ສ້າງກະແລ້ມ ບ້ານບ້ານ ດ້ວຍຄວາມມັກ, ຄວາມພ້ອມ ແລະ ການຕະຫຼາດ

ການຜະລິດສິນຄ້າໃໝ່ເປັນສິ່ງທີ່ທ້າທາຍເພາະວ່າຕະຫຼາດລາວເຮົານອກຈາກມີຂະໜາດນ້ອຍແລ້ວຍັງມີການແຂ່ງຂັນສູງຈາກການນຳເຂົ້າຈາກປະເທດເພື່ອນບ້ານ. ເຖິງຢ່າງໃດກໍຍັງມີນັກທຸລະກິດໜຸ່ມບ້ານເຮົາ ກ້າສ່ຽງທີ່ຈະສ້າງທຸລະກິດຂອງຕົນເອງແລະ ເຮັດການຕະຫຼາດ. ມື້ນີ້ພວກເຮົາມາຮູ້ຈັກກັບຜູ້ບຸກເບີກທຸລະກິດດ້ານນີ້ ເພື່ອເຂົ້າໃຈກ່ຽວກັບຈຸດເລີ່ມຕົ້ນຕະຫຼອດເຖິງແຜນການຕະຫຼາດຂອງເພິ່ນ.

ທ່ານ ອານັນ ທອງສະຫວັດ, ອາຍຸ 25 ປີ, ຜູ້ສ້າງຕັ້ງແລະເຈົ້າຂອງກະແລ້ມ ບ້ານບ້ານ (Ban Ban Ice Cream). ເມື່ອສີ່ປີກ່ອນ ທ່ານ ອານັນ ໄດ້ເລີ່ມເຮັດກະແລ້ມຕັກແບບບູຮານສົ່ງໃຫ້ບັນດາຮ້ານອາຫານ ແລະ ຮ້ານຄ້າຕ່າງໆທັງມີຮ້ານຂອງຕົນເອງຊື່ຮ້ານໂກໂກ້ນັດມິວ ຢູ່ແຖວສວນເຈົ້າອານຸວົງແຄມຂອງ ຊຶ່ງປັດຈຸບັນກໍຍັງສືບຕໍ່ດຳເນີນຢູ່. ຕໍ່ມາເພິ່ນຈຶ່ງເຫັນໂອກາດໃນການຕໍ່ຍອດທຸລະກິດ ແລ້ວເຮັດເປັນກະແລ້ມໄມ້ ຍີ່ຫໍ້ ບ້ານບ້ານ ໂດຍຫາກໍປ່ອຍຜະລິດຕະພັນໃໝ່ນີ້ໄດ້ປະມານ 8 ເດືອນ. ເພິ່ນໄດ້ໃຊ້ເວລາ 2 ປີ ເພື່ອກຽມອອກສິນຄ້າຍີ່ຫໍ້ບ້ານບ້ານນີ້ເພື່ອໃຫ້ມີຄວາມພ້ອມຫຼາຍໆດ້ານ ລວມທັງສູດ, ລົດຊາດ, ລູກຄ້າ, ການເງິນ, ສະຖານທີ່ ແລະ ໂຮງງານ ເປັນຕົ້ນ.

ທ່ານ ອານັນ ເຄີຍໄປຮຽນຢູ່ປະເທດໄທ ແລະອົດສະຕາລີ ແຕ່ຮູ້ສຶກວ່າບໍ່ແມ່ນສິ່ງທີ່ເພິ່ນມັກ. ຕໍ່ມາເພິ່ນຈຶ່ງເລືອກຮຽນທັງສຶກສາດ້ວຍຕົນເອງ ໂດຍລົງເລິກດ້ານການເຮັດກະແລ້ມໂດຍສະເພາະ. ການສ້າງຕັ້ງກິດຈະການຂອງເພິ່ນແມ່ນຖືວ່າ ເລີ່ມຈາກສູນ ເນື່ອງຈາກຄວາມຄິດຂອງເພິ່ນສວນທາງກັບຂອງພໍ່ແມ່ທີ່ຢາກໃຫ້ຜູ້ກ່ຽວຮຽນຫຼາຍກວ່າ; ໃນຂະນະທີ່ຕົນເອງເປັນຄົນຄິດນອກຂອບ. ຍ້ອນເຫັນໂອກາດວ່າຍັງບໍ່ທັນມີກະແລ້ມຍີ່ຫໍ້ຂອງລາວແທ້ໆວາງຂາຍໃນຕະຫຼາດ, ທ່ານ ອານັນ ຈຶ່ງເນັ້ນຈຸດຂາຍຂອງ ກະແລ້ມ ບ້ານບ້ານ ໃຫ້ເປັນສິນຄ້າຂອງຄົນລາວ ໂດຍໃຊ້ກະທິ ຫຼື ເຜືອກ ຊຶ່ງເປັນລົດຊາດໃນຄວາມຊົງຈຳຂອງຫຼາຍໆທ່ານ ມັກກິນຕັ້ງແຕ່ສະໄໝຍັງນ້ອຍມາ. ພຽງແຕ່ປັບຈາກທີ່ເຄີຍເປັນກະແລ້ມຍູ້ລໍ້ໃຫ້ມີຄວາມແຊບຂຶ້ນ ແລະ ຮູ້ສຶກທັນສະໄໝຕອບສະໜອງລົດຊາດທີ່ຄົນລາວມັກ ໂດຍເລືອກວັດຖຸດິບລາວເຮົາມາແປຮູບໃຫ້ເປັນ ກະແລ້ມ ບ້ານບ້ານ.

ເພິ່ນເຮັດການຕະຫຼາດເພື່ອເຂົ້າເຖິງກຸ່ມລູກຄ້າໃນຫຼາຍຮູບແບບເຊັ່ນໂຄສະນາຢູ່ຕາມປ້າຍແຄມທາງ  ຫຼື ປ້າຍລົດເມ, ທາງເຟສບຸກ ແລະ ອອກບູດງານວາງສະແດງຕ່າງໆ. ກະແລ້ມ ບ້ານບ້ານ ມີ 5 ລົດ ຊາດຄື: ລົດເຜືອກ, ກະທິ, ໝາກໜອດ, ນົມສົ້ມ ແລະຖົ່ວດຳ. ທ່ານ ອານັນ ເນັ້ນໜັກວ່າການຕະຫຼາດເປັນ ສິ່ງສຳຄັນ ໂດຍເພິ່ນໄດ້ໂຄສະນາເຂັ້ມຂຸ້ນເປັນເວລາ 1 ເດືອນ ກ່ອນປ່ອຍສິນຄ້າ ຈຶ່ງເຮັດໃຫ້ສາມາດ ລະດົມຈຸດຈໍາໜ່າຍໄດ້ເຖິງ 100 ກວ່າຈຸດເລີຍ. ພ້ອມນີ້ເພິ່ນກໍມີທີມການຕະຫຼາດ ທັງມີທີ່ປຶກສາຊ່ວຍປຸງ ແຕ່ງລົດຊາດໃນເບື້ອງຕົ້ນ, ຂໍການຢັ້ງຢືນ ອາຫານ ແລະ ຢາ ແລະ ຊ່ວຍໃຫ້ໄດ້ມາດຕະຖານການຜະ ລິດຂອງສາກົນທີ່ເອີ້ນວ່າຂະບວນການຜະລິດທີ່ດີ (Good Manufacturing Practice: GMP).

ປັດຈຸບັນນີ້ບ່ອນຈຳໜ່າຍ ກະແລ້ມ ບ້ານບ້ານ ມີປະມານ 120 ຈຸດ ທົ່ວນະຄອນຫຼວງວຽງຈັນຊຶ່ງທ່ານສາມາດຊອກ ກະແລ້ມບ້ານບ້ານ ໄດ້ຈາກຫ້າງສັບພະສິນຄ້າບາຊາບີ ແລະ ຮ້ານມິນິມາກຕ່າງໆເຊັ່ນ: ໂຊກໄຊ, ບິກຊີ ມິນິ ແລະ ຈິບຟີ່. ເພິ່ນວາງແຜນວ່າປີໜ້າຈະຂະຫຍາຍກິດຈະການໄປທາງພາກໃຕ້ຍ້ອນວ່າມີຕົວແທນໃຫ້ຄວາມສົນໃຈ ແລະ ມີລູກຄ້າຫຼາຍຄົນໄດ້ສອບຖາມຜ່ານທາງເຟສບຸກ. ປະມານເດືອນມີນາປີໜ້າ ກະແລ້ມ ບ້ານບ້ານ ຈະແນະນຳສິນຄ້າອີກ 2 ລົດຊາດໃໝ່ ຄື: ລົດໝາກມ່ວງ ແລະທຸລຽນທັງຍັງຈະມີກະແລ້ມສຳລັບເດັກນ້ອຍສະເພາະນຳ. ຄາດວ່າປີ 2020 ຈະໃຫ້ມີຈຸດຈໍາໜ່າຍລວມປະມານ 1.000 ຈຸດ.

ອຸປະສັກໃນການລົງທຶນໄລຍະທຳອິດແມ່ນຕິດພັນກັບຄວາມຢ້ານ ແລະ ຄິດວ່າຈະເຮັດບໍ່ໄດ້ ເພາະຕ້ອງໃຊ້ເງິນຫຼາຍ ບໍ່ວ່າຈະເປັນການປຸກໂຮງງານ, ຊື້ເຄື່ອງຈັກ ແລະ ອື່ນໆ ຕອນນັ້ນຍັງບໍ່ມີທຶນເປັນຂອງຕົນເອງ. ທ່ານ ອານັນ ໄດ້ກູ້ຢືມເງິນທຶນມາໂດຍພໍ່ແມ່ຊ່ວຍຄໍ້າປະກັນໃຫ້. ດັ່ງນັ້ນ, ເພິ່ນຈຶ່ງມີຂໍ້ຄິດຝາກມາຍັງຜູ້ຢາກເຮັດທຸລະກິດໃໝ່ວ່າການລົງມືເຮັດກ່ອນແມ່ນໄດ້ປຽບ ຍ້ອນເປັນຜູ້ບຸກເບີກຕະຫຼາດ. ບາງຄົນອາດຄິດຢາກເຮັດທຸລະກິດໃດໜຶ່ງ ແຕ່ບໍ່ຖະໜັດ. ສຳລັບເພິ່ນເອງເຫັນໂອກາດ ແລະ ສ້າງຄວາມພ້ອມເຖິງວ່າຈະມີ ຫຼື ບໍ່ມີຄູ່ແຂ່ງ ໂດຍພະຍາຍາມຕັ້ງໃຈເຮັດ ແລະ ຮຽນຮູ້ໄປນຳ.

ສຳຄັນແມ່ນໝັ້ນໃຈຕໍ່ສິ່ງທີ່ທ່ານຢາກເຮັດຈາກຄວາມມັກ, ການກຽມຄວາມພ້ອມ ແລ້ວລົງມືເຮັດເລີຍ. ອຸປະສັກກໍເປັນບົດຮຽນທີ່ດີທີ່ສຸດ. ປັດຈຸບັນພາກລັດກໍຊ່ວຍສະໜັບສະໜູນໃນການຈັດງານວາງສະແດງສິນຄ້າ ທັງຢູ່ພາຍໃນ ແລະ ຕ່າງປະເທດໂດຍບໍ່ເສຍຄ່າໃຊ້ຈ່າຍ ຫຼື ໃຫ້ຜູ້ປະກອບການອອກຄ່າໃຊ້ຈ່າຍເອງບາງສ່ວນ. ເຖິງຢ່າງໃດກໍຕາມເພິ່ນກໍຢາກໃຫ້ລັດຖະບານເນັ້ນໜັກໃນການສົ່ງເສີມປຸກລະດົມ, ປູກຈິດສຳນຶກ ໃຫ້ປະຊາຊົນລາວນິຍົມ ຊົມໃຊ້ສິນຄ້າລາວໃຫ້ຫຼາຍຂຶ້ນຕື່ມອີກ.

 (ລາຍລະອຽດເພີ່ມຕື່ມສາມາດຊອກອ່ານໄດ້ທີ່ວາລະສານທາເກັດ ສະບັບ 160 ເດືອນພະຈິກ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Ban Ban Ice-Cream

is a product made from love with careful preparation and good marketing design

Good production is challenging due to the small size of Lao market and intense competition from our neighboring countries. However, there is still a young entrepreneur who is willing to take the risk by creating a business with his own marketing approach. Today, let us get to know this business pioneer to learn more about his starting point all the way to his marketing plan.

Mr. Anan Thongsavath, aged 24, the founder and owner of Ban Ban Ice-Cream, decided to run a small ice-cream business four years ago. He started by supplying the ice-cream to restaurants and shops, while selling some at his own shop named Coconut Milk located near Chao Anouvong Park at the Mekong River Bank. Currently, the shop is still open for service. When he saw an opportunity to expand his business, he then decided to introduce his own ice-cream product branded Ban Ban which has been circulated in the market for about 8 months. It took him 2 years to prepare for this Ban Ban brand launching in many aspects ranging from the right recipe, taste, target customer, finance, location to factory.

When Mr. Anan studied in Thailand and Australia, he started to feel that this was not what he wanted to learn. He then chose to study on his own specializing in ice-cream. He started his business from scratch. Because of this think-outside-the-box idea of his, it contradicted with his parents who rather want him to go back to school. Nevertheless, he felt that this was the moment for his business when there was no Lao brand of ice-cream in the market. Ban Ban ice-cream is a made-in-Laos product with a focus on reflecting the nostalgic flavor of coconut milk or taro that everyone used to enjoy back in their childhood. Now, the ice-cream becomes tastier with a modern packaging that fits well with the preference of Lao people. He is very careful in selecting raw materials to be processed for producing the Ban Ban Ice-Cream.

He has been conducting a marketing plan that reaches out to various groups of customer. For instance, advertisement on signs along the road or at bus stops, on facebook, and at different fairs and events. Ban Ban Ice-Cream is available in 5 flavors, namely taro, coconut milk, passion fruit, yoghurt and black bean. Mr. Anan emphasized that marketing is very important and he has been marketing his product intensively for 1 month before launching it publicly. Because of that, he was able to distribute his good to more than 100 selling points. This was made possible thanks to his marketing team and tasting consultants who have been working hard in requesting for a certification from the Food and Drug Department as well as the internationally accepted standard of Good Manufacturing Practice (GMP).

Currently, there are approximately 120 places throughout Vientiane Capital where Ban Ban Ice-Cream can be found. You can buy the ice-cream from Bazaar B Cash and Carry as well as minimarts, such as Xoakxay, Mini Big-C and Jiffy. Next year, he will expand his business to the south since there have been a number of potential sale representatives and customers who expressed their interest in the product via facebook. As of March next year, Ban Ban Ice-Cream will introduce its 2 new flavors, namely mango and durian, with an ice-cream specifically made for children as well. Expectedly in 2020, the business aims to have the total of 1,000 selling points.

Obstacle at the beginning of the investment is fear for failure because you need a lot of money at this stage for constructing a factory, buying machines and so on. Mr. Anan did not have fund at the beginning, so he decided to make a loan with his parents as a surety. He suggested that as a first-mover, you will always have the advantage due to the lack of competition. Some people choose to do business that they are not familiar with. However, as long as you see an opportunity and are ready for it, with or without competitors, you will try and learn to make it possible.

Most importantly, you have to be confident in what you like, be ready for it and start doing it without hesitation. Obstacles serve as our best lesson-learned. As of now, the government is helping out by organizing many trade events both within and outside the country where entrepreneurs can participate free of charge or contribute some fee to join. Despite such fact, he would also like to urge the government to further promote and raise awareness among Lao people to increasingly consume Lao goods.

 

Comments