ເປັນນັກທຸລະກິດ ຄວນລະວັງຫຍັງແດ່?!!! (ອ່ານເລີຍ…)

ນັບວ່າເປັນບາດກ້າວໃໝ່ຂອງກົດໝາຍລາວ ເມື່ອສະພາແຫ່ງຊາດ ໄດ້ຮັບຮອງເອົາ ປະມວນກົດໝາຍ ອາຍາ ສະບັບທໍາອິດ ຂອງ ສປປ ລາວ ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII ຄັ້ງວັນທີ 17 ພຶດສະພາ 2017 ແລະ ໄດ້ປະກາດໃຊ້ ຕາມ ລັດຖະດໍາລັດ ຂອງ ປະທານປະເທດ ສະບັບເລກທີ 118/ປປທ, ລົງວັນທີ 26 ມີຖຸນາ 2017 ໃນນັ້ນ ໄດ້ກໍານົດຫຼາຍບັນຫາໃໝ່ ທີ່ບໍ່ເຄີຍມີໃນກົດໝາຍຂອງ ສປປ ລາວ ມາກ່ອນ, ເຊິ່ງໜຶ່ງໃນບັນຫາໃໝ່ນັ້ນກະຄືການກໍານົດກ່ຽວກັບ:

ຄວາມຮັບຜິດຊອບທາງອາຍາຂອງນິຕິບຸກຄົນ”.

ກ່ອນອື່ນໝົດ ຂ້າພະເຈົ້າ ຂໍອະທິບາຍ ຄວາມໝາຍຂອງ ນິຕິບຸກຄົນ ເສຍກ່ອນວ່າມີຄວາມໝາຍແນວໃດ, ໂດຍອີງຕາມ ມາດຕາ 3 ຂໍ້ 6 ຂອງ ປະມວນກົດໝາຍອາຍາ ເຊິ່ງກໍານົດວ່າ: “ນິຕິບຸກຄົນ ໝາຍເຖິງ ວິສາຫະກິດ (ບໍລິສັດ) ຕາມທີ່ກໍານົດໄວ້ໃນ ກົດໝາຍ ວ່າດ້ວຍວິສາຫະກິດ ລວມທັງ ສະຫະກອນ, ສະມາຄົມ ແລະ ມູນນິທິ ທັງພາຍໃນ ແລະ ຕ່າງປະເທດທີ່ສ້າງຕັ້ງຂຶ້ນເປັນນິຕິບຸກຄົນ ຢ່າງຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.

ໂດຍທົ່ວໄປ ຄວາມຮັບຜິດຊອບທາງອາຍາ ໝາຍເຖິງ ຄວາມຮັບຜິດຊອບຂອງ ບຸກຄົນ, ນິຕິບຸກຄົນ ຕໍ່ການປະພຶດຂອງຕົນ ທີ່ຂັດກັບປະມວນກົດໝາຍອາຍາ ໂດຍແມ່ນ ລັດເປັນຜູ້ລົງໂທດ ເຊັ່ນ: ສຶກສາອົບຮົມ, ຕັດອິດສະລະພາບ (ຕິດຄຸກ), ປະຫານຊີວິດ ດັ່ງນີ້ເປັນຕົ້ນ. ຫຼາຍໆທ່ານອາດຕັ້ງຄໍາຖາມວ່າ ການລົງໂທດທາງອາຍາໃສ່ ນິຕິບຸກຄົນ ຈະລົງໂທດໄດ້ແນວໃດ ໃນເມື່ອ ນິຕິບຸກຄົນ (ບໍລິສັດ) ບໍ່ແມ່ນບຸກຄົນ ບໍ່ມີຊີວິດຈິດໃຈ ຄືກັບບຸກຄົນທົ່ວໄປ ເຊິ່ງບໍ່ສາມາດລົງໂທດ ຕັດອິດສະລະພາບ ຫຼື ປະຫານຊີວິດໄດ້. ແຕ່ທ່ານຮູ້ບໍ່ວ່າ ໂທດທີ່ວາງໃສ່ ນິຕິບຸກຄົນ ນັ້ນແມ່ນມີຄວາມແຕກຕ່າງ ແລະ ຄ້າຍຄືກັນກັບ ໂທດທີ່ວາງໃສ່ບຸກຄົນ ເຊິ່ງປະກອບມີ: (1) ໂທດປັບໃໝ (ມາດຕາ 90); (2) ການຍົກເລີກທຸລະກິດຂອງນິຕິບຸກຄົນ (ມາດຕາ 91); (3) ການຫ້າມນິຕິບຸກຄົນດໍາເນີນທຸລະກິດບາງປະເພດ (ມາດຕາ 92); (4) ການຫ້າມລະດົມທຶນ (ມາດຕາ 93); (5) ການຫ້າມນໍາໃຊ້ແຊັກ ຫຼື ບັດເຄຣດິດ (ມາດຕາ 94), ການຮິບວັດຖຸສິ່ງຂອງນິຕິບຸກຄົນ (ມາດຕາ 95); ແລະ (6) ໂທດຟື້ນຟູຄືນ (ມາດຕາ 96) ດັ່ງນີ້ເປັນຕົ້ນ.

ເຖິງຢ່າງໃດກໍຕາມ ນິຕິບຸກບຸກຄົນ ຈະມີຄວາມຮັບຜິດຊອບ ຕາມທີ່ກ່າວມາຂ້າງເທິງນັ້ນ ກໍຕໍ່ເມື່ອມີເງື່ອນໄຂ ຕາມທີ່ລະບຸໄວ້ໃນ ມາດຕາ 98 ວັກ 01 ເຊິ່ງກໍານົດວ່າ: “(1) ການກະທໍາຜິດນັ້ນ ເປັນການກະທໍາໃນນາມນິຕິບຸກຄົນ; (2) ການກະທໍາຜິດນັ້ນ ເປັນການກະທໍາເພື່ອຜົນປະໂຫຍດຂອງນິຕິບຸກຄົນ; (3) ການກະທໍາຜິດນັ້ນ ເປັນການກະທໍາ ພາຍໃຕ້ການຊີ້ນໍາ, ການຄຸ້ມຄອງ ແລະ ການຕົກລົງ ຂອງນິຕິບຸກຄົນເອງ.”. ນອກຈາກນີ້ໃນ ວັກທີ 2 ຂອງ ມາດຕາດັ່ງກ່າວ ຍັງກໍານົດວ່າ: “ຄວາມຮັບຜິດຊອບທາງອາຍາຂອງ ນິຕິບຸກຄົນ ຈະບໍ່ພາໃຫ້ຄວາມຮັບຜິດຊອບຂອງ ບຸກຄົນທີ່ກະທໍາຜິດໃນນິຕິບຸກຄົນນັ້ນ ຕົກໄປ.

ເຖິງຢ່າງໃດກໍຕາມ ນັກທຸລະກິດ ຫຼື ຜູ້ບໍລິຫານ ຄວນເຄື່ອນໄຫວທຸລະກິດຂອງຕົນ ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມຂອບເຂດສິດ ແລະ ໜ້າທີ່ຂອງຕົນ ຕາມກົດໝາຍຢ່າງເຂັ້ມງວດ ທັງນີ້ກໍເພື່ອຫຼີກ ການກະທໍາຜິດທາງອາຍາ ແລະ ການສ້າງຄວາມເສຍຫາຍຕ່າງໆ ທີ່ອາດຈະເກີດຂຶ້ນກັບ ທຸລະກິດຂອງທ່ານ ເຊັ່ນ: ຊັບສິນ, ການເສຍໂອກາດທາງດ້ານທຸລະກິດ, ຊື່ສຽງ, ພາບລັກຂອງທຸລະກິດ ດັ່ງນີ້ເປັນຕົ້ນ.

ໝາຍເຫດ: ວາລະສານ ທາແກັດ ສະຫງວນລິຂະສິດບົດຄວາມນີ້ ຕາມກົດໝາຍ ວ່າດ້ວຍຊັບສິນທາງປັນຍາ. ບົດຄວາມນີ້ ແມ່ນເພື່ອເປົ້າໝາຍໃຫ້ຄວາມຮູ້ທາງດ້ານກົດໝາຍເທົ່ານັ້ນບໍ່ແມ່ນເປັນການໃຫ້ຄຳປຶກສາທາງດ້ານກົດໝາຍ ຫຼື ເປັນການອອກຄຳເຫັນທາງດ້ານກົດໝາຍແຕ່ຢ່າງໃດ.

(ວາລະສານທາເກັດ ສະບັບ 151 ເດືອນກຸມພາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆສະຖານທີ່ໃນນະຄອນຫຼວງວຽງຈັນທີ່ເປັນສະມາຊິກຂອງວາບະສານ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

What Businesspeople should be cautious!

It has been a progressive step of the Lao law when the National Assembly adopted the first Penal Code of the Lao PDR in the third Ordinary Session of the National Assembly’s 8th Legislature, dated 17 May 2017 and the Penal Code was promulgated by the Presidential Decree No. 118/P, dated 26 June 2017. The Penal Code includes new issues which have never been stipulated in any Lao PDR laws and one of which is the “Criminal Liabilities of Legal Entity”.

Before getting into details, I would like to explain the meaning of a legal entity. According to Article 3, Clause 6 of the Penal Code, it states that “A legal entity refers to an enterprise (company) as specified in the Enterprise Law which also includes domestic and foreign cooperatives, associations and foundations duly incorporated as legal entities in accordance with laws and regulations.”

In general, a criminal liability refers to a liability of a natural person, a legal entity over its behavior which violates the Penal Code and the government is a body which penalizes a violator by education, imprisonment or death penalty. Many people may be in doubt how the government will impose criminal penalties on a legal entity when a legal entity (company) is not a natural person or a living creature like a natural person, which cannot be sentenced to imprisonment or death penalty. However, do you know that the penalties imposed on a legal entity are either similar and different from the ones imposed on a natural person? The penalties [imposed on a legal entity] include but not limited to (1) fine (Article 90); (2) being terminated of business operation (Article 91); (3) being prohibited from conducting certain activities (Article 92); (4) being prohibited from mobilizing funds (Article 93); (5) being prohibited from using cheque or credit card (Article 94); (6) confiscation of a legal entity’s assets (Article 95); and (6) rehabilitation liability (Article 96).

However, a legal entity shall only be subject to the aforementioned criminal penalties when the following conditions stipulated in Article 98, paragraph 1 are satisfied which states that: “(1) such offense is conducted in the name of a legal entity; (2) such offense is for a legal entity’s interest; (3) such offense is conducted under supervision, management and decision of a legal entity.”. Besides, paragraph 2 of the same article states that “criminal liabilities of a legal entity shall not release a natural person from criminal liabilities.”

Nevertheless, businesspeople or operators should duly operate their businesses in accordance with their scope of rights and duties under the law in a strict manner in order to avoid criminal offense and loss occurred with their businesses such as loss of assets, business opportunities, reputation, image.

Remark: Target Magazine reserves a copyright over this article in accordance with the Intellectual Property Law. This article is intended to provide legal knowledge only and shall not be considered as a legal advice or a legal opinion in any aspect.

Comments