ມາຮູ້ຈັກ!!! ປະຫວັດ ທ່ານ ເກຍ ອູ໊ສິດທິເດດ ນັກທຸລະກິດຜູ້ມີນໍ້າໃຈເສຍສະຫຼະ

ເມື່ອເອີ່ຍເຖິງທ່ານ ເກຍ ອູ໊ສິດທິເດດ ຫຼື “ເຮຍເກຍ” ຫຼາຍທ່ານຄົງຮູ້ຈັກດີ ໂດຍສະເພາະກໍແມ່ນປະຊາຊົນໃນບ້ານ ຄໍາປ່າແໜ ແລະ ບ້ານ ປ່າກ້ວຍ ເມືອງຈໍາພອນແຂວງສະຫວັນນະເຂດທີ່ຈົດຈໍາໄດ້ດີທີ່ສຸດ ເພາະທ່ານເປັນຜູ້ໜຶ່ງທີ່ຍື່ນມື ແລະ ສະຫຼະແຮງຊັບສ່ວນຕົວຫຼາຍພັນລ້ານກີບເພື່ອໄປຊ່ວຍເຫຼືອ, ພັດທະນາ, ປັບປຸງຊີວິດການເປັນຢູ່ຂອງພວກເຂົາເຈົ້າຫຼາຍຮ້ອຍຊີວິດຫຼຸດພົ້ນອອກຈາກອາຊີບຂໍທານໃຫ້ມີທີ່ຢູ່ອາໄສຖາວອນ, ມີອາຊີບທີ່ໝັ້ນຄົງ, ມີຊັບສິນເປັນຂອງຕົນເອງ, ມີຊີວິດການເປັນຢູ່ທີ່ດີຂຶ້ນພ້ອມທັງສາມາດເຂົ້າເຖິງການສຶກສາ ແລະ ສາທາລະນະສຸກໄດ້ສະດວກສະບາຍຫຼາຍຂຶ້ນ.

ທ່ານ ເກຍ ອູ໊ສິດທິເດດ ໄດ້ເລົ່າໃຫ້ຟັງເຖິງປະຫວັດຄວາມເປັນມາ, ການຕໍ່ສູ້ຊີວິດເພື່ອຫາລ້ຽງຕົນເອງ ແລະຄອບຄົວຈົນກວ່າຈະມີວັນນີ້ວ່າ: ຊຸມປີ 1964 ຕົນເອງໄດ້ປົບໜີສົງຄາມ ແລະ ຫຼົບຊ້ອນຢູ່ດົງປ່າຕືບເຂດຊາຍແດນລາວ-ຫວຽດນາມ ຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ ເພາະຢ້ານເຮືອບິນຝ່າຍກົງກັນຂ້າມຖິ້ມລະເບີດໃສ່ ໃນນັ້ນເວລານັ້ນຕົນເອງມີອາຍຸ 7 ປີ ແລະ ໄດ້ຮຽນໜັງສືຢູ່ໃນປ່າ ເປັນເວລາ 10 ປີ (ຈົບຊັ້ນປ4) ພໍ່ແມ່ໃນເວລານັ້ນແມ່ນມີອາຊີບເຮັດໄຮ່ເຮັດສວນລ້ຽງຊີບ, ປີ 1974 ສົງຄາມຍຸຕິຈຶ່ງໄດ້ອອກມາຢູ່ບ້ານ ທ່າໂຂ່ງ ເມືອງ ເຊໂປນ ຄອບຄົວພໍ່ແມ່ຂອງຕົນເອງຈຶ່ງໄດ້ປະກອບອາຊີບຄ້າຂາຍເຄື່ອງຍ່ອຍ, ຕົກມາຮອດຊຸມປີ 1976 ຕົນເອງຈຶ່ງຍົກຍ້າຍເຂົ້າຢູ່ສະຫວັນນະເຂດ ມາເຮັດວຽກເປັນກໍາມະກອນຮັບຈ້າງ, ປີ 1978 ໄດ້ເຮັດທຸລະກິດຮັບຈ້າງຂົ້ວໝາກກາເຟໃຫ້ບໍລິສັດການຄ້າແຂວງ, ພ້ອມຊື້ເຄື່ຶງຍ່ອຍທີ່ຈໍາເປັນຝາກເມືອໃຫ້ພໍ່ແມ່ຄ້າຂາຍທີ່ເຊໂປນ, ປີ 1985 ໄດ້ເຮັດອາຊີບຕົ້ມເຫຼົ້າ 90 ສະໜອງໃຫ້ໂຮງໝໍແຂວງ ແລະ ລ້ຽງໝູ, ລ້ຽງງົວໄປພ້ອມກັນ, ປີ 1987 ໄດ້ຕັ້ງໂຮງຊອຍໄມ້ເຮັດເຟີນີເຈີ, ປີ 1990 ໄດ້ຂະຫຍາຍເປັນໂຮງງານເລື່ອຍໄມ້ຫຼັກ 4, ປີ 1989 ໄດ້ຊື້ໂຮງງານນໍ້າກ້ອນຈາກລັດ,ປີ 1996 ຕົນເອງຈຶ່ງຢຸດເຊົາທຸລະກິດໂຮງເລື່ອຍເນື່ອງຈາກຕົນເອງຍັງມີພາລະຕ້ອງໄດ້ມາບໍລິຫານປັບປຸງໂຮງງານນໍ້າກ້ອນຕາມເງື່ອໄຂສັນທີ່ໄດ້ຕົກລົງກັບລັດ ໄດ້ປ່ຽນຊື່ມາເປັນໂຮງງານນໍ້າດື່ມ ແລະນໍ້າກ້ອນໂລມາຄໍາ. ປັດຈຸບັນນີ້ໂຮງງານແຫ່ງນີ້ສາມາດຜະລິດນໍ້າດື່ມໄດ້ 570,000/ວັນ, ນໍ້າກ້ອນ 300,000 ກິໂລ/ວັນ,ໃນວັນທີ 5 ເມສາ 2014 ໂຮງງານແຫ່ງນີ້ໄດ້ຮັບໃບຢັ້ງຢືນຄຸນນະພາບມາດຕະຖານສາກົນ ISO22000 ເປັນແຫ່ງທໍາອິດຂອງ ສປປ ລາວ, ປີ 2006 ໄດ້ສ້າງຕັ້ງບໍລິສັດອຸດົມຊັບແຮ່ຊາຍ, ປີ 2010 ໄດ້ສ້າງຕັ້ງບໍລິສັດອຸດົມຊັບກໍ່ສ້າງ-ຂົວທາງ.

ທ່ານ ເກຍ ໃຫ້ຮູ້ຕື່ມອີກວ່າ: ຜ່ານມາຕົນເອງໄດ້ເຮັດທຸລະກິດການຜະລິດຈາກນ້ອຍຄ່ອຍຂະຫຍາຍຕົວຂຶ້ນມາ ຍາມໃດຕົນກໍໃຫ້ຄວາມສໍາຄັນຂອງການຜະລິດທີ່ມີຄຸນນະພາບ ແລະ ຄວາມຍືນຍົງຂອງທຸລະກິດແບບຄອບຄົວ. ຫຼາຍສິບປີຜ່ານທີ່ຕົນເຮັດທຸລະກິດຍັງໄດ້ຕິດພັນກັບການຊ່ວຍເຫຼືອສັງຄົມຫຼາຍສິ່ງຫຼາຍຢ່າງ
ມາໂດຍຕະຫຼອດ.

ໃນຫຼາຍປີຜ່ານມາກໍໄດ້ຮັບການຍ້ອງຍໍຈາກອົງການຈັດຕັ້ງຂອງພັກ-ລັດຖະບານຫຼາຍຂັ້ນ, ໃນວັນທີ 25 ພະຈິກ 2015 ທາງຂັ້ນເທິງເພິ່ນໄດ້ປະດັບຫຼຽນນາມມະຍົດນັກພັດທະນາດີເດັ່ນແຫ່ງຊາດໃຫ້ແກ່ຂ້າພະເຈົ້າ.

ໃນປີ 2016-2018 ທາງໂຮງງານໂລມາຄໍາ ໄດ້ເຂົ້າມີສ່ວນນຳອົງການຈັດຕັ້ງຂອງພັກ-ລັດເພື່ອລຶບລ້າງຄວາມທຸກຍາກຂອງປະຊາຊົນບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ ເມືອງຈຳພອນ ແຂວງສະຫວັນນະເຂດຜ່ານການເຮັດທຸລະກິດ ແລະ ການປະກອບສ່ວນຊ່ວຍເຫຼືອສັງຄົມ.

  • ແຮງບັນດານໃຈທີ່ເຮັດໃຫ້ທ່ານນໍາໃຊ້ເງິນສ່ວນຕົວຫຼາຍພັນລ້ານເຂົ້າມາຊ່ວຍເຫຼືອປະຊາຊົນທຸກຍາກ?
    ດັ່ງທີ່ກ່າວມາຂ້າງເທິງເວລາຕົນຍັງນ້ອຍໄດ້ຮັບການບອກສອນຈາກຄອບຄົວໃຫ້ຮູ້ຈັກຄວາມກະຍູຕໍ່ຄອບຄົວ ແລະ ຍາດຕິພີ່ນ້ອງ ແລະ ເວລາຮຽນໜັງສືນັ້ນຄູອາຈານ, ການຈັດຕັ້ງເພິ່ນໄດ້ອົບຮົມບົ່ມສອນໃຫ້ມີຄວາມຮັກຊາດມີຄວາມເສຍສະຫຼະຕ້ອງໄດ້ສະແດງອອກເຖິງພຶດຕິກໍາຂອງທາດແທ້ດ້ວຍຄວາມປູກຝັງດັ່ງກ່າວ ເມື່ອຕົນເອງມີທ່າແຮງເງື່ອນໄຂ ຈຶ່ງບໍ່ຄ່ອຍປະຕິເສດເລື່ອງການຊ່ວຍເຫຼືອໃຫ້ຜູ້ເລັກຜູ້ໜ້ອຍມາຕະຫຼອດ.ໃນວັນທີ 16 ທັນວາ 2015ໄດ້ມີໜັງສືປຸກລະດົມຂອງທ່ານເຈົ້າເມືອງໆຈໍາພອນໂດຍຜ່ານການເຊັນເຫັນດີຂອງທ່ານເຈົ້າແຂວງ ຂ້າພະເຈົ້າຈິ່ງສະໝັກໃຈເຂົ້າມີສ່ວນຮ່ວມໃນການລຶບລ້າງຄວາມທຸກຍາກຂອງປະຊາຊົນ (ຄົນຂໍທານ)ບ້ານຄໍາປ່າແໜ ແລະ ບ້ານປ່າກ້ວຍ ເມືອງຈໍາພອນ ແຂວງສະຫວັນນະເຂດ.

ໃນວັນທີ 1 ມັງກອນ 2016 ໄດ້ເຊັນບົດບັນທຶກກັບເມືອງຊ່ວຍເຫຼືອປະຊາຊົນ 27 ຄອບຄົວເປົ້າໝາຍເບື້ອງຕົ້ນ (ເປັນເວລາໜຶ່ງປີ), ໄລຍະທີ 2 ໄດ້ເຊັນບົດບັນທຶກໃນວັນທີ 1 ມັງກອນ 2017 ຫາ 31 ທັນວາ 2018 ລວມການຊ່ວຍເຫຼືອສອງບ້ານໃນ 3 ປີ ໃຫ້ກັບ 111 ຄອບຄົວ, 600 ກວ່າຄົນ ລວມເປັນມູນຄ່າ 15 ຕື້ກວ່າກີບ ເຊິ່ງເປັນທຶນຂອງຄອບຄົວຂ້າພະເຈົ້າ, ນອກນີ້ຍັງມີທຶນຈາກການຈັດຕັ້ງພັກ-ລັດຖະບານ ແລະບໍລິສັດຫ້າງຮ້ານພາຍໃນ-ຕ່າງປະເທດລວມ 7 ຕື້ກວ່າກີບ.

ໃນການຊ່ວຍເຫຼືອປະຊາຊົນໃນສອງບ້ານ 3 ປີຜ່ານມາຂອງຂ້າພະເຈົ້າໄດ້ຕັ້ງເປົ້າໝາຍໄວ້ຕ້ອງການໃຫ້ປະຊາຊົນໄດ້ຫັນປ່ຽນຈາກການດໍາລົງຊີວິດ ຫາກິນແບບເລື່ອນລອຍໃຫ້ມາອອກແຮງງານເຮັດກິນຢູ່ກັບທີ່. ສໍາລັບຮູບແບບວິທີການເຮັດຂອງຕົນໄດ້ເຊີນທີ່ປຶກສາຂອງໂຄງການຕັ້ງທີມງານເຮັດຕົວຈິງຢູ່ທ້ອງຖິ່ນ ເຊິ່ງຂ້າພະເຈົ້າເປັນຜູ້ນໍາທີມເຮົດຕົວຈິງ, ໃຫ້ທີມງານເຮັດວຽກລັກສະນະຄ້າຍຄືກັນກັບການເຮັດທຸລະກິດຂອງຕົນ, ໃນແຕ່ລະມື້ທີມງານຕ້ອງໄດ້ລົງໄປຫາປະຊາຊົນແຕ່ລະຄອບຄົວເພື່ອປຶກສາຫາລືແກ້ໄຂວຽກຕົວຈິງໃນສະພາບຄວາມເປັນຈິງຂອງແຕ່ລະຄອບຄົວຕ້ອງເຮັດຫຼາຍໆໜ້າວຽກໄປພ້ອມກັນ ເພື່ອໃຫ້ເກີດຜົນປະໂຫຍດອັນໄວແກ່ປະຊາຊົນດ້ວຍຄວາມເຊື່ອໝັ້ນ ແລະ ເພິ່ງພໍໃຈໃນການຫັນປ່ຽນ. ຂ້າພະເຈົ້າຫຼີກໃຫ້ການຊ່ວຍເຫຼືອແບບອຸປະຖໍາ, ພວກເຮົາເນັ້ນການສ້າງພື້ນຖານໂຄງລ່າງຫຼາຍສິ່ງຫຼາຍຢ່າງທີ່ຈໍາເປັນໃຫ້ກັບປະຊາຊົນເພື່ອໃຫ້ເຂົາເຈົ້າໄດ້ມີບ່ອນອອກແຮງງານເຮັດກິນຢູ່ກັບທີ່ໃຫ້ສາມາດກຸ້ມຢູ່ກຸ້ມກິນແບບຍືນຍົງ.

ວັນທີ 29 ເມສາ 2019 ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການປົກຄອງແຂວງສະຫວັນນະເຂດໄດ້ຈັດພິທີສະຫຼຸບ, ປະເມີນຜົນການຈັດຕັ້ງປະຕິບັດໃນໄລຍະ 3 ປີ ການມີສ່ວນຮ່ວມຂອງໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ໃນໂຄງການລຶບລ້າງຄວາມທຸກຍາກຂອງປະຊາຊົນ (ຄົນຂໍທານ) ຢູ່ບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ ແຂວງສະຫວັນນະເຂດເຫັນວ່າ: ມີປະສິດທິຜົນສູງດຽວນີ້ປະຊາຊົນມີຊັບສິນຫຼາຍສິ່ງຫຼາຍຢ່າງເປັນຂອງຕົນເອງເຊິ່ງຫຼາຍຄອບຄົວບໍ່ເຄີຍມມີມາກ່ອນ, ປະຊາຊົນໄດ້ຫັນມາອອກແຮງງານຢູ່ກັບທີ່ເພີ່ມພູນຜະລິດຜົນ ພ້ອມນີ້ຍັງຮູ້ເລື່ອງການປູກ, ການລ້ຽງ, ຮູ້ການຊື້, ການຂາຍ,ຮູ້ໂພສະນາການ, ໄດ້ເຂົ້າເຖິງການສຶກສາ, ສາທາລະນະສຸກ ແລະ ຫັນມານັບຖືສາສະໜາພຸດເຂົ້າວັດຟັງທໍາ. ປັດຈຸບັນປະຊາຊົນໄດ້ມີຊີວິດການເປັນຢູ່ດີຂຶ້ນກວ່າເກົ່າຫຼາຍ.

  • ລາງວັນນັກພັດທະນາດີເດັ່ນອາຊຽນ ປະຈຳ ສປປ ລາວ 2019 ໃນສາຂາ SME ແລະ ນາມມະຍົດ ນັກພັດທະນາດີເດັ່ນແຫ່ງຊາດຈາກການຊ່ວຍເຫຼືອ ແລະ ພັດທະນາສັງຄົມທີ່ທ່ານໄດ້ຮັບທ່ານມີຄວາມພາກພູມໃຈແນວໃດ? ແລະ ປັດຈຸບັນທ່ານໄດ້ຮັບລາງວັນໃດແດ່ ແລະ ໄດ້ຮັບການຍ້ອງຍໍຈາກລັດຖະບານຈັກໃບ?

ຂ້າພະເຈົ້າມີຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ສຸດຜ່ານການເຮັດທຸລະກິດການຜະລິດມາຫຼາຍສິບປີ ຕົນເອງໄດ້ສ້າງຕັ້ງທຸລະກິດແບບຄອບຄົວ ແລະ ຍັງໄດ້ຮັກສາສິດເປັນເຈົ້າຂອງທຸລະກິດແບບຄອບຄົວຫຼາຍບ່ອນ, ສ້າງໃຫ້ຕົນໄດ້ມີໂອກາດ,ເງື່ອນໄຂຊ່ວຍເຫຼືອສັງຄົມມາໂດຍຕະຫຼອດ ຈຶ່ງເຮັດໃຫ້ຕົນໄດ້ຮັບການຍ້ອງຍໍສັນລະເສີນຫຼາຍໆຂັ້ນຈາກພັກລັດ ແລະ ອົງກອນຕ່າງໆ. ຕົນເອງຖືວ່າການໄດ້ຮັບນາມມະຍົດອັນເປັນກຽດສັກສີ, ເປັນຄຸນງາມຄວາມດີ, ເປັນມູນມໍລະດົກໄວ້ໃຫ້ແກ່ຄອບຄົວວົງຕະກຸນຂອງຂ້າພະເຈົ້າຕະຫຼອດໄປ.

ເຫດຜົນ ແລະ ມາດຖານທີ່ໄດ້ຮັບລາງວັນທຸລະກິດຂະໜາດນ້ອຍ ແລະ ກາງດີເດັ່ນ ລາງວັນປະກອບສ່ວນຕໍ່ສັງຄົມຍ້ອນວ່າ: ເນັ້ນພັດທະນາທຸລະກິດຄອບຄົວແບບຢືນຍົງ, ໃຫ້ຄວາມສຳຄັນກັບບຸກຄະລາກອນ, ຜະລິດສິນຄ້າໄດ້ຄຸນນະພາບ ແລະ ມາດຕະຖານ, ໃຫ້ຄວາມສຳຄັນໃນການປະກອບສ່ວນຊ່ວຍເຫຼືອສັງຄົມມາໂດຍຕະຫຼອດ, ເຊິ່ງຕົນເອງຜ່ານມາໄດ້ມີໂອກາດເຂົ້າມີສ່ວນຮ່ວມນຳອົງການຈັດຕັ້ງພັກ-ລັດຖະບານແກ້ໄຂຄວາມທຸກຍາກ ຂອງປະຊາຊົນ 2 ບ້ານຄື:ບ້ານຄໍາປ່າແໜ ແລະ ບ້ານ
ປ່າກ້ວຍ ເມືອງຈຳພອນ ແຂວງ ສະຫວັນນະເຂດ, ໂດຍຕົນເອງ ແລະ ທີມງານໄດ້ສຸມທຶນ ເຮື່ອແຮງ, ໃຫ້ການຊ່ວຍເຫຼືອດ້ວຍຄວາມບໍລິສຸດໃຈ, ຈິງໃຈຕໍ່ປະຊາຊົນ ແລະ ການຈັດຕັ້ງ,ບໍ່ໄດ້ມີສິ່ງໃດແອບແຝງທັງສິ້ນ ພຶດຕິກໍາຂອງຕົນເຮັດຜ່ານມານັ້ນໄດ້ສະແດງອອກເຖິງຕົວຕົນຂອງຂ້າພະເຈົ້າເອງ.

ນອກຈາກລາງວັນອາຊຽນປະຈຳປີ 2019 ຜ່ານມາ, ຂ້າພະເຈົ້າຍັງໄດ້ຮັບຫຼຽນພັດທະນາດີເດັ່ນແຫ່ງຊາດໃນປີ 2015 ພ້ອມນັ້ນຍັງໄດ້ຮັບການຍ້ອງຍໍຫຼາຍຂັ້ນບໍ່ວ່າຈະເປັນຫຼຽນພັດທະນາຕ່າງໆຊັ້ນ1-2-3 ແລະ ທ່ານຍັງໃຫ້ຮູ້ຕື່ມວ່າໃນວັນທີ 2 ພະຈິກ 2019 ນີ້ ທ່ານຍັງຈະໄດ້ເດີນທາງໄປຮັບລາງວັນ ASIAN BUSSINESS AWARDS (ABA) 2019 ຢູ່ບາງກອກ ປະເທດໄທເປັນເຈົ້າພາບຕື່ມອີກ ແລະ ໃນວັນທີ 8 ພະຈິກ 2019 ທີ່ເນປີດໍ ມຽນມາຮັບລາງວັນ “ນັກພັດທະນາຊົນນະບົດໃນການລຶບລ້າງຄວາມທຸກຍາກຂອງປະຊາຊົນ”.

  • ຄວາມພູມໃຈຂອງທ່ານທີ່ໄດ້ມີສ່ວນຮ່ວມໃນການຊ່ວຍເຫຼືອປະຊາຊົນຜູ້ທຸກຍາກ, ໃຫ້ສາມາດເພິ່ງຕົນເອງໄດ້?

ຂ້າພະເຈົ້າມີຄວາມຮູ້ສຶກພາກພູມໃຈທີ່ມີສ່ວນຮ່ວມນຳອົງການຈັດຕັ້ງຂອງພັກ – ລັດຖະບານ ແລະຂໍຢັ້ງຢືນອີກເທື່ອໜຶ່ງວ່າ: ການມີສ່ວນຮ່ວມໃນການຊ່ວຍເຫຼືອປະຊາຊົນຂອງຂ້າພະເຈົ້າໃນຄັ້ງນີ້ແມ່ນເຮັດດ້ວຍຄວາມຈິງໃຈ, ບໍລິສຸດໃຈ, ບໍ່ມີສິ່ງແອບແຝງໃດໆທັງນັ້ນ, ສິ່ງທີ່ຂ້າພະເຈົ້າເຮັດມານັ້ນມັນໄດ້ເກີດເປັນຮູບປະທຳ, ພຶດທິກຳດັ່ງກ່າວເປັນການອະທິບາຍເຖິງຕົວຕົນຂອງຂ້າພະເຈົ້າ, ພວກເຮົາໄດ້ພ້ອມກັນເຮັດບັນລຸເປົ້າໝາຍ ແລະ ຄາດໝາຍຕາມກຳນົດເວລາໃນ 18 ໜ້າວຽກທີ່ໄດ້ເຊັນໄວ້. ໃນຄວາມຮູ້ສຶກ ແລະ ຄວາມເຂົ້າໃຈທີ່ຂ້າພະເຈົ້າໄດ້ເຮັດຜ່ານມາ 3 ປີ ເຫັນປະຊາຊົນມີການປ່ຽນແປງແທ້, ທາງດ້ານແນວຄວາມຄິດ ແລະ ການດຳລົງຊີວິດດີຂຶ້ນ, ໃນຕໍ່ໜ້າກ້າວໄປເຖິງບັນລຸເປົ້າໝາຍມາດຕະຖານພົ້ນທຸກ, ຄຳວ່າ: “ຫາກິນແບບເລື່ອນລອຍ” ( ຂໍທານ) ຂ້າພະເຈົ້າຄິດວ່າຈະກາຍເປັນອະດີດ…..

  • ທ່ານມີຄະຕິແນວໃດ ໃນການເຮັດວຽກເພື່ອໃຫ້ເປັນບົດຮຽນໃຫ້ກັບນັກທຸລະກິດຜູ້ໜຸ່ມນ້ອຍ?

ສໍາລັບຄະຕິປະຈໍາໃຈຂອງຂ້າພະເຈົ້າແມ່ນ:
1. ຕ້ອງມີຄວາມຢາກໃນສິ່ງທີ່ເຮົາມັກ.

2. ເຮັດຫຍັງກໍຕາມຕ້ອງເນັ້ນເລື່ອງຄຸນນະພາບແລະຖືເອົາປະສິດທິຜົນເປັນຫຼັກ.

3.ຕ້ອງສູ້ຊົນເພື່ອໃຫ້ມີສິດໄດ້ເປັນເຈົ້າຂອງຄະຕີປະຈຳໃຈຕົນ: ຂະຫຍັນ, ອົດທົນ, ປະຢັດ, ສັດຊື່..

(ວາລະສານທາເກັດ ສະບັບ 160 ເດືອນພະຈິກ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

From a labor worker to a business owner.

When speaking of Mr. Kia Ousithideth or “Brother Kia,” many of you might have heard of him, especially those who live in Khampanae and Pakuay Village, Savannakhet Province. They appreciate him highly due to his contribution of several billion kip of personal wealth towards the development and improvement of living conditions for several hundreds of lives in the area. He helped them escape poverty, and be able to settle down with a permanent home, stable job and assets, while being able to access educational and health service more conveniently.

Mr. Kia Ousithideth told us about his story back in the day when he struggled for himself and his family before reaching today. Back in 1964, he had to flee from war and hide in deep forest along the Lao-Vietnamese border in Sepon District, Savannakhet Province, due to fear of being bombed by airplanes. He was 7 years old back then and had to study in the forest until he was 10 (primary 4th grade), while his parents farmed for a living. In 1974 when the war ceased, he moved to Thakhong Village, Sepon District, with his family opening a small retail shop. In 1976, he moved to the city center of Savannakhet Province to work as a labor worker. In 1978, he launched a business roasting coffee beans for trading companies in the province, while delivering supplies from the city center to merchants in Sepon. In 1985, he offered a service of producing ethanol for the Provincial Hospital and operated a pig farm at the same time. In 1987, he established a wood processing business for furniture making before expanding it larger in 1990 as the KM4 Wood Processing Factory. In 1989, he bought a public ice factory which forced him to abandon the wood processing business in 1996 in order to focus primarily on improving the ice factory based on criteria agreed with the Government. The ice factory was changed into Lomakham Drinking Water and Ice Factory later. Currently, the factory is capable of producing drinking water up to 570,000 liter and ice of 300,000 kg per day. On April 5, 2014, the factory was the first in the Lao PDR to receive the ISO22000. In 2006, he founded the Oudomsap Sandstone and Oudomsap Road-Bridge Construction Company in 2010.

Mr. Kia added that he has started doing business from small to large emphasizing on quality production and sustainable family business. During the past decades, he has been creating not only business value, but social value through assistance extended to local communities.

During the past several years, he received a number of awards from the Party and Government. On November 25, 2015, he was decorated with the National Medal honoring his excellent role as a development practitioner.

From 2016-2018, Lomakham Factory in collaboration with the Party and Government provided help to eradicate poverty for villagers in Khampanae and Pakuay Village, Champhone District, Savannakhet Province, through its business operation and CSR programs.

What is an inspiration for contributing your personal wealth of several billions in helping poor people?

As mentioned above, he has been taught by his family since his young age to always appreciate help from family, relatives and teachers. He was also equipped with the spirit of patriotism and sacrifice reflected in his true nature. When he is capable of helping others, he has never hesitated to offer hands to those who are in need. According to a letter from Champhone District Governor agreed by the Provincial Governor dated December 16, 2015, he decided to take part in helping villagers (beggars) of Khampanae and Pakuay Village, Champhone District, Savannakhet Province, to escape from poverty.

On January 1, 2016, a memorandum was signed with Champhone District to provide an initial help to 27 families (for a period of one year). The memorandum for the 2nd phase was then signed on January 1, 2017 to December 31, 2018 to help two villages in 3 years covering 111 families or more than 600 villagers worth 15 billion kip donated by Mr. Kia’s family. In addition, there was also a contribution of totally 7 billion kip from the Party, Government, and both domestic as well as foreign shops.

Helping villagers in two villages during the past 3 years has assisted villagers to shift from mobile plantation to settled agriculture. This was done by involving a team of project consultants to work practically with Mr. Kia in the local area. Every day, the team would visit villagers in each family to discuss and help them solve problems. They engaged in multi-tasks in order to quickly create benefits, while building trust and satisfactory feeling for people in shifting towards new method of making a living. They avoided a short-term aid, while concentrating on building basic infrastructure for things that are necessary for villagers to support their settled and sustainable agriculture.

On April 29, 2019 at the big conference hall of the Savannakhet Provincial Office, a meeting to summarize and evaluate the involvement of Lomakham Drinking Water and Ice Factory in the 3-year poverty eradication project for villagers (beggars) in Khampanae and Pakuay Village, Savannakhet Province, was held. The meeting found that the project was highly effective in helping people creating their own wealth which had never happened with any family before. People have settled permanently, while increasing their productivity through knowledge of plantation, livestock, trade and advertisement derived from their access to educational and health service. More villagers are now believing in Buddhism and perform Buddhist practices in temples regularly. Currently, people are enjoying better living conditions.

How do you feel about the 2019 ASEAN Development Award for SME in the Lao PDR and “the National Development Practitioner” Title of Honor bestowed to you for your contribution to social development? And to date, how many awards and decorations you have received from the Government?

            During the past numerous decades, I have been able to establish and retained ownership for several family businesses which have also given me opportunities to help society. With such contribution, I have received many awards from the Party and Government. I feel really proud that the Party, Government and organizations at all levels appreciate my contribution. These awards serve as my achievement and honor which will last forever for my family.

The SME’s social contribution award is given to the family business operated with a focus on sustainability, personnel development, product standard and quality in lines with its CSR programs. I received this award because I had a chance to get cooperate with the Party and Government in addressing poverty issue for people of 2 villages, namely Khampanae and Pakuay Village, Champhone District, Savannakhet Province. My team and I put our maximum effort with pure heart into helping people and concerned authorities without any hidden agenda. What I have done in the past can well reflect my true identity.

Apart from the 2019 ASEAN Award, I was also decorated with the National Medal for Development in 2015 in addition to other classes of awards. He added further that on November 2, 2019, he will attend the Asian Business Awards (ABA) Ceremony hosted in Bangkok, Thailand, before receiving another award for “the development practitioner who helps eradicating poverty for people” in Naypyidaw, Myanmar, on November 8, 2019.

Can you speak of your pride in helping people out of poverty, while, at the same time, being able to take care of yourself?

            I feel proud to be able to help the Party and Government. I would like to confirm once again that my social involvement has been carried out with pure heart without any hidden agenda. What I have done which yielded tangible outcomes can well reflect my true identity. We have been able to achieve our objectives and goals of 18 tasks as agreed. Looking back to the past 3 years, I truly feel and clearly see that people are changing positively in terms of their perspective and lifestyle ready to move forward and escape from poverty. Mobile plantation (begging) for living will be left in the past.

Can you share your working mottos as a lesson-learned for young business people

            Here are my working mottos: 1. you must love in what you do; 2. quality is the top priority; and 3. strive hard to acquire something. Most importantly, please keep in mind of these 4 things: hardwork, patience, save and honesty.

 

Comments