ສາເຫດຂອງການອ່ອນຄ່າ ຂອງເງິນກີບ

ບັນຫາເສດຖະກິດທີ່ເປັນປະເດັນຮ້ອນໃນໄລຍະນີ້ກໍຄົງຈະໜີບໍ່ພົ້ນເລື່ອງອັດຕາແລກປ່ຽນ ຫຼື ຄ່າເງິນ  ເຊິ່ງເປັນ ສິ່ງທີ່ສັງຄົມໃຫ້ຄວາມສົນໃຈຫຼາຍ ເພາະກ່ຽວຂ້ອງໂດຍກົງກັບການໃຊ້ຊີວິດຂອງປະຊາຊົນລາວສ່ວນໃຫຍ່.  ຈາກ ບົດຄວາມໃນເດືອນຕຸລາທີ່ຜ່ານມາ ຜູ້ອ່ານຫຼາຍທ່ານອາດຈະພໍເຂົ້າໃຈແດ່ແລ້ວວ່າ ການອ່ອນຄ່າຂອງເງິນກີບ ຈະສົ່ງຜົນດີແກ່ການສົ່ງອອກ ແຕ່ຈະສົ່ງຜົນກະທົບໃນດ້ານລົບແກ່ການນຳເຂົ້າ. ເມື່ອມາວິເຄາະເບິ່ງສະພາບເສດຖະກິດຂອງປະເທດທີ່ເພິ່ງພາການນຳເຂົ້າ ແລະ ຂາດດຸນການຄ້າມາຕະຫຼອດສິບປີທີ່ຜ່ານມາ ຄື ສປປ ລາວ ແລ້ວ ເຫັນວ່າ ປະເທດເຮົາຈະເສຍປະໂຫຍດຫຼາຍກວ່າໄດ້ປະໂຫຍດ ຈາກການອ່ອນຄ່າຂອງເງິນກີບ. ໃນບົດຄວາມເດືອນນີ້ ຜູ້ຂຽນຈຶ່ງຂໍນຳ ສະເໜີໃຫ້ເຫັນເຖິງສາເຫດຂອງການອ່ອນຄ່າຂອງເງິນກີບທີ່ເລີ່ມຮຸນແຮງຂຶ້ນຕັ້ງແຕ່ຕົ້ນປີ 2019 ເປັນຕົ້ນມາ.

ການເໜັງຕີງຂອງຄ່າເງິນມີສາເຫດມາຈາກ ອຸປະສົງ (ຄວາມຕ້ອງການ) ແລະ ອຸປະທານ (ການສະໜອງ) ຂອງເງິນໃນລະບົບເສດຖະກິດ. ເວົ້າງ່າຍໆກໍຄື ເງິນກີບຈະອ່ອນຄ່າ ຫຼື ແຂງຄ່າ ແມ່ນຂຶ້ນກັບຄວາມຕ້ອງການ ແລະ ການສະໜອງເງິນກີບພາຍໃນປະເທດ ເມື່ອມີຄວາມຕ້ອງການໃຊ້ເງິນກີບຫຼາຍຂຶ້ນ ຄ່າເງິນກີບກໍຈະສູງຂຶ້ນ ຫຼື ແຂງຄ່າຂຶ້ນ, ເມື່ອມີຄວາມຕ້ອງການໃຊ້ເງິນກີບໜ້ອຍລົງ ກໍຈະເຮັດໃຫ້ຄ່າເງິນກີບຫຼຸດລົງ ຫຼື ອ່ອນຄ່າລົງ.

ປັດໄຈພາຍໃນ:

ການຂາດດຸນບັນຊີຊຳລະປົກກະຕິ (Current Account Deficit) ເປັນຜົນມາຈາກການຂາດດຸນການຄ້າ (ການ ນຳເຂົ້າສິນຄ້າຫຼາຍກວ່າການສົ່ງອອກ) ແລະ ການຂາດດຸນບໍລິການ (ມີລາຍຮັບຈາກການບໍລິການລະຫວ່າງປະເທດ ເຊັ່ນ ການທ່ອງທ່ຽວ, ການເງິນ, ການຂົນສົ່ງ ແລະອື່ນໆ ຫຼາຍກວ່າລາຍຈ່າຍ). ດັ່ງທີ່ກ່າວໄປໃນເບື້ອງຕົ້ນ ສປປ ລາວ ຂາດດຸນການຄ້າມາເປັນເວລາຍາວນານ ເຖິງແມ່ນວ່າໃນໄລຍະຫົກເດືອນຕົ້ນປີ 2019 ຈະມີການເກີນດຸນການຄ້າໃນລະດັບໜຶ່ງກໍຕາມ, ແຕ່ໃນຕົວຈິງແລ້ວ ສປປ ລາວ ຍັງມີຄວາມຈຳເປັນຫຼາຍໃນການນຳເຂົ້າສິນຄ້າເພື່ອຕອບສະໜອງຄວາມຕ້ອງການໃນການຊົມໃຊ້ພາຍໃນ ເນື່ອງຈາກວ່າ ພື້ນຖານເສດຖະກິດເຮົາຍັງບໍ່ທັນເຂັ້ມແຂງ ການຜະລິດພາຍໃນຍັງອ່ອນນ້ອຍ ຈຶ່ງຈຳເປັນຕ້ອງນຳເຂົ້າສິນຄ້າ ເຊັ່ນ ເຄື່ອງອຸປະໂພກ-ບໍລິໂພກ, ນໍ້າມັນເຊື້ອໄຟ, ວັດຖຸດິບ ແລະ ເຄື່ອງກົນຈັກອຸປະກອນທີ່ໃຊ້ເຂົ້າໃນຂະບວນການຜະລິດ ແລະອື່ນໆ, ພ້ອມນັ້ນ ທຸລະກິດດ້ານການບໍລິການກໍຍັງບໍ່ທັນສ້າງລາຍຮັບເຂົ້າປະເທດຫຼາຍເທົ່າທີ່ຄວນ. ການນຳເຂົ້າສິນຄ້າ ແລະ ບໍລິການຈາກຕ່າງປະເທດນັ້ນ ຈຳເປັນຕ້ອງມີການຊຳລະເງິນໃຫ້ຜູ້ສະໜອງຈາກຕ່າງປະເທດເປັນເງິນຕາຂອງປະເທດນັ້ນໆ ເປັນຕົ້ນແມ່ນເງິນສະກຸນ ໂດລາ ແລະ ບາດ, ເມື່ອມີການນຳເຂົ້າຫຼາຍເຮັດໃຫ້ເກີດຄວາມຕ້ອງການໃຊ້ ເງິນຕາຕ່າງປະເທດ ເພື່ອນຳໄປຊຳລະສະສາງຫຼາຍຂຶ້ນ ໃນຂະນະທີ່ເງິນກີບບໍ່ເປັນທີ່ຕ້ອງການໃນການຊຳລະ ຈຶ່ງສົ່ງຜົນໃຫ້ເງິນກີບອ່ອນຄ່າລົງໃນທີ່ສຸດ, ສະນັ້ນ ອັດຕາເງິນກີບຕໍ່ໜຶ່ງໂດລາ ຫຼື ກີບຕໍ່ໜຶ່ງບາດຈຶ່ງສູງຂຶ້ນເລື້ອຍໆ ດັ່ງສະຖານະການທີ່ເຮົາປະສົບຢູ່ໃນໄລຍະຜ່ານມາ.

ອັດຕາເງິນເຟີ້ ໝາຍເຖິງ ພາວະທີ່ລາຄາສິນຄ້າ ແລະ ບໍລິການມີລາຄາສູງຂຶ້ນຈາກເດີມ ເຊິ່ງເຮັດໃຫ້ກຳລັງຊື້ ຂອງຜູ້ບໍລິໂພກຫຼຸດລົງ ກໍເປັນອີກປັດໄຈໜຶ່ງທີ່ສົ່ງຜົນຕໍ່ການເໜັງຕີງຂອງຄ່າເງິນ. ປະເທດທີ່ມີອັດຕາເງິນເຟີ້ຕໍ່າ ຈະມີຄ່າເງິນທີ່ມີອຳນາດຊື້ຫຼາຍກວ່າປະເທດທີ່ມີອັດຕາເງິນເຟີ້ສູງ ຕົວຢ່າງ ໃນເດືອນກໍລະກົດ 2019 ອັດຕາເງິນເຟີ້ຂອງ ສປປ ລາວ ແມ່ນ 3 ສ່ວນຮ້ອຍ (ທະນາຄານແຫ່ງ ສປປ ລາວ: ທຫລ) ໃນຂະນະທີ່ປະເທດໄທແມ່ນ 0,98 ສ່ວນຮ້ອຍ (ທະນາຄານແຫ່ງປະເທດໄທ). ການທີ່ ສປປ ລາວ ມີອັດຕາເງິນເຟີ້ທີ່ສູງກວ່າ ຈະເຮັດໃຫ້ອນາດຊື້ຂອງເງິນກີບຫຼຸດລົງຫຼາຍກວ່າ ຫຼື ມູນຄ່າເງິນກີບຫຼຸດລົງຫຼາຍກວ່າເງິນບາດ. ພ້ອມດຽວກັນນັ້ນ ຄວາມໄດ້ປຽບດ້ານການແຂ່ງຂັນກັບຕ່າງປະເທດຂອງ ສປປ ລາວ ກໍຈະຫຼຸດລົງ ເນື່ອງຈາກສິນຄ້າທີ່ສົ່ງອອກຈາກປະເທດເຮົາຈະມີລາຄາແພງຂຶ້ນ ອັນເປັນຜົນສືບເນື່ອງມາຈາກຕົ້ນທຶນການຜະລິດສິນຄ້າພາຍໃນປະເທດເພີ່ມຂຶ້ນນັ້ນເອງ.

ອັດຕາດອກເບ້ຍ ເປັນປັດໄຈສຳຄັນໃນການເຄື່ອນຍ້າຍເງິນທຶນຈາກປະເທດໜຶ່ງໄປຍັງອີກປະເທດໜຶ່ງ ໂດຍປົກກະຕິເງິນທຶນຈະຖືກເຄື່ອນຍ້າຍ ຈາກປະເທດທີ່ມີອັດຕາດອກເບ້ຍຕໍ່າໄປຫາປະເທດທີ່ມີອັດຕາດອກເບ້ຍສູງ. ການມີເງິນທຶນທີ່ເປັນເງິນຕາຕ່າງປະເທດໄຫຼເຂົ້າປະເທດເປັນຈຳນວນຫຼາຍ ຈະເຮັດໃຫ້ເກີດຄວາມຕ້ອງການເງິນສະກຸນພາຍໃນຫຼາຍຂຶ້ນ ເພາະເງິນທຶນນັ້ນຈະຖືກແລກປ່ຽນເປັນເງິນຕາພາຍໃນເພື່ອໃຊ້ຈ່າຍພາຍໃນປະເທດ ຈຶ່ງສົ່ງຜົນໃຫ້ເງິນສະກຸນພາຍໃນແຂງຄ່າຂຶ້ນ. ໃນ ສປປ ລາວ ອັດຕາດອກເບ້ຍຖືວ່າຍັງຢູ່ໃນລະດັບສູງຖ້າທຽບກັບຫຼາຍໆປະເທດ ແຕ່ເປັນຫຍັງເງິນກີບຈຶ່ງຍັງອ່ອນຄ່າເມື່ອທຽບກັບເງິນຕາຕ່າງປະເທດສະກຸນອື່ນ, ການທີ່ ທຫລ ຍັງຮັກສາ ອັດຕາດອກເບ້ຍໄວ້ໃນລະດັບສູງຢູ່ ກໍເພື່ອໃຊ້ເປັນເຄື່ອງມືໃນການດັດສົມເສດຖະກິດມະຫາພາກໃນການຮັກສາອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນໃຫ້ຢູ່ໃນລະດັບເໝາະສົມ, ຖ້າບໍ່ດັ່ງນັ້ນ ເງິນກີບຍິ່ງຈະອ່ອນຄ່າລົງໄປອີກ.

ມາຮອດນີ້, ຜູ້ອ່ານກໍອາດຈະຕັ້ງຂໍ້ສັງເກດວ່າ ສປປ ລາວ ມີການຂາດດຸນການຄ້າທີ່ແກ່ຍາວມາຫຼາຍປີແລ້ວ ສ່ວນອັດຕາເງິນເຟີ້ ແລະ ອັດຕາດອກເບ້ຍ ກໍຖືວ່າບໍ່ໄດ້ປ່ຽນແປງແບບກ້າວກະໂດດ ແຕ່ເປັນຫຍັງສະພາບການອ່ອນຄ່າຂອງເງິນກີບ ຈຶ່ງຫາກໍເລີ່ມມາຮຸນແຮງຂຶ້ນຫຼາຍໃນໄລຍະທີ່ຜ່ານມານີ້. ການພິຈາລະນາປັດໄຈພາຍໃນພຽງຢ່າງດຽວຈຶ່ງອາດບໍ່ພຽງພໍ ເຮົາຈໍາເປັນຕ້ອງພິຈາລະນາຜົນກະທົບຈາກປັດໄຈອື່ນໆນຳ ກໍຄື ປັດໄຈພາຍນອກ.

ປັດໄຈພາຍນອກ: ເນື່ອງຈາກ ອັດຕາແລກປ່ຽນເງິນຕາຕ່າງປະເທດ ແມ່ນການປຽບທຽບມູນຄ່າເງິນລະຫວ່າງ ສອງສະກຸນ, ການເໜັງຕີງຂອງຄ່າເງິນສະກຸນເງິນໃດໜຶ່ງ ຍ່ອມສົ່ງຜົນກະທົບຕໍ່ການປ່ຽນແປງຂອງອັດຕາແລກ ປ່ຽນຂອງເງິນສອງສະກຸນດັ່ງກ່າວ. ການແຂງຄ່າ ຫຼື ອ່ອນຄ່າຂອງເງິນແຕ່ລະສະກຸນ ແມ່ນຂຶ້ນກັບສະພາບພື້ນຖານເສດຖະກິດ ແລະ ທິດທາງນະໂຍບາຍເງິນຕາຂອງປະເທດນັ້ນໆເປັນສຳຄັນ ເຊິ່ງເປັນປັດໄຈພາຍນອກທີ່ຢູ່ນອກເໜືອການຄວບຄຸມຂອງ ສປປ ລາວ. ຕົວຢ່າງ ໃນກໍລະນີທີ່ເງິນບາດແຂງຄ່າຂຶ້ນທີ່ສຸດໃນຮອບຫຼາຍປີ ເປັນຜົນມາຈາກການເກີນດຸນບັນຊີຊໍາລະປົກກະຕິ (Current Account Surplus) ເຊິ່ງມີສາເຫດຫຼັກມາຈາກການເກີນດຸນການຄ້າ (ການສົ່ງອອກຫຼາຍກວ່າການນໍາເຂົ້າ), ເກີນດຸນບໍລິການ (ມີລາຍຮັບຈາກການບໍລິການຫຼາຍກວ່າລາຍຈ່າຍ), ພ້ອມທັງເກີນດຸນບັນຊີເງິນທຶນ (Capital and Financial Account Surplus) ກໍຄືມີການໄຫຼເຂົ້າຂອງເງິນທຶນຫຼາຍກວ່າການໄຫຼອອກ ບໍ່ວ່າຈະເປັນການລົງທຶນໂດຍກົງຈາກຕ່າງປະເທດ ແລະ ການລົງທຶນໃນຫຼັກຊັບ ເຊັ່ນ ການຊື້ຮຸ້ນບໍລິສັດຈົດທະບຽນ, ພັນທະບັດລັດຖະບານ ແລະອື່ນໆ. ການທີ່ມີເງິນຕາຕ່າງປະເທດ ໄຫຼເຂົ້າມາປະເທດໄທເປັນຈຳນວນຫຼາຍ ເຮັດໃຫ້ເກີດມີຄວາມຕ້ອງການເງິນບາດຫຼາຍຂຶ້ນ ເພາະເງິນທຶນ ທີ່ນຳເຂົ້າມາແມ່ນມາໃນຮູບຂອງເງິນຕາຕ່າງປະເທດ ເຊິ່ງເງິນທຶນນັ້ນຕ້ອງໄດ້ຖືກແລກປ່ຽນເປັນເງິນບາດ ເພື່ອໃຊ້ຊຳລະສະສາງພາຍໃນປະເທດໄທ ຈຶ່ງສົ່ງຜົນໃຫ້ເງິນບາດແຂງຄ່ານັ້ນເອງ.

ສະຫຼຸບລວມແລ້ວ, ສະພາບການອ່ອນຄ່າຂອງເງິນກີບຕໍ່ໂດລາ ຫຼື ກີບຕໍ່ບາດ ໃນໄລຍະທີ່ຜ່ານມານີ້ ແມ່ນຂ້ອນຂ້າງໄດ້ຮັບຜົນກະທົບຈາກປັດໄຈພາຍນອກປະເທດຫຼາຍກວ່າປັດໄຈພື້ນຖານພາຍໃນປະເທດເອງ,  ເຖິງແມ່ນວ່າ ລັດຖະບານຈະສາມາດຄຸ້ມຄອງປັດໄຈພາຍໃນປະເທດ ໃຫ້ຄ່າເງິນກີບມີສະຖຽນລະພາບໄດ້ດີລະດັບໜຶ່ງ ແຕ່ກໍຢ່າລືມວ່າ ອັດຕາແລກປ່ຽນເງິນຕາຕ່າງປະເທດເປັນການສົມທຽບເງິນສອງສະກຸນ ເງິນກີບສາມາດອ່ອນຄ່າລົງໄດ້ ເມື່ອສະກຸນເງິນທີ່ນຳມາປຽບທຽບແຂງຄ່າຂຶ້ນ ເຖິງແມ່ນວ່າ ເຮົາຈະສາມາດຮັກສາດຸນການຊຳລະໄວ້ໃນລະດັບຂ້ອນຂ້າງດີກໍຕາມ. ການທີ່ຈະເຮັດໃຫ້ຄ່າເງິນກີບມີສະຖຽນລະພາບແບບຍືນຍົງໄດ້ ລັດຖະບານຈຳເປັນຕ້ອງເອົາໃຈໃສ່ຊຸກຍູ້ ແລະ ສົ່ງເສີມການຜະລິດພາຍໃນປະເທດໃຫ້ເຂັ້ມແຂງສາມາດສະໜອງສິນຄ້າ ແລະ ບໍລິການໃຫ້ ປະຊາຊົນໃນປະເທດໄດ້ພຽງພໍ ຢ່າງໜ້ອຍກໍແມ່ນປັດໄຈພື້ນຖານ ເຊັ່ນ ສິນຄ້າອຸປະໂພກ ແລະ ບໍລິໂພກ ເພື່ອຫຼຸດຜ່ອນຄວາມຕ້ອງການໃຊ້ເງິນຕາຕ່າງປະເທດໃນການນຳເຂົ້າ ຍ້ອນການຊົມໃຊ້ສິນຄ້າຈາກຕ່າງປະເທດສ່ວນໃຫຍ່ ເກີດຈາກຄວາມຈຳເປັນທີ່ປະເທດເຮົາຂາດການຜະລິດ ແລະ ການສະໜອງທີ່ພຽງພໍຕໍ່ຄວາມຕ້ອງການຊົມໃຊ້ພາຍໃນປະເທດ. ສຸດທ້າຍນີ້ ເງິນກີບຈະມີຄຸນຄ່າ ກໍຕໍ່ເມື່ອມີຄວາມຕ້ອງການນຳໃຊ້ເງິນກີບໃນລະບົບເສດຖະກິດຫຼາຍຂຶ້ນ ສະນັ້ນ ການໃຊ້ເງິນກີບໃນການຊຳລະສະສາງພາຍໃນປະເທດຈຶ່ງເປັນສ່ວນສຳຄັນໃນການຮັກສາ ແລະ ສ້າງມູນຄ່າໃຫ້ເງິນກີບ ສ່ວນເງິນຕາຕ່າງປະເທດກໍຄວນໃຊ້ເຂົ້າໃນການຊຳລະສະສາງໃນຕ່າງປະເທດ.

(ວາລະສານທາເກັດ ສະບັບ 160 ເດືອນພະຈິກ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

causes for kip depreciation

The hot economic topic at the moment that the publics have mostly spoken of has to be the exchange rate or currency value as the issue is closely related to everyday’s life of the Lao people. Based on our article on the October issue, many of you might gain some insights about how kip depreciation affects export positively and import negatively. On closer inspection of the economic situation of the country that is heavily dependent on import and has been suffering from trade deficit for several years such as the Lao PDR, it can be seen that our country is losing more than gaining from kip depreciation. Therefore, on this issue, the author would like to discuss about causes of kip depreciation which started in early 2019 and keeps getting worse day by day.

The fluctuation of currency value is driven by demand and supply in the economic system. To make it simple, kip depreciation or appreciation depends on domestic demand and supply of kip. When kip is needed, the value will get higher or appreciate. On the contrary, when the money is less preferable, its value will become cheaper or depreciate.

Internal factors:

Current Account Deficit is a result of trade deficit (when import volume surpasses export) and service deficit (when earnings from international service namely tourism, finance, logistics and so on are more than expenses). As mentioned above, Lao PDR has been suffering from trade deficit for a very long time. Even though the country experienced some trade surplus in the first half of 2019, Lao PDR is still heavily dependent on import to meet the domestic demand of consumers due to our lack in productivity. We then have to import with most of them as consumer’s goods, fuel, raw materials and machines to be used in productive industries and so on. In addition, service businesses have not yet been able to earn more income for the country. To import products and use services from other countries, we need to pay the providers in their respective currency, namely US dollar and baht. When we import more, the demand for foreign currency for payment will increase against kip that will be less preferable and eventually depreciate in value. Thus, kip exchange rate against US dollar or baht will keep getting higher and higher if we are still in the same situation as we have been through.

Inflation Rate refers to the state when product and service prices are higher than before which diminishes the purchasing power of consumers. This is another factor driving the fluctuation of currency value. Nations with low inflation rate will have more purchasing power than those with high inflation rate. For example, in July 2019, the inflation rate of the Lao PDR stood at 3% (based on Bank of the Lao PDR: BOL), while Thailand witnessed only 0.98% (based on Bank of Thailand). Having higher inflation rate, Lao PDR will have lower purchasing power in kip i.e. kip will become cheaper than baht. Moreover, Laos will also become less competitive in trade as our products exported overseas will become more expensive because of the higher cost of production within the country.

Interest Rate is another crucial factor for financial movement from one country to another. In general, money will be moved from a country with low interest rate to the one offering higher rate. Having a large inflow of foreign currencies, that state will experience higher demand for domestic currency because the inflow money will have to be exchanged into a local one for domestic payment. As a result, the value of domestic currency, in this case, will appreciate. In the Lao PDR, the interest rate still remains higher when compares to other countries. Then why is kip getting cheaper and cheaper comparing to other currencies? The reason BOL maintains the interest rate at this level is to use it as a tool for regulating the macro-economic situation in order to keep the inflation and exchange rate at a proper level. If not, then kip value will drop even further.

Now, some of you might wonder that this is not the first time that Lao PDR is suffering from trade deficit, and high inflation and exchange rate. Why does kip depreciate significantly only at this moment and not before? To answer this question, considering only internal factors is insufficient, we have to take external factors into account as well.

External Factors: because currency exchange is done between two currencies, the change in value of one currency will definitely affect the change in exchange rate of the two monies. The appreciation or depreciation of a certain currency is driven primarily by the economic situation and monetary policy of that particular nation which are external factors beyond control of the Lao PDR. For instance, in the case when baht experiences the highest appreciation in many years caused by the current account surplus which is a result of trade surplus (when export volume exceeds import), service surplus (when earnings from the service sector are higher than expenses), capital and financial account surplus meaning that an inflow amount of fund is larger than the outflow whether in terms of foreign direct investment or asset investment, namely the purchasing of registered shares, government bonds and so on. Having a large inflow of foreign currencies, Thailand will then have higher demand for baht because the inflow monies are in foreign currencies which have to be exchanged into baht for domestic payment. This causes the appreciation of baht.

In summary, the depreciation of kip against dollar or baht recently has been driven quite significantly by external factors rather than the internal ones. Although the government has been able to manage the internal factors well attempting to stabilize kip or even if Lao manage to maintain good trade balance, please remember that kip will still depreciate as long as the value of foreign currencies appreciate. Therefore, to stabilize kip in a sustainable way, the government has to pay close attention on supporting and promoting domestic production so that lcoal producers can provide sufficient goods and services to people, for example consumer’s goods. This will help reducing the need for foreign currencies to finance import as consumption of foreign-made products results from the lack in productivity and supply of our country when compares to domestic demand. Finally, kip will be valuable only if it is increasingly needed in the economic system. As a result, using of kip for domestic payment serves as a vital part in maintaining and adding value to kip. Spend foreign currencies only in overseas.

 

Comments