ການລົງມືເຮັດຕົວຈິງ ໂດຍການກ້າວໄປເໜືອເຫດຜົນ

ສະບາຍດີທ່ານຜູ້ອ່ານທຸກໆທ່ານ, ມື້ນີ້ຄູເຊັ່ງມີໜຶ່ງຄໍາຖາມເພື່ອເປີດຫົວເລື່ອງໃນການຂຽນບົດຄວາມໃນສະບັບນີ້. ທຸກໆທ່ານຄິດວ່າ: “ຄົນລາວພວກເຮົາເປັນຄົນທີ່ມັກມີຂໍ້ອ້າງຫຼາຍບໍ່?” ຍົກຕົວຢ່າງເຊັ່ນ: “ເຮົາເກີດມາໃນຄອບຄົວທີ່ທຸກຍາກ, ພໍ່ແມ່ເປັນຊາວໄຮ່ຊາວນາ, ບໍ່ສາມາດເຮັດທຸລະກິດໃຫ້ຮັ່ງມີຄືກັນກັບຄົນທີ່ມີຕົ້ນທຶນສູງໄດ້ດອກ”, “ເຮົາເກີດມາມີຮ່າງກາຍບໍ່ສົມບູນແບບ, ບໍ່ສາມາດເປັນນັກກິລາໄດ້ດອກ”, “ເຮົາມີອາຍຸຫຼາຍແລ້ວບໍ່ສາມາດເລີ່ມເຮັດທຸລະກິດໄດ້ດອກ”, “ເຮົາບໍ່ມີເວລາພຽງພໍໃນການໄປອອກກໍາລັງກາຍແຕ່ເຊົ້າ, ຕ້ອງໄດ້ໄປສົ່ງລູກໄປໂຮງຮຽນ”…ຂໍ້ອ້າງ, ຂໍ້ອ້າງ ແລະ ຂໍ້ອ້າງ ເກີດມາຈາກການສ້າງເຫດຜົນ, ເຫດຜົນ ແລະ ເຫດຜົນຂຶ້ນມາໃນໃຈ. ສຸດທ້າຍຍ້ອນມີຂໍ້ອ້າງ ແລະ ເຫດຜົນຫຼາຍປະການຈຶ່ງບໍ່ໄດ້ເຮັດຫຍັງໃນຊີວິດເລີຍ.

ຄູເຊັ່ງເຫັນຫຼາຍໆຄົນທີ່ມີຕົ້ນທຶນຊີວິດຕິດລົບ, ເປັນບຸກຄົນທີ່ທຸກຍາກ, ມີຮ່າງກາຍຜິດປົກກະຕິ, ມີອາຍຸຫຼາຍ…ແຕ່ກໍ່ຍັງສາມາດເອົາຊະນະຂໍ້ອ້າງຂອງຕົນເອງ ແລະ ສ້າງຕົນເອງຂຶ້ນມາຈົນປະສົບຜົນສໍາເລັດໄດ້. ທ່ານຢາກຈະທໍາລາຍກໍາແພງໃຈໃນຂໍ້ອ້າງຂອງທ່ານບໍ່? ມື້ນີ້ຄູເຊັ່ງມີເລື່ອງຈະມາເລົ່າສູ່ຟັງ.

ທ່ານ ໂທນີ ຣັອບບິນ (TONY ROBBINS) ເປັນທັງນັກຂຽນ ແລະ ນັກເວົ້າສ້າງແຮງບັນດານໃຈ
ລະດັບໂລກເພິ່ນໄດ້ກ່າວໄວ້ວ່າ: ຄວາມເຈັບປວດນັ້ນແມ່ນມີຢູ່ 2 ຢ່າງ:

ອັນທີໜຶ່ງກໍ່ຄື: ຄວາມເຈັບປວດຈາກການລົງມືເຮັດຕົວຈິງແລ້ວບໍ່ປະສົບຄວາມສຳເລັດ ແມ່ນເຈັບປວດທາງດ້ານຈິດໃຈ, ຄວາມບໍ່ປະສົບຄວາມສຳເລັດຈາກການຝຶກຊ້ອມ, ຝຶກແອບກິລາເຮັດຜິດທ່າ,ແຂນຫັກ, ຂາຫັກ, ເອັນພິກ, ເອັນຂາດທີ່ນໍາມາສູ່ຄວາມເຈັບປວດທາງຮ່າງກາຍ.

ອັນທີສອງກໍ່ຄື: ຄວາມເຈັບປວດຈາກການບໍ່ເຮັດຫຍັງໂດຍປ່ອຍໃຫ້ເວລາຜ່ານໄປລ້າໆຈົນຮອດອາຍຸເຖົ້າແກ່ ຫຼື ໃກ້ໆຈະຮອດມື້ຕາຍ.

ທ່ານຄິດຄືດັ່ງຂ້າພະເຈົ້າບໍ່ວ່າຄົນທີ່ບໍ່ປະສົບຄວາມສຳເລັດຫຼາຍໆຄັ້ງຈາກການເຮັດທຸລະກິດນັ້ນຍັງດີກວ່າບໍ່ເຮັດຫຍັງຈັກຢ່າງ, ເພາະຄວາມບໍ່ປະສົບຄວາມສຳເລັດຄືການຮຽນຮູ້ຢ່າງໜຶ່ງເພື່ອກ້າວໄປສູ່ຄວາມສໍາເລັດ. ແຕ່ຄົນທີ່ບໍ່ເຮັດຫຍັງຮອດມື້ຕາຍນັ້ນຍິ່ງເຈັບປວດທໍລະມານແສນສາຫັດຫຼາຍກວ່າ, ເພາະພວກເຂົາບໍ່ໄດ້ສ້າງເລື່ອງລາວ ແລະ ຕໍານານຫຍັງທັງໝົດໃຫ້ແກ່ຊີວິດ, ພວກເຂົາບໍ່ເຄີຍສ້າງຄຸນຄ່າຫຍັງຫຼົງເຫຼືອໃຫ້ແກ່ລູກຫຼານ, ຜູ້ສືບທອດ, ບ່ອນທີ່ພວກເຂົາຢູ່, ສັງຄົມທີ່ພວກເຂົາເປັນ ແລະ ປະເທດຊາດອັນແສນຮັກຂອງພວກເຂົາ.

ມີຜົນການສໍາຫຼວດຄົນເຈັບ 1.000 ກວ່າຄົນຢູ່ໂຮງໝໍຕ່າງໆໃນປະເທດສະຫະລັດອາເມລິກາທີ່ໃກ້ໆຈະຕາຍ, ເພິ່ນໄດ້ໃຫ້ຄໍາຕອບເປັນສຽງດຽວກັນວ່າ: ຖ້າສາມາດຢ້ອນກັບເວລາຄືນໄປໄດ້ອີກຄັ້ງ, ພວກເຂົາຢາກທົດລອງເຮັດຫຼາຍໆສິ່ງຫຼາຍໆຢ່າງທີ່ທ້າທາຍ ແລະ ເປັນປະໂຫຍດໃຫ້ແກ່ຊີວິດເພື່ອດູດດື່ມລົດຊາດແຫ່ງຄວາມເປັນຄົນໃຫ້ມັນມີຊີວິດຊີວາກວ່ານີ້, ເພື່ອສ້າງຕໍານານຊີວິດໃຫ້ຫຼາຍຄົນຮັບຮູ້ກວ່ານີ້, ເພື່ອສ້າງສິ່ງດີໆໃຫ້ແກ່ລູກຫຼານ, ໃຫ້ແກ່ສັງຄົມຫຼາຍກວ່ານີ້. ເປັນຕົ້ນແມ່ນການເຮັດທຸລະກິດໃໝ່ໆ, ການສ້າງອະສັງຫາ, ການຫຼິ້ນຮຸ້ນ, ການເລີ່ມຫຼິ້ນກິລາໃໝ່ໆ, ການຮຽນຮູ້ພາສາຕ່າງໆທີ່ບໍ່ເຄີຍໄດ້
ຮຽນ, ການສ້າງສະມາຄົມ, ການເປັນອາສາສະມັກ, ການຮັກສາສິ່ງແວດລ້ອມ, ການສ້າງມູນນິທິຊ່ວຍເຫຼືອຄົນທຸກຍາກ, ການຊ່ວຍເຫຼືອສັງຄົມ ແລະ ອື່ນໆ, ແຕ່ພວກເຂົາບໍ່ມີໂອກາດອີກແລ້ວ.

ຄົນທີ່ບໍ່ໄດ້ເຮັດຫຍັງຈັກຢ່າງນັ້ນຄືຄົນທີ່ຢ້ານຫຼາຍ, ຄືຄົນທີ່ບໍ່ກ້າຮັບຄວາມສ່ຽງ, ຄືຄົນທີ່ບໍ່ຍອມຮັບເອົາໂອກາດໃໝ່ທີ່ເຂົ້າມາໃນຊີວິດ, ສ່ວນຫຼາຍເປັນຄົນທີ່ຢຶດຕິດກັບຄວາມຮູ້ເກົ່າໆ, ຂໍ້ມູນເກົ່າໆທີ່ຫຼ້າສະໄໝ, ເປັນຄົນທີ່ມັກຢູ່ໃນຂອບເຂດຂອງຄວາມປອດໄພ, ຄວາມໝັ້ນຄົງ ຫຼື ເອີ້ນອີກຢ່າງໜຶ່ງວ່າເປັນຄົນທີ່ມັກຢູ່ໃນຂອບ ແລະ ມີເຫດຜົນຫຼາຍເກີນໄປ. ເຫດຜົນ, ເຫດຜົນ, ເຫດຜົນ, ເຫດຜົນ ແລະ ເຫດຜົນ.ເພາະມະນຸດເຮົາແມ່ນມະນຸດທີ່ຢູ່ໃນໂລກແຫ່ງເຫດຜົນ, ສຸດທ້າຍຄົນໃດທີ່ມີຂໍ້ອ້າງ ແລະ ເຫດຜົນຫຼາຍ,ຄົນນັ້ນກໍຈະບໍ່ກ້າທີ່ຈະລົງມືເຮັດຫຍັງຈັກຢ່າງໃຫ້ເປັນຊິ້ນເປັນອັນຂຶ້ນມາ, ຍິ່ງໄປກວ່ານັ້ນ, ບຸກຄົນປະເພດນີ້ຍັງມັກໄປຫ້າມໝູ່ເພື່ອນ, ຍາດຕິພີ່ນ້ອງ, ຄອບຄົວ ແລະ ຄົນອ້ອມຂ້າງວ່າ ຖ້າລົງມືເຮັດແລ້ວມັນສ່ຽງ, ມັນຫຼຸບທຶນ ແລະ ບໍ່ປະສົບຜົນສໍາເລັດດອກ, ບໍ່ຕ້ອງເຮັດດີກວ່າ, ທ່ານເຄີຍເຫັນບຸກຄົນປະເພດນີ້ຢູ່ໃກ້ຕົວຂອງທ່ານ ຫຼື ບໍ່?

ປະຊາກອນໂລກພວກເຮົາປະມານ 90% ຫາ 95% ຈະໃຊ້ສະໝອງເບື້ອງຊ້າຍເຊິ່ງເປັນສະໝອງແຫ່ງການວິເຄາະເຫດຜົນ. ເຫຼືອອີກພຽງແຕ່ປະຊາກອນໂລກ 5% ຫາ 10% ເທົ່ານັ້ນ, ທີ່ສາມາດກ້າວໄປເໜືອເຫດຜົນ, ນັ້ນກໍ່ຄືການໃຊ້ສະໝອງເບື້ອງຂວາເຊິ່ງເປັນສະໝອງແຫ່ງສັນຊາດຕະຍານ, ເປັນສະໝອງແຫ່ງຈິດໃຕ້ສໍານຶກທີ່ເຮັດວຽກໂດຍປາສະຈາກເຫດຜົນ. ເຊິ່ງການໃຊ້ສະໝອງສັນຊາດຕະຍານເພື່ອຕັດສິນໃຈເຮັດເລື່ອງລາວຕ່າງໆນີ້ມີຄວາມແມ່ນຢໍາ, ຖືກຕ້ອງ, ວ່ອງໄວ ແລະ ແນ່ນອນທີ່ສຸດ. ກຸ່ມຄົນພຽງ 5% ຫາ 10% ທີ່ໃຊ້ສະໝອງເບື້ອງຂວານີ້ເອງທີ່ເປັນຄົນເຮັດແທ້ທໍາຈິງທີ່ກ້າວໄປເໜືອເຫດຜົນຈຶ່ງສ້າງໃຫ້ຕົນເອງເປັນຄົນຮັ່ງມີ ແລະ ເປັນມະຫາເສດຖີ. ພວກເຂົາເຊື່ອໝັ້ນໃນສະໝອງສັນຊາດ
ຕະຍານຂອງຕົນເອງ, ເຖິງຢ່າງໃດກໍຕາມມະນຸດເຮົາຍັງຄົງຢູ່ໃນໂລກແຫ່ງເຫດຜົນທີ່ໃຊ້ສະໝອງເບື້ອງຊ້າຍວິເຄາະເຫດຜົນຫຼາຍຢ່າງຫຼາຍແນວ. ເປັນຕົ້ນແມ່ນອາຍຸແກ່ແລ້ວ, ເຮັດຫຍັງບໍ່ໄດ້ຫຼາຍ ບໍ່ມີເຫື່ອບໍ່ມີແຮງຄືກັບຄົນໜຸ່ມ, ຮ່າງກາຍພິການຕ້ອງໃຫ້ລູກລ້ຽງໄປຕະຫຼອດຊີວິດ, ການສຶກສາບໍ່ສູງ, ຮຽນບໍ່ສູງເປັນເຈົ້າເປັນນາຍຄືຊິບໍ່ໄດ້, ຕົ້ນທຶນຊີວິດບໍ່ຫຼາຍ, ບໍ່ໄດ້ເກີດມາເປັນລວຍ, ຄືຊິບໍ່ສາມາດເຮັດທຸລະກິດໄດ້,ຄວາມຜິດພາດທາງຮ່າງກາຍເປັນພະຍາດຫຼາຍຢ່າງ, ຄືຊິເຄື່ອນໄຫວຫຼິ້ນກິລາບໍ່ໄດ້ຫຼາຍ. ນີ້ເປັນພຽງແຕ່ຂໍ້ອ້າງທາງເຫດຜົນ ແລະ  ຄວາມຄິດສ່ວນຕົວທີ່ຢູ່ໃນຫົວຂອງສ່ວນບຸກຄົນເທົ່ານັ້ນເອງ.

ແຕ່ຍັງມີຄົນຢູ່ໃນໂລກນີ້ອີກຫຼາຍທ່ານທີ່ມີອາຍຸແກ່, ຮ່າງກາຍພິການ ຫຼື ອາຍຸສູງ, ແຕ່ສິ່ງເຫຼົ່ານີ້ບໍ່ໄດ້ເປັນຂໍ້ອ້າງໃນການກ້າວໄປຂ້າງໜ້າແຕ່ຢ່າງໃດເລີຍ. ຍົກຕົວຢ່າງ: ທ່ານນິກ ວິຈີຊິກ (Nick Vujicic) (ເກີດ 4/12/1982-ປະຈຸບັນອາຍຸ 36 ປີ ຄົນປະເທດອົດສະຕາລີ) ເປັນນັກຂຽນ ແລະ ນັກເວົ້າສ້າງແຮງບັນດານໃຈລະດັບໂລກທີ່ຮ່າງກາຍພິການເກີດມາ
ບໍ່ມີແຂນຂາ, ແຕ່ເພິ່ນມີຫົວໃຈສູ້ຊີວິດທີ່ແຂງແກ່ນໂດຍບໍ່ໄດ້ປ່ອຍໃຫ້ຮ່າງກາຍພິການຂອງເພິ່ນມາເປັນອຸປະສັກ ຫຼື ເປັນຂໍ້ອ້າງໃນການສ້າງຄວາມສໍາເລັດເລີຍ, ນອກຈາກນີ້ແລ້ວເພິ່ນຍັງແຕ່ງງານ ແລະ ມີລູກຊາຍອີກ 2 ຄົນດໍາລົງຊີວິດຢູ່ຢ່າງມີຄວາມສຸກ. ຄວາມສາມາດຂອງເພິ່ນນອກຈາກຈະເປັນນັກຂຽນ ແລະ ນັກເວົ້າທີ່ເກັ່ງລະດັບໂລກແລ້ວ, ເພິ່ນຍັງສາ
ມາດລອຍນໍ້າ, ເຕະບານ, ຫຼິ້ນກິລາໂຕ້ຄື້ນຢູ່ທະເລ, ຕີກອງ ແລະ ມີພອນສະຫວັນຫຼາຍຢ່າງ.

ອີກຕົວຢ່າງໜຶ່ງທີ່ສ້າງແຮງບັນດານໃຈໃຫ້ແກ່ຄົນທົ່ວໂລກ ແລະ ບໍ່ເຄີຍສ້າງຂໍ້ອ້າງ ແລະ ເຫດຜົນມາເປັນກໍາແພງຊີວິດເລີຍນັ້ນກໍຄືແມ່ເຖົ້າ ມິເອໂກະນາງາໂອກະ (Mieko NAGAOKA) (ເກີດ 31/7/1914 ປັດຈຸບັນອາຍຸ 105 ປີ ຄົນຍີ່ປຸ່ນ), ເພິ່ນເປັນນັກລອຍນໍ້າແຊ້ມໂລກທີ່ມີອາຍຸສູງທີ່ສຸດ, ເພິ່ນສາມາດຍາດຂັນລາງວັນ, ຫຼຽນຄໍາ ແລະ ໃບຍ້ອງຍໍ
ລະດັບໂລກມາໄດ້ຫຼາຍໆລາງວັນ, ຫຼາຍໆປະເພດການແຂ່ງຂັນຈາກສະມາຄົມລອຍນໍ້າລະດັບໂລກ FINA (International Swimming Federation). ເພິ່ນເລີ່ມຕົ້ນຮຽນລອຍນໍ້າໃໝ່ໆຕອນອາຍຸ 88 ປີ ແລະ ເລີ່ມແຂ່ງຂັນໄດ້ແຊ້ມໂລກຕອນອາຍຸ 92 ປີຂຶ້ນໄປ. ເພິ່ນເປັນຄົນດຽວໃນໂລກ ແລະ ເປັນໜຶ່ງດຽວໃນໂລກທີ່ສາມາດລອຍນໍ້າໄດ້ຕອນອາຍຸ 100 ປີຂຶ້ນໄປໄດ້ບັນທຶກໄວ້ໃນປຶ້ມກິນເນສບຸກ (Guinness book of world records).

ຖ້າມະນຸດເຮົາສາມາດກ້າວໄປເໜືອເຫດຜົນ,ເຊື່ອໝັ້ນໃນສັນຊາດຕະຍານຂອງຕົນເອງ, ເປີດປະຕູຂອງສະໝອງເບື້ອງຂວາ ສົ່ງຄື້ນຈິດໃຕ້ສໍານຶກ, ຈິນຕະນາການເຖິງສິ່ງທີ່ເຮົາຢາກໄດ້, ສິ່ງທີ່ເຮົາຢາກເປັນດ້ວຍຈິດໃຈແຮງກ້າແລ້ວ, ມະນຸດເຮົາຈະມີພະລັງອັນມະຫາສານ ແລະ ມີຄວາມສາມາດອັນບໍ່ມີຂອບເຂດເຮັດໄດ້ຫຼາຍໆຢ່າງດັ່ງທີ່ເຮົາຕ້ອງການ. ຄືດັ່ງທີ່ຕອນເຮົາຍັງນ້ອຍຕອນເລີ່ມຮຽນຄານ ແລະເລີ່ມຮຽນຍ່າງໃໝ່ໆ, ເດັກນ້ອຍຈະບໍ່ຮູ້ຈັກເຫດຜົນ,ຍ້ອນສະໝອງເບື້ອງຊ້າຍແຫ່ງເຫດຜົນຂອງເດັກຍັງບໍ່ທັນເຕີບໃຫຍ່ຂະຫຍາຍຕົວ, ເດັກຈຶ່ງມີຄວາມກະຕືລືລົ້ນ, ມີຄວາມຈວບຈ້າວຫ້າວຫັນ, ມີຄວາມກ້າ
ຫານຢາກທົດລອງຮຽນຮູ້ ແລະ ເຮັດສິ່ງໃໝ່ໆຢູ່ຕະຫຼອດເວລາ, ນີ້ແຫຼະຄືການໃຊ້ສະໝອງເບື້ອງຂວາ ສະໝອງສັນຊາດຕະຍານທີ່ໄປເໜືອເຫດຜົນ. ແຕ່ພໍຫຼັງຈາກເຮົາເລີ່ມຮຽນຮູ້ການປາກເວົ້າ ແລະ ມີການສື່ສານເພື່ອເຮັດໃຫ້ສະໝອງເບື້ອງຊ້າຍແຫ່ງເຫດຜົນໄດ້ເຕີບໃຫຍ່ຂະຫຍາຍຕົວ, ບວກກັບຂີດຈໍາກັດ ແລະ ສິ່ງຕ້ອງຫ້າມຫຼາຍຢ່າງທີ່ພໍ່ແມ່ໄດ້ກໍານົດໄວ້
ໃຫ້ເຮົາ, ລວມທັງວັດທະນະທໍາ ແລະ ຮີດຄອງປະເພນີທີ່ສ້າງຂອບເຂດ ແລະ ປູກຝັງມະນຸດມາແຕ່ນ້ອຍຈົນຮອດໃຫຍ່, ເຮົາຈຶ່ງກາຍເປັນຄົນທີ່ບໍ່ກ້າອອກຈາກຄວາມສ່ຽງ, ຢູ່ໃນໂລກແຫ່ງຄວາມປອດໄພ ແລະ ໂລກແຫ່ງເຫດຜົນໃນປະຈຸບັນ.

ມັນເຈັບປວດທໍລະມານຫຼາຍທີ່ຈະຕ້ອງຢູ່ກັບໂລກແຫ່ງຄວາມປອດໄພ ໂດຍທີ່ບໍ່ເຮັດຫຍັງເລີຍຈົນຮອດມື້ຕາຍ, ແມ່ນບໍ່? ທ່ານຢາກອອກຈາກໂລກແຫ່ງເຫດຜົນນີ້ຫຼືບໍ່? ຖ້າແມ່ນ, ຂັ້ນຕອນທໍາທິດກໍຄືເຮົາຕ້ອງສ້າງຮ່າງກາຍໃຫ້ຮູ້ສຶກຜ່ອນຄາຍ, ສະບາຍ ແລະ ສະຫງົບ, ເອົາຄວາມຄິດ ແລະ ສຽງຫຼາຍຢ່າງທີ່ຢູ່ໃນຫົວຖິ້ມອອກໄປໃຫ້ໝົດ, ເຮັດໃຫ້ຄືວ່າໂລກນີ້
ຫວ່າງເປົ່າ, ຫຼັງຈາກນັ້ນເປີດເພງຄລາສຊິກ (classic)ຄ່ອຍໆ, ເລີ່ມຕົ້ນຫຼັບຕາແລ້ວຫາຍໃຈເຂົ້າຫາຍໃຈອອກເລິກໆ, ຄ່ອຍຫາຍໃຈເຂົ້າທາງຮູດັງໂດຍການເຮັດໃຫ້ທ້ອງປຸ້ງອອກຄືກັບປຸມເປົ້າ ແລະ ຄ່ອຍໆຫາຍໃຈອອກທາງປາກໂດຍການເຮັດໃຫ້ທ້ອງແວບເຂົ້າ ເຮັດແບບນີ້ 5 ເທື່ອ. ແລ້ວຫຼັບຕາຈິນຕະນາການຮູບພາບເຄື່ອນໄຫວຢູ່ໃນຫົວຂອງເຮົາວ່າເຮົາ
ສາມາດກັບຄືນໄປຕອນເຮົາເປັນເດັກນ້ອຍທີ່ບໍ່ມີເຫດຜົນຫຍັງໝົດ, ຕອນທີ່ເຮົາເປັນເດັກທີ່ມີຄວາມກະຕືລືລົ້ນ, ກ້າຫານ ແລະ ຈວບຈ້າວຫ້າວຫັນຢາກຮຽນຮູ້ ແລະ ກ້າທົດລອງເຮັດສິ່ງໃໝ່ໆຕະຫຼອດເວລາ. ຈິນຕະນາການວ່າເຮົາເອົາເຫດຜົນກອງພູເຂົາ, ອອກໄປຈາກຮ່າງກາຍຂອງເຮົາແລ້ວວາງມັນໄວ້ຂ້າງໆ ແລະ ຄ່ອຍໆຍ່າງອອກມາຈາກກອງພູເຂົາ
ແຫ່ງເຫດຜົນນັ້ນຍ່າງອອກໄປໃຫ້ໄກໆ, ໄກທີ່ສຸດທີ່ຈະໄກໄດ້, ສ້າງຄວາມເປັນໄປໄດ້ໃໝ່ກໍຄືສ້າງໂລກໃໝ່ຂອງເຮົາໂດຍການສ້າງເປົ້າໝາຍໃໝ່ ແລະ ພ້ອມທີ່ຈະລົງມືເຮັດຕົວຈິງໃນມື້ນີ້. ລົງມືເຮັດຕົວຈິງໃນມື້ນີ້ເທົ່ານັ້ນ, ຢ່າປ່ອຍໃຫ້ມັນຜ່ານໄປແລ້ວມື້ອື່ນຈຶ່ງເຮັດ. ທ່ານຕ້ອງລົງມືເຮັດທັນທີ, ລົງມືເຮັດດຽວນີ້, ຊົ່ວໂມງນີ້, ນາທີນີ້, ວິນາທີນີ້, ນີ້ແຫຼະຄືການສ້າງເປົ້າ
ໝາຍທີ່ຊົງພະລັງ, ຂໍພຽງແຕ່ມີເປົ້າໝາຍຕັ້ງໄວ້ຢູ່ຂ້າງໜ້າຢ່າງຊັດເຈນ, ວິທີການອາດຈະປ່ຽນໄປຕະຫຼອດ, ວິທີການອາດຈະມີຫຼາກຫຼາຍເພື່ອທົດສອບ ແລະ ຊອກຫາວິທີທີ່ດີທີ່ສຸດ. ເຖິງວ່າບາງວິທີຈະບໍ່ປະສົບຄວາມສຳເລັດ, ເຮົາກໍລອງທົດສອບເຮັດວິທີໃໝ່ທີ່ຍັງແມ່ນເປົ້າໝາຍອັນເກົ່າໄປເລື້ອຍໆ, ສຸດທ້າຍເຮົາກໍຈະຄົ້ນພົບວິທີການທີ່ມີປະສິດທິພາບສູງສຸດທີ່ສາມາດນຳພາເຮົາໄປສູ່ເປົ້າໝາຍ ແລະຄວາມສໍາເລັດທີ່ໄດ້ຕັ້ງເອົາໄວ້,  ສິ່ງນີ້ແຫຼະຄືການລົງມືເຮັດຕົວຈິງໂດຍການກ້າວໄປເໜືອເຫດຜົນ.

ເລື່ອງລາວຂອງທ່ານ ທ່ານນິກ ວິຈີຊິກ ແລະແມ່ເຖົ້າ ມິເອໂກະ ນາງາໂອກະ ອາຍຸ 105 ປີ, ມັນສອນໃຫ້ພວກເຮົາຮູ້ວ່າ: ຄວາມທຸກຍາກ, ຮ່າງກາຍຜິດປົກກະຕິ, ອາຍຸຫຼາຍ ແລະ ອື່ນໆມັນບໍ່ໄດ້ເປັນອຸປະສັກຫຍັງເລີຍ, ຂໍພຽງແຕ່ພວກເຮົາມີຫົວໃຈທີ່ຍິ່ງໃຫຍ່ ແລະ ສ້າງເປົ້າໝາຍທີ່ຊັດເຈນຂຶ້ນມາ, ເຮົາຈະສາມາດທໍາລາຍທຸກໆກໍາແພງຂອງຂໍ້ອ້າງ ແລະ ເຫດ
ຜົນໃນຫົວໃຈເຮົາໄດ້. ນັບແຕ່ມື້ນີ້ເປັນຕົ້ນໄປ ຄູເຊັ່ງເຊື່ອໝັ້ນຢ່າງແຮງກ້າວ່າ: ທຸກໆທ່ານຈະຕັດຂໍ້ອ້າງ ແລະ ເຫດຜົນອອກໄປຈາກຄວາມຄິດ ແລະ ລົງມືປະຕິບັດຕົວຈິງໄດ້ຢ່າງແນ່ນອນ.

ຄູເຊັ່ງຂໍເປັນກໍາລັງໃຈໃຫ້ສະເໝີ.

ສະຫຼຸບເນື້ອໃນສໍາຄັນການລົງມືເຮັດຕົວຈິງໂດຍການໄປເໜືອເຫດຜົນແມ່ນການຕັ້ງເປົ້າໝາຍ ແລະ ລົງມືປະຕິບັດຕົວຈິງທັນທີໂດຍບໍ່ໄດ້ສ້າງຂໍ້ອ້າງ ຫຼື ເຫດຜົນຕ່າງໆທີ່ເປັນອຸປະສັກບໍ່ໃຫ້ເຮົາລົງມືເຮັດ. ແມ່ນການເຊື່ອໝັ້ນໃນສະໝອງແຫ່ງຈິດໃຕ້ສໍານຶກ ແລະ ສັນຊາດຕະຍານຄວາມຮູ້ສຶກຂອງຕົນເອງ, ຮຽນຮູ້ວິທີການຕ່າງໆຈາກປະສົບການຄວາມ
ລົ້ມເຫຼວໃນຕົວຈິງເພື່ອຖອດຖອນເປັນບົດຮຽນ ແລະ ສຶກສາວິທີການອັນໃໝ່ທີ່ມີປະສິດທິພາບສູງສຸດເພື່ອໝູນໃຊ້ເຂົ້າໃນການພິຊິດເປົ້າໝາຍໃຫ້ສໍາເລັດ.

 (ວາລະສານທາເກັດ ສະບັບ 160 ເດືອນພະຈິກ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

MOVING BEYOND REASONS

Greetings dear readers. Today, teacher Zeng would to start today’s article with a question. Do you think that “Lao people are full of excuses?” For example, excuses in terms of “I was born in a poor family; my parents are just farmers; without a large amount of fund, I cannot do business; with this physical impairment, I cannot be an athlete; I am too old to do business; I do not have time for exercise as I have to send my children to school every morning.” Excuse, excuse and excuse, all these are just reasons we create in our mind.

Because of these excuses and reasons, most people end up doing nothing in life. Teacher Zeng have seen many people growing up without life privileges. Some people are poor, disabled or aged, but somehow they manage to overcome their excuses and be successful in the end. Would you like to get rid of excuses which are walls in your heart? Let me tell you a story.

Mr. Tony Robbins, a global writer and motivational speaker, said that pain appears in 2 forms: “Firstly, pain appears in the form of failure after doing something and fail. For instance, failure in business which is a
psychological pain. Then we have mistakes from sport practice resulted in broken arm or leg, twisted ankle, or ruptured tendon. This is a physical pain. Secondly, pain in the form of regret for wasting time doing
nothing. Then we grow older and older and death is what remains.”

Do you agree with me that those who experience business failure many times are much better than those who do nothing? Failure is a lesson-learned leading to success. Those who do nothing will suffer
tremendously from their regret because they did not create any story and legend for their life. They do not leave any legacy for their later generation, successors, place they live, society they are in and their beloved country.

There was a survey conducted on more than 1,000 dying patients in different hospitals in the US. They all answered unanimously that only if they could turn back time, they would try to do many challenging and useful things in order to maximize life experience and make their life livelier. They wanted to create legends so that people would know about them. They would like to make more good things and pass on to their children and society. They wanted to start a new business, build properties, learn about stock trading, play new type of sport, try to speak more languages, create associations, be a volunteer, help protecting the environment, establish a foundation to help poor people, society and so on. Unfortunately, they will no longer have these chances.

People who have not done anything are those with a lot of fears. They cannot handle risks and are not willing to open for new opportunities in life. Mostly, this type of people stick with their old belief, thought
and comfort-zone i.e. they will always be in a rut and stick with reasons. Reason, reason, reason and reason because human beings are living in the rational world. Not only that these people will eventually end of
doing nothing in life, but they will also try to stop others, such as friends, relatives, family and people around them, from doing anything with excuses like risks of losses and failure, or something like “it will not
work.” Have you ever seen this kind of people near you?

Approximately 90 to 95% of the world’s population use their left brain for rational analysis. Only the remaining 5 to 10% can move beyond reasons. They would use their right brain more which is their intuition and sub-consciousness without reasons to perform their works. Using this brain of intuition, the decision-making process will be more accurate, fast and certain. These 5 to 10% who use the right brain primarily are
those who just practically do something and move beyond reasons. This is the reason they become a billionaire. They believe firmly in their right brain of intuition. Because we are living in the rational world that requires
us to use the left brain for rational analysis. We then come up with a number of reasons, for example we are too old to do something, leave it to the youth; all of what disabled people can do is taking care of children at
home for the rest of their life; cannot be a boss without higher education; no life privileges because I was not born in a rich family, I cannot do a business; because of my physical illness, I cannot play sport.
These are just excuses and reasons that keep going around inside our mind.

There are still people in this world who are aged or physically disabled, but can do many things by ignoring all the excuses that block their advancement.

For instance, Mr. Nick Vujicic who was born on 4/12/1982, a 36-year-old Australian writer and world’s famous motivational speaker. He was born without arms and legs, but with an extremely strong heart who would never let the disability obstructs him from being successful. Nowadays, he is living a happy life after
getting married with 2 sons. Apart from being able to write and give a motivational speech at the global stage, he can swim, play football, surf, play drum and perform other talents.

Another example which serves as a motivation for people around the world that we should never allow excuses and reasons to obstruct our progress is the story of Ms. Mieko Nagaoka who was born on 31/7/1914
and is 105 years old at the moment. She is the world’s oldest swimming champion who have claimed numerous prizes, medals and certificates from global competitions held by the International Swimming Federation
(FINA). She started to swim when she was 88 years old and entered the world championship at the age of 92. She is the only person in the world that can swim at the age of 100 according to the Guinness Book of World Records.

If human beings can go beyond reasons, believe in their intuition, open the door to the right brain for sub-consciousness and imagination about things we want to have and do, we will be able to unlock our
tremendous amount of unlimited power trapped inside to do whatever we want to do. Just like when we first learned how to crawl and walk, children will do without thinking about reasons because the left
brain of reason has not yet been developed. Children will be enthusiastic, active and
courageous in learning and trying new things at all times. This is when we use our right brain of intuition to move beyond reasons. However, once we started to learn how to speak and communicate, the left brain was
then expanded. The expansion plus rules set by parents, cultural and traditional limitations which have been planted on our head since the young age have made us vulnerable to risks. All of what we seek is
safety in the world of reason we are living in.

It is painful to live in the world of safety and do nothing for the rest of our life, right? Would you like to escape from this world of reason? If yes, what you should do first is to be relaxed and comfortable, clear your mind as if this world is empty. Then turn on some classic music, close your eyes and take a deep breath by breathing in through your nose until your stomach grows like a balloon. Then breath out via your mouth until
your stomach flattens out. Continue doing this for 5 turns before closing your eyes and imagining about you being able to go back to when you are a child having no reasons. You are back to when you were
so enthusiastic, courageous and active in learning and trying new things all the time. Picture yourself moving a mountain of reasons out of your head, leaving it aside and slowly walking away from it as far as possible. You can create a new possibility as well as your new world by creating a new objective that you are willing to make it real. Do not wait for tomorrow to start doing it. Do it immediately at this hour, this minute, this second and this is a powerful way in planning your life. As long as you have a clear objective, methods reaching such goal
can be several, but you will finally find the best one to reach your goal. Even though you might fail with some methods, you can try again with a new one. Eventually, you will find the most effective way leading you
towards your goal and intended destination.This is what I mean by moving beyond reasons.

The story of Mr. Nick Vujicic and Ms. Mieko Nagaoka aged 105 teaches us that poverty, physical challenges, age and others are in fact not our obstacles at all. If you have a big heart with a clear objective,
you can get rid of every wall blocking your way. From now on, teacher Zeng is confidentthat all of you will be able to get rid of all excuses and reasons from your mind and start doing something practically.

All the best from teacher Zeng.

In summary

Moving beyond reasons is to set an objective and start doing it right away without excuses or reasons to obstruct your performance. It is a belief in your own sub-consciousness and intuition, learn from
your failed experience and seek for a new most effective method to reach your goal.

Comments