ຜູ້ໃຫ້ບໍລິການດ້ານ ”ໄອທີ” ຄົບວົງຈອນ.. Guarantee ດ້ວຍລາງວັນລະດັບຊາດ”

ວາລະສານທາເກັດ ສະບັບນີ້ ຈະພາທ່ານຜູ້ອ່ານມາຮູ້ຈັກກັບ ຜູ້ປະກອບການຂະແໜງ “ໄອທີ” ນັ້ນກໍຄື ບໍລິສັດ ລາວ ໄອທີພັດທະນາ ຈຳກັດ ທີ່ພວມເຕີບໃຫຍ່ຂະຫຍາຍຕົວ ແລະ ເປັນທີ່ຄຸ້ນເຄີຍໃນແວດວົງຂອງ “ໄອທີ” ໃນ ສປປ ລາວ.  ທ່ານ ອຸໄທ ໄຊອຸດົມ ຫົວໜ້າຝ່າຍເຕັກໂນໂລຊີ (C.T.O) ແລະ ເປັນໜຶ່ງໃນສີ່ຄົນທີ່ສ້າງຕັ້ງ ບໍລິສັດນີ້ ໂດຍພື້ນຖານການສຶກສາຂອງທ່ານ ອຸໄທ ແມ່ນ ຮຽນຈົບຊັ້ນສູງດ້ານການບໍລິຫານ”ໄອທີ”ຈາກ ວິທະຍາໄລເຄວສ (Quest College) ແລະ ຈົບປະລິນຍາຕີດ້ານ”ໄອທີ” ຢູ່ທີ່ ຄວສ ແລະ ປະສົບການເຮັດວຽກເປັນພະນັກງານອາສາສະມັກຢູ່ກະຊວງ ກະສິກໍາ ແລະ ປ່າໄມ້ 2 ປີ ແລະ ອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ 2ປີ ກ່ອນຈະມາສ້າງຕັ້ງບໍລິສັດຕົນເອງ.

ຈຸດເລີ່ມຕົ້ນຂອງການມາເຮັດບໍລິສັດນີ້, ໃນເວລາທີ່ຮຽນຢູ່ ວິທະຍາໄລ ປີທີ2 ໃນປີ 2006 ກໍໄດ້ສ້າງເວັບບອດໂຕໜຶ່ງຊື່ວ່າ ລາວຊ່າ (Laozaa.com) ເປັນເວັບບອດກ່ຽວກັບດ້ານ”ໄອທີ” ເພື່ອໃຫ້ຄົນໄດ້ເຂົ້າສະແດງຄວາມຄິດເຫັນ ແລະ ສອບຖາມບັນຫາເລື່ອງຄອມພິວເຕີ; ຈາກນັ້ນ, ຈຶ່ງເຮັດໃຫ້ຢາກມາເຮັດບໍລິສັດລາວໄອທີພັດທະນາ ໂດຍເລີ່ມຈາກການເຮັດວາລະສານກ່ອນ ຊື່ວາລະສານ “ອີຄອນເນີ” ເຊິ່ງເປັນວາລະສານທີ່ໃຫ້ຄວາມຮູ້ດ້ານ”ໄອທີ”.

ຫຼັງຈາກນັ້ນ, “ລາວຊ່າ” ກໍໄດ້ປິດໂຕໄປ ເນື່ອງຈາກ ຄົນສົນໃຈ “ເຟສບຸກ” ຫຼາຍຂຶ້ນ ແລະ ວາລະສານໄລຍະນັ້ນກໍບໍ່ຄ່ອຍຕິດຕະຫຼາດ; ເຮົາກໍເລີຍປ່ຽນມາເປັນ “ອອນໄລ໌” ຊື່ “ອີຄອນເນີ່ ອອນໄລ໌”; ໄລຍະນັ້ນເຮົາກໍເຮັດການບໍລິການດ້ານ”ໄອທີ”ຄຽງຄູ່ໄປນໍາ ໂດຍຈະມີການບໍລິການເລື່ອງການເຮັດ”ເວັບໄຊ໌”, ຂຽນໂປຣແກຣມ, ອັລຕ້າເບດ, ເລື່ອງຖານຂໍ້ມູນຕ່າງໆ ລວມເຖິງ ແອັບໃນມືຖື. ລູກຄ້າສ່ວນໃຫຍ່ເຮົາກໍຈະເປັນພາກລັດ ແລະ ບັນດາອົງການຈັດຕັ້ງສາກົນຕ່າງໆ.

ການບໍລິການຂອງບໍລິສັດຂອງພວກເຮົາຈະເນັ້ນໃສ່ການພັດທະນາ”ຊອຟແວ”ສະເພາະ ແລະ ສະໜອງອຸປະກອນ   ”ໄອທີ” ໄປພ້ອມ ເພື່ອຕອບສະໜອງຄວາມຕ້ອງການສະເພາະຂອງລູກຄ້າ ເຊັ່ນ: ການຂຽນໂປຣແກຣມ ເພື່ອແກ້ໄຂບັນຫາໃດໜຶ່ງ ຫຼື ຕ້ອງການນໍາໃຊ້ເຕັກໂນໂລຊີເຂົ້າໃນທຸລະກິດ ຫຼື ແກ້ໄຂວຽກຂອງອົງກອນ ໂດຍເຮົາຈະມີທີມງານວິຊາການໄປວິເຄາະບັນຫາ, ແລ້ວຂຽນໂປຣແກມໃຫ້ເພື່ອຕອບໂຈດລູກຄ້າ ໂດຍ ອາດຈະເປັນລັກສະນະຊື້ລິຂະສິດໄປເລີຍກໍມີ ເພາະບາງອົງກອນ ຂໍ້ມູນຈະເປັນຄວາມລັບ ບໍ່ຢາກໃຫ້ເອົາໄປເຜີຍແຜ່ຕໍ່ອັນນີ້ກໍຂຶ້ນກັບລູກຄ້າເອງ.        ເຖິງຢ່າງໃດກໍຕາມ, ແຕ່ຖ້າລູກຄ້າ ບໍ່ຊື້ລິຂະສິດ, ເຮົາກໍສາມາດນໍາໄປໝູນໃຊ້ກັບອົງກອນອື່ນຕໍ່ໄດ້.

ດຽວນີ້ບໍລິສັດຂອງພວກເຮົາກໍເປີດມາເປັນປີທີ 8 ແລ້ວ ເວົ້າເຖິງເລື່ອງຄວາມປະສົບຄວາມສໍາເລັດກໍຖືວ່າເຮົາໄດ້ຮັບຫຼາຍລາງວັນຕັ້ງແຕ່ລາງວັນທໍາອິດຄື: ອາຊຽນ ໄອຊີທີ ອາວອດ ຊຶ່ງເປັນຄັ້ງທໍາອິດທີ່ຈັດໃນກຸ່ມປະເທດອາຊຽນ ແລະ ມີ “ລາວໄອຊີທີອະວອດ” ແລະ ເຮົາກໍໄດ້ເປັນ “ເວີລ ຊັບມິດ ອາວອດ” ໂຕນີ້ແມ່ນເຮົາໄດ້ຍ້ອນເຮົາເວັບສອນພາສາມື ກະຄືເປັນບົດຮຽນສໍາລັບຄົນທີ່ຢາກໃຊ້ພາສາມື ອັນນີ້ແມ່ນເຮົາເຮັດໃຫ້ Free ສໍາລັບຄົນທີ່ຢາກຮຽນພາສາມື ສາມາດທົດລອງໄດ້ທີ່ www.handtalklao.org, ຈົນມາຮອດຕອນນີ້ພວກເຮົາກໍຂຽນໂປຣແກມ ຂຽນເວັບມາຫຼາຍເວັບ. ລູກຄ້າຫຼັກໆຂອງເຮົາຕອນນີ້ກໍມີG ເຊບໂລເລັກ, ມະນີຍົມ, ມາສດ້າ  ແລະ ໃນພາກລັດກໍມີເຮັດເວັບໄຊ໌ໃຫ້ຫ້ອງວ່າການປະທານປະເທດ ກຳລັງຈະເປີດໂຕໃໝ່ໄວໆນີ້. ສໍາລັບລະບົບຖານຂໍ້ມູນນີ້ແມ່ນມີຫຼາຍ ເຊັ່ນ: ລະບົບບໍລິຫານຈັດການ ແລະ ຕິດຕາມເອກະສານແບບລວມສູນ ຂອງພາກລັດ ທີ່ນຳໃຊ້ຂາອອກ-ຂາເຂົ້າ ຢູ່ຫຼາຍໆກະຊວງ, ນອກນີ້ຍັງມີ ແອັບມືຖື ແລະ ທີ່ພວກເຮົາຢູ່ເບື້ອງຫຼັງ ແລະ ໄດ້ຮັບລາງວັນຫຼ້າສຸດແມ່ນ ”ແອັບ ລາວບັສນາວີ” ເປັນແອັບເບິ່ງລົດເມ; ແລະ ອີກແອັບທີ່ໄດ້ຮັບລາງວັນແມ່ນ “ລາວ ອໍທິສຕິກ” ໄດ້ຮັບລາງວັນ “ໄອຊີທີ ອາຊຽນອາວອດປີ 2017” ເປັນແອັບສອນເດັກນ້ອຍ “ອໍທີສຕິກ”.

ສໍາລັບຄວາມທ້າທາຍໃນທຸລະກິດນີ້ສໍາລັບພວກເຮົາ ອັນທີ 1 ບັນດາບໍລິສັດໃຫຍ່ໆຈາກພາຍນອກ ເພາະພວກເຂົາມີຄວາມພ້ອມຫຼາຍກວ່າ ແລະ ເຕັກໂນໂລຊີຫຼາຍຢ່າງຂອງພວກເຂົາແມ່ນມີຫຼາຍກວ່າ ແລະ ອີກບັນຫາແມ່ນ ເລື່ອງຄົນພາຍໃນເຊື່ອວ່າຢູ່ບ້ານເຮົາທຸກໆສາຂາວຽກຕ້ອງພົບກັບບັນຫານີ້ຄື: ພະນັກງານທີ່ເຂົ້າມາເຮັດວຽກນໍາເຮົາ ຫຼັງຈາກນັ້ນກະອອກໄປເຮັດເອງ ບັນຫາຄືວ່າເຮົາຕ້ອງເສຍເວລາກັບການສອນຄົນໃໝ່ເລື້ອຍໆ ເຮັດໃຫ້ເຮົາເສຍເວລາ, ເວົ້າເລື່ອງຈຸດແຂງຂອງພວກເຮົາໂດຍສະເພາະ ຜະລິດຕະພັນທີ່ເອີ້ນວ່າ ລະບົບບໍລິຫານເອກະສານສຳລັບພາກລັດ ແລະ ອົງກອນ ແມ່ນເຮົາໄດ້ພັດທະນາມາຫຼາຍປີ ແລະ ໄດ້ປັບໃຫ້ເຂົ້າກັບສະພາບການເຮັດວຽກຢູ່ບ້ານເຮົາຫຼາຍທີ່ສຸດໃນຮູບແບບເອກະສານເຂົ້າອອກປະຕູດຽວ ແລະ ເຮົາກໍໄດ້ຈົດເປັນລິຂະສິດຂອງພວກເຮົາໄວ້ແລ້ວ ພ້ອມນີ້ເຮົາຄິດວ່າເຮົາກໍມີຈຸດຢືນຂອງເຮົາ ທີ່ຕ່າງຈາກບ່ອນອື່ນ ແລະ ຕ່າງຈາກຮ້ານຂາຍຄອມພິວເຕີທົ່ວໄປກໍຄືເຮົາບໍ່ໄດ້ເນັ້ນຂາຍການບໍລິການຂຽນໂປຣແກຣມ ຫຼື ພັດທະນາ”ຊອຟແວ”ເທົ່ານັ້ນ, ແຕ່ຖ້າລູກຄ້າຕ້ອງການອຸປະກອນເຮົາກໍມີຕອບສະໜອງໃຫ້ ເຊັ່ນກັນ.

ສໍາລັບຄູ່ແຂ່ງແລ້ວ ເຫັນວ່າ ບໍລິສັດທີ່ມີແນວທາງຄ້າຍໆເຮົາກໍມີຫຼາຍເພີ່ມຂຶ້ນໃນປັດຈຸບັນ, ແຕ່ວ່າ ຍຸດທະສາດທຸລະກິດຂອງເຮົາ ແມ່ນ ການຮັກສາລູກຄ້າເກົ່າໃຫ້ຢູ່ກັບເຮົາຕະຫຼອດໄປ ແລະ ເພີ່ມລູກຄ້າໃໝ່ທີ່ຢູ່ໃນລະດັບກາງ ຫາ ລະດັບໃຫຍ່ຂຶ້ນໄປ ໂດຍສະເພາະ ການບໍລິການຫຼັງການຂາຍແບບ 24 ຊົ່ວໂມງ ເຊັ່ນວ່າ: ຖ້າລູກຄ້າມີລະບົບຖານຂໍ້ມູນທີ່ປະຕິບັດງານຕະຫຼອດ 24 ຊົ່ວໂມງ; ເວລາລູກຄ້າມີບັນຫາເຂົາສາມາດໂທແຈ້ງເຮົາໄດ້ 24 ຊົ່ວໂມງ ເພື່ອແກ້ໄຂບັນຫາ.

ຢາກຝາກເຖິງຄົນທີ່ຢາກເຮັດທຸລະກິດນີ້ວ່າ: ຕ້ອງທໍາຄວາມເຂົ້າໃຈທຸລະກິດໃຫ້ເລິກເຊິ່ງ ແລະ ການເຮັດທຸລະກິດໃດໜຶ່ງຄື ການເຮັດກິດຈະກໍາທີ່ຕ້ອງໃຫ້ປະໂຫຍດທັງສອງຝ່າຍ ຄື ທັງຕົວຜູ້ຊື້ ແລະ ຕົວຜູ້ຂາຍເອງ;  ແລະ ຢາກຝາກອີກອັນໜຶ່ງຄື ດຽວນີ້ເຮົາໄດ້ເປີດເວັບໄຊ໌ໃໝ່ຊື່ LaoX.la ມັນຈະເປັນລາວຊ່າ 4.0 ເປັນເວີຊັ່ນໃໝ່ ເຊິ່ງຈະມີຄວາມຫຼາກຫຼາຍເນື້ອຫາ ນັບແຕ່ ການທ່ອງທ່ຽວ, ຣີວິວໜັງ, ຖາມບັນຫາເລື່ອງສຸຂະພາບ ແລະ ເວົ້າເລື່ອງ “ໄອທີ”.

(ອ່ານວາລະສານທາເກັດ ສະບັບ 148 ເດືອນພະຈິກ 2018 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍບ່ອນສະຖານທີ່ໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666) 

Lao IT Dev – Universal IT service providers guaranteed by a national award

In this issue of Target magazine, we will be introducing Target readers to IT startup Lao IT Dev Co., Ltd., which is currently expanding and people are growing increasingly accustomed to using them for IT matters in the Lao PDR. Chief Technical Officer (CTO) Mr. Outhay Xayoudom is one of four of the founding company members, having graduated with a higher level diploma in IT at Quest College and a bachelor’s degree from the Faculty of Engineering, National University of Laos (NUOL) before gaining two years’ experience as a volunteer at the Ministry of Agriculture and Forestry (MAF) and another two years at an agency for water resources and the environment before starting his own company.

The starting point of our company was in 2006, when I was studying in my second year of university. I created the web board Laozaa.com, which focused on IT issues in order that people may be able to express their ideas and opinions and ask about problems concerning IT. This sparked my desire to start Lao IT Dev, which was only a magazine at first, which I called ‘e-Corner’. At that time, I was already providing IT services too, offering website design, software development, altabet, various types of databases, and mobile phone applications. Customers were mostly pleased and State sector and international organizations were among our clientele.

The services of our company emphasize software development specifically and the provision of IT equipment to respond to the specific needs of each customer. For example, we can write programs to overcome problems, as needed to support the application of technology in business, or to help resolve problems within organizations and have specialist teams to go out to analyze problems and write programs to respond to customers’ needs, which can sometimes entail the purchase of copyright or software licenses. Not each customer purchases the copyright or software license but we can still use the programming with other companies.

Our company has been in operation for eight years now and we appear to have succeeded as we have been winning awards right from the outset, including the ASEAN ICT Award, which was the first time the award took place. Then, we won the Lao ICT Award and the World Summit Award, the latter of which was for our website for teaching sign language. We had lessons for persons interested in learning sign language and provided them free of charge. For those of you interested in learning sign language, visit www.handtalklao.org. We are currently working on a program to write multiple websites. Our main customers include G-series Chevrolet, Maniyom, and Mazda while in the State sector, we are building a website for the President’s Office, which it nearly ready for launch now. We also deal with many other data systems, such as centralized administration and document monitoring systems for the State sector, which are used for import-export at multiple ministries. Furthermore, we have mobile apps and our latest award is the Lao Bus-Navi app, which tracks buses, and previous awards include our “Lao Alternative and Augmentative Communication (AAC) app for autistic people, the 2017 ASEAN IT Award for our app for teaching autistic children.

As for the challenges we face in our business, the first would have to be large foreign companies because they are better prepared and have more technologies available than us. Another problem is that there is the belief among Lao people that whichever branch they go to, they will encounter problems with the employees who work with us so they go and get it sorted out for themselves. We have to deal with this problem by gradually trying to get people to understand and this is a great waste of time. We talk about the strengths, especially our products, such as document administration systems for the State and private sector, and explain that we have been developing for many years and are best adapted to the working environment in Laos with a one-stop service. We list the copyrights we have accumulated thus far and we think that we are in a unique position – different from other services and also from general computer stores – as we do not emphasize sales or software services but only seek to develop software and customers need the equipment we can provide too.

As for competition, I think that there are increasing numbers of companies like ours but for now, our business strategy is to keep hold of our existing clients and work on finding new ones from mid- to high-level and above. We hope for a main selling point to be a 24-hour after-sales service. For example, if a customer has a database system which they use 24 hours per day, when they have a problem, they will be able to call us up to fix the problem whatever the time of day or night.

I would like to finish up with the following for anyone who might be interested in our services: We start by entering into a detailed memorandum of understanding (MOU) and engage in a given type of business, such as a mutually beneficial operation or a simple purchase. We now have our new LaoX.la website up and running and this will be the fourth version of our site – LaoX 4.0. It is brimming with content with everything from tourism, movie reviews, facilities to ask questions about health problems, and last but not least – IT.

 

 

Comments