ການແກ້ໄຂໜີ້ສິນຂອງລັດຖະບານແຫ່ງ ສປປ ລາວ

ໃນກອງປະຊຸມສະພາສະໄໝສາມັນເທື່ອທີ 7 ສະໄໝທີ VIII ຫວ່າງເດືອນມີຖຸນາທີ່ຜ່ານມານີ້. ຜູ້ແທນກອງປະຊຸມເປັນຕົ້ນ ສະມາຊິກສະພາແຫ່ງຊາດໄດ້ຊັກຖາມຕໍ່ກັບບັນຫາໜີ້ສິນຂອງລັດຖະບານ. ໂດຍລັດຖະບານກໍໄດ້ຊີ້ແຈງ ໃນຕອນບ່າຍຂອງວັນທີ 6 ມີຖຸນາ 2019, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ໄດ້ຊີ້ແຈງຕໍ່ຂໍ້ຊັກຖາມຂອງບັນດາ ສະມາຊິກ ສະພາແຫ່ງຊາດ ຫຼາຍບັນຫາສໍາຄັນ ໃນນັ້ນແມ່ນໄດ້ຊີ້ແຈງບັນຫາກ່ຽວກັບຄວາມຄືບໜ້າ ໃນການແກ້ໄຂໜີ້ສາທາລະນະ ໂດຍສະເພາະໜີ້ພາຍໃນ ແລະ ໜີ້ສິນຕ່າງປະເທດ ລວມເຖິງກົນໄກການແກ້ໄຂ ເຊິ່ງເປັນບັນຫາທີ່ແກ່ຍາວມາເປັນເວລາດົນ.

ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ຊີ້ແຈງກ່ຽວກັບຄວາມຄືບໜ້າໃນການແກ້ໄຂໜີ້ສາທາລະນະ, ເຊິ່ງເປັນບັນຫາທີ່ແກ່ຍາວມາເປັນເວລາດົນນານ ເຮັດໃຫ້ໜີ້ສິນຢູ່ໃນລະດັບທີ່ສູງພໍສົມຄວນ ແຕ່ແນວໃດກໍຕາມ ລັດຖະບານກໍໄດ້ມີຄວາມພະຍາຍາມໃນການແກ້ໄຂ ຊໍາລະໃຫ້ທັນຕາມກໍານົດເວລາ, ສ່ວນໜີ້ໂຄງການລົງທຶນຂອງລັດ ຜ່ານມາກໍໄດ້ມີຫຼາຍມາດຕະການໃນການແກ້ໄຂ ດ້ວຍການອວາຍໜີ້ສາມແຈ, ດ້ວຍການຂຶ້ນແຜນງົບປະມານປົກກະຕິ ເພື່ອຊໍາລະໜີ້ລົງທຶນ ເຮັດໃຫ້ມີການຫຼຸດຜ່ອນໜີ້ສິນຈໍານວນໜຶ່ງ. ພ້ອມກັນນີ້, ກໍມີນະໂຍບາຍຈໍາກັດການກໍ່ສ້າງໂຄງການໃໝ່, ໂຄງການທີ່ເຫັນວ່າຍັງບໍ່ມີຄວາມຈໍາເປັນຮີບດ່ວນ ແລະ ສຸມໃສ່ສືບຕໍ່ຈັດຕັ້ງປະຕິບັດ ໂຄງການທີ່ຍັງບໍ່ທົນສໍາເລັດ ໂດຍໄດ້ມີການກວດຄືນມູນຄ່າໂຄງການ ທີ່ເຫັນວ່າບໍ່ສົມເຫດສົມຜົນ ເຊິ່ງໄດ້ເຮັດໃຫ້ໜີ້ສິນຫຼຸດລົງຈໍານວນໜຶ່ງ, ແຕ່ກໍຍັງຢູ່ໃນລະດັບສູງ. ສ່ວນມາດຕະການຕໍ່ກັບໜີ້ສິນຂອງຕ່າງປະເທດນັ້ນ ລັດຖະບານກໍໄດ້ພະຍາຍາມຊອກລາຍຮັບເພື່ອມາຊໍາລະໃນແຕ່ລະປີ ສໍາລັບການຊໍາລະດອກເບ້ຍແມ່ນໄດ້ເອົາແຫຼ່ງທຶນພາຍໃນ, ແຕ່ສໍາລັບຕົ້ນທຶນແຕ່ລະໄລຍະແມ່ນຊອກແຫຼ່ງດຸ່ນດ່ຽງມາຕຶ່ມເພື່ອຊໍາລະ.

ໃນປີ 2019 ລັດຖະບານຈະບໍ່ຢືມເງິນຕ່າງປະເທດມາຊໍາລະດອກເບ້ຍໜີ້, ແຕ່ຈະເອົາຢູ່ພາຍໃນ ຖ້າມັນຂາດດຸນກໍຈະລະດົມແຫຼ່ງທຶນຈາກພາຍໃນ ດ້ວຍການຂາຍພັນທະບັດ ແລະ ລະດົມແຫຼ່ງທຶນຕ່າງໆ ເພື່ອມາຊໍາລະໜີ້, ປີ 2020 ເປັນຕົ້ນໄປຈະໃຫ້ລາຍຮັບ ແລະ ລາຍຈ່າຍພາຍໃນມັນຢູ່ກັນ ແລະ ບໍ່ໃຫ້ຂາດດຸນອີກ. ໝາຍຄວາມວ່າຮັບເທົ່າໃດ ຕ້ອງຂຶ້ນແຜນຈ່າຍເທົ່ານັ້ນ ໂດຍອີງຕາມລາບຮັບ, ປີ 2021-2022 ຂຶ້ນໄປພວກເຮົາຕ້ອງໄດ້ບຸກບືນເຮັດໃຫ້ລາຍຮັບເຫຼືອຈ່າຍ ເຫຼືອຈ່າຍພາຍໃນເທົ່າໃດ ລະເອົາໄປຊໍາລະຕົ້ນທຶນໜີ້ຕ່າງປະເທດ ໃຫ້ມັນຄ່ອຍໆຫຼຸດລົງ, ສ່ວນວ່າການຈະກູ້ຢືມໃໝ່ນັ້ນຕ້ອງມີການຈໍາກັດ, ໂຄງການກູ້ຢືມໃໝ່ ແມ່ນຈະກູ້ຢືມໂຄງການທີ່ມີລັກສະນະຜ່ອນຜັນສູງ, ໄລຍະເວລາການຊໍາລະຍາວ ແລະ ມີດອກເບ້ຍຕໍ່າບໍ່ເກີນ 1,5% ແລະ ມີໄລຍະຜ່ອນຜັນ 6-7 ປີ, ສ່ວນໂຄງການທີ່ມີດອກເບ້ຍສູງ ແມ່ນຈະບໍ່ກູ້ຢືມອີກຕໍ່ໄປ. ທັງໝົດນັ້ນຄືຂໍ້ມູນທີ່ຢາກໃຫ້ນັກທຸລະກິດກໍາໄດ້.

(ວາລະສານທາເກັດ ສະບັບ 160 ເດືອນພະຈິກ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

debt resolution by Lao Government

During the 7th Ordinary Session of the National Assembly’s 8th Legislature held in June, participants including parliament members raised questions about debt issue to the government. In the afternoon of June 6, 2019, Mr. Somdy Douangdy, Deputy Prime and Minister of Finance, on behalf of the government answered questions raised by the National Assembly’s members, especially inquiries regarding the progress of the solution of domestic and foreign public debt including mechanisms in solving such prolonged issue.

On this occasion, the Deputy Prime Minister informed the parliament the progress in solving the public debt which has been prolonged, worsening the country’s debt situation. The government has been attempting to address such problem on a timely manner as well as implementing a number of mechanisms in dealing with debt of public projects through triangle-debt diversion and regular budget planning to pay the investment debt and reduce some its amount. At the same time, there is a policy limiting the construction of new projects, especially those that are not in a priority list. The government has been concentrating more on unfinished projects by revising the project value to discover if there is any unreasonable cost which can be omitted in order to mitigate some amount of investment debt which is still very high. As for measures in handling with foreign debt, the government has been attempting every year to increase their revenue via domestic source for interest payment as well as additional sources to accommodate the government’s periodic investment cost.

In 2019, the government will not make foreign loan to support their debt payment, but to seek from domestic sources. If they face with deficit, they will mobilize fund within the country by selling bonds as well as from other sources to support their debt payment. From 2020 on, the government will aim at balancing income and expenditure so that the country would no longer experience deficit again. It means that the amount of expenditure will have to be planned in correspondence with the amount of revenue the country could make. From 2021-2022 on, they will strive to make income exceed spending in order to use the surplus amount for foreign debt payment. New loan can be made, but will be limited to only the one with longer grace period (6-7 years), longer due and lower interest rate of not more than 1.5%. Any loan with interest rate higher than that will be disallowed. This is the information that businesspeople should be aware of.

 

 

Comments