ພົງສະຫວັນ ປະກັນໄພ (ເອພີເອ) ເປັນບໍລິສັດປະກັນໄພທີ່ສ້າງຕັ້ງຂຶ້ນໂດຍຄົນລາວ 100%

ສະບັບເດືອນ ກຸມພາ ນີ້ ພວກເຮົາຮູ້ສຶກເປັນກຽດຢ່າງຍິ່ງທີ່ ທ່ານ ໂດມິນິກ ວິວລ່ຽມສ໌, ຜູ້ອຳນວຍການໃຫຍ່ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ. ທ່ານມີປະສົບການການເຮັດວຽກປະກັນໄພມາກວ່າ 20 ປີ ຢູ່ຫຼາຍປະເທດໃນຂົງເຂດອາຊຽນກ່ອນທີ່ຈະມາດຳລົງຕຳແໜ່ງຜູ້ອຳນວຍການທີ່ ເອພີເອ. ໃນໂອກາດນີ້, ທ່ານ ໂດມິນິກ ຖືໂອກາດນຳສະເໜີວິໄສທັດ ແລະ ພາລະກິດໃນການພັດທະນາທຸລະກິດຂອງເອພີເອ ປະກັນໄພ ເພື່ອກ້າວສູ່ການເປັນຜູ້ນຳດ້ານການໃຫ້ບໍລິການປະກັນໄພໃນ ສປປ ລາວ.

  • ປະຫວັດຄວາມເປັນມາຂອງບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ.

ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ, ເປັນທີ່ຮູ້ຈັກໃນອີກຊື່ໜຶ່ງວ່າບໍລິສັດ ເອພີເອ ປະກັນໄພ, ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2016, ບໍລິສັດດັ່ງກ່າວເປັນພາກສ່ວນໜຶ່ງຂອງກຸ່ມບໍລິສັດ ພົງສະຫວັນ ແລະ ເປັນບໍລິສັດ ປະກັນໄພຄົບວົງຈອນທີ່ເປັນຂອງເອກະຊົນຄົນລາວ 100% ຢູ່ ສປປ ລາວ. ບໍລິສັດປະກັນໄພຄົບວົງຈອນໄດ້ຮັບອະນຸຍາດໃຫ້ຂາຍການປະກັນໄພທົ່ວໄປ (ລົດ, ຊັບສິນ, ການເດີນທາງ ແລະ ອື່ນໆ) ແລະການປະກັນຊີວິດ, ນັບແຕ່ ບໍລິສັດ ເອພີເອ ຂາຍປະກັນໄພຄັ້ງທຳອິດໃນເດືອນ ເມສາ 2017, ພວກເຮົາໄດ້ສືບຕໍ່ປະສົບຜົນສຳເລັດຫຼາຍຂຶ້ນ.

ເຖິງແມ່ນວ່າ ສປປ ລາວ ຈະມີການເຕີບໃຫຍ່ຂະຫຍາຍຕົວທາງດ້ານເສດຖະກິດໃນໄລຍະທົດສະວັດທີ່ຜ່ານມາ, ຂະແໜງການປະກັນໄພຍັງຖືວ່າເປັນຂະແໜງການໃໝ່ ເມື່ອປຽບທຽບກັບປະເທດອ້ອມຂ້າງເຊັ່ນ: ໄທ, ຫວຽດນາມ ແລະ ກຳປູເຈຍ. ໃນປີ 2014 ມີ ບໍລິສັດປະກັນໄພ ພຽງແຕ່ 8 ບໍລິສັດເທົ່ານັ້ນຢູ່ ສປປ ລາວ ແຕ່ມາຮອດປັດຈຸບັນ ແມ່ນມີ 24 ບໍລິສັດ ແລະ ຂະໜາດຂອງຕະຫຼາດປະກັນໄພເພີ່ມຂຶ້ນ 24% ໃນລະຫວ່າງ ປີ 2014 ແລະ 2017, ການປ່ຽນແປງຈາກການກະສິກຳມາເປັເສດຖະກິດທີ່ມີການຂັບເຄື່ອນດ້ວຍການບໍລິການ ແລະ ອຸດສະຫະກຳຫຼາຍຂຶ້ນເຮັດໃຫ້ຄວາມຮຽກຮ້ອງຕ້ອງການ ການປະກັນໄພເພີ່ມຂຶ້ນຢ່າງໄວວາ ເນື່ອງຈາກປະຊາຊົນມີຄວາມເຂົ້າໃຈເຖິງຄວາມສຳຄັນໃນການປົກປ້ອງຕົນເອງ, ຄອບຄົວ ແລະ ຊັບສິນຂອງຕົນ.

ດັ່ງນັ້ນ, ຈຶ່ງເປັນເວລາທີ່ໜ້າຕື່ນເຕັ້ນ ແລະ ກໍເປັນເຫດຜົນທີ່ບໍລິສັດ ປະກັນໄພ ເອພີເອ ໄດ້ຮັບການສ້າງຕັ້ງຂຶ້ນ, ພວກເຮົາມີຄວາມພ້ອມໃນການຊ່ວຍປັບປຸຄຸນນະພາບຊີວິດຂອງປະຊາຊົນລາວ, ແລະ ຂ້າພະເຈົ້າມີຄວາມຍິນດີເປັນສ່ວນໜຶ່ງໃນການຊ່ວຍສ້າງແນວທາງ ແລະ ປະກອບສ່ວນເຂົ້າໃນການເຕີບໃຫຍ່ຂະຫຍາຍຕົວຂອຂະແໜງການປະກັນໄພຢູ່ ສປປ ລາວ.

  • ປະຫວັດ ແລະ ປະສົບການທີ່ຜ່ານມາຂອງທ່ານເປັນແນວໃດ?

ຂ້າພະເຈົ້າເຮັດວຽກໃນຂະແໜງການປະກັນໄພເປັນເວລາ 22 ປີ, ເຊິ່ງສ່ວນໃຫຍ່ແມ່ນຢູ່ ຂົງເຂດອາຊີໂດຍເຮັດວຽກກັບບໍລິສັດ ປະກັນໄພສາກົນ ເຊິ່ງລວມມີບໍລິສັດ ເອໄອເອ, ອາລີອັນຊ໌ ແລະ ບໍລິສັດ ພຣູເດັນໂຊ, ສປປ ລາວ ເປັນປະເທດທີ 16 ໃນຂົງເຂດອາຊີທີ່ຂ້າພະເຈົ້າໄດ້ເຮັດວຽກຢູ່ ແລະຂ້າພະເຈົ້າກໍມີຄວາມສຸກຢູ່ປະເທດນີ້.

ຂ້າພະເຈົ້າມີປະສົບການບໍ່ພຽງແຕ່ໃນຕະຫຼາດການປະກັນໄພທີ່ມີຄວາມໝັ້ນຄົງ ແລະ ມີການບໍລິຫານທີ່ດີເຊັນ: ຢູ່ ອັງກິດ, ສິງກະໂປ ແລະ ຮົງກົງ ເທົ່ານັ້ນ ແຕ່ຍັງມີປະສົບການໃນຕະຫຼາດ ຂອງປະເທດທີ່ມີການພັດທະນາຢ່າງໄວວາ ເຊິ່ງເຕີບໃຫຍ່ຂະຫຍາຍຕົວໃນໄລຍະ 10-20 ປີຜ່ານມານີ້; ເຊິ່ງຂະຫຍາຍຕົວໃນທິດທາງທີ່ຂ້າພະເຈົ້າເຊື່ອວ່າ ສປປ ລາວ ກໍຈະເຮັດໄດ້ເຊັ່ນດຽວກັນ. ປະເທດດັ່ງກ່າວ ລວມມີ ຫວຽດນາມ, ໄທ ແລະອິນໂດເນເຊຍ ເຖິງແມ່ນວ່າແຕ່ລະປະເທດຈະມີຄວາມແຕກຕ່າງກັນຢ່າງຊັດເຈນທາງດ້ານວັດທະນະທຳ ແລະ ຄົນ, ແຕ່ກໍມີຫຼາຍສິ່ງຫຼາຍຢ່າງທີ່ຄ້າຍຄືກັນ.

  • ການປະກັນໄພປະເພດໃດທີ່ ບໍລິສັດ ເອພີເອ ໃຫ້ບໍລິການ ແລະ ລູກຄ້າສາມາດຊື້ໄດ້ຢູ່ໃສ?

ປັດຈຸບັນເອພີເອໃຫ້ບໍລິການປະກັນໄພຢູ່ 5 ປະເພດບໍ່ວ່າຈະເປັນ: ພາຫະນະ(ລົດໃຫຍ່ ແລະ ລົດຈັກ), ຊັບສິນ(ເຮືອນ), ອຸບັດຕິເຫດສ່ວນບຸກຄົນ, ປະກັນໄພທ່ອງທ່ຽວ ແລະ ຄວາມສ່ຽງທຸກຮູບແບບຂອງຜູ້ຮັບເໝົາກໍ່ສ້າງ (ການກໍ່ສ້າງຕ່າງໆ) ແລະນອກນັ້ນກໍ່ຍັງມີປະກັນຊີວິດແບບກູ້ຢືມທຶນ. ຂ້າພະເຈົ້າຂໍແຈ້ງຕື່ມວ່າໃນໄວໆນີພວກເຮົາຈະມີການເປີດໂຕ ປະກັນໄພໃໝ່ທີ່ມີຄວາມໜ້າສົນໃຈອອກມາ ແລະ ຫວັງເປັນຢ່າງຍິ່ງວ່າຈະເຜີຍແຜ່ຜະລິດຕະພັນດັ່ງກ່າວຕາມກຳນົດເວລາທີ່ໄດ້ວາງໄວ້.

ນອກຈາກນັ້ນ, ບໍລິສັດພວກເຮົາຍັງມີການປະກັນໄພສຸຂະພາບຊັ້ນນຳໃນຕະຫຼາດສຳລັບບຸກຄົນ, ຄອບຄົວ ແລະ ລູກຄ້າທີ່ເປັນອົງການຈັດຕັ້ງ. ການປະກັນໄພດັ່ງກ່າວມີການຄຸ້ມຄອງຫຼາຍລະດັບ, ສາມາດເຂົ້າປິ່ນປົວກັບ ໂຮງໝໍ ແລະ ຄລີນິກຊັ້ນນຳຢູ່ ສປປ ລາວ ແລະ ໄທ ໂດຍບໍ່ຈຳເປັນຕ້ອງໃຊ້ເງິນສົດ ແລະ ຍັງມີຜົນປະໂຫຍດພິເສດອີກຫຼາກຫຼາຍ. ສຸຂະພາບແມ່ນພາກສ່ວນທີ່ສຳຄັນຂອງແຜນງານຂອງ ບໍລິສັດ ເອພີເອ ໃນການຄຸ້ມຄອງຊີວິດການເປັນຢູ່ທີ່ດີຂອງປະຊາຊົນລາວ.

ຜະລິດຕະພັນຂອງບໍລິສັດ ເອພີເອ ແມ່ນເພື່ອລູກຄ້າທັງພາຍໃນ ແລະ ຕ່າງປະເທດ ແລະ ລູກຄ້າສາມາດຊື້ຜະລິດຕະພັນຂອງບໍລິສັດໄດ້ດ້ວຍໜຶ່ງໃນ 3 ວິທີການດັ່ງນີ້. ວິທີທີ່ໜຶ່ງ: ແມ່ນການຊື້ກັບທີມງານທີ່ປຶກສາທາງດ້ານການເງິນອາຊີບຢູ່ບໍລິສັດ ເອພີເອ  ໂດຍກົງ, ເຊິ່ງສາມາດຕິດຕໍ່ທີມງານດັ່ງກ່າວ ຜ່ານສາຍດ່ວນໄດ້ທີ່ 1677 ຫຼື ເຂົ້າມາບໍລິສັດຂອງ ພວກເຮົາ. ນອກຈາກນັ້ນ, ລູກຄ້າສາມາດຊື້ປະກັນໄພຜ່ານເຄືອຂ່າຍຕົວແທນປະກັນໄພທົ່ວປະເທດ ເຊິ່ງເປັນຕົວແທນປະກັນໄພທີ່ມີຄວາມຊ່ຽວຊານ ແລະ ເປັນຄູ່ຮ່ວມງານກັບບໍລິສັດຂອງພວກເຮົາ. ລູກຄ້າຍັງສາມາດຊື້ຜະລິດຕະພັນຂອງບໍລິສັດ ເອພີເອ ຢູ່ທຸກສາຂາຂອງທະນາຄານ ພົງສະຫວັນ. ໃນປີ  2019, ລູກຄ້າຈະສາມາດເຂົ້າເຖິງຜະລິດຕະພັນຂອງພວກເຮົາໄດ້ຫຼາຍຂຶ້ນ ເມື່ອລູກຄ້າສາມາດຊື້ຜະລິດຕະພັນຜ່ານອິນເຕີເນັດ ແລະ ຜ່ານໂທລະສັບສະມາດທ໌ໂຟນ.

  • ສິ່ງໃດທີ່ເຮັດໃຫ້ບໍລິສັດ ປະກັນໄພ ເອພີເອ ມີຄວາມພິເສດ?

ບໍລິສັດ ເອພີເອ ມີຄວາມພິເສດ ເນື່ອງຈາກເປັນບໍລິສັດ ປະກັນໄພຄົບວົງຈອນ ທີ່ເປັນຂອງຄົນລາວ 100% ວັດທະນະທຳ ອົງກອນຂອງບໍລິສັດແມ່ນມີຄວາມເປັນ ສປປ ລາວ ຢ່າງແທ້ຈິງ ແລະ ພວກເຮົາມີຄວາມເຂົ້າໃຈໃນຕະຫຼາດ ແລະ ຄວາມຕ້ອງການຂອງລູກຄ້າຢ່າງເລິກເຊິ່ງ. ນອກຈາກນັ້ນ, ໃນຖານະທີ່ເປັນຄົນອັງກິດທີ່ອາໄສຢູ່ຂົງເຂດອາຊີເປັນເວລາດົນ, ຂ້າພະເຈົ້າຍັງມີຄວາມເຂົ້າໃຈກ່ຽວກັບຄວາມຕ້ອງການຂອງຄົນຕ່າງປະເທດ, ສະນັ້ນ ພວກເຮົາຈຶ່ງມີຜະລິດຕະພັນທີ່ຫຼາກຫຼາຍ ແລະ ທາງ
ອອກສຳລັບກຸ່ມຄົນດັ່ງກ່າວເຊັ່ນດຽວກັນ.

ຜະລິດຕະພັນບາງຢ່າງທີ່ພວກເຮົາຈະເປີດໂຕໃນປີ 2019 ຈະເປັນຜະລິດຕະພັນໃໝ່ທີ່ຈະຖືກນຳສະເໜີຢູ່ ສປປ ລາວ, ເຊິ່ງຜະລິດຕະພັນດັ່ງກ່າວຈະເປັນໜຶ່ງໃນຄວາມພິເສດຂອງບໍລິສັດ ເອພີເອ.

ແຕ່ວ່າ, ໃນຕະຫຼາດທີ່ມີການແຂ່ງຂັນຢູ່ ສປປລາວ, ຂ້າພະເຈົ້າຄິດວ່າມັນເປັນເລື່ອງຍາກທີ່ຈະເຮັດໃຫ້ບໍລິສັດປະກັນໄພມີຄວາມພິເສດ. ດັ່ງນັ້ນ, ຂ້າພະເຈົ້າຈຶ່ງສຸມໃສ່ຮັບປະກັນໃຫ້ບໍລິສັດ ເອພີເອ ມີຄວາມແຕກຕ່າງໄປໃນທາງທີ່ດີ.

  • ທ່ານມີແຜນແນວໃດໃນການເຮັດໃຫ້ ບໍລິສັດມີຄວາມແຕກຕ່າງໄປໃນທາງທີ່ດີ?

ຂ້າພະເຈົ້າເຊື່ອວ່າພວກເຮົາໄດ້ເຮັດແລ້ວ ແລະ ກໍມີ 3 ເຫດຜົນຕົ້ນຕໍທີ່ລູກຄ້າຄວນຈະເລືອກບໍລິສັດເອພີເອ ເປັນບໍລິສັດປະກັນໄພຂອງພວກເຂົາ.

ຢ່າງທຳອິດ, ບໍລິສັດຂອງພວກເຮົາມີຜະລິດຕະພັນທີ່ດີ ແລະ ມີລາຄາທີ່ເໝາະສົມລວມເຖິງມີທາງເລືອກ ແລະ ຄຸນນະພາບໃຫ້ແກ່ລູກຄ້າ. ສິ່ງເຫຼົ່ານີ້ຈະຖືກທົບທວນເພື່ອຮັບປະກັນວ່າຈະສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າ ແລະ ກຸ້ມຄ່າກັບເງິນທີ່ຈ່າຍ. ເຖິງຢ່າງໃດກໍຕາມ, ຜະລິດຕະພັນທີ່ດີຈະຕ້ອງຄ່ຽງຄູ່ໄປກັບການບໍລິການໃນລະດັບສູງ.

ການບໍລິການທີ່ດີທີ່ບໍລິສັດ ເອພີເອ ສະໜອງໃຫ້ແມ່ນເຫດຜົນທີສອງທີ່ຄວນເລືອກບໍລິສັດ ເອພີເອ.ການບໍລິການທີ່ດີແມ່ນສິ່ງທີ່ສຳຄັນສຳລັບບໍລິສັດໃດໜຶ່ງໃນການມີຄວາມໂດດເດັ່ນໃນຕະຫຼາດ ແລະ ໃນຂະແໜງການ. ສຳລັບບໍລິສັດ ເອພີເອ, ການບໍລິການທີ່ດີແມ່ນເລີ່ມຈາກວິທີການເຂົ້າເຖິງ ແລະ ພົວພັນ ກັບລູກຄ້າ, ຄູ່ຮ່ວມງານຂອງພວກເຮົາ ແລະ ຜູ້ອຸປະໂພກບໍລິໂພກໂດຍທົ່ວໄປ. ບໍລິສັດຂອງພວກເຮົາຖືເອົາລູກຄ້າເປັນສູນກາງຂອງທຸກຢ່າງທີ່ພວກເຮົາເຮັດ ແລະ ພວກເຮົາເຮັດວຽກໜັກເພື່ອສືບຕໍ່ສ້າງຊື່ສຽງໃນການເປັນບໍລິສັດທີ່ໃຫ້ການບໍລິການທີ່ດີເລີດ; ໂດຍເລີ່ມຕັ້ງແຕ່ທີ່ປຶກສາທາງດ້ານການເງິນ ຫຼື ຄູ່ຮ່ວມງານໃຫ້ຄຳແນະນຳກ່ຽວກັບການປະກັນໄພ, ການອອກສັນຍາປະກັນໄພໄປຈົນເຖິງປະສົບການຂອງລູກຄ້າທີ່ໄດ້ຮັບ ຖ້າຫາກລູກຄ້າຕ້ອງການຈະຮຽກຮ້ອງເອົາສິນໄໝທົດແທນ. ພວກເຮົາຈະບໍ່ຖືວ່າ
ຄວາມສຳພັນກັບລູກຄ້າ ແມ່ນການເຮັດທຸລະກິດ; ແຕ່ພວກເຮົາມີເປົ້າໝາຍສ້າງສາຍສຳພັນອັນຍາວນານກັບລູກຄ້າ ແລະ ຄອບຄົວຂອງພວກເຂົາ. ພວກເຮົາຈະສາມາດເຮັດໄດ້ ກໍຕໍ່ເມື່ອມີການບໍລິການທີ່ດີ ຢ່າງສະໝ່ຳສະເໝີ.

ເຫດຜົນທີສາມແມ່ນປະສົບການ ແລະ ຄວາມຊຳນານທີ່ເຮັດໃຫ້ພວກເຮົາສາມາດສະໜອງສິນຄ້າ ແລະ ການບໍລິການ ຊັ້ນນຳໃນຕະຫຼາດໄດ້, ບໍລິສັດ ເອພີເອ ໄດ້ດຶງດູດເອົາປະສົບການ ແລະ ຄວາມຊ່ຽວຊານທາງດ້ານການປະກັນໄພດີທີ່ສຸດຢູ່ ສປປ ລາວແລະ ຕ່າງປະເທດ. ນອກຈາກນັ້ນ, ພວກເຮົາຍັງມີສາຍສຳພັນທີ່ເຂັ້ມແຂງກັບຄູ່ຮ່ວມງານກ່ຽວກັບການປະກັນໄພຕໍ່ເຊິ່ງຈະມອບຄວາມໝັ້ນໃຈ ແລະ ຄວາມໄວ້ວາງໃຈທີ່ຫຼາຍຂຶ້ນໃຫ້ແກ່ລູກຄ້າເຮັດໃຫ້ພວກເຂົາຮູ້ສຶກວ່າໄດ້ຮັບການຄຸ້ມຄອງເປັນຢ່າງດີໃນກໍລະນີທີ່ລູກຄ້າຕ້ອງການຮຽກຮ້ອງເອົາສິນໄໝທົດແທນປະກັນໄພ.

ບໍລິສັດ ເອພີເອ ໄດ້ຮັບການພັດທະນາຢ່າງໄວວາໃນການເປັນບໍລິສັດປະກັນໄພທີ່ມີຊື່ສຽງ ແລະ ມີຄວາມເປັນມືອາຊີບສູງ ແຕ່ເຖິງຢ່າງໃດກໍຕາມ ພວກເຮົາກໍບໍ່ຢຸດແຕ່ພຽງເທົ່ານັ້ນຍັງມີຈຸດໃນການປັບປຸງຢູ່ສະເໝີ ແລະ ພວກເຮົາກໍພະຍາຍາມສືບຕໍ່ພັດທະນາທຸກສິ່ງທຸກຢ່າງທີ່ພວກເຮົາເຮັດເພື່ອສະໜອງການບໍລິການດີທີ່ສຸດໃຫ້ແກ່ລູກຄ້າເທົ່າທີ່ຈະເປັນໄປໄດ້.

  • ວິໄສທັດ ແລະ ວຽກງານທີ່ໄດ້ຮັບມອບໝາຍຂອງ ບໍລິສັດ ເອພີເອ ແມ່ນຫຍັງ?

ວິໄສທັດຂອງບໍລິສັດຂອງພວກເຮົາແມ່ນການສະໜອງການປົກປ້ອງສຳລັບຜູ້ບໍລິສຸດຢູ່ ສປປ ລາວ.ວິໄສທັດດັ່ງກ່າວ ໄດ້ຮັບການຂັບເຄື່ອນໂດຍວຽກງານທີ່ໄດ້ຮັບມອບໝາຍ, ເຊິ່ງແມ່ນ “ເພື່ອການສະໜອງພື້ນຖານການບໍລິການດີທີ່ສຸດ ໃນ ສປປ ລາວ; ສົ່ງເສີມຄວາມຮັບຜິດຊອບ ແລະ ການຄຸ້ມຄອງທີ່ເຂັ້ມແຂງ, ແລະ ການປົກປ້ອງທຸກໆພາກສ່ວນທີ່ກ່ຽວຂ້ອງໃນການປະຕິບັດໜ້າທີ່ຂອງພວກເຮົາເພື່ອໃຫ້ກາຍເປັນ ຜູ້ນຳທີ່ເໜືອກວ່າ.”

ເພື່ອບັນລຸວິໄສທັດຂອງພວກເຮົາ, ພວກເຮົາຕ້ອງເປັນເຈົ້າການໃນການປູກຈິດສຳນຶກກ່ຽວກັບຄວາມສຳຄັນຂອງການປະກັນໄພ. ເຊິ່ງນີ້ແມ່ນເປົ້າໝາຍຂອງພວກເຮົາ. ພວກເຮົາຈະຕ້ອງປັບປຸງການສຶກສາ ແລະ ການສື່ສານ ເພື່ອປົກປ້ອງທ່ານ, ຄອບຄົວ ແລະ ຊັບສິນຂອງທ່ານ  ແລະ ວິທີການທີ່ ບໍລິສັດ ເອພີເອ ໃຫ້ການຄຸ້ມຄອງ ແລະ ຄວາມເຊື່ອໝັ້ນ.

  • ທ່ານເຮັດວຽກໃນຂະແໜງການປະກັນໄພ ເປັນເວລາດົນນານມາແລ້ວ, ທ່ານມີຄຳແນະນຳແນວ
    ໃດສຳລັບຄົນຍຸກໃໝ່ທີ່ຈະເຮັດວຽກໃນຂະແໜງການນີ້?

ເປັນຄຳຖາມທີ່ດີຂ້າພະເຈົ້າຄິດວ່າ ຄຳແນະນຳທີ່ຂ້າພະເຈົ້າຈະໃຫ້ຄົນທີ່ຈະເຮັດວຽກໃນຂະແໜງການນີ້ແມ່ນຈະກ່ຽວຂ້ອງກັບການເຮັດວຽກຂອງບໍລິສັດປະກັນໄພ ແຕ່ຄຳແນະນຳຕົ້ນຕໍທີ່ກ່ຽວຂ້ອງກັບທຸກຄົນແມ່ນ… ການປະກັນໄພ ບໍ່ຄືກັບໂທລະສັບຊຳຊຸງ ຫຼື ໄອໂຟນໜ່ວຍໃໝ່ມັນບໍ່ແມ່ນສິ່ງທີ່ທ່ານລໍຖ້າຊື້ ແລະ ຟ້າວກັບບ້ານເພື່ອແກະກ່ອງ ແລະ ນຳໃຊ້ຢ່າງໃຈຈົດໃຈຈໍ່ ການປະກັນໄພບໍ່ແມ່ນ “ສິ່ງຂອງ” ແລະ ເປັນເລື່ອງຍາກທີ່ ຈະວາດພາບໃຫ້ຄົນເຫັນໄດ້ (ທ້າຍທີ່ສຸດແລ້ວ, ມັນເປັນພຽງແນວຄວາມຄິດ) ເນື່ອງຈາກວ່າທ່ານຈະບໍ່ສາມາດເຫັນມັນໄດ້ຈົນກວ່າທ່ານຈະຕ້ອງການມັນ, ການປະກັນໄພຈະມີຄວາມສຳຄັນຢ່າງຫຼວງຫຼາຍ. ດັ່ງນັ້ນ, ຂ້າພະເຈົ້າ ຈຶ່ງແນະນຳໃຫ້ໃຊ້ເວລາຄິດທົບທວນກ່ຽວກັບຜົນສະທ້ອນ ແລະ ໃຫ້ຕັ້ງຄຳຖາມກັບຕົນເອງຢູ່ສະເໝີວ່າ, “ຖ້າຫາກວ່າ”?… ຖ້າຫາກວ່າຂ້າພະເຈົ້າມີສ່ວນກ່ຽວພັນກັບອຸບັດຕິເຫດທາງລົດຍົນ, ຂ້າພະເຈົ້າຈະມີເງິນແປງລົດບໍ່? ຖ້າຂ້າພະເຈົ້າບໍ່ສະບາຍ ແລະ ຕ້ອງໃຊ້ເວລາປິ່ນປົວດົນຢູ່ໂຮງໝໍ, ຂ້າພະເຈົ້າຈະຈ່າຍຄ່າປິ່ນປົວ ແລະ ຄ່າຮັກສາໄດ້ແນວໃດ? ແລະ ຂ້າພະເຈົ້າຈະມີເງິນໃດມາໃຊ້ຈ່າຍແທນເງິນເດືອນ ຖ້າຂ້າພະເຈົ້າບໍ່ສະບາຍ ແລະ ບໍ່ສາມາດເຮັດວຽກໄດ້? ຖ້າມີອັກຄີໄພ ເກີດຂຶ້ນກັບບ້ານຂອງຂ້າພະເຈົ້າ ແລະ ຊັບສິນທັງໝົດຖືກທຳລາຍ, ຂ້າພະເຈົ້າຈະຊື້ສິ່ງຂອງດັ່ງກ່າວມາປ່ຽນແທນ ແລະ ສ້ອມແປງເຮືອນຂອງຂ້າພະເຈົ້າໄດ້ແນວໃດ?

ໂດຍສ່ວນໃຫຍ່ແລ້ວ, ຄ່າໃຊ້ຈ່າຍໃນການຊື້ປະກັນໄພແມ່ນໜ້ອຍ  ແຕ່ຜົນປະໂຫຍດຂອງການປະກັນເວລາທີ່ເຫດການ “ຖ້າຫາກ?” ເກີດຂຶ້ນແມ່ນຫຼວງຫຼາຍ. ໃນຫຼາຍກໍລະນີ, ຜົນປະໂຫຍດແມ່ນການປ່ຽນແປງຊີວິດ, ໃນບາງກໍລະນີຜົນປະໂຫຍດຂອງການປະກັນໄພກໍອາດຈະເປັນການຮັກສາຊີວິດ.  “ວາງແຜນໃນວັນນີ້ເພື່ອຄໍ້າປະກັນໃນອະນາຄົດ”

(ວາລະສານທາເກັດ ສະບັບ 151 ເດືອນກຸມພາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆສະຖານທີ່ໃນນະຄອນຫຼວງວຽງຈັນທີ່ເປັນສະມາຊິກຂອງວາບະສານ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

PHONGSAVANH INSURANCE (APA)

THE ONLY 100% LOCALLY-OWNED COMPOSITE

Covering the February issue, we have the honour to interview Mr. Dominick Williams, CEO of Phongsavanh Insurance (APA) Co Ltd. Dominick has extensive
experience working in the insurance field in many Asian countries for more than 20 years prior to assuming the role of CEO at APA. On this occasion, he shall introduce you to the company’s vision and mission to develop APA into a leading insurance provider in the Lao PDR.

 

• Tell us about the background of Phongsavanh Insurance (APA) Co. Ltd?

Phongsavanh Insurance (APA) Co Ltd., also known as APA Insurance, was set up in 2016. It is part of the Phongsavanh Group of Companies and the only 100%
privately-owned composite insurer in the Lao PDR. A composite insurer is licensedto sell both general insurance (motor, property, travel etc.) and life insurance.
Since APA sold its first insurance policyin April 2017, we have continued to go from strength to strength.

Whilst Lao PDR has benefited from significant economic growth over the past decade, its insurance industry can be considered in its infancy when compared
to neighbours like Thailand, Vietnam and Cambodia. In 2014, there were just 8 insurance companies in Laos but now there are 24, and the size of the insurance
market grew by 21% between 2014 and 2017. The shift away from agriculture to
a more service-driven and in dustrialised economy means the need for insurance
has accelerated, and there is a greater demand as people understand the
importance of protecting themselves, their families and their possessions.

This is therefore a very exciting time,and it is the reason why APA Insurance
was established. We are ideally positionedto help improve the Lao people’s quality
of life, and I am delighted to be involved in helpingto shape the direction and growth
of the insurance industry in Laos.

  • So, what is your background and experience?

I have spent the past 22 years inthe insurance industry, with most of that
time in Asia working for multinational insurers that include AIA, Allianz and
Prudential. Laos is the 16th country inAsia I have worked in, and I am really
enjoying it here.

My experience has not only been gainedin well-established and highly-regulated
insurance markets such as the UK, Singapore and Hong Kong but also in
rapidly-developing markets that have grown over a 10-20 year period; in the way
that I believe Laos will do. Examples of these countries include Vietnam, Thailand
and Indonesia, and whilst each country is obviously different in terms of its culture
and people, there are often many similarities too.

 

  • What types of insurance does APA provide and where can consumers
    buy these?

APA currently offers 5 general insurance products: Motor (Car and
Motorcycle), Property (Home), Personal Accident, Travel, and Constructor’s All
Risks (Construction), as well as lifeinsurance in the form of Loan Protection
(Credit Life). I say currently, because we shall soon be launching exciting new products,
and I look forward to sharing these in due course.

We also provide market-leading HealthInsurance for individuals, families and
corporate customers. It offers a numberof coverage levels, cashless access to
the leading hospitals and clinics in Laos and Thailand, and a number of unique
benefits. Health is a core part of APA’s proposition, to protect the wellbeing of Lao
citizens. APA’s products cater for bothlocal consumers and expatriate residents,
and these can be bought in one of three ways. The first is directly through
our team of professional Financial Consultants at APA, who can be contacted
through our Hotline at 1677 or by visiting our offices. Alternatively, consumers can
buy through the nationwide network of highly-knowledgeable insurance agents
that we partner with. APA’s products can also be bought at all branches of
Phongsavanh Bank. Later in 2019, we shall be providing greater accessibility for consumers when products can be purchased online and via their smartphones.

 

  • What makes APA Insurance unique?

APA is unique in that it is the only 100% locally-owned composite insurer in Laos. Our company’s heritage is truly embedded in the Lao PDR and we really understand this market and the needs of the Lao consumer. Moreover, as an Englishman that has lived in Asia for a long time, I also fully understand the requirements of expatriates, so we have a tailored range of
products and solutions for this community too. Some of the products we shall launch
in 2019 will be the first of their kind to be introduced in Laos, so this will add to APA’s
uniqueness. But, in a competitive market like Laos, I think it is difficult to make an
insurance company totally unique. I therefore prefer to focus on making sure APA
positively differentiates.

  • How do you plan to positively differentiate?

I believe we already do, and there are three compelling reasons why consumers
should make APA their insurer of choice.

Firstly, we have very good products which are competitively-priced and offer
choice and quality. These are constantly reviewed to ensure they are relevant (to
customer’s needs) and provide value for money. But good products must be
supported by high-levels of service.

The great service that APA provides is the second reason to choose APA. Great
service is essential for any company to stand out in any market, and indeed any industry.
For APA, this starts with how we engage and interact with our customers, our
partners and consumers in general. We place our customers at the centre of everything we
do and work hard to continually strengthen our reputation for providing excellent
service; from the time our Financial Consultants or partners provide insurance
advice, to the issuance of the insurance policy through to the experience the customer
receives if they need to submit a claim. We don’t consider our customer relationships to
be transactional; rather, we aim to establish and build long-term relationships with our
customers and their families, and can only do this by consistently delivering great service.

The third reason is the experience and expertise that enables us to deliver
market-leading products and great service.APA has attracted some of the best
insurance experience and expertise in Laos and beyond. Not only that but we have
very strong reinsurance partnerships, which provide customers with even greater
confidence and peace-of-mind that they are well protected in the event that they need
to make a claim.

APA has quickly established itself as a very well-respected and highly-professional
insurance provider but we are not resting on our laurels. There is always room to
improve and we strive to continually evolve in everything that we do, to provide our
customers with the best service possible.

  • What is APA Insurance’s Vision and Mission?

Our company vision is to Provide better protection for those in Laos PDR.
This is driven by our Mission, which is to Deliver the highest standard of service
in insurance in Laos PDR; promoting accountability and strong governance, and
protecting all stakeholders in our journey to become a leader beyond our borders.

To successfully achieve our Vision, we must be at the forefront of raising awareness
as to the importance of insurance. This is our goal. We need to drive the education
and communication of the benefits of protecting yourself, your family and your
possessions – and how APA can provide this protection and peace-of-mind through the
products it offers.

  • You have worked in insurance for a long time. What is one piece of advice you
    give to the new generation joining this industry?

That’s a very good question! I think the advice I might give people joining this
industry would be related to the workings of an insurance company but one piece of
advice that is relevant to everyone is this….

Insurance isn’t like a new Samsung or iPhone. It is not something you look forward
to buying and hurrying home to excitedly unwrap and start using. Insurance isn’t a
‘thing’ and it’s hard to visualise (after all, it’s a concept) because you can’t see it. Until
you need it, that is. Then insurance becomes super-important. So, I always advise to take
time to think about consequences and ask yourself, ‘what if?’…..What if I am involved
in a car accident, how will I cover the costs of the repairs? What if I become ill and need
long-term treatment at the hospital, how will I pay for the treatment and medication? And
how will I replace my salary because I’m too unwell to work? What if there is a fire in my
house and all my belongings are destroyed, how will I be able to afford to replace them
and repair my house?

Very often, the cost of buying insurance is small – yet the benefit when a ‘what if?’
happens, is huge. In many cases, the benefit is life changing. In some cases, it can
be life-saving.

 

Comments