ເມື່ອໂລກປ່ຽນ ນັກການຕະຫຼາດ ກໍຕ້ອງປ່ຽນວິທີຄິດ

ປະຕິເສດບໍ່ໄດ້ວ່າ ໃນຍຸກທີ່ບ້ານເມືອງເຮົາກຳລັງຫັນປ່ຽນເປັນຍຸກ”ດີຈີຕອນ” ຫຼື Digital Age Transformation ນີ້ ມັນກະທົບຢ່າງຮຸນແຮງກັບການວາງຍຸດທະສາດການຕະຫຼາດ ຂອງບັນດາພາກສ່ວນທຸລະກິດ ເຊິ່ງເປັນຜູ້ທີ່ຕ້ອງເຈັບຫົວໜັກ ນອກຈາກບັນດາເຈົ້າຂອງທຸລະກິດແລ້ວ ກໍຍັງແມ່ນນັກການຕະຫຼາດ (CMO- Chief Marketing Officer) ທີ່ແບກຮັບພາລະຍອດຂາຍຂອງບໍລິສັດ ໃຫ້ເປັນໄປຕາມເປົ້າໝາຍນັ້ນເອງ, ໃນຂະນະທີ່ເຄື່ອງມືທາງການຕະຫຼາດເກົ່າໆມັນໃຊ້ບໍ່ໄດ້ຜົນກັບລູກຄ້າອີກຕໍ່ໄປ. ສະນັ້ນ, ມື້ນີ້ ວາລະສານທາເກັດຈຶ່ງຂໍນໍາເອົາ 3 ວິທີການໃໝ່ໆ ຈາກປຶ້ມ Global CMO ທີ່ລວມບົດສຳພາດບັນດາ CMO ຈາກ 18 ບໍລິສັດລະດັບໂລກເຊັ່ນ: Master card, Samsung, GE, Coca-Cola, Colgate, Four Seasons, Burger King ແລະ ອື່ນໆ ເພື່ອມາຊ່ວຍໃຫ້ນັກການຕະຫຼາດບ້ານເຮົາ ໄດ້ນຳໄປໃຊ້ປັບປ່ຽນຍຸດທະສາດໃຫ້ທັນເວລາ.

  1. Fight for Talent

ຕ້ອງໃຫ້ຄວາມສຳຄັນກັບການລົງທຶນຊອກຫາຜູ້ທີ່ມີພອນສະຫວັນເຂົ້າມາຮ່ວມວຽກໃນອົງກອນ ພ້ອມທັງພັດທະນາຄວາມຮູ້ໃໝ່ໆໃຫ້ກັບພະນັກງານພາຍໃນອົງກອນ ໂດຍສະເພາະແມ່ນດ້ານເຕັກໂນໂລຊີ ທ່າມກາງຕະຫຼາດທີ່ເຕັມໄປດ້ວຍຄູ່ແຂ່ງທັງພາຍໃນ ແລະ ຕ່າງປະເທດ ແລ້ວຍັງມີກຸ່ມທີ່ລົງທຶນຕ່ຳທີ່ເອີ້ນວ່າ Startup ນຳອີກ. ສະນັ້ນ, ຄົນເກັ່ງໆຈະຖືກບັນດາບໍລິສັດຕ່າງໆຍາດແຍ່ງກັນ. ການຄິດລ່ວງໜ້າໄປເຖິງຄວາມຕ້ອງການຂອງບຸກຄົນທີ່ມີພອນສະຫວັນເໝາະສົມ ແລະ ເຂົ້າໃຈຄວາມຕ້ອງການຂອງພະນັກງານເກັ່ງໆໃນອົງກອນ ເພື່ອດຶງດູດບຸກຄະລາກອນທີ່ມີປະສິດທິພາບໃຫ້ຢູ່ກັບເຮົາໃນໄລຍະຍາວ ຈຶ່ງເປັນກະແຈດອກໜຶ່ງທີ່ສຳຄັນ ເພື່ອເສີມສ້າງສັກກະຍະພາບໃນການເພີ່ມຍອດຂາຍ ແລະ ແຂ່ງຂັນກັບຄູ່ແຂ່ງໄດ້.

2. Form a new approach to Partners

ການມີຄູ່ຮ່ວມງານທີ່ດີ ຄືອີກໜຶ່ງຈຸດແຂງຂອງບໍລິສັດ ເຊິ່ງ CMO ທົ່ວໂລກສ່ວນໃຫຍ່ ຄິດເຫັນກົງກັນວ່າ ການໃຫ້ຄວາມສຳຄັນກັບພັນທະມິດພາຍນອກອົງກອນ ແມ່ນເພີ່ມທະວີຄວາມໝາຍຫຼາຍຂຶ້ນນັບມື້ ສະນັ້ນ ບັນດານັກການຕະຫຼາດຈຶ່ງຕ້ອງໄດ້ຄຳນຶງເຖິງວິທີການໃໝ່ໆເພື່ອດຶງດູດຄູ່ຮ່ວມງານທີ່ເຂົ້າໃຈ ແລະ ຊ່ວຍສົ່ງເສີມກັນ ໂດຍສະເພາະບັນດາບໍລິສັດໂຄສະນາ ແລະ ບໍລິສັດທີ່ຊ່ວຍເລື່ອງເຕັກໂນໂລຊີສື່ສານແບບໃໝ່ໆ, ທ່ານຕ້ອງຮູ້ວ່າຍາມໃດຄວນອອກໄປຊອກຫາຄູ່ຮ່ວມງານທີ່ເໝາະສົມ ສອດຄ່ອງກັບຍຸດທະສາດ ແລະ ເປົ້າໝາຍຂອງບໍລິສັດ ເຊິ່ງກະແຈດອກສຳຄັນແມ່ນ ສາຍພົວພັນທີ່ດີລະຫວ່າງທີມການຕະຫຼາດ ແລະ ບໍລິສັດຄູ່ຮ່ວມງານ ທ່ານຕ້ອງແນ່ໃຈວ່າໄດ້ປະຕິບັດຕໍ່ພວກເຂົາຄືກັນກັບຄົນໃນອົງກອນດຽວກັນ ເພາະເມື່ອທ່ານເລືອກເອົາຄູ່ຮ່ວມງານເຂົ້າມາຮ່ວມວຽກໃນໂຄງການໃດໜຶ່ງແລ້ວ ກໍປຽບດັ່ງພວກເຂົາໄດ້ກາຍເປັນທີມງານດຽວກັນ ເປັນໝູ່ສະໜິດທີ່ຈະກ້າວໄປຫາເສັ້ນໄຊຮ່ວມກັບທ່ານ.

3. Measure it to move it

ນັກການຕະຫຼາດທີ່ຈະຢູ່ລອດໃນອະນາຄົດ ຈະຕ້ອງເພິ່ງພາວິທີການວັດແທກຜົນທີ່ດີກວ່າ ການຜູກຕົວເລກໄວ້ກັບທຸລະກິດພຽງຢ່າງດຽວ, ເຊິ່ງໝາຍລວມເຖິງການພັດທະນາວິທີແກ້ໄຂບັນຫາທາງເຕັກນິກ (Technical Solutions) ທີ່ເໝາະສົມ ເພື່ອວັດແທກຜົນຂອງກິດຈະກຳໂຄສະນາເຜີຍແຜ່ (Campaign) ບໍ່ວ່າຈະເປັນຮູບແບບເກົ່າ ຫຼື ຮູບແບບທີ່ຜ່ານສື່ “ດີຈີຕອນ”. ພ້ອມທັງການວາງຂະບວນການທີ່ເໝາະສົມ ເພື່ອວັດແທກຄວາມເຂັ້ມແຂງ ແລະ ຜົນສຳເລັດ ຂອງສາຍພົວພັນລະຫວ່າງບໍລິສັດທ່ານ ແລະ ບັນດາຄູ່ຮ່ວມງານ. ດັ່ງຄຳເວົ້າຂອງທ່ານ Mukul Deoras (CMO-Colgate-Palmolive) ໄດ້ກ່າວວ່າ: “ສັງເກດງ່າຍໆວ່າ ຫາກທ່ານບໍ່ສາມາດວັດແທກຜົນໄດ້ຮັບ ທ່ານກໍບໍ່ສາມາດປ່ຽນແປງສິ່ງໃດໄດ້ເລີຍ”

ສິ່ງເຫຼົ່ານີີ້ແມ່ນເຫດຜົນທີ່ ບັນດານັກການຕະຫຼາດ ຄວນຫັນມາປ່ຽນແປງວິທີຄິດເກົ່າໆ ພ້ອມທັງເປີດໃຈຮັບເອົາເຄື່ອງມືທາງຄວາມຄິດໃໝ່ໆມາໃຊ້ ເພື່ອພິສູດບົດບາດໃນອະນາຄົດຂອງຕົວທ່ານເອງ ທ່າມກາງກະແສຄວາມໄວ ຂອງການພັດທະນາທາງເຕັກໂນໂລຊີ ອັນມີຜົນກະທົບຢ່າງກວ້າງຂວາງຕໍ່ແນວຄິດ ແລະ ພຶດຕິກຳຂອງຜູ້ບໍລິໂພກທີ່ບໍ່ຢຸດຢູ່ບ່ອນເກົ່າ.

(ວາລະສານທາເກັດ ສະບັບ 150 ເດືອນມັງກອນ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆສະຖານທີ່ໃນນະຄອນຫຼວງວຽງຈັນທີ່ເປັນສະມາຊິກຂອງວາບະສານ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Marketers must change their methods in a dynamic world

It cannot be disputed that in this transitional era of our country, galloping towards the ‘digital’ age or ‘digital age transformation’, it will have a heavy impact on the marketing strategies of the business sector, leading to all kinds of headaches; not for the business owners alone but also for their chief marketing officers (CMOs), who are accountable for meeting the company sales targets in a world where the marketing tools of the past no longer yield results with customers. So today, Target magazine is going to be looking into three new methods from the book Global CMO, which includes interviews from the CMOs of 18 global countries, such as Mastercard, Samsung, Coca-Cola, Colgate, Four Seasons, Burger King, and such like, in order to help marketers in Laos to adapt their strategies in time.

  1. Fight for talent

Importance must be attached to investing in seeking out talented people to work for your company and developing new know-how in your staff, especially in terms of technology. Amidst a market brimming over with domestic and foreign competition; not to mention the low-investment startups, smart people shall be headhunted. Thinking ahead about the needs of the individual is a suitable talent and understanding the needs of the smarter people in an organization in order to attract efficient personnel in the long term is key to building your capacity to increase sales and compete with the rest.

  1. Form a new approach to partners

Good partners are another helpful asset to a company. CMOs generally agree that attaching importance to external relations is becoming increasingly significant so marketers must consider how they can attract partners who reciprocally understand and assist, especially advertising companies and companies which help out with new communications technologies. You have to know when to go out and look for suitable partners which are consistent with the strategies and goals of your company, in which it is of critical importance to liaise positively with your marketing team and partner companies. You have to be certain that they are similar to someone in the same organizations because when you select coworkers and they start work on a given project, they have to assimilate to form a unified team of close friends who will advance hand-in-hand with you.

  1. Measure it to move it

The marketers who will survive in the future must rely upon methods for measuring results, which is better than merely attributing figures to business. This generally means developing suitable technical solutions to measure the results of a given publicity campaign, irrespective of whether it is an old-fashioned or cutting-edge digital one. Doing this includes having an appropriate procedure to measure the strengths and achievements of inter-company and partner relations. As Colgate-Palmolive CMO Mukul Deoras says, “It is easy to see if you are unable to measure your results as you will fail to adapt at all”.

These matters are what marketers should be thinking about. You need to change from the old mentality and be open to accepting new tools and concepts in order to secure your role in the future amidst such rapid trends in the development of technology, which have a broad impact on consumers’ concepts and behaviors, rather than being stuck in the dark ages

 

Comments