ ປັດຈຸບັນເຮັດໃຫ້ທຸລະກິດຮ້ານຂາຍຄໍາພູວົງ ຂະຫຍາຍໄດ້ 7 ສາຂາ ແລະ ຈະຂະຫຍາຍຕື່ມອີກຕາມຕົວເມືອງໃຫຍ່ຂອງບັນດາແຂວງໃນປະເທດຕື່ມອີກ.
*ແນວຄວາມຄິດລິເລີ່ມການຂະຫຍາຍສາຂາ?
ເຫດຜົນທີ່ຂະຫຍາຍກໍເພື່ອເປັນການຄວບຄຸມຄຸນນະພາບຂອງສິນຄ້າ ແລະ ອີກເຫດຜົນໜຶ່ງກໍແມ່ນເພື່ອສ້າງຄວາມສະດວກສະບາຍໃຫ້ແກ່ລູກຄ້າຮ້ານຄໍາພູວົງ ໃນທົ່ວປະເທດ. ຜ່ານມາກໍມີລູກຄ້າຈໍານວນໜຶ່ງມາຊື້ຄໍາຮ້ານເຮົາເພື່ອໄປຈໍາໜ່າຍ ແລະ ກໍມີຈໍານວນໜຶ່ງສວຍໂອກາດແອບອ້າງ ດັ່ງນັ້ນເຮັດໃຫ້ພວກເຮົາມີແນວຄິດທີ່ຈະຂະຫຍາຍທຸລະກິດໃຫ້ເປັນລະບົບຂຶ້ນ ເພື່ອປ້ອງກັນການແອບອ້າງ.
*ກ່ຽວກັບຄຸນນະພາບ ແລະ ມາດຕະຖານຂອງແຕ່ລະສາຂາເຮົາຄຸ້ມຄອງແນວໃດ?
ຜ່ານມາທາງພວກເຮົາກໍໄດ້ມີການລອງຜິດ ລອງຖືກ ກ່ອນທີ່ຈະຂະຫຍາຍສາຂາໄປຕ່າງແຂວງ ເຊິ່ງທຸລະກິດຮ້ານຄໍາພູວົງແມ່ນເລີ່ມກິດຈະການມາແຕ່ປີ 1983 ຈົນມາປັດຈຸບັນແມ່ນ 35 ປີ ແລະ ໃນ 10 ປີຜ່ານມາພວກເຮົາຫາກໍສາມາດຂະຫຍາຍ 4 ສາຂາ ດັ່ງນັ້ນຈາກປະສົບການ ແລະ ບົດຮຽນທີ່ຖອດຖອນໄດ້ ພວກເຮົາຈຶ່ງວາງເປົ້າໝາຍວ່າ: ທຸກຜະລິດຕະພັນແມ່ນຕ້ອງຜະລິດຈາກສ່ວນກາງບ່ອນດຽວ ເພື່ອໃຫ້ສາມາດຄວບຄຸມດ້ານຄຸນນະພາບໄດ້ຕາມມາດຕະຖານຂອງຮ້ານຄໍາພູວົງທຸກປະການ.ດັ່ງນັ້ນໃນຈຸດນີ້ລູກຄ້າໃຫ້ມີຄວາມໝັ້ນໃຈໄດ້ເລີຍວ່າ: ບໍ່ວ່າທ່ານຈະຊື້ຢູ່ສາຂາໃດ ແມ່ນມາດຕະຖານອັນດຽວກັນ 100%.
ໃນວັນທີ 7 ຕຸລາຜ່ານມາກໍໄດ້ເປີດສາຂາທີ່ໂພນໂຮງ ແລະ ກຽມເປີດສາຂາທີ່ 7 ຢູ່ແຂວງໄຊຍະບູລີໃນອະນາຄົດຕັ້ງເປົ້າໄວ້ຕື່ມຢູ່ແຂວງຈໍາປາສັກ,ຄໍາມ່ວນ,ສະຫວັນນະເຂດ,ຫຼວງພະບາງ ແລະ ຖ້າເປັນໄປໄດ້ແມ່ນຈະໃຫ້ມີທົ່ວປະເທດ.
*ນອກຈາກທຸລະກິດຮ້ານຂາຍຄໍາແລ້ວທ່ານຍັງມີທຸລະກິດໃດຕື່ມ?
ນອກຈາກທຸລະກິດດັ່ງກ່າວພວກເຮົາຍັງມີທຸລະກິດສວນພຶກສາ ເມືອງນາຊາຍທອງ ທີ່ເປີດບໍລິການໃນປີ 2016 ເຊິ່ງຕັ້ງເປົ້າໄວ້ເພື່ອສ້າງເປັນແຫຼ່ງທ່ອງທ່ຽວ ເປັນສວນອາຫານ ເປັນສວນຊົນເຜົ່າມົ້ງ ແລະ ກິດຈະກໍາທາງດ້ານວັດທະນະທໍາ ແລະ ກິລາ ເປັນບ່ອນພັກຜ່ອນຂອງມວນຊົນ ເປັນບ່ອນທັດສະນະສຶກສາ ພັນໄມ້ຕ່າງໆ. ມາຮອດປັດຈຸບັນ ກະແສຕອບຮັບຈາກສັງຄົມແມ່ນດີສົມຄວນ ພວກເຮົາຄາດຫວັງວ່າໃນອະນາຄົດ ສະຖານທີ່ແຫ່ງນີ້ຈະກາຍເປັນ “ແລນມາກ” ຂອງນະຄອນຫຼວງວຽງຈັນ.
ນອກນີ້ຍັງມີທຸລະກິດທາງດ້ານການເງິນ (Micro Finance Phouvong sap) ເນັ້ນໃສ່ການປ່ອຍເງິນກູ້ຂະໜາດນ້ອຍເພື່ອສົ່ງເສີມ ທຸລະກິດ SME ໃນວົງເງິນ ຕາມນະໂຍບາຍຂອງທະນາຄານກາງ ແລະ ໄດ້ເປີດບໍລິການໃນປີ 2018 ນີ້ເຊິ່ງເຫັນວ່າມີກະແສຕອບຮັບທີ່ດີ.
ອີກໜຶ່ງທຸລະກິດກໍແມ່ນ ພູວົງ ອະສັງຫາລິມະຊັບ ຈະເຮັດກ່ຽວກັບການຊື້-ຂາຍດິນ,ການບໍລິຫານຈັດການຊັບສິນ ເຊິ່ງໃນນີ້ເຮົາຈະແຍກອອກເປັນ 2 ກຸ່ມໃຫຍ່ຄື: ການບໍລິຫານຈັດການຊັບສິນ ແລະ ເປັນນາຍໜ້າອະສັງຫາລິມະຊັບ.
ໃນເຄືອຂອງ ພູວົງ ອະສັງຫາລິມະຊັບ ປັດຈຸບັນ ພວກເຮົາກໍມີອາພາດເມັນ 4 ຫຼັງ ໃນເຂດເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເຊັ່ນ: ມະໂນລາ ເຣຊີເດັນ, ໂຣມາ ອາພາດເມັນ, ສົມວິໄຊ ອາພາດເມັນ ແລະ ອາລິສາ ອາພາດເມັນ ເຊິ່ງລູກຄ້າສ່ວນໃຫຍ່ແມ່ນແຂກຕ່າງປະເທດ.
ນອກນີ້ຍັງມີທຸລະກິດກ່ຽວກັບອາຫານ ແລະ ເຄື່ອງດື່ມ ເຊັ່ນ: ຮ້ານອາຫານຍີ່ປຸ່ນ SUSHI MEGA LAOS ເປີດບໍລິການທົດລອງໃນເດືອນກັນຍາ 2018 ຜ່ານມາ,ລູກຄ້າແມ່ນເນັ້ນໃສ່ຜູ້ມັກອາຫານຍີ່ປຸ່ນ ແລະ ອາຫານເພື່ອສຸຂະພາບ ທີ່ຕ້ອງການຄວາມແປກໃໝ່ ຄວາມສົດສະໄຕ໌ແບບຍີ່ປຸ່ນ ດ້ວຍລາຄາທີ່ເໝາະສົມ, ພ້ອມນີ້ຍັງມີທຸລະກິດ “ແຟຣນຊາຍ ຄະມຸທີ” ເປັນເຄື່ອງດື່ມຊາໄຂ່ມຸກ ເຊິ່ງເປັນ ”ແບຣນ” ຕົ້ນກໍາເນີດມາຈາກປະເທດຍີ່ປຸ່ນ.
ພ້ອມນີ້ເຮົາຍັງມີ “ເອແອນບີ້ ແພນເຄັກ” ທີ່ເປີດບໍລິການໃນປີ 2017 ໃນອະນາຄົດມໍ່ໆນີ້ກໍຈະເປີດ “ປັນປັນ ຣີເສີດແອນຄາເຟ” ຈະເຮັດກ່ຽວກັບກະແລ້ມ ແລະ ເຂົ້າໜົມ ເຊິ່ງຈະ ”ແບຣນ” ທີ່ເຮົາສ້າງຂຶ້ນເອງ ໂດຍນໍາໃຊ້ສູດຈາກຕ່າງປະເທດ.
*ປັດຈຸບັນກໍມີຫຼາຍກວ່າ 4 ບໍລິສັດທີ່ຮັບຜິດຊອບທ່ານແບ່ງເວລາແນວໃດ?
ສິ່ງສໍາຄັນທີ່ສຸດເລື່ອງການເຮັດທຸລະກິດແມ່ນ “ທີມງານ” ຊຶ່ງມີຄໍາຂວັນທີ່ວ່າ:“ຖ້າຢາກຍ່າງໄວ ຕ້ອງຍ່າງຄົນດຽວ ແຕ່ຖ້າຢາກຍ່າງໄກ ຕ້ອງຍ່າງເປັນທີມ” ດັ່ງນັ້ນໃນທຸກໆທຸລະກິດຂອງພວກເຮົາ ໃນແຕ່ລະຫົວໜ່ວຍທຸລະກິດ ພວກເຮົາຈະມີຫົວໜ້າສາຍງານ ມີຜູ້ຮັບຜິດຊອບແຕ່ລະໜ້າວຽກຢ່າງຊັດເຈນ ຈະມີການປຶກສາ, ການລາຍງານກັນຜ່ານເປັນລະບົບ. ສ່ວນຂ້າພະເຈົ້າກໍຈະໄດ້ມີເວລາໃຫ້ກັບຄອບຄົວຫຼາຍຂຶ້ນ.
ໃນທັດສະນະຂອງຂ້າພະເຈົ້າແມ່ນ: “ເຮັດວຽກໃຫ້ເຕັມທີ່ ໃຊ້ເວລາຢູ່ກັບຄອບຄົວໃຫ້ຫຼາຍ” ໝາຍຄວາມວ່າ:ໃນເວລາວຽກແມ່ນເຮັດເຕັມທີ່ ແຕ່ໝົດເວລາວຽກແລ້ວຖ້າບໍ່ມີອັນຈໍາເປັນຕ້ອງອອກງານພົບລູກຄ້າແລະງານສັງຄົມ ຕ້ອງໃຊ້ເວລາຢູ່ກັບຄອບຄົວໃຫ້ຫຼາຍທີ່ສຸດ ໂດຍສະເພາະແມ່ນລູກສາວ ຄືແກ້ວຕາດວງໃຈຂອງຂ້າພະເຈົ້າ. ຊຶ່ງປັດສະຍາໃນການໃຊ້ຊີວິດຂອງຂ້າພະເຈົ້າແລ້ວແມ່ນຄວາມສຸກ: “ຄວາມສຸກດີທີ່ສຸດ ແມ່ນຄວາມສຸກຂອງຄອບຄົວ’ ຂ້າພະເຈົ້າຍຶດຖືປັດສະຍາການໃຊ້ຊີວິດຢຸ່ 3 ຂໍ້ຄື: 1 ຄວາມສຸກ 2 ຄອບຄົວ 3 ເປົ້າໝາຍທີ່ຊັດເຈນ.
*ຜ່ານການເຮັດທຸລະກິດ ທ່ານພົບສິ່ງທ້າທາຍຫຍັງແດ່?
ຄົນເຮົາເຕີບໃຫຍ່ ເຕີບໂຕໄປຕາມອາຍຸ ການເວລາ ປະສົບການ ສໍາລັບຂ້າພະເຈົ້າແລ້ວເຫັນວ່າ: ທຸກສິ່ງ ທຸກຢ່າງຄື: “ຄວາມທ້າທາຍ” ເຊັ່ນຂໍຍົກຕົວຢ່າງ:ທຸລະກິດຮ້ານຄໍາພູວົງ ທີ່ເກີດຂຶ້ນມາດົນກວ່າ 35 ປີ ຂ້າພະເຈົ້າກໍຍັງເຫັນວ່າມັນຍັງມີຄວາມທ້າທາຍ ບໍ່ວ່າຈະເປັນເລື່ອງຂອງການແຂ່ງຂັນ,ເລື່ອງຂອງເສດຖະກິດ,ເລື່ອງຂອງການຂະຫຍາຍຕົວ…ແລະ ອື່ນໆ. ສະນັ້ນເຮົາຈະຮັບມືກັບຄວາມທ້າທາຍໄດ້ແນວໃດ? ນັ້ນຄື ສິ່ງທີ່ທ້າທາຍກວ່າອີກ ເພາະເຮົາຈະສາມາດສືບສານຕໍ່ຍອດທຸລະກິດຂອງບັນພະບູລຸດໃຫ້ໝັ້ນຄົງໄດ້ແນວໃດ? ມັນຍິ່ງເຮັດໃຫ້ເຮົາຕ້ອງໄດ້ໃຊ້ມັນສະໝອງຫຼາຍຂຶ້ນ ເພື່ອໃຫ້ຢູ່ລອດແລ້ວ ແລະ ຕ້ອງຂະຫຍາຍຕົວໃຫ້ໄດ້ອີກດ້ວຍ.
ສະນັ້ນເຮົາຕ້ອງບໍ່ຖອຍ ຕ້ອງສູ້ຊົນ ຊອກຫາຫົນທາງເພື່ອກ້າວໄປໜ້າເລື້ອຍໆ ສິ່ງສໍາຄັນທີ່ຈະເຮັດໃຫ້ເຮົາສາມາດໄປໄດ້ເຮົາຕ້ອງຊອກ ”ລະບົບທີ່ທັນສະໄໝ” ເຂົ້າມາຊ່ວຍໃນດ້ານການບໍລິຫານ-ຈັດການ.
*ທ່ານຍັງເຫັນຈຸດໃດໃນການຄຸ້ມຄອງພາກຫົວໜ່ວຍທຸລະກິດ ເອສເອັມອີ ຕ້ອງມີການປັບປຸງ?ເພື່ອໃຫ້ສາມາດແຂ່ງກັບຕ່າງປະເທດ ແລະ ບໍ່ໃຫ້ເຮົາເສຍປຽບທາງດ້ານການຄ້າ?.
ສ່ວນໃຫຍ່ແລ້ວການເຮັດທຸລະກິດຂອງບ້ານເຮົາແມ່ນການນໍາເຂົ້າ ຫຼາຍກວ່າການສົ່ງອອກ ໂດຍລວມແລ້ວແມ່ນຈະເຮັດໃຫ້ເຮົາຂາດດູນການຄ້າກັບຕ່າງປະເທດ, ເພື່ອເຮັດໃຫ້ SME ບ້ານເຮົາສາມາດຂະຫຍາຍຕົວ ແລະ ມີຄວາມເຂັ້ມແຂງ ເຖິງວ່າຜ່ານມາ ທາງພາກລັດຈະໃຫ້ການສະໜັບສະໜູນຢູ່ແລ້ວ ແຕ່ຢາກໃຫ້ເພິ່ນເນັ້ນຕື່ມເລື່ອງຂອງການຜະລິດພາຍໃນໃຫ້ພຽງພໍ ສາມາດກຸ້ມກິນໄດ້, ກ່ອນທີ່ຈະລະດົມການສົ່ງອອກ ເພາະວ່າໃນເວລາໃດທີ່ພວກເຮົາສາມາດຜະລິດພາຍໃນ ແລະ ຊົມໃຊ້ພາຍໃນໄດ້ ການສົ່ງອອກມັນກໍຈະເກີດຂຶ້ນໄດ້ເປັນເງົາຕາມຕົວ.
ເພາະຖ້າເຮົາເລັງໃສ່ແຕ່ຜະລິດເພື່ອສົ່ງອອກ ບາງຄັ້ງສິນຄ້າສົ່ງອອກກັບສິນຄ້າຊົມໃຊ້ພາຍໃນມັນບໍ່ແມ່ນສິນຄ້າດຽວກັນ, ໃນເມື່ອວ່າສິນຄ້າພາຍໃນເປັນທີ່ຕ້ອງການເຮົາຄວນຜະລິດໃຫ້ຄົນໄດ້ກິນໄດ້ຢູ່ໄດ້ໃຊ້ກ່ອນເຊິ່ງມັນແນມເຫັນຕະຫຼາດທີ່ຊັດເຈນ.
ຂ້າພະເຈົ້າຂໍຍົກຕົວຢ່າງ: ປະເທດລາວເຮົາມີດິນດອນຕ່ອນຫຍ້າທີ່ອຸດົມສົມບູນ ສາມາດປູກພືດຜັກໄດ້ທຸກລະດູການ,ສາມາດປູກໄມ້ກິນໝາກໄດ້ເກືອບທຸກຊະນິດ,ສາມາດລ້ຽງສັດໄດ້ທຸກປະເພດ ແຕ່ຜ່ານມາສິນຄ້າດັ່ງກ່າວ ຍັງຖືກນໍາເຂົ້າຈາກປະເທດໄກ້ຄຽງຢ່າງຫຼວງຫຼາຍສົມຄວນ.
ຂ້າພະເຈົ້າເຊື່ອວ່າທາງພາກລັດເອງເພິ່ນກໍແນມເຫັນບັນຫາແລ້ວ ແຕ່ວ່າຂໍ້ມູນອາດຈະຍັງບໍ່ທັນໄດ້ທົ່ວເຖິງເທົ່າທີ່ຄວນ, ໂດຍສະເພາະໃນເຂດຫ່າງໄກສອກຫຼີກ ເຊິ່ງເຂົາເຈົ້າກໍສາມາດປູກໄດ້ ມີຜົນຜະລິດດີ ແຕ່ຜະລິດມາແລ້ວຈະໄປຂາຍໃສ? ສ່ວນຜູ້ທີ່ຊື້ກໍບໍ່ຮູ້ວ່າຢູ່ໃສແດ່ທີ່ມີຂາຍ?ຂ້າພະເຈົ້າເຊື່ອວ່າປະຊາຊົນລາວເປັນຄົນດຸໝັ່ນ ສາມາດຜະລິດໄດ້ພຽງແຕ່ວ່າເຂົາເຈົ້າຍັງບໍ່ເຫັນຊ່ອງທາງໃນການເຂົ້າເຖິງຢ່າງເປັນລະບົບທີ່ຊັດເຈນ.
ອີກບັນຫາໜຶ່ງຂ້າພະເຈົ້າຢາກຂໍຝາກເຖິງຊາວໜຸ່ມລຸ້ນໃໝ່ທີ່ກໍາລັງຈະຮຽນຈົບມາ ຜ່ານມາຈະເຫັນວ່າສ່ວນຫຼາຍພວກເຮົາມັກຈະເຮັດທຸລະກິດໄປຕາມກະແສ ຫຼື ວ່າຮຽນແບບຜູ້ນີ້ແລ້ວກະມາລົງມືເຮັດເລີຍ ເຊິ່ງທຸລະກິດພວກນີ້ສ່ວນຫຼາຍຈະເປັນທຸລະກິດທີ່ບໍ່ຍືນຍົງ. ຜ່ານມາເທົ່າທີ່ສັງເກດເຫັນຈະເປັນທຸລະກິດຂາຍກາເຟ ແລະ ເຄື່ອງນຸ່ງ ພໍເປີດໄປໄລຍະໜຶ່ງກໍຈະຍຸບໄປ (ຂາດທຶນ) ຂ້າພະເຈົ້າບໍ່ໄດ້ມີເຈດຕະນາຈະໄປໂຈມຕີທຸລະກິດເຫຼົ່ານີ້ ພຽງແຕ່ວ່າຖ້າຢາກຈະດໍາເນີນທຸລະກິດໃຫ້ມັນຍືນຍົງ ໝັ້ນຄົງຖາວອນ ນັກທຸລະກິດມືໃໝ່ຈະຕ້ອງໄດ້ສຶກສາກ່ຽວກັບທຸລະກິດໃຫ້ດີກ່ອນ,ຕ້ອງເຂົ້າໃຈຢ່າງເຖິງຖອງ,ຕ້ອງຫາຈຸດແຂງຂອງໂຕເອງໃຫ້ມັນໄດ້ ແລະ ລູກຄ້າຂອງເຮົາແມ່ນກຸ່ມໃດ? ທີ່ສໍາຄັນແມ່ນເຮັດແນວໃດເຮົາຈະສາມາດສ້າງຄວາມແຕກຕ່າງ.
ອີງໃສ່ບົດຮຽນທີ່ຂ້າພະເຈົ້າໄດ້ຖອດຖອນມາຈາກຕ່າງປະເທດ ແລະ ເປັນບົດຮຽນທີ່ຢາກຝາກໃຫ້ທຸລະກິດມືໃໝ່ບ້ານເຮົາແມ່ນ: ກ່ອນທີ່ຈະເປັນເຖົ້າແກ່ ຫຼື ເປັນນາຍ ຄວນຈະຜ່ານການເປັນລູກນ້ອງມາກ່ອນ ເພາະເຮົາຈະສາມາດເຂົ້າໃຈ ແລະ ບໍລິຫານຄົນໄດ້ດີທີ່ສຸດ. ຄົນເອີຣົບເປັນຫຍັງຈຶ່ງເກັ່ງກວ່າຄົນອາຊີ? ຄວາມຈິງການສຶກສາລະຫວ່າງຄົນອາຊີ ແລະ ເອີຣົບ ບໍ່ໄດ້ແຕກໂຕນກັນຫຼາຍ ພຽງແຕ່ວ່າຄ່ານິຍົມຂອງຄົນເອີຣົບ ແມ່ນເຂົາເຈົ້າຈະເລີ່ມເຮັດວຽກແຕ່ອາຍຸຍັງນ້ອຍ ສະນັ້ນຈະເຂົ້າໃຈເລື່ອງການບໍລິຫານຕ່າງໆ,ເຂົ້າໃຈການດໍາລົງຊີວິດ, ສ່ວນໃຫ່ຍຈະເຫັນວ່າເຂົາເຈົ້າ ພໍອາຍຸ 18 ປີ ແມ່ນເລີ່ມໄປຊອກເຮັດວຽກເພື່ອຫາປະສົບການແລ້ວ ແຕ່ໃນອາຊີໂດຍສະເພາະໃນບ້ານເຮົາແມ່ນ 25 ປີຈິ່ງເລີ່ມເຮັດວຽກ ດັ່ງນັ້ນສະເລັ່ຍແລ້ວຈະມີສ່ວນຕ່າງກັນປະມານ 7 ປີ ເຊິ່ງເຂົາເລີ່ມຕົ້ນໄວ ໄດ້ລອງຜິດ ລອງຖືກມາແລ້ວ ແລະ ຮູ້ແລ້ວວ່າສິ່ງທີ່ເຂົາຕ້ອງການ ຫຼື ເປົ້າໝາຍຂອງເຂົາແມ່ນຫຍັງແທ້, ດັ່ງນັ້ນຈິ່ງບໍ່ແມ່ນເລື່ອງແປກວ່າເປັນຫຍັງຄົນເອີຣົບຈິ່ງເກັ່ງ ມີປະສົບການຫຼາຍກວ່າຄົນອາຊີ ເພາະເຂົາພຽງເລີ່ມໄວກວ່າເຮົາເທົ່ານັ້ນເອງ.
*ປະສົບການ, ບົດຮຽນ, ຄະຕິປະຈໍາໃຈທີ່ຍຶດໝັ້ນ?
ຂ້າພະເຈົ້າຍຶດຖືຢູ່ 5 ປັດໃຈ ເພື່ອເປັນຂໍ້ຄິດໃຫ້ກັບນັກທຸລະກິດມືໃໝ່ໃນການກ້າວສູ່ຄວາມສໍາເລັດ, ຟັງແລ້ວມັນອາດເປັນເລື່ອງທີ່ງ່າຍໆ ແຕ່ວ່າມັນແມ່ນເລື່ອງທີ່ສໍາຄັນ ຖ້າເຮັດຄົບ 5 ປັດໃຈຢ່າງຕໍ່ເນື່ອງຄວາມສໍາເລັດມາແນ່ນອນ.
ຄາຖາເງິນລ້ານ 5 ຂໍ້
- “ດຸໝັ່ນ” ຄວາມດຸໝັ່ນຄືຄວາມຕັ້ງໃຈ ແລະ ຄວາມດຸໝັ່ນຈະກໍ່ໃຫ້ເກີດຄວາມພາກພຽນ ຫຼາຍຄົນຢາກລວຍ ແຕ່ຕື່ນສວາຍ ແບບນີ້ຄວາມລວຍກໍບໍ່ເກີດ.
- “ຮຽນຮູ້ເພີ່ມຕື່ມຢູ່ເລື້ອຍໆ” ເພື່ອບໍ່ໃຫ້ຄາຖາເຊື່ອມໃຫ້ທ່ານໝັ່ນເຂົ້າຮ້ານປື້ມ ຊອກປື້ມມາອ່ານເດືອນລະເທື່ອ ຫຼື ຊອກອ່ານຫຍັງທີ່ມີຄວາມຮູ້ຕໍ່ຕົນເອງ.
- “ເຮັດວຽກເກີນເວລາ” ພໍ່ຂ້າພະເຈົ້າເຮັດວຽກມື້ລະ14 ຊົ່ວໂມງ ເປັນເວລາຫຼາຍກວ່າ 20 ປີ ອອກໄປຄ້າຂາຍແຕ່ 4ໂມງເຊົ້າ ກັບບ້ານ 6ໂມງແລງ ຄາຖານີ້ຈະນຳທ່ານເປັນຄົນຮັ່ງມີໃນທີ່ສຸດ.
- 4. “ເບິ່ງໂອກາດໃຫ້ເປັນ” ເປັນສິ່ງທີ່ເວົ້າງ່າຍ ເຮັດຍາກ ເພາະໂອກາດເຂົ້າມາໃນຊີວິດມັນບໍ່ໄດ້ຮ້ອງມານຳສາຍລົມ ແຕ່ມັນມາຈາກຄວາມພາກພຽນຂອງ 3 ຂໍ້ທາງເທິງບວກກັບປະສົບການຂອງຜູ້ປະຕິບັດ.
- “ມີຈິດອາສາ” ຫຼາຍຄົນອາດງົງເນາະວ່າມັນແປວ່າຫຍັງ? ໝາຍຄວາມວ່າເຮົາຕ້ອງເປັນຄົນໃຈກວ້າງ ຄ່ອຍຮຽນຮູ້ສິ່ງອ້ອມຂ້າງ ບໍ່ຕ້ອງຕັ້ງແງ່ວ່າເຮົາຈະໄດ້ຫຍັງກ່ອນລົງມືເຮັດ ອາສາເຮັດຊ່ວຍສັງຄົມ ອາສາເຮັດຊ່ວຍສະມາຄົມ ເຄີຍເຫັນໜັງບໍ່ທີ່ພະເອກຈະໄດ້ວິຊາມາຕ້ອງອາສາໄປເປັນລູກສິດອາຈານເຮັດນັ້ນເຮັດນີ້ໃຫ້ອາຈານສຸດທ້າຍໄດ້ວິຊາດີ. “ຢ່າລືມວ່າຄວາມມັ່ງຄັ່ງມັນບໍ່ມີທາງລັດ ຢາກໄດ້ຕ້ອງພາກພຽນ”
*ຫຼາຍຄົນຕັ້ງຄໍາຖາມວ່າ ຢາກເຮັດທຸລະກິດ ແຕ່ບໍ່ມີເງິນ? ຈະເຮັດແນວໃດ?
ຄໍາຖາມນີ້ເປັນຄໍາຖາມທີ່ຖືກຖາມຫຼາຍ ແລະ ຕອບຍາກທີ່ສຸດ ແລະ ຮູ້ທັນທີວ່າຜູ້ຖາມແມ່ນຜູ້ທີ່ຍັງບໍ່ເຄີຍເລີ່ມຕົ້ນເຮັດທຸລະກິດ ຂ້າພະເຈົ້າເຫັນວ່າ: ເງິນມັນມີຢູ່ທຸກແຫ່ງ ແຕ່ຂ້າພະເຈົ້າຢາກກັບໄປເວົ້າເລື່ອງ “ຈິດອາສາ” ຫຼື ເວົ້າເຖິງເລື່ອງແຮງດຶງດູດ. ຄົນທີ່ມີແນວຄວາມຄິດຄືກັນມັນຈະມີແຮງດຶງດູດກັນ, ເງິນກໍເຊັ່ນດຽວກັນ ມັນຈະດຶງດູດເອົາຄົນທີ່ມີຄວາມຮູ້ ຄວາມສາມາດ ເງິນຈະແລ່ນເຂົ້າໄປຫາຄົນທີ່ມີທັກສະໃນການບໍລິຫານ ເງິນຈະບໍ່ແລ່ນເຂົ້າໄປຄົນທີ່ຕ້ອງການເງິນ ເງິນຈະຕີຕົວອອກຈາກຄົນທີ່ບໍ່ມີເງິນ ເງິນຈະແລ່ນເຂົ້າໄປຫາຄົນທີ່ຕ້ອງການມີຄວາມຮູ້.
*ໝາຍຄວາມວ່າແນວໃດ?
ຖ້າວ່າໃຜກໍຕາມທີ່ພ້ອມຈະລົງທຶນ ຈະຕ້ອງລົງກັບຄົນມີຄວາມຮູ້ ມີແຜນການ ມີວິໄສທັດ, ປັດຈຸບັນການເຂົ້າຫາແຫຼ່ງທຶນແມ່ນສະດວກສະບາຍຫຼາຍ ຂໍພຽງແຕ່ທ່ານມີ “ແບບແຜນທຸລະກິດ,ມີຄວາມໜ້າເຊື່ອຖື” ທະນາຄານ ຫຼື ແຫຼ່ງເງິນພ້ອມຈະສະໜັບສະໜູນແລ້ວ.
ດັ່ງນັ້ນບໍ່ແມ່ນທ່ານບໍ່ມີເງິນ ພຽງແຕ່ວ່າທ່ານຍັງບໍ່ທັນມີຄວາມສາມາດ ຍັງບໍ່ພັດທະນາໂຕເອງໄປເຖິງຈຸດນັ້ນໄດ້ເທື່ອ.
“ການທີ່ຈະປະສົບຄວາມສໍາເລັດໄດ້ມັນເປັນເລື່ອງທີ່ບໍ່ຍາກ ແຕ່ການຮັກສາຄວາມສໍາເລັດໄວ້ໃຫ້ຍືນຍົງມັນເປັນເລື່ອງຍາກທີ່ສຸດ. ຖ້າໄດ້ມາໂດຍບໍ່ໄດ້ຮຽນຮູ້ ແມ່ນຈະບໍ່ສາມາດຮັກສາມັນໄວ້ໄດ້ແນ່ນອນ”.
#ນັກທຸລະກິດ ມືໃໝ່.
(ວາລະສານທາເກັດ ສະບັບ 148 ເດືອນພະຈິກ 2018 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍບ່ອນສະຖານທີ່ໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)
Phouvong Jewelry
plans to expand its business nationwide.
Speaking of Phouvong Jewelry, many of you would recognize it well, but probably not with the name “Alex.” Therefore, we would like to bring you an exclusive interview of this young-blood successor of the Phouvong Group who will help expanding the business wider.
Chanthavong Phamisith, aged 31 years old, or “Alex” is the second son of Mr. Phouvong Phamisith. He graduated with a bachelor degree in gemological business administration from the Gemological Institute of America in 2008. He returned to help his father managing Phouvong Jewelry together with his older sister after both of them graduated at about the same time. Currently, Phouvong Jewelry has been expanded into 7 branches and will continue to expand further in major cities throughout the country.
*Idea on branch expansion?
Reasons behind such expansion is to control our product quality as well as to facilitate customers’ access to Phouvong Jewelry across the country. Previously, some clients bought our gold to be sold further by arrogating our brand to themselves. Because of that, we decided to systematically expand our business wider to prevent such arrogation.
*How do you manage quality and standard of your business line?
Previously, we experimented trial and error before expanding branches in other provinces. Phouvong Jewelry has been operating for 35 years since 1983 and was able to open 4 branches in the last 10 years. Based on the experience and lesson-learned we have gained, we are setting out goal that every product has to solely be made by our central production base in order to help us managing quality and standard of Phouvong Jewelry. With this, customers can be confident that no matter where they buy our products, they will be 100% made by the same standard.
On October 7, we just opened our branch in Phonhong District and we are preparing to launch the 7th one in Sayabouly Province. In the future, more branches will be expanded in the Province of Champasack, Khammouan, Savannakhet, Luang Prabang and later throughout the country.
*Apart from jewelry, what other businesses does Phouvong Group engage in?
Apart from the said business, we manage Pheuksa Garden in Naxaythong District which was opened for public in 2016. The garden is designed as a tourist site with restaurant and Hmong ethnic garden for hosting cultural and sport activities, for people to relax and for student to study different species of fauna and flora. To date, the garden has been quite popular among people and we expect that this place will later become a “land mark” of Vientiane Capital in the future.
Moreover, we operate the Micro Finance Phouvong Sap emphasizing on leasing credits to finance small and medium enterprises (SMEs) based on the financial limit set by the Central Bank. The business was launched in 2018 with good public acceptance.
Another, we also have Phouvong Real Estate engaging in buying and selling lands as well as administering properties. The business has 2 main activities, namely administering properties and acting as a real estate broker.
In the area of real estate, we own 4 apartments in Sisattanark District, Vientiane, such as Manola Residence, Roma Apartment, Somvixay Apartment and Alisa Apartment which house many foreign guests.
Food and beverages is another business line of Phouvong Group. We recently opened a Japanese restaurant called SUSHI MEGA LAOS in September 2018. The dining place focuses mainly on serving Japanese and healthy cuisine to diners who prefer unique and Japanese-style fresh food offered in a reasonable price. We also run a franchise business “Kamu Tea,” a tea brand originated in Japan.
Lastly, we have “A&B Pancake,” another one of our business, which was established in 2017. In the near future, we will launch an ice-cream and bakery under our own brand so called “Pun Pun Dessert and Café” with recipe brought in from overseas.
*With more than 4 companies in charge, how do you manage your time?
Most important thing to have for doing business is a “team” as in a saying “if you want to walk fast, walk alone. If you want to walk far, walk together.” Therefore, there will be leaders in every of our business unit who will be responsible for their clear tasks. Works will be done via discussion and report system. This allows me to spend more time with family.
In my perspective, “working hard while spending as much time as possible with family” means that while working, we should dedicate ourselves to the fullest to work. When we do not have to meet with customers and attend social events, we have to spend most of our time with family. I especially love to spend time with my beloved daughter. This life philosophy is called happiness and “true happiness comes from family.” I always adhere to 3 main life philosophies, namely 1. Happiness; 2. Family; and 3. Clear Goal.
*What are some of the challenges you have faced throughout your business career?
We all grow up with time and experience, and I can see that everything around us is a “challenge.” For example, despite the fact that Phouvong Jewelry has been around for 35 years, I still see challenges related to competition, economy, growth and so on. Thus, how can I handle with the challenges? This is even more challenging to think of how to pursue the business handed down from the previous generation and ensure its stability. This alone forces me to think hard in order for the business to survive and grow further.
With that in mind, I can never give up, but keep finding ways to advance forward. The important thing that will help us moving forward is to apply “modern system” in administrative works.
*Which aspect of the management of SMEs do you think need to be improved in order to gain competitiveness and advantage over foreign competitors?
Most businesses operated in Laos are import-based which contributes to trade deficit to foreign countries. In order for Lao SMEs to grow strong, despite the fact that the Government has been actively supporting, we would like to encourage them to further promote domestic production and self-sufficiency before pushing exports. Once we are able produce and supply domestic consumption, we would be able to export eventually.
Concentrating only on producing for export causes difference between export products and domestic goods. When internal goods are needed, we should focus on producing for domestic consumption first as this market can be seen more distinctively.
Let me discuss through this example. Laos is rich in agricultural lands suitable for planting all seasonal crops and fruits, and for raising livestock. However, products related to those areas mentioned have still been imported from neighboring countries in quite large amount.
I believe that the Government is well aware of the issue, but lack some sort of information, especially about production potential of remote areas. Even though the areas are capable of well producing these supplies, the questions are where they can sell them and who will buy them. I am confident that Lao people are hard-working and capable. They just need clear channels for accessing markets systematically.
Another point I would like to convey to the young generation who are about to graduate and do business or follow other people because it is a trend, this kind of business is not stable. As I have noticed, most of them are coffee shops and boutiques which end up failing (loss of profits). Please do not get me wrong that I am offending these businesses. I just want to say that in order for business to be sustainable and stable, new entrepreneurs have to study and understand their business well to the point that they can identify strengths and target customers. More importantly, how they can be unique from others.
In accordance with lesson-learned gained from overseas which I would like to share to all new Lao business people, you should at least once experience being an employee before trying to be a boss. This is the best way for understanding and managing people. Why are Europeans more capable than Asians? In fact, the education gap between Asia and Europe is not that big. The difference is that Europeans have a common value of working at a young age. Therefore, they tend to understand how to manage things and their own life. Mostly, when they reach 18 years of age, they will begin seeking for job and experience. Whereas in Asia, most people start to work at 25. The 7-year early start of Europeans enable them to try and learn, and eventually understand what it is really that they want or their goal in life. Not surprisingly, most Europeans are more capable and have more experience than Asians just because they start earlier.
*What experience, lessons and mottos are you holding onto?
I am always holding onto 5 tips and would like to share these as a guideline for new entrepreneurs to succeed in their business. It might sound simple, but yet very important. If you can consistently comply with all these 5 tips, success is not far from reach.
5 tips towards millions
- “Diligence” refers to hard work, dedication and perseverance. Many people want to be rich, but all they do is waking up late. Doing this will never lead to richness.
- “Never stop learning.” To keep staying on the pathway of success, you should go to bookshops and read at least one book per month or read something that will improve your knowledge.
- “Work overtime.” My father has worked 14 hours a day for more than 20 years. He always went out to work at 4 in the morning and returned home at 6 in the evening. This tip will lead you to wealth.
- “Seek opportunity.” This is easily said than done. Opportunity in life does not come to us on its own through wind, but via our diligence in complying with the 3 above mentioned tips plus our own experience.
- “Be charitable.” Many people might not know what this means. It just means that we have to be more open to learning things around us. We should never question for what we will gain from doing something. We can help social or charity associations. As you might have seen in movies before, a lead character has to volunteer in helping his master doing several works before being taught with good skills. “Do not forget that there is no short-cut towards success, only perseverance does.”
*Many people ask what to do if they do not have money to invest?
This is a very common question and also very difficult to answer. Those who ask this question have surely not started doing business before. I see that money is everywhere and I would like to refer back to “being charitable” or attraction. People with common ideas are attracted to each other and money is no different. Money will run towards those with good management skill, not those who need it. Money will run towards people with knowledge, not people who do not have it.
*What do you mean?
If anyone is ready to invest, they should invest on those with knowledge, plan and vision. Currently, it has become easier to access financial sources. Only you have a “business plan and credibility,” banks or financial institutions are ready to support you.
In the end, it is not about having no money, but you just do not possess required abilities or have not developed yourself to the point when you are ready.
“Being successful is not difficult, but to sustain such success is the hardest. Acquiring something without learning, you will not be able to keep it long.”
#new entrepreneur.