ໂອນເງິນເຂົ້າຜິດບັນຊີ ມີສິດທວງເອົາເງິນຄືນໄດ້ບໍ່?

ໃນຊີວິດປະຈຳວັນ ຫຼາຍທ່ານຫຼີກບໍ່ໄດ້ເລື້ອງຫຼົງໆ ລືມໆ ຖ້າຫາກທ່ານຫຼົງໂອນເງິນໄປເຂົ້າຜິດບັນຊີ ທ່ານຕ້ອງກັງວົນໃຈວ່າ: ຈະມີສິດເອົາຄືນໄດ້ບໍ່? ຈະເອົາຄືນໄດ້ແນວໃດ? ຖ້າເຂົາຖອນໄປຈ່າຍໝົດແລ້ວບໍ່ມີເງິນຄືນໃຫ້ເດ ຈະເຮັດແນວໃດ? ດ້ານກົດໝາຍ ມີການກໍານົດໄວ້ຄືແນວໃດ?. ແນ່ນອນ ຕາມກົດໝາຍ ຖ້າທ່ານຫຼົງໂອນເງິນໄປເຂົ້າຜິດບັນຊີ ທ່ານມີສິດທວງເອົາເງິນຄືນໄດ້ ແລະ ຜູ້ທີ່ຮັບເງິນນັ້ນກໍຕ້ອງສົ່ງເງິນດັ່ງກ່າວນັ້ນຄືນໃຫ້ຜູ້ທີ່ຫຼົງໂອນເງິນມານັ້ນ ໂດຍບໍ່ມີເງື່ອນໄຂໃດໆ.

ຫຼາຍທ່ານອາດຈະໂຕ້ຖຽງວ່າ: ໂອນເງິນເຂົ້າບັນຊີຂອງຄົນອື່ນ ກໍຖືວ່າເປັນເງິນຂອງຄົນອື່ນ ເພາະເຈົ້າຂອງບັນຊີແມ່ນເປັນເຈົ້າກຳມະສິດຂອງເງິນໃນບັນຊີຕົນ, ນັ້ນເປັນພຽງການໂຕ້ຖຽງໃນແງ່ມຸມຄວາມເຂົ້າໃຈສ່ວນຕົວເທົ່ານັ້ນ. ເຫດຜົນທີ່ມີສິດທວງເອົາເງິນຄືນໄດ້ນັ້ນແມ່ນມີ 2 ເຫດຜົນຄື: ຂໍ້ຜູກພັນນອກສັນຍາ ແລະ ຄວາມຮັບຜິດຊອບທາງອາຍາ.

ເຫດຜົນຂໍ້ຜູກພັນນອກສັນຍາ: ແມ່ນໄດ້ກໍານົດໄວ້ໃນ ມາດຕາ 99 ຂອງ ກົດໝາຍ ວ່າດ້ວຍ ຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ ສະບັບເລກທີ 01/ສພຊ ລົງວັນທີ 08 ທັນວາ 2008 ໂດຍໄດ້ກຳນົດໄວ້ວ່າ: “ບຸກຄົນໃດ ຫາກໄດ້ຮັບຊັບສິ່ງຂອງ ຂອງຜູ້ອື່ນໂດຍເຈດຕະນາ ທັງໆທີ່ຮູ້ວ່າ ຕົນບໍ່ມີສິດຮັບຊັບສິ່ງຂອງນັ້ນແລ້ວ ບຸກຄົນນັ້ນ ຕ້ອງສົ່ງຊັບສິ່ງຂອງ ຫຼື ມູນຄ່າຂອງຊັບສິ່ງຂອງນັ້ນ ຄືນໃຫ້ຜູ້ເປັນເຈົ້າຂອງ ພ້ອມທັງໝາກຜົນ ຫຼື ລາຍໄດ້ ນັບແຕ່ວັນໄດ້ຮັບເປັນຕົ້ນໄປ”. ໂດຍອີງຕາມ ມາດຕາດັ່ງກ່າວນີ້ ຜູ້ຮັບເງິນ ຕ້ອງໄດ້ສົ່ງເງິນດັ່ງກ່າວໃຫ້ແກ່ເຈົ້າຂອງເງິນທີ່ຫຼົງໂອນມານັ້ນທັນທີ ເນື່ອງຈາກວ່າ: ການຫຼົງໂອນເງິນໄປເຂົ້າຜິດບັນຊີນັ້ນ ເຈົ້າຂອງບັນຊີທີ່ຮັບເງິນນັ້ນ ບໍ່ທັນແມ່ນເຈົ້າຂອງເງິນເທື່ອ ເພາະຜ່ານມາບໍ່ໄດ້ມີການຕົກລົງຫຍັງກັບ ຜູ້ຫຼົງໂອນເງິນມານັ້ນ ແຕ່ຢ່າງໃດ.

ອາດມີຂໍ້ໂຕ້ຖຽງວ່າ: ເງິນໃນບັນຊີໃຜກໍເປັນເງິນຂອງຜູ້ນັ້ນ ແຕ່ໃນກໍລະນີນີ້ ເງິນທີ່ຫຼົງໂອນມານັ້ນ ແມ່ນເງິນທີ່ຜູ້ຮັບບໍ່ມີສິດຮັບເທື່ອ ເພາະບໍ່ແມ່ນເງິນມອບໃຫ້ລ້າ ຫຼື ໄດ້ມາຈາກການຊື້-ຂາຍໃດໜຶ່ງ ຫຼື ການແລກປ່ຽນໃດໜຶ່ງ ແຕ່ຢ່າງໃດ ເພາະບໍ່ໄດ້ມີການຕົກລົງຫຍັງກັນມາກ່ອນ. ຖ້າຜູ້ຮັບເງິນບໍ່ຍອມສົ່ງເງິນຄືນ ຜູ້ທີ່ຫຼົງໂອນເງິນມານັ້ນ ມີສິດຮ້ອງຟ້ອງຕາມຂະບວນການຍຸຕິທຳ ແຕ່ໃນລະຫວ່າງການດຳເນີນຄະດີຢູ່ນັ້ນ ຜູ້ຮັບເງິນ ຈະຕ້ອງໄດ້ຈ່າຍດອກເບ້ຍຕາມອັດຕາຄິດໄລ່ຂອງທະນາຄານ ພ້ອມດ້ວຍຄ່າໃຊ້ຈ່າຍຕ່າງໆໃນການດຳເນີນຄະດີ ໃຫ້ແກ່ ຜູ້ຫຼົງໂອນເງິນມານັ້ນ.

ເຫດຜົນຄວາມຮັບຜິດຊອບທາງອາຍາ: ແມ່ນໄດ້ກໍານົດໄວ້ໃນ ມາດຕາ 123 ຂອງ ກົດໝາຍ ອາຍາ ສະບັບປັບປຸງ ເລກທີ 12/ສພຊ ລົງວັນທີ 09 ພະຈິກ 2005 ໂດຍໄດ້ກຳນົດໄວ້ວ່າ “ບຸກຄົນຜູ້ໃດໂດຍເຈດຕະນາ ຫາກໄດ້ຄອບຄອງຊັບຂອງຜູ້ອື່ນທີ່ຕົນຊອກໄດ້, ເກັບໄດ້, ຂຸດຄົ້ນໄດ້ ຫຼື ທີ່ບຸກຄົນອື່ນໄດ້ຫຼົງມອບໃຫ້ແກ່ຕົນ ໂດຍບໍ່ແຈ້ງຕໍ່ເຈົ້າໜ້າທີ່ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝແຕ່ 50.000 ກີບ ຫາ 200.000 ກີບ. ໃນກໍລະນີທີ່ຊັບເຫຼົ່ານັ້ນ ຫາກມີມູນຄ່າສູງ ຫຼື ເປັນຈໍານວນຫຼວງຫຼາຍ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ ໜຶ່ງປີ ຫາ ສາມປີ ແລະ ຈະຖືກປັບໃໝແຕ່ 200.000​ ກີບ ຫາ 3.000.000 ກີບ”. ໂດຍອີງຕາມ ມາດຕາດັ່ງກ່າວນີ້ ຖ້າຫາກ ຜູ້ຮັບເງິນ ຫາກມີເຈດຕະນາບໍ່ສົ່ງເງິນດັ່ງກ່າວຄືນໃຫ້ ຜູ້ຫຼົງໂອນເງິນມາ ຈະຖືວ່າມີໂທດທາງອາຍາ ອາດຕິດຄຸກ 3 ເດືອນ ຫາ  ໜຶ່ງປີ ຫຼື ໜຶ່ງປີ ຫາ ສາມປີ.

ສະນັ້ນ ຜູ້ຮັບເງິນ ຕ້ອງໄດ້ສົ່ງເງິນດັ່ງກ່າວຄືນໃຫ້ ເຈົ້າຂອງເງິນຄືຜູ້ທີ່ຫຼົງໂອນມານັ້ນໂດຍບໍ່ມີເງື່ອນໄຂໃດໆ.

ດັ່ງນັ້ນ ໃນເວລາໃດກໍຕາມ ຖ້າຫາກທ່ານເຫັນເງິນໂອນເຂົ້າບັນຊີຂອງທ່ານໂດຍທີ່ທ່ານບໍ່ຮູ້ທີ່ມາຂອງເງິນ ຢ່າຟ້າວຖອນໄປຈ່າຍເທື່ອ ແຕ່ຕ້ອງແຈ້ງທະນາຄານ ແລະ ທວງຖາມຫາຕົ້ນທາງຜູ້ໂອນເງິນດັ່ງກ່າວ ເພື່ອສົ່ງເງິນດັ່ງກ່າວນັ້ນຄືນໃຫ້ເຈົ້າຂອງເງິນ ເວັ້ນເສຍແຕ່ທ່ານອາດຈະໂຊກດີ ໂດຍໄດ້ຮັບຄຳຕອບຈາກຕົ້ນທາງວ່າ ເງິນທີ່ໂອນມານັ້ນແມ່ນຂອງຂວັນວັນເກີດ ຕັ້ງໃຈໂອນມາໃຫ້, ທ່ານຈິ່ງສາມາດຖອນເອົາມາໃຊ້ຈ່າຍໄດ້ຢ່າງມີຄວາມສຸກ.

ໂດຍ: ທະນາຍ ວຽງສະຫວັນ ພັນທະລີ, ອຳນວຍການ ບໍລິສັດ ພັນທະລີກົດໝາຍ ຈຳກັດ

 When money is transferred into the wrong account,

do you have the right to reclaim it?

In everyday life, for some of us, it is unavoidable not to make mistakes or forget things. If you accidentally transfer money into the wrong account, you would be wondering whether or not you have the right to reclaim it, how you would go about doing this, and what should be done if all the money has already been withdrawn and there is no money left to reclaim. By law, if you transfer money into the wrong account, you are certainly entitled to reclaim it and the recipient must return the money to the person who mistakenly transferred the money into their account unconditionally.

Many people many argue that: If the money is transferred into another person’s account, it means that it becomes theirs because the account holder is the owner of their account. This, however, is merely an argument from a personal perspective. There are two legal clauses for the right to reclaim it – obligations pertaining to tort and criminal liability.

The reasoning for it being an obligation pertaining to tort: is stated in Article 99 of Law 01/NA, dated 8 December 2008, on Contract and Tort, which stipulates that “Any person who intentionally receives an asset of another person knowing that they are not entitled to receive it shall return the said item or the value thereof to the owner in addition to any gains or profits derived therefrom”. Pursuant to this article, the recipient of the money would have to return it forthwith to the owner who unwittingly transferred it to them owing to the fact that the transfer of the money into the wrong account does not imply that the account holder has not yet received ownership of the money because no agreement had been made by the transferor at fault in any way.

It may be argued that: The money in someone’s account belongs to them but in this event, the money erroneously transferred does not yet belong to its recipient because it was not money given away for free or from any kind of purchase or transaction of any sort as there is no prior agreement. If the recipient refuses to return the money, the careless transferor is entitled to reclaim it via the judiciary but while the case is in progress, the recipient must also pay interest to the transferor on the amount at bank interest rates and compensate for any expenses incurred due to case proceedings.

The reasoning for it being a criminal liability: lies in Article 123 of Penal Law 12/NA, dated 9 November 2005, which states that “Any individual who with intent, takes possession of an asset of another person which they have found, collected or exploited or which the other person has unintentionally handed over to them without notifying them thereof shall be subject to deprivation of freedom for three months up to one year and fined 50,000 to 200,000 kip. In the event that the asset in question is of high value or of great quantity, they shall be subject to deprivation of freedom for one to three years and fined 200,000 to 3,000,000 kip”. Pursuant to this article, if the recipient fails to return the money with intent to the unwitting transferor, they shall be criminally penalized and may end up spending three months to one year in prison for small quantities or one to three years for large quantities.

The recipient must therefore return the money to its owner – the transferor – unconditionally.

So at any time, in the event that you notice money which has been transferred into your account without knowing its source, do not rush off and spend it; you must inform the bank and ask to know who sent it so that it can be sent back to its owner unless you are fortunate and receive a response from its source that the transferred money is a birthday present and it was transferred with intent and only then may you withdraw the money and spend it at your leisure.

By: Attorney Viengsavanh Phanthaly, Director of Phanthaly Law Co., Ltd.

 

Comments