ຈຸດປະສົງຫຼັກຂອງສະມາຄົມຈີນ ແມ່ນເພື່ອເຕົ້າໂຮມຄວາມສາມັກຄີ.

ທ່ານນາງ ແສງເດືອນ ອ່າງຄໍານາກສະຫວັດ ປະທານສະມາຄົມຈີນ ນະຄອນຫຼວງວຽງຈັນ ຊຸດທີ 21 ທັງເປັນເຈົ້າຂອງທຸລະກິດໂຮງແຮມອ່າງຄໍາ ແລະ ຕະຫຼາດສີໄຄ ໄດ້ໃຫ້ສໍາພາດກ່ຽວກັບຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງສະມາຄົມຈີນ ຕະຫຼອດໄລຍະ 80 ກວ່າປີ ທີ່ຜ່ານມາວ່າ:

-ຕົ້ນກໍາເນີດ ແລະ ຄວາມເປັນມາຂອງສະມາຄົມຈີນໃນລາວ?

ໃນສະໄໝກ່ອນໄດ້ມີຜູ້ເຖົ້າ ຜູ້ແກ່ ຍົກຍ້າຍມາຈາກເມືອງຈີນແຕ່ເຂດສິບສອງປັນນາ ແລ້ວກໍເຄື່ອນຍ້າຍລົງມາຕາມແຂວງຕ່າງໆຂອງລາວ ຈົນມາຮອດນະຄອນຫຼວງວຽງຈັນ ຈິ່ງຕັ້ງຫຼັກປັກຖານເພື່ອຫາລ້ຽງຊີບ, ອາຊີບສ່ວນໃຫຍ່ແມ່ນຄ້າຂາຍ ຫຼັງຈາກນັ້ນກໍມີຊາວຈີນພາກັນລັ່ງໄຫຼເຂົ້າມານັບມື້ນັບຫຼາຍຂຶ້ນເລື້ອຍໆເພາະການຄ້າຂາຍນັບມື້ຂະຫຍາຍຕົວດີຂຶ້ນ.

ເມື່ອມີການພົວພັນທີ່ດີນໍາກັນ ຄວາມສໍາພັນລະຫວ່າງປະຊາຊົນສອງຊາດກໍມີການຂະຫຍາຍຕົວ ກາຍເປັນເພື່ອນມິດ ຈົນເຖິງກາຍເປັນການສ້າງຄອບຄົວ ເປັນແກ່ວເປັນດອງກັນ ແລະ ມີລູກມີຫຼານສືບເຊື້ອສາຍນັບມື້ນັບຫຼາຍຂຶ້ນ.

ດັ່ງນັ້ນຜູ້ອະວຸໂສຂອງຊາວຈີນ ຈຶ່ງໄດ້ມີຄວາມເປັນຫ່ວງວ່າ: ເມື່ອມີຄົນຈີນອາໄສຢູ່ໃນປະເທດລາວຫຼາຍຂຶ້ນ ຈະຄຸ້ມຄອງເບິ່ງແຍງຊ່ວຍເຫຼືອກັນແນວໃດ? ໂດຍສະເພາະແມ່ນຈະຮັກສາຄວາມສາມັກຄີ ປອງດອງກັນໄດ້ແນວໃດ? ດັ່ງນັ້ນ ໃນປີ 1937 ເພິ່ນຈຶ່ງໄດ້ສ້າງຕັ້ງສະມາຄົມຈີນຂຶ້ນມາ ຊຶ່ງເປົ້າໝາຍຫຼັກຂອງສະມາຄົມແມ່ນເພື່ອເຕົ້າໂຮມຄວາມສາມັກຄີຂອງຊາວຈີນ ທີ່ຕັ້ງຖິ່ນຖານໃນນະຄອນຫຼວງ ເພື່ອເບິ່ງແຍງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເຊັ່ນວ່າ: ການເຈັບເປັນ,ການເສຍຊີວິດ,ການໃຫ້ຄໍາປຶກສາ ແລະ ອື່ນໆ.

ຕໍ່ມາທາງສະມາຄົມເພິ່ນຈຶ່ງເລັງເຫັນອະນາຄົດວ່າ: ລູກຫຼານຊາວຈີນ ຍັງບໍ່ທັນມີໂຮງຮຽນ ສອນພາສາຈີນ ແລະ ຮຽນຮູ້ວັດທະນະທໍາຈີນ ດັ່ງນັ້ນຈຶ່ງໄດ້ລະດົມທຶນເພື່ອມາສ້າງໂຮງຮຽນ ລຽວໂຕ້ ຂຶ້ນ (ຢູ່ແຖວໂຮງໜັງບົວສະຫວັນ) ເປັນໂຮງຮຽນຫຼັງນ້ອຍໆ ເມື່ອມີຈໍານວນນັກຮຽນຫຼາຍຂຶ້ນ ຈຶ່ງໄດ້ລະດົມທຶນເພື່ອໄປຊື້ທີ່ດິນກວ້າງຂວາງຂຶ້ນແລ້ວຍ້າຍໄປສ້າງໂຮງຮຽນຫຼັງໃໝ່ ຢູ່ ຂ້າງວັດດົງໝ້ຽງ ເມືອງ ຈັນທະບູລີ.

ປັດຈຸບັນ ໃນທົ່ວປະເທດມີໂຮງຮຽນຈີນ ທັງໝົດ 9 ແຫ່ງ ໃນນີ້ມີນະຄອນຫຼວງວຽງຈັນ, ແຂວງ ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ ແລະ ແຂວງ ອຸດົມໄຊ.

ຕໍ່ມາເພິ່ນຈຶ່ງເລັງເຫັນວ່າ: ຊາວຈີນຍັງບໍ່ທັນມີບ່ອນສັງລວມຈິດໃຈ ຈຶ່ງໄດ້ລະດົມທຶນກັນເພື່ອສ້າງວັດຈີນຂຶ້ນມາ ເພື່ອເປັນບ່ອນສັກກະລະບູຊາ ກາບໄຫວ້ເທບພະເຈົ້າເລົ່າເທວາ ສິ່ງສັກສິດທັງຫຼາຍ ແລະ ຕໍ່ມາຈຶ່ງໄດ້ລະດົມທຶນໄປຊື້ທີ່ດິນ ເພື່ອສ້າງສຸສານຈີນຂຶ້ນ ເພື່ອເປັນບ່ອນຝັງສົບຂອງຊາວຈີນ.

-ພາລະບົດບາດຂອງສະມາຄົມ?

ສະມາຄົມຈີນແມ່ນສູນລວມເຕົ້າໂຮມຄວາມສາມັກຄີ ຂອງຊາວຈີນທີ່ອາໄສຢູ່ໃນປະເທດລາວ ເປັນຜູ້ຊີ້ນໍາຈັດຕັ້ງນໍາພາຂະແໜງການຕ່າງໆທີ່ຂຶ້ນກັບ ໂດຍມີເປົ້າໝາຍຫຼັກແມ່ນເພື່ອເຕົ້າໂຮມຄວາມສາມັກຄີ ແລະ ຊ່ວຍເຫຼືອເບິ່ງແຍງເຊິ່ງກັນ ແລະ ກັນ. ປັດຈຸບັນມີ 10 ຂະແໜງ ທີ່ຂຶ້ນກັບສະມາຄົມຄື: ໂຮງຮຽນລຽວໂຕ້ ,ຝ່າຍການຕ່າງປະເທດ,ການເງິນ,ວັດຫໍກາງ,ວັດຟູປໍ,ສິດເກົ່າລຽວໂຕ້,ຜູ້ດູແລການກໍ່ສ້າງຂອງສະມາຄົມຈີນ, ສາມາຄົມແມ່ຍິງຈີນ, ກິລາສິງໂຕ, ໜ່ວຍກູ້ໄພ 1628.

ພ້ອມນີ້ ທາງສະມາຄົມຍັງໃຫ້ຄໍາປຶກສາ ແນະນໍາ ຊ່ວຍເຫຼືອຊ່ອງທາງການເຂົ້າຫາທາງດ້ານຂໍ້ມູນ ແລະ ເອກະສານຕ່າງໆ ສໍາລັບຊາວຈີນຢູ່ພາຍໃນ ແລະ ຕ່າງປະເທດ ທີ່ຈະລົງທຶນ ຫຼື ເຮັດທຸລະກິດ ໃນລາວ.

ຜ່ານມາທາງສະມາຄົມແມ່ນດໍາເນີນວຽກງານໄປຕາມລະບຽບກົດໝາຍຂອງ ສປປ ລາວ ແລະ ໄດ້ແນະນໍາຕໍ່ຊາວຈີນຕະຫຼອດວ່າ: ຕ້ອງໃສ່ໃຈປະຕິບັດຕາມລະບຽບຂອງ ພັກ-ລັດ ສປປ ລາວ ແລະ ລະບຽບຂອງສະມາຄົມຈີນ ວາງອອກ ຢ່າງເຂັ້ມງວດ, ຖ້າເຮັດຄ້າຂາຍຕ້ອງເສຍພັນທະຢ່າງຖືກຕ້ອງຄົບຖ້ວນ,ບໍ່ຄ້າຂາຍເຖື່ອນ, ສິ່ງຜິດກົດໝາຍ, ບໍ່ສ້າງຄວາມຫຍຸ້ງຍາກໃຫ້ລັດຖະບານ.

-ແຜນດໍາເນີນງານຂອງສະມາຄົມຊຸດທີ 21 ວາງໄວ້ແນວໃດ?

ເນັ້ນສໍາຄັນໃຫ້ທຸກຂະແໜງການແມ່ນມີການພົວພັນ ແລະ ປະສານງານກັນ ຢ່າງແໜ້ນແຟ້ນຂຶ້ນ, ມີຄວາມເປັນເອກະພາບໃນໝູ່ຄະນະ, ຖືສໍາຄັນເຄົາລົບປະຕິບັດຕາມລະບຽບຂອງສະມາຄົມຢ່າງເຄັ່ງຄັດ ເພື່ອໃຫ້ມີຄວາມໂປ່ງໄສໃນການປະຕິບັດໜ້າທີ່. ປັດຈຸບັນ ສະມາຄົມມີຈໍານວນສະມາຊິກ 312 ຄົນ.

-ຜ່ານມາສະມາຄົມໃຫ້ການຊ່ວຍເຫຼືອສັງຄົມດ້ານໃດແດ່?

ສະມາຄົມຖືສໍາຄັນໃນການຊ່ວຍເຫຼືອສັງຄົມ ແລະ ບໍ່ໄດ້ຈໍາແນກຊົນຊັ້ນວັນນະວ່າເປັນຊາວຈີນ ຫຼື ຊາວລາວ ຖ້າມີໃຜເຂົ້າມາຫາແມ່ນພວກເຮົາຍື່ນມືເຂົ້າຊ່ວຍເຫຼືອຕາມຄວາມສາມາດ ໂດຍຜ່ານຂະແໜງສັງຄົມສົງເຄາະຈີນ, ໜ່ວຍກູ້ໄພ 1628 ແລະ ຈາກຄວາມສະໝັກໃຈຂອງບຸກຄົນທີ່ມີຈິດໃຈເມດຕາ.

-ເງິນບໍລິຫານຂອງສະມາຄົມມາຈາກແຫຼ່ງໃດ?

ສັງລວມແລ້ວ ສະມາຄົມຈີນແມ່ນຈະບໍ່ມີແຫຼ່ງທຶນບໍລິຫານ,ບໍ່ມີລາຍໄດ້, ພະນັກງານໃນສະມາຄົມບໍ່ມີເງິນເດືອນ, ຜູ້ທີ່ເຮັດວຽກໃນສະມາຄົມແມ່ນຜູ້ທີ່ມີຄວາມເສຍສະຫຼະສູງ, ເຮັດດ້ວຍຄວາມມີເມດຕາຈິດ ແລະ ອຸທິດຕົນເພື່ອສ່ວນລວມຢ່າງຈິງໃຈ.

ສໍາລັບເງິນເພື່ອນໍາມາຊ່ວຍເຫຼືອສັງຄົມແມ່ນໄດ້ຈາກການລະດົມຈາກສະມາຊິກ,ຈາກຊາວຈີນ ແລະ ການຊ່ວຍເຫຼືອຂອງບຸກຄົນໃຈບຸນ.

-ໃນທັດສະນະຂອງທ່ານເຫັນວ່າ ການພົວພັນຂອງສອງປະເທດ ມີບາດກ້າວຂະຫຍາຍຕົວແນວໃດ?

ໃນໄລຍະຜ່ານມາ ພັກ-ລັດຖະບານລາວ ໄດ້ອຳນວຍຄວາມສະດວກໃຫ້ແກ່ຊາວຈີນ ໄດ້ດໍາລົງຊີວິດຢ່າງສະດວກສະບາຍ, ສາຍພົວພັນມິດຕະພາບລາວ-ຈີນ ໄລຍະທີ່ຜ່ານມາສະແດງໃຫ້ເຫັນວ່າ ມີຄວາມສະເໝີ ຕົ້ນສະເໝີປາຍ ປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງ​ປະເທດ ລາວ-ຈີນ, ຕາມທິດ 4 ດີ ຄື: ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີຄູ່ຮ່ວມມືທີ່ດີ ແລະ ຄູ່ຮ່ວມພັດທະນາທີ່ດີ.

-ການເຊີ້ງສິງໂຕ ມີຄວາມໝາຍແນວໃດ?

ຖືເປັນວັດທະນະທໍາຄວາມເຊື່ອຂອງຊາວຈີນ ມີນິທານເປັນປະຫວັດເລົ່າສືບທອດກັນມາຫຼາຍພັນປີແລ້ວວ່າ: ໃນສະໄໝກ່ອນນັ້ນມີຄຸ້ມບ້ານໜຶ່ງ ຮອດຍາມລະດູເກັບກ່ຽວຜົນຜະລິດ ຫຼື ໃກ້ຈະເຖິງ “ກຸດຈີນ” ມັນຈະມີເສືອ ແລະ ຝູງລີງລົມ ເຂົ້າມາກິນຜົນຜະລິດ ແລະ ກັດຄົນເຮັດໃຫ້ຄົນຕາຍແຕ່ຫົວບ້ານໄປຈົນເຖິງທ້າຍບ້ານ,ເມື່ອເປັນດັ່ງນັ້ນຫຼາຍປີຕໍ່ມາຊາວບ້ານຈຶ່ງມາເຕົ້າໂຮມກັນ ເພື່ອລະດົມແນວຄິດໃນການແກ້ໄຂ ແລະ ຕໍ່ສູ້ກັບສິ່ງໂຫດຮ້າຍດັ່ງກ່າວ ຈຶ່ງໄດ້ຂໍ້ສະຫຼຸບວ່າ: ພວກເຮົາຕ້ອງມີຄວາມສາມັກຄີກັນ ຕໍ່ສູ້ກັບສິ່ງຊົ່ວຮ້າຍນີ້  ເວລາພວກມັນເຂົ້າມາໃນເຂດບ້ານ ໃຫ້ແຕ່ລະຄອບຄົວນໍາເອົາເຄື່ອງໃຊ້ທີ່ມີໃນເຮືອນມານໍາໃຊ້ເພື່ອເຮັດໃຫ້ເກີດສຽງດັງວົນແຊວ ເຊັ່ນ: ໝໍ້ແຫກແຕກກະໂປະ ຈົກຊ້ວນ ພ້າ ມີດ ຕ່າງໆ  ພ້ອມທັງຕ້ອງເຮັດຫົວໂຂນສິງໃຫຍ່ໆຂຶ້ນມາເພາະມີຄວາມເຊື່ອວ່າ ເສືອຕ້ອງຢ້ານສິງ ເພາະສິງມັນໂຕໃຫຍ່ກວ່າ ແລະ ວິທີນີ້ກໍໄດ້ຮັບຜົນ ເຮັດໃຫ້ບັນດາສັດເລົ່ານັ້ນແຕກຕື່ນໜີເຂົ້າປ່າ ບໍ່ກ້າກັບມາຄຸ້ມບ້ານນັ້ນອີກ.

ດ້ວຍເຫດນີ້ ຈຶ່ງກາຍເປັນວັດທະນະທໍາ ກາຍເປັນຄວາມເຊື່ອຂອງຊາວຈີນວ່າ: ເມື່ອເຖິງປີໃໝ່ “ກຸດຈີນ” ເພື່ອຄວາມປອດໄພ ຄວາມຢູ່ເຢັນເປັນສຸກ ເພິ່ນຈຶ່ງຈະມີພິທີເຊີ້ງສິງໂຕ ຕີກອງ ຕີຄ້ອງ ຕີແຊ່ງ ແລະ ຈູດໝາກກະໂພກ ໃຫ້ມີສຽງດັງ ເພື່ອຂັບໄລ່ສິ່ງບໍ່ດີໃຫ້ໜີໄປ ນັ້ນເອງ.

-ຂະຕິປະຈໍາໃຈຂອງທ່ານ?

ສໍາລັບຄະຕິປະຈໍາໃຈແມ່ນມີ 3 ຢ່າງຄື:1.ໃຈເຢັນ. 2.ມີສະຕິ. 3.ຕັ້ງໝັ້ນໃນຫຼັກການຄວາມມີເມດຕາຈິດ.

(ວາລະສານທາເກັດ ສະບັບ 151 ເດືອນກຸມພາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆສະຖານທີ່ໃນນະຄອນຫຼວງວຽງຈັນທີ່ເປັນສະມາຊິກຂອງວາບະສານ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

The main aim of the Chinese Association is to bring people

together in a spirit of solidarity

21st Vientiane Capital Chinese Association President and owner of the Angkham Hotel and Sikhay market Sengdeuan Angkhamnaksavath has granted Target magazine with an interview on the background and expansion of the Chinese Association over the last 80+ years:

  • Could you tell us a little about the origins and background of the Chinese Association?

Once upon a time, elderly people were moving from various areas of China into various provinces of Laos, right up to Vientiane Capital and built lives for themselves here, mostly working as merchants. As time went on, more and more Chinese people came because of the gradually improving trade opportunities.

When a positive relationship was forged between the peoples of the two countries, this was transformed into a friendship as close as family and the Chinese assimilated comfortably with marriages to Lao nationals and children of both Lao and Chinese descent, something which continues to grow until this day.

Therefore, the senior Chinese citizens became concerned as to how Chinese people were to stand by each other when they were coming in such numbers, especially how to maintain solidarity. For this reason, in 1937, they established the Chinese Association in Vientiane Capital to facilitate mutual assistance; such as when sick, over funerals, advice, and so forth.

Later, the association looked to the future and took into consideration how Chinese children still had no Chinese language school or means of learning of Chinese culture. To this end, they put money together to open Lieoto School (situated nearby the Bouasavanh movie theater), which started as a small school but as the word spread, student numbers grew and sufficient capital was accumulated to buy a larger piece of land to build a new school located adjacent to the Dongmieng temple in Chanthabouly district.

At present, there are a total of nine Chinese schools in Vientiane Capital and Khammouane, Savannakhet, Champasak, and Oudomxay provinces.

Later, they decided that Chinese people had nowhere to come together so capital was raised for a Chinese temple and a host of idols for people to worship and then additional capital was raised to buy land to build a graveyard in which to bury their dead.

– What is the association’s mandate?

The Chinese Association is a center for Chinese people residing in Laos to come together and build a sense of solidarity and plays a leading role in multiple sectors, aiming to encourage mutual cooperation and assistance. There are currently ten sectors operating under the association: the Lieoto School, a foreign affairs section, a finance section, the Horkang temple, the Fu Po temple, the Lieoto Alumni, construction supervisors of the Chinese Association, the Chinese Women’s Association, Lion’s Sports, and the 1628 Chinese Association Emergency Rescue.

Furthermore, the Chinese Association also provides counseling, advice, and assistance in terms of data and documentation for Chinese people based in Laos and overseas wishing to invest or do business in Laos.

Throughout its history, the Chinese Association has always operated consistently with the legal regulations of the Lao PDR and advises Chinese people to pay close attention to stringently following the regulations of the Party and State of the Lao PDR and the regulations issued by the Chinese Association – when trading, one must pay their tax obligations correctly and in full and refrain from selling illicit or illegal goods or creating trouble for the government.

– Could you tell us a little about the 21st Action Plan of the association?

It emphasizes that all sectors should liaise and coordinate more closely, act by consensus, and attach a high level of importance to respecting and conforming to the regulations of the association in order to achieve transparency in the performance of our duties. We currently have 312 members.

– How has the association helped society in the past?

The association attaches much importance to assisting society and does not discriminate by social status or nationality. If anyone comes to us, we do everything in our power to help via the Chinese Social Security Agency or the 1628 Chinese Association Emergency Rescue voluntarily through loving kindness[1].

[1] This refers specifically to the Buddhist concept of Metthā (originating from Pali) or Maitrī (originating from Sanskrit) and the standard English language term for it is ‘loving kindness’. In this context, ‘loving kindness’ is very specific and does not refer to love and kindness in general.

Where does the money come from to finance the association?

Overall, the Chinese Association has no administration budget, income or paid employees. Those working for the organization are people who have made a great sacrifice through loving kindness, devotion, and sincerity for the common good.

As regards money for helping society, this comes from funds raised by our members, Chinese people, and the contributions of the charitable.

– In your opinion, how have Sino-Lao ties grown?

Thus far, the Lao Party and government have facilitated matters for the Chinese to live here conveniently and comfortably, Sino-Lao ties thus far have been constant and contributed to amicable relations, which have now even become a tradition, and a strategic partnership in all areas between the two parties, states, and peoples of Laos and China according to the four-good spirit, consisting of good neighborliness, good friendship, good cooperation, and good development partnership.

– What is the meaning behind the Lion Dance?

It is considered to be a Chinese cultural belief and tells an ancient story which has been passed down through the generations for thousands of years. In those days, there was a village. Each harvest and leading up to Chinese New Year, a tiger accompanied by hordes of monkeys came to eat their newly harvested produce and kill people from throughout the village. Several years later, the villagers got together to brainstorm a solution and fight back with this terrifying lion. The moral of the story is that

we need solidarity to fight back against evil. When they arrived in the village, each family used household items to make as much noise as possible, such as banging on pots and pans and using shovels, hoes, machetes, and knives together and created a lion’s head because they believed that the tiger would be scared of the lion because the lion was larger and this method worked and the animals were terrified and fled back into the jungle, never daring to return to that village again.

In light of this, it has become the culture and belief amongst Chinese people that during Chinese New Year, for the sake of safety, wellbeing, and prosperity, they should practice the Lion Dance and bang drums, cymbals, and wood and throw fire crackers in order to care evil things away.

– Do you have a personal motto?

I have three personal mottos: 1. cool-headedness; 2. mindfulness; and 3. to persistently follow the principles of loving kindness.

[1] This refers specifically to the Buddhist concept of Metthā (originating from Pali) or Maitrī (originating from Sanskrit) and the standard English language term for it is ‘loving kindness’. In this context, ‘loving kindness’ is very specific and does not refer to love and kindness in general.

Comments