ທ່ານ ດຣ. ຈິນດາ ວົງສຸລິ ທີ່ປຶກສາສະພາການຄ້າ ແລະ ອຸດສາຫະກໍາ ແຂວງຈໍາປາສັກ

ທ່ານ ດຣ. ຈິນດາ ວົງສຸລິ ທີ່ປຶກສາສະພາການຄ້າ ແລະ ອຸດສາຫະກໍາ ແຂວງຈໍາປາສັກ, ຜູ້ອໍານວຍການໂຮງງານຜະລິດຢາ “ຊີບີເອຟ” ໄດ້ແຈ້ງໃຫ້ຊາບກ່ຽວກັບການເຄື່ອນໄຫວ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງໂຮງງານຕະຫຼອດໄລຍະ 25 ປີຜ່ານມາ ພ້ອມທັງໃຫ້ຮູ້ເຖິງວິໄສທັດເປົ້າໝາຍໃນອະນາຄົດຂອງການດໍາເນີນທຸລະກິດ “ຊີບີເອຟ”.

  • ເລົ່າໂດຍສັງເຂບຕະຫຼອດໄລຍະ 25 ປີ ກ່ຽວກັບຄວາມເປັນມາຂອງທຸລະກິດ ແລະ ການຂະຫຍາຍຕົວໃນແຕ່ລະໄລຍະຈົນເຖິງປັດຈຸບັນ:

ບໍລິສັດ ຊີບີເອຟ ຟາຣມາ ຈໍາກັດ ໄດ້ຮັບການສ້າງຕັ້ງຂຶ້ນເມື່ອ ໃນວັນທີ 1 ມັງກອນ 1995, ມາຮອດມື້ນີ້ມີອາຍຸຄົບຮອບ 25 ປີ ພໍດີ. “ຊີບີເອຟ” ໄດ້ກໍາເນີດເກີດຂຶ້ນໃນເງື່ອນໄຂທີ່ປະເທດຊາດພວກເຮົາພວມມີນະໂຍບາຍເປີດປະເທດ,ໂດຍຫັນປ່ຽນເສດຖະກິດແບບເກື້ອກູນໄປສູ່ກົນໄກເສດຖະກິດການຕະຫຼາດຕາມແນວທາງການປ່ຽນແປງໃໝ່ຂອງພັກ.

ດ້ວຍການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດຖະບານຢ່າງມີຫົວຄິດປະດິດສ້າງ, ສູ້ຊົນຜ່ານຜ່າອຸປະສັກຄວາມຫຍຸ້ງຍາກ, ມຸ່ງໝັ້ນ ປະຕິບັດໜ້າທີ່ວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ, “ຊີບີເອຟ” ຈຶ່ງສາມາດກໍ່ຮ່າງສ້າງຕົວ, ເຕີບໃຫຍ່ເຂັ້ມແຂງຄືໃນປັດຈຸບັນ ແລະ ກ້າວຂຶ້ນເປັນບໍລິສັດທີ່ຈັດຢູ່ໃນລະດັບຊັ້ນນໍາຂອງ ສປປ ລາວ ດ້ານການຜະລິດ ແລະ ຈໍາໜ່າຍຢາປົວພະຍາດ, ເຄມີ ແລະ ອຸປະກອນການແພດ.

ຕະຫຼອດໄລຍະ 25 ປີຜ່ານມາ ບໍລິສັດ “ຊີບີເອຟ ຟາຣມາ ຈຳກັດ” ໄດ້ມີຜົນສຳເລັດໃນຫຼາຍດ້ານເຊັ່ນ: ບໍລິສັດມີອັດຕາການເຕີບໂຕໂດຍສະເລ່ຍແມ່ນ 19% ຕໍ່ປີ, ສະເພາະການຜະລິດຢາປົວພະຍາດເຕີບໂຕໂດຍສະເລ່ຍ 29% ຕໍ່ປີ.

ຜະລິດຕະພັນຂອງ “ຊີບີເອຟ” ມີຈໍາໜ່າຍຕາມຮ້ານຂາຍຢາແຕ່ເໜືອເຖິງໃຕ້;ໄດ້ສະໜອງໃຫ້ກັບບັນດາກອງທຶນໝູນວຽນຢາຂອງໂຮງໝໍຂັ້ນສູນກາງ, ໂຮງໝໍເມືອງ ແລະ ສຸກສາລາຂັ້ນບ້ານໃນທົ່ວປະເທດ; ພ້ອມກັນນີ້ກໍໄດ້ຮັບຄວາມເຊື່ອໝັ້ນຈາກບັນດາກອງທຶນສາກົນໃນ ສປປ ລາວ ເຊັ່ນ: ADB, World Bank,
Global Fund ແລະ ອົງການສາກົນຕ່າງໆເຊັ່ນ: KOICA, JICA, VAMED, Lao Lux Development,….

  • ສິ່ງດຶງດູດທີ່ລູກຄ້າໃຫ້ຄວາມໄວ້ວາງໃຈໃນຜະລິດຕະພັນຂອງບໍລິສັດ:

ເນື່ອງຈາກວ່າຜະລິດຕະພັນທາງການແພດເປັນສິນຄ້າຊະນິດພິເສດ, ພວກເຮົາຈຶ່ງມີນະໂຍບາຍຄຸນນະພາບຄື: “ມຸ່ງໝັ້ນສ້າງສັນຄຸນນະພາບຂອງຜະລິດຕະພັນ ແລະ ການບໍລິການ, ຕອບສະໜອງຄວາມເພີ່ງພໍໃຈຂອງລູກຄ້າ”

ໂຮງງານຜະລິດຢາ “ຊີບີເອຟ” ໄດ້ທຳການຜະລິດຢາປົວພະຍາດຕາມຫຼັກການຜະລິດຢາທີ່ດີ – Good Manufacturing Practice (GMP), ຄວບຄຸມການຜະລິດໂດຍເພສັດຊະກອນທີ່ມີປະສົບການ ແລະ ຊຳນານງານ, ຄວບຄຸມຄຸນນະພາບຂອງການຜະລິດໃນທຸກຂັ້ນຕອນນັບແຕ່ຂອດວັດຖຸດິບຈົນເຖິງຜະລິດຕະພັນສຳເລັດຮູບ,ຜະລິດຕະພັນທຸກລາຍການກ່ອນນຳອອກໄປຈຳໜ່າຍແມ່ນໄດ້ຖືກກວດກາຄຸນນະພາບຈາກຫ້ອງວິໄຈຂອງໂຮງງານທີ່ບັນລຸຕາມຫຼັກການປະຕິບັດຫ້ອງທົດລອງທີ່ດີ – Good Laboratory Practice (GLP) ຕາມທີ່ໄດ້ກຳນົດໄວ້ຂອງອົງການອະນາໄມໂລກ. ບໍລິສັດມີຂະບວນລົດຈັດສົ່ງຢາປົວພະຍາດຂອງໂຮງງານໄປເຖິງປາກສາງຂອງຮ້ານຂາຍຢາ ແລະ ໂຮງໝໍ. ດັ່ງນັ້ນການຮັບປະກັນຄຸນນະພາບຂອງຜະລິດຕະພັນແມ່ນຄວບຄຸມແຕ່ປາກສາງໂຮງງານຈົນເຖິງມືຜູ້ບໍລິໂພກ.

ພ້ອມດຽວກັນນີ້ພວກເຮົາກໍໄດ້ສະໜອງເຄື່ອງຈັກອຸປະກອນການແພດທີ່ທັນສະໄໝ ແລະ ມີມາດຕະຖານລະດັບໂລກເຊັ່ນ: ເຄື່ອງຈັກ MRI, CT Scanner ແລະ Digital X-Ray ຂອງຍີ່ຫໍ້ GE-USA, ເຄື່ອງຈັກຜ່າຕັດຜ່ານທໍ່ LAP Endoscopy ຂອງຍີ່ຫໍ້ Karl Storz-GERMANY, ເຄື່ອງຈັກຟອກໄຂ່ຫຼັງ Hemodialysis ຂອງຍີ່ຫໍ້ Fresenius-GERMANY ແລະ ອື່ນໆອີກຫຼາຍຢ່າງໂດຍເນັ້ນ ການບໍລິການນັບແຕ່ຂອດການໃຫ້ຄຳປຶກສາ, ການຕິດຕັ້ງ, ການບໍລິການເຕັກນິກສ້ອມແປງ ແລະ ບຳ
ລຸງຮັກສາຕາມມາດຕະຖານ ISO 9001:2015.

  • ເປົ້າໝາຍ, ວິໄສທັດ, ພາລະກິດ ແລະ ຍຸດທະສາດຂອງເຮົາໃນການສະໜອງຜະລິດຕະພັນວາງໄວ້ຄືແນວໃດ?

ເພື່ອບັນລຸວິໄສທັດທີ່ວ່າ: “ມຸ່ງໝັ້ນພັດທະນາ “ຊີບີເອຟ” ໃຫ້ກາຍເປັນຜູ້ຜະລິດ, ຈໍາໜ່າຍຢາປົວພະຍາດ ແລະ ອຸປະກອນການແພດທີ່ຈັດຢູ່ໃນລະດັບຊັ້ນນໍາຂອງ ສປປ ລາວ, ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ” ພວກເຮົາມີພາລະກິດທີ່ສຳຄັນຄື: ຜະລິດ ແລະ ຈໍາໜ່າຍຢາປົວພະຍາດທີ່ມີຄຸນນະພາບມາດຕະຖານສາກົນ, ລາຄາສົມເຫດສົມຜົນ. ສະໜອງອຸປະກອນການແພດທີ່ທັນສະໄໝ ແລະ ມີມາດຕະຖານລະດັບສາກົນ. ພັດທະນາ ເພື່ອການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນຄົງ.

  • ສິ່ງທ້າທາຍ ຕໍ່ກັບທຸລະກິດຂອງບໍລິສັດຕາມທັດສະນະຂອງທ່ານມີດ້ານໃດແດ່?

ຂ້າພະເຈົ້າຄິດວ່າສິ່ງທີ່ກ່າວມານີ້ເປັນພຽງຜົນສຳເລັດເບື້ອງຕົ້ນທີ່ສ້າງຄຸນຄ່າແກ່ຊັບພະຍາກອນຂອງບໍລິສັດເພື່ອເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ ແລະ ສາກົນ. ເຖິງຢ່າງໃດກໍດີໃນສະພາບເສດຖະກິດຂອງໂລກທີ່ມີການຜັນແປຢ່າງສັບສົນ ແລະ ຄຽງຄູ່ກັບຄວາມກ້າວໜ້າທາງດ້ານເຕັກໂນໂລຊີ. ອັນໄດ້ສົ່ງຜົນກະທົບຕໍ່ເສດຖະກິດຂອງລາວໃນຫຼາຍດ້ານເຊັ່ນ: ການຂາດສະພາບຄ່ອງທາງດ້ານການເງິນ, ຕົ້ນທຶນການຜະລິດ ແລະ ການຂົນສົ່ງສູງ, ການຂາດແຄນແຮງງານທີ່ມີທັກສະ ແລະ ຊຳນາງານ, ນະໂຍບາຍສົ່ງເສີມການຜະລິດເປັນສິນຄ້າຍັງບໍ່ມີຄວາມຊັດເຈນ, ບວກກັບສະພາບການແຂ່ງຂັນຂອງຕະຫຼາດຢາປົວພະຍາດ ແລະ ຜະລິດຕະພັນການແພດທີ່ນັບມື້ນັບເພີ່ມທະວີຄວາມຮຸນແຮງ,ຈຶ່ງກາຍເປັນຄວາມທ້າທາຍຂອງບໍລິສັດຢ່າງຫຼີກບໍ່ໄດ້.


ການນໍາໃຊ້ລະບົບ SAP B1 HANA ເຂົ້າໃນການບໍລິຫານທຸລະກິດຂອງບໍລິສັດ, ລະບົບນີ້ມີຈຸດ
ພິເສດແນວໃດ?

ວັນທີ 04 ທັນວາ 2019 ບໍລິສັດ “ຊີບີເອຟ ຟາຣມາ ຈຳກັດ” ໄດ້ເລີ່ມນໍາໃຊ້ລະບົບ SAP B1 HANA ເຂົ້າໃນການບໍລິຫານການຜະລິດທຸລະກິດຢ່າງເປັນທາງການ, ເຊິ່ງໃນປັດຈຸບັນແມ່ນມີຫຼາຍກວ່າ 50.000 ບໍລິສັດທົ່ວໂລກໃນ 150 ປະເທດ 43 ພາສາ ໄດ້ນໍາໃຊ້ລະບົບ SAP Business One ແລະ “ຊີບີເອຟ” ເປັນບໍລິສັດທຳອິດໃນລາວທີ່ໄດ້ນຳໃຊ້ລະບົບ SAP ERP B1 ເຊິ່ງເປັນຖານຂໍ້ມູນ SAP ລະບົບໃໝ່ຫຼ້າສຸດ,  ລະບົບດັ່ງກ່າວຈະຊ່ວຍໃນການກຳນົດທິດທາງ ແລະ ຄວບຄຸມການຜະລິດ ທຸລະກິດດ້ວຍລະບົບ IT ວິທະຍາສາດທີ່ເປັນເອກະພາບໃນທົ່ວບໍລິສັດ, ນັບແຕ່ຂອດການບໍລິການຊື້ຂາຍສິນຄ້າ, ການຂົນສົ່ງ, ການເງິນຈົນຮອດການວາງແຜນການຜະລິດ, ກວດກຄຸນນະພາບຂາເຂົ້າ-ຂາອອກເຮັດໃຫ້ການບໍລິຫານຄຸ້ມຄອງມີຄວາມຄ່ອງຕົວ, ໂປ່ງໃສ່ ແລະ ຍອມຮັບຂອງສາກົນ, ເປັນພື້ນຖານທີ່ສຳຄັນຕໍ່ການພັດທະນາ ແລະ ການປ່ຽນແປງໃໝ່ຂອງບໍລິສັດ.

  • ຂໍໃຫ້ທ່ານເລົ່າປະຫວັດສ່ວນຕົວຂອງທ່ານໂດຍສັງເຂບພ້ອມທັງອຸດົມຄະຕິ, ບົດຮຽນ ແລະ ປະສົບ
    ການໃນການເຮັດວຽກຂອງທ່ານ ເພື່ອເປັນບົດຮຽນໃຫ້ແກ່ລຸ້ນສືບທອດໃນອະນາຄົດ?

ຂ້າພະເຈົ້າເປັນເພສັດຊະກອນປະລິນຍາຕີລຸ້ນທຳອິດຂອງ ສປປ ລາວ ທີ່ຈົບຈາກມະຫາວິທະຍາໄລແພດສາດເມື່ອປີ 1987 ອາດເວົ້າໄດ້ວ່າເປັນຄວາມໂຊກດີຂອງຂາພະເຈົ້າທີ່ພາຍຫຼັງຮຽນຈົບກໍໄດ້ປະກອບອາຊີບກົງກັບວິຊາທີ່ຕົນໄດ້ຮຽນມາ. ຍ້ອນບຸນຄຸນຂອງພັກ-ລັດ, ໃນຊີວິດການເຮັດວຽກຂອງຂ້າພະເຈົ້າໄດ້ມີໂອກາດສຶກສາຕໍ່ ແລະ ຮຽນຮູ້ຈາກຫຼາຍປະເທດໃນທະວີບເອີຣົບ ແລະ ອາຊີ. ສິ່ງທີ່ສຳຄັນກວ່າຄື: ກ້າປ່ຽນແປງ ແລະ ກ້ານຳເອົາບົດຮຽນທີ່ໄດ້ມາເພື່ອປັບປຸງ ແລະ ນຳໃຊ້ໃນການຜະລິດ
ທຸລະກິດຕົວຈິງ.

ອຸດົມຄະຕິໃນການເຮັດວຽກຂອງຂ້າພະເຈົ້າຄື: “ທັງເຮັດທັງຮຽນ, ເຮັດໃນສິ່ງທີ່ເຮົາຮຽນ ແລະ ຮຽນໃນສິ່ງທີ່ເຮົາເຮັດ” ຂ້າພະເຈົ້າເຊື່ອວ່າ: “ຄົນເຮົາທຸກຄົນມີໂອກາດປະສົບຜົນສຳເລັດທັງນັ້ນ, ຂໍໃຫ້ມີຄວາມພະຍາຍາມ ແລະ ຄວາມມຸ່ງໝັ້ນ”.

(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 163 ເດືອນກຸມພາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Dr. Chinda Vongsouli, Advisor to the Champasack’s Chamber of Commerce and Industry and Director of “CBF” Pharmaceutical Factory, informed us about activities and the growth of the factory during the past 25 years including a vision and future objective  for “CBF” business.

I was the first pharmacist in the Lao PDR who graduated with a bachelor degree from the University of Health Science in 1987. It can be said that it was my luck to get a job in my field of expertise. Due to party and government’s favor, I had opportunities to further my education in many countries in Europe and Asia. More importantly, I was given the courage to face with change and applied what I learned practically in my business.

My career motto is “Do and study, do what we studied and study what we did.”

I believe that “everyone can succeed. We just have to try hard and be dedicated
enough.”

(More interview details can be found in Target Magazine issue 163 February 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments