ໂອກາດ ແລະ ສິ່ງທ້າທາຍ ຂອງ ຈວນກ ໃນຍຸກດີຈິຕອນ (ຕໍ່)

ຈາກສະບັບເດືອນຜ່ານມາທີ່ພວກເຮົາໄດ້ສົນທະນາກັນວ່າ ຍຸກດີຈິຕອນນອກຈາກສ້າງທັງກາລະໂອກາດ ແລ້ວ ຍັງມີສິ່ງທ້າທາຍແກ່ທຸລະກິດນ້ອຍ ຍ້ອນວ່າການຫັນເປັນດີຈີຕອນແມ່ນສອດຫ້ອຍກັບການປັບປ່ຽນນິຍາມຍຸດທະສາດທຸລະກິດທັງໝົດຂອງຜູ້ປະກອບການ ຕະຫຼອດເຖິງການປ່ຽນວັດທະນາທຳຂອງອົງກອນ ເພື່ອໃຫ້ສາມາດ ຢູ່ລອດໄດ້.

ໂດຍລວມແລ້ວ ການຄ້າທາງເອເລັກໂຕຣນິກ ຫຼື “ອີຄອມເມີສ” (e-commerce) ເປັນຂະແໜງທີ່ມີການຂະຫຍາຍຕົວ ແລະ ເຕີບໂຕຢ່າງໄວວາ ໃນຫຼາຍໆ ປະເທດທີ່ກຳລັງພັດທະນາ ແລະ ພັດທະນາແລ້ວ ລວມທັງພາກພື້ນອາຊຽນ.  ແຕ່ກົງກັນຂ້າມຢູ່ລາວຜູ້ປະກອບການໃຊ້”ອີຄອມເມີສ”ໜ້ອຍຫຼາຍ. ການຄົ້ນຄວ້າຂອງທະນາຄານໂລກ ຊີ້ໃຫ້ເຫັນວ່າ 30 ເວັບໄຊ໌ ທີ່ມີຄົນເຂົ້າຊົມໃຊ້ຫຼາຍທີ່ສຸດໃນປະເທດເຮົາ ບໍ່ມີເວັບໄຊ໌ໃດທີ່ຈັດເປັນປະເພດ “ອີຄອມເມີສ”. ສ່ວນໃຫຍ່ຈະເປັນການຊອກຫາຂໍ້ມູນ, ສື່ສັງຄົມອອນໄລ໌, ການບັນເທີງ, ຂ່າວສານ,​ ແລະ ເວທີແລກປ່ຽນຂໍ້ຄິດເຫັນ. ໃນພາກພື້ນອາຊຽນ, ບາງທຸລະກິດໃຫ້ບໍລິການສົ່ງສິນຄ້າ ຫຼື ສາມາດໃຫ້ບໍລິການ ແກ່ລູກຄ້າຢູ່ລາວໄດ້ ເຊັ່ນ: “ແອບພລີເຄຊັນ ແກຣບ” ​(​Grab) (ບໍລິການເອີ້ນລົດຮັບສົ່ງ) ທີ່ມີຢູ່ທຸກປະເທດອາຊຽນ ຍົກເວັ້ນ ລາວ ແລະ ບຣູໄນ. ຕົວຢ່າງ ອື່ນ ແມ່ນ: Lazada ຮ້ານຂາຍເຄື່ອງອອນໄລ໌ ມີສາຂາໃຫ້ບໍລິການຢູ່ 6 ປະເທດອາຊຽນ ແຕ່ບໍ່ມີຢູ່ລາວ ເຊັ່ນກັນ.

ເຖິງຢ່າງໃດກໍຕາມ ມີຜູ້ປະກອບການລາວຈຳນວນໜຶ່ງ ພະຍາຍາມພັດທະນາລະບົບ”ອີຄອມເມີສ” ຫຼື ການຄ້າເອເລັກໂຕຣນິກ ຄືທີ່ກ່າວມານັ້ນຢູ່ໃນພາກພື້ນ ເຊັ່ນ: ຮ້ານຂາຍຍ່ອຍ ​shopping.la,  ບໍລິການເອີ້ນລົດເທັກຊີ Vaivai, ແລະ ບໍລິການສົ່ງອາຫານຊ້າງນ້ອຍ ຫຼື My Delivery ແຕ່ພັດບໍ່ທັນສາມາດດຶງດູດໃຫ້ຜູ້ຄົນມາຊົມໃຊ້ຫຼາຍເທົ່າທີ່ຄວນ. ໃນຂະນະທີ່ ເມື່ອບໍ່ດົນມານີ້ເລີ່ມມີດາວເດັ່ນທີ່ເກີດໃໝ່ ເຊັ່ນ: “ແອັບພລີເຄຊັນ”ສົ່ງອາຫານ ໂກເທັດດີ້ (Goteddy) ແລະ ໂລກ້າ (Loca) ບໍລິການເອີ້ນລົດຮັບ-ສົ່ງ ເຊິ່ງກໍຕ້ອງຕິດຕາມຕໍ່ໄປວ່າ ຈະສາມາດດຶງດູູດລູກຄ້າໃນຕະຫຼາດບ້ານເຮົາໄດ້ຫຼາຍປານໃດ.  ນອກນັ້ນ ການໃຊ້ອິນເຕີເນັດສຳລັບ”ອີຄອມເມີສ” ປະເພດລູກຄ້າກັບລູກຄ້າ ຫຼື C2C (Customer to Customer) ຢູ່ປະເທດເຮົາ ໃນປັດຈຸບັນຍັງຈໍາກັດ. ສ່ວນໃຫຍ່ມີການພົວພັນຊື້ຂາຍໂດຍກົງລະຫວ່າງຜູ້ຊື້ກັບຜູ້ຂາຍ ຫຼື B2B (Business to Business) ຜ່ານສື່ສັງຄົມອອນໄລ໌ ເປັນຕົ້ນແມ່ນ Facebook ແລະ Whatsapp.

ໃນປີ 2018, ຕົວຊີ້ວັດນະໂຍບາຍສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຂົງເຂດອາຊຽນ ໄດ້ປະເມີນບັນດາໂຄງການຂອງລັດຖະບານ ທີ່ຊ່ວຍອຳນວຍຄວາມສະດວກໃຫ້ຈຸນລະວິສາຫະກຳ ແລະ ວິສາຫະກິດ ຂະໜາດນ້ອຍ-ກາງ (ຈວນກ) ເຂົ້າເຖິງເວທີ”ອີຄອມເມີສ” ທີ່ລວມມີ ການຊໍາລະອອນໄລ໌, ສິ່ງອໍານວຍຄວາມສະດວກດ້ານການຈັດສ່ົງ (logistic) ແລະ ຕະຫຼາດອອນໄລ໌. ການທົບທວນບັນດານິຕິກຳຄຸ້ມຄອງກິດຈະກຳດ້ານ”ອີຄອມເມີສ” ໃນແຕ່ລະປະເທດອາຊຽນ ເຫັນໄດ້ວ່າ ໂດຍສະເລ່ຍກຸ່ມປະເທດອາຊຽນມີການສົ່ງເສີມ”ອີຄອມເມີສ” ໄດ້ດີພໍສົມຄວນ ດ້ວຍຄະແນນສະເລ່ຍ 4.4/6. ໃນນັ້ນ ລາວຖືກຈັດຢູ່ໃນອັນດັບທີ່ດີກວ່າພຽງແຕ່ ກຳປູເຈຍ ແລະ ມຽນມາ ເທົ່ານັ້ນ, ດ້ວຍຄະແນນ 2.71/6. ນັ້ນສະແດງໃຫ້ເຫັນວ່າ ໜ່ວຍງານລັດຕ້ອງໄດ້ຫັນມາທົບທວນຄືນສະພາບແວດລ້ອມດ້ານນະໂຍບາຍໃນຊຸກຍູ້ການນຳໃຊ້”ອີຄອມເມີສ”ຢູ່ບ້ານເຮົາໃຫ້ໜັກແໜ້ນຂຶ້ນຕື່ມ.

ພ້ອມນີ້, ອົງການສະຫະປະຊາຊາດເພື່ອການຄ້າ ແລະ ການພັດທະນາ ຫຼື UNCTAD ແລະ ທະນາຄານໂລກ ໄດ້ປະເມີນສະພາບແວດລ້ອມ”ອີຄອມເມີສ”ຢູ່ລາວ ດ້ວຍ 4 ຕົວຊີ້ວັດ ຊຶ່ງພົບວ່າ: 1) ການເຊື່ອມຕໍ່ອິນເຕີເນັດຂັ້ນພື້ນຖານຍັງມີລາຄາແພງ ແລະ ບໍ່ມີສະຖຽນລະພາບ ຍ້ອນບໍລິສັດສະໜອງອິນເຕີເນັດ ຍັງມີຈຳນວນຈຳກັດ ເຮັດໃຫ້ມີອັດຕາຜູ້ນຳໃຊ້ອິນເຕີເນັດຕໍ່າທີ່ສຸດໃນອາຊຽນ (100 ຄົນໃດມີຜູ້ໃຊ້ອິນເຕີເນັດ 18.2 ຄົນ). 2) ການນໍາໃຊ້ຊ່ອງທາງການຊໍາລະຜ່ານເອເລັກໂຕຣນິກ ຍັງຈຳກັດ ຊຶ່ງມີພຽງແຕ່ 1/3 ຂອງປະຊາຊົນລາວ ໄດ້ເປີດບັນຊີກັບສະຖາບັນການເງິນ (ໝາຍວ່າ ຈັດຢູ່ໃນອັນດັບທີ່ດີກວ່າ ກຳປູເຈຍ ແລະ ມຽນມາ ເທົ່ານັ້ນ). ນອກນັ້ນ ປະຊາຊົນລາວຍັງມີການນຳໃຊ້ສື່ດີຈິຕອນ ຜ່ານມືຖື ແລະ ອິນເຕີເນັດ ເພື່ອເຂົ້າເຖິງບັນຊີທະນາຄານໜ້ອຍສຸດອັນດັບສອງໃນອາຊຽນ. ນີ້ເປັນສິ່ງຊີ້ວັດອັນສຳຄັນຂອງຂີດຄວາມສາມາດໃນການນຳໃຊ້ເຄື່ອງມືຊໍາລະທາງເອເລັກໂຕນິກ ແລະ ທະນາຄານຜ່ານມືຖື. 3) ດ້ານການຈັດສົ່ງແມ່ນຍັງບໍ່ສາມາດຮັບປະກັນການຈັດສົ່ງສິນຄ້າ ທີ່ສັ່ງຊື້ຜ່ານລະບົບ”ອີຄອມເມີສ”ໄດ້ທັນເວລາ ແລະ ເຊື່ອຖືໄດ້. ປັດຈຸບັນ ປະເທດເຮົາມີພຽງ 2 ຊ່ອງທາງໃນການຈັດສົ່ງສິນຄ້າ ຄື: ຜ່ານບໍລິສັດໂລຈິດສະຕິກ ເຊັ່ນ DHL ແລະ FedEx ຊຶ່ງຄວາມສາມາດປະຕິບັດຕາມເວລາແມ່ນຍັງຕໍ່າ ຫຼື ການສົ່ງຜ່ານໄປສະນີ ຊຶ່ງຄວາມເຊື່ອຖືໄດ້ ແມ່ນຖືກຈັດຢູ່ໃນອັນດັບທີ່ຕໍ່າຫຼາຍ (ຄິດເປັນເປີເຊັນ ມີພຽງແຕ່ 25.7%) 4) ການນໍາໃຊ້ເຕັກໂນໂລຊີຂອງຜູ້ປະກອບການ ເຊັ່ນ ໃຊ້ອີແມວເພື່ອສື່ສານກັບລູກຄ້າ ມີພຽງແຕ່ 24.3% ເມື່ອທຽບໃສ່ປະເທດອື່ນໆ ໃນອາຊຽນ ແມ່ນຖືກຈັດຢູ່ໃນອັນດັບທ້າຍ.

ສະນັ້ນ ພາກລັດ ແລະ ທຸລະກິດ ຕ້ອງໄດ້ຮ່ວມມືກັນຢ່າງແໜ້ນໜຽວ ໃນການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການນຳໃຊ້”ອີຄອມເມີສ” ຂອງ ຈວນກ ເພື່ອຊ່ວຍໃຫ້ທຸລະກິດເຫຼົ່ານີ້ ສາມາດສວຍໃຊ້ປະໂຫຍດຈາກສິ່ງດັ່ງກ່າວ ແນໃສ່ສ້າງລະບົບນິເວດ ຫຼື ecosystem ຂອງການຄ້າທາງເອເລັກໂຕຣນິກຢູ່ລາວ ໃຫ້ຄົບຖ້ວນສົມບູນ ໃຫ້ສາມາດເປັນລະບົບເຊື່ອມໂຍງກັນຂອງຫຼາຍເຄື່ອງມືທີ່ປະກອບດ້ວຍ ເວັບໄຊ໌ (websites), ຕະຫຼາດ (market platforms), ຊ່ອງທາງການຊໍາລະ (payment gateway),​ ເຄື່ອງມືການຕະຫຼາດ (marketing tools) , “ຊອບແວການບັນຊີ” (accounting software),​ “ຊອບແວການຂົນສົ່ງ” (shipping software), ລະບົບການຈັດການສາງສິນຄ້າ (inventory management system) ແລະ ອື່ນໆ ເພື່ອເຮັດໃຫ້ສາມາດຂາຍສິນຄ້າຜ່ານອອນໄລ໌ໄດ້ ຢ່າງເປັນຮູບປະທຳ ເຊັ່ນດຽວກັບປະເທດອື່ນໆ ໃນຂົງເຂດນີ້.

 (ລາຍລະອຽດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 159 ເດືອນຕຸລາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

opportunities and challenges

of MSMEs in the digital era (cont.)

From the previous issue, we discussed that the digital era creates both opportunities and challenges for small businesses because digital transformation requires the total change of business strategy all the way to company culture in order for them to survive.

In General, “e-commerce” is now experiencing rapid growth in many developing and developed countries including ASEAN. Despite such trend, “e-commerce” in Laos is going in reverse. According to a research by the World Bank, the 30 most-visit websites by Lao people are not “e-commerce” websites. Most of them are for research, social media, entertainment, news and blog. In the ASEAN region, there are many businesses offered a service across border with some available in Laos, for instance “Grab application” for a pick-up service that is available in every country in ASEAN except for Laos and Brunei. Another one is Lazada, an e-commerce platform that expanded to 6 ASEAN countries including Laos.

Some years ago, we have witnessed some Lao entrepreneurs attempting to develop “e-commerce” system, namely a retail e-commerce website: shopping.la, pick-up service so called Vaivai, and Xang Noy and My Delivery for delivery service. However, these businesses have not been quite attractive among Lao people. Just recently, we have new online businesses so called Goteddy for food delivery and Loca for pick-up service which have been quite booming and can be used via a mobile application. Let us wait and see how far these new start-ups can go. Furthermore, Laos has limited number of customers using “e-commerce” in the C2C form. Mostly, we have seen trade conducted directly in the B2B form via social media, such as Facebook and Whatsapp.

In 2018, the estimation of ASEAN SME Promotion Indicators of government`s projects which help MSMEs gain access to “e-commerce” facilities, such as online payment, logistic and online market, including the revision of “e-commerce” related laws revealed that ASEAN has done pretty well in “e-commerce” promotion with a score of 4.4 out of 6. In that, Laos was in a better rank than only 2 countries, Cambodia and Myanmar, with a score of 2.71 out of 6. It shows that, Lao Government must revise policies to strongly promote “e-commerce” environment further.

Based on the recent estimation by UNCTAD and the World Bank upon Lao “e-commerce” environment using 4 indicators, they found that 1). Basic Internet connection is still expensive and unstable due to the limited number of service providers resulting in Laos having the lowest rate of Internet users in ASEAN (18.2 Internet users out of every 100 people). 2). Have limited channels of electronic payment. Only one-third of the total Lao population have an account with a financial institution (Laos is only in a better position than Cambodia and Myanmar in ASEAN). Moreover, Laos has the 2nd lowest number of people accessing their bank account via mobile phone and the Internet. This indicator is vital in mirroring the ability of using electronic devices for financial and banking transaction. 3). Logistic is not good enough to support “e-commerce” with timely and reliable delivery. Currently, we have only 2 channels for distributing goods. One is through a logistic company, such as DHL and FedEx, which cannot guarantee a timely delivery. Two is via a post service which has a very low reliability (only 25.7% reliability). 4). The number of entrepreneurs in Laos using communication technology, such as email, to contact their customers is only 24.3%. When compares to other ASEAN members, Laos is at the bottom.

Therefore, both public and private sector must cooperate tightly in order to create favorable conditions for the application of “e-commerce” for MSMEs. This will help the enterprises making use of such technology with an aim of building ecosystem of e-commerce in Laos, while enabling it to be a fully integrated system among various devices through websites, market platforms, payment gateway, marketing tools, accounting software, shipping software, inventory management system and so on. This will help making e-commerce become more tangible in Laos just like in other countries in the region.

 

Comments