ຜ່ານການຄົ້ນຄ້ວາ; ພິຈາລະນາ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ຕໍ່ບົດລາຍງານຂອງລັດຖະບານກ່ຽວກັບສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປີ 2018 ແລະ ທິດທາງແຜນການ ປີ 2019 ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII. ກອງປະຊຸມໄດ້ມີມະຕິເລກທີ 099/ສພຊ ລົງວັນທີ 28/11/2018 ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2018 ແລະ ທິດທາງແຜນການ ປີ 2019 ເຊິ່ງລວມມີທັງໝົດ 5 ມາດຕາ… ວາລະສານພວກເຮົາຂໍນໍາສະເໜີ ມາດຕາ 2 ໂດຍສະເພາະແມ່ນຈຸດທີ່
ເວົ້າເຖິງຄາດໝາຍດ້ານເສດຖະກິດມະຫາພາກ ເຊິ່ງລາຍລະອຽດມີດັ່ງນີ້:
- ຄາດໝາຍດ້ານເສດຖະກິດມະຫາພາກ
ລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ໃຫ້ຂະຫຍາຍຕົວ 6,7% ຂຶ້ນໄປ ມູນຄ່າບໍ່ໃຫ້ຫຼຸດ 165.475 ຕື້ກີບ, ສະເລ່ຍຕໍ່ຫົວຄົນປະມານ 2.726 ໂດລາສະຫະລັດ. ລາຍໄດ້ແຫ່ງຊາດ (GNI) ສະເລ່ຍຕໍ່ຫົວຄົນໃຫ້ໄດ້ ປະມານ 2.317 ໂດລາສະຫະລັດ ໃນນັ້ນ:
1.1. ດ້ານໂຄງປະກອບເສດຖະກິດ
+ ຂະແໜງກະສິກໍາ ເພີ່ມຂຶ້ນ 2,8% ກວມເອົາ 15,3% ຂອງ GDP
+ ຂະແໜງອຸດສາຫະກໍາ ເພີ່ມຂຶ້ນ 8,3% ກວມເອົາ 32,2% ຂອງ GDP
+ ຂະແໜງບໍລິການ ເພີ່ມຂຶ້ນ 6,6% ກວມເອົາ 14,7% ຂອງ GDP
+ ພາສີ- ອາກອນຈາກການນໍາເຂົ້າ ເພີ່ມຂຶ້ນ 7,0% ກວມເອົາ 10,8% ຂອງ GDP
1.2. ດ້ານເສດຖະກິດ
– ຜະລິດເຂົ້າໃຫ້ໄດ້ ປະມານ 4,4 ລ້ານໂຕນ, ກາເຟ 160.000 ໂຕນ, ສາລີອາຫານສັດ 1 ລ້ານໂຕນ, ມັນຕົ້ນ 2,28 ລ້ານໂຕນ, ຊີ້ນ 199.210 ໂຕນ, ໄຂ່ 43.770 ໂຕນ, ປາ 215.000 ໂຕນ.
– ມູນຄ່າການສົ່ງອອກ ໃຫ້ບັນລຸ 5.516 ລ້ານ ໂດລາສະຫະລັດ.
– ມູນຄ່່າການນໍາເຂົ້າ ປະມານ 5.775 ລ້ານ ໂດລາສະຫະລັດ.
– ມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ໃຫ້ບັນລຸ 12.386 ຕື້ກີບ.
– ສູ້ຊົນມູນຄ່າຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ ແລະ ບໍລິການ) ໃຫ້ບັນລຸ 64.375 ຕື້ກີບ.
– ຜະລິດກະແສໄຟຟ້າໃຫ້ໄດ້ປະມານ 33.874 ລ້ານກິໂລວັດໂມງ ມູນຄ່າປະມານ 16.575 ຕື້ກີບ ຫຼື ປະມານ 2.046 ລ້ານໂດລາສະຫະລັດ, ໃນນັ້ນ ສົ່ງອອກຕ່າງປະເທດ 25.625 ລ້ານກິໂລວັດໂມງ ມູນຄ່າປະມານ 11.753,1 ຕື້ກີບ ຫຼື ປະມານ 1.451 ລ້ານໂດລາສະຫະລັດ.
– ຜະລິດແຮ່ທາດ ໃຫ້ໄດ້ປະມານ 11.864 ຕື້ກີບ ຫຼື ປະມານ 1.465 ລ້ານໂດລາສະຫະລັດ.
1.3. ດ້ານງົບປະມານ
– ລາຍຮັບງົບປະມານລວມໃຫ້ໄດ້ 26.305,29 ຕື້ກີບ ທຽບໃສ່ແຜນປີ 2018 ເພີ່ມຂຶ້ນ 3,35% ໃນນັ້ນ:
+ ລາຍຮັບພາຍໃນ ໃຫ້ໄດ້ 24.240 ຕື້ກີບ ທຽບໃສ່ແຜນປີ 2018 ເພີ່ມຂຶ້ນ 6,78%
+ ລາຍຮັບຈາກການຊ່ວຍເຫຼືອລ້າ 2.065,29 ຕື້ກີບ ທຽບໃສ່ແຜນປີ 2018 ຫຼຸດລົງ 24,95%
– ລາຍຈ່າຍບໍ່ໃຫ້ເກີນ 33.394,07 ຕື້ກີບ ທຽບໃສ່ແຜນປີ 2018 ເພີ່ມຂຶ້ນ 1,78%
– ການຂາດດຸນລວມ ຈໍານວນ 7.088,78 ຕື້ກີບ ທຽບໃສ່ແຜນປີ 2018 ຫຼຸດລົງ 24,95%
1.4. ດ້ານເງິນຕາ
– ຮັບປະກັນໃຫ້ສະຖຽນລະພາບເງິນຕາແຫ່ງຊາດ ມີຄວາມໝັ້ນທ່ຽງ, ຮັກສາອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບບໍ່ເກີນ 5% ຕໍ່ປີ.
– ຄຸ້ມຄອງປະລິມານເງິນ (M2) ໃຫ້ເພີ່ມຂຶ້ນຢູ່ໃນລະດັບບໍ່ເກີນ 20% ທຽບໃສ່ປີທີ່ຜ່ານມາ.
– ຮັບປະກັນຄັງສໍາຮອງທີ່ເປັນເງິນຕາຕ່າງປະເທດ ໃຫ້ກຸ້ມການນໍາເຂົ້າໃຫ້ໄດ້ຫຼາຍກວ່າ 3 ເດືອນຂຶ້ນໄປ.
– ສືບຕໍ່ປະຕິບັດນະໂຍບາຍ ອັດຕາແລກປ່ຽນ ຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ, ເຮັດໃຫ້ອັດຕາແລກປ່ຽນມີຄວາມສະຫງົບ, ເງິນກີບແຂງຄ່າ ຫຼື ອ່ອນຄ່າ ໃນລະຫວ່າງ ±5% ທຽບໃສ່ເງິນຕາສະກຸນຫຼັກ.
– ເອົາໃຈໃສ່ລະດົມເງິນຝາກ ເພື່ອເຮັດໃຫ້ຍອດເງິນຝາກທະນາຄານທຸລະກິດ ບັນລຸໄດ້ 59,80% ຂອງ GDP, ຍອດສິນເຊື່ອຂອງທະນາຄານທຸລະກິດໃຫ້ຢູ່ໃນລະດັບ 55% ຂອງ GDP.
– ຍົກສູງຄຸນນະພາບສິນເຊື່ອ ແລະ ຄວບຄຸມອັດຕາສ່ວນໜີ້ບໍ່ເກີດອອກດອກຜົນ (NPL) ໃຫ້ຢູ່ໃນລະດັບ ບໍ່ເກີນ 3% ຂອງຍອດສິນເຊື່ອທັງໝົດ.
1.5. ດ້ານການດຸນດ່ຽງແຮງງານ
ດຸ່ນດ່ຽງກໍາລັງແຮງງານ ໃຫ້ສອດຄ່ອງຕາມ 03 ຂະແໜງການໃນໂຄງປະກອບເສດຖະກິດ ດ້ວຍການເຮັດໃຫ້ ອັດຕາສ່ວນກໍາລັງແຮງງານໃນຂະແໜງກະສິກໍາ ຫຼຸດລົງຈາກ 64,3% ໃຫ້ເຫຼືອ 64,1%, ຂະແໜງອຸດສາຫະກໍາ ເພີ່ມຂຶ້ນຈາກ 12% ເປັນ 12,2% ແລະ ຂະແໜງບໍລິການ ເທົ່າກັບ 23,7% ແລະ ຄວບຄຸມອັດຕາຫວ່າງງານ ຢູ່ໃນລະດັບ 2%.
ນັ້ນຄືບາງຂໍ້ມູນດ້ານເສດຖະກິດມະຫາພາກ ທີ່ນັກທຸລະກິດທັງຫຼາຍຄວນກໍາໄດ້ ເພື່ອຊ່ວຍໃຫ້ການດໍາເນີນທຸລະກິດໄດ້ຮັບຜົນສໍາເລັດສູງສຸດ.
(ອ່ານວາລະສານທາເກັດ ສະບັບ 151 ເດືອນກຸມພາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆສະຖານທີ່ໃນນະຄອນຫຼວງວຽງຈັນທີ່ເປັນສະມາຊິກຂອງວາບະສານ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)
Economic Goals
Following the in-depth research, considerations, and opinions on the 2018 Government Report on the Implementation of the National Socio-Economic Development Plan (NSEDP) and the planning directions for 2019 discussed at the 6th Ordinary Session of the 8th Legislature of the National Assembly (NA), the meeting issued Resolutions 099/NA, dated 28 November 2018, on the Approval of Government Budgets for 2018 NSEDP Implementation and the planning directions for 2019, which consist of five articles. This month, Target magazine will be presenting Article 2, especially the points most discussed from a macroeconomic perspective, detailed as follows:
The meeting agrees to approve the 2019 NSEDP pursuant to the request of the government with budget capacity being used for plan formulation, the following being the main goals for each area:
- Macroeconomic Goals
We are aiming for the gross national product (GDP) to grow by 6.7% of more and no less than 165,475 billion kip, a per capita average of 2,726 US dollars. Gross national income (GNI) is hoped to reach a per capita average of 2,317 US dollars, of which:
1.1 Economic Structure
+ Agriculture shall increase by 2.8%, accounting for 15.3% of GDP;
+ Industry shall increase by 8.3%, accounting for 32.2% of GDP;
+ Services shall increase by 6.6%, accounting for 14.7% of GDP; and
+ Customs and import tariffs by 7.0%, accounting for 10.8% of GDP.
1.2 The Economy
- Rice production is to reach 4.4 million tons, coffee 160,000 tons, corn for animal feed 1 million tons, cassava 2.28 million tons, meat 199,210 tons, eggs 43,770 tons, and fish 215,000 tons.
- Exports are to reach 5,516 million US dollars.
- Imports are to reach 5,775 US dollars.
- Industrial processing and handicrafts are to reach 12,386 billion kip/
- We are aiming for transit goods (wholesale-retail and services) to reach 64,375 billion kip.
- Electricity generation is to reach 33,874 million kWh, an average of 16,575 billion kip or 2,046 million US dollars, of which 25,625 million kWh, worth 11,753.1 billion kip or 1,451 million US dollars, is to be exported.
1.3 The Budget
- Budget revenue shall reach 26,305.29 billion kip, a 3.35% increase on 2018:
+ Domestic revenue shall reach 24,240 billion kip, an increase of 6.78% on 2018.
+ Aid shall reach 2,065.29 billion kip, a 24.95% reduction on 2018.
- Expenditures shall not exceed 33,394.07 billion kip, an increase of 1.78 on 2018.
- The overall deficit shall be 7,088.78 billion kip, a reduction of 24.95% on 2018
1.4 Monetary Affairs
- National stability shall be ensured with inflation not exceeding 5% per annum.
- The money supply (M2) shall increase no more than 20% on the previous year.
- Foreign currency reserves shall cater to imports for each three months or more.
- The currency exchange policy according to State regulated market forces shall continue, thus ensuring stability with fluctuations in the kip remaining within ±5% against major currencies.
- We shall mobilize deposits in order for 59.80% of GDP to be stored in the form of bank deposits with bank credit reaching 55% of GDP.
- We shall upgrade the quality of our credit and manage rates so as to avoid non-performing loans (NPLs) exceeding 3% of all credit released.
1.5 Labor Balance
The labor balance shall be consistent with the three sectors of economic structure by ensuring a reduced rate from 64.3% to 64.1% in the agriculture sector, an increased rate of 12% to 12.2% in the industrial sector, and a rate of 23.7% in the services sector while keeping unemployment at 2%.
This is the macroeconomic data which many business people can use to help operate their business so as to maximize profits.