ບາດກ້າວທຳອິດແຫ່ງຄວາມສຳເລັດ “ການຄົ້ນຫາຕົວຕົນຂອງທ່ານ”

ຈາກບົດຄວາມແນວຄິດການລິເລີ່ມທຸລະກິດໃຫ້ປະສົບຜົນສຳເລັດໃນເດືອນຜ່ານມາ ຜູ້ອ່ານຫຼາຍທ່ານອາດຈະພໍ ຮັບຮູ້ໄດ້ວ່າ ການມີທັດສະນະຄະຕິໃນທາງບວກນັ້ນມີຄວາມສຳຄັນຫຼາຍຕໍ່ການບັນລຸຜົນສຳເລັດທີ່ຕັ້ງໄວ້ ບໍ່ວ່າຈະ ເປັນດ້ານໜ້າທີ່ການງານ ແລະ ຊີວິດສ່ວນຕົວ, ເຊິ່ງບາດກ້າວທຳອິດທີ່ສຳຄັນໃນການສ້າງທັດສະນະຄະຕິໃຫ້ ປະສົບຜົນສຳເລັດ ກໍຄື ການຄົ້ນຫາຕົວຕົນຂອງທ່ານເອງ. ໃນບົດຄວາມນີ້ ຜູ້ຂຽນຈຶ່ງຢາກຜັນຂະຫຍາຍເນື້ອໃນ ຈາກບົດຄວາມກ່ອນ ດ້ວຍການນຳເອົາແນວທາງການຄົ້ນຫາຕົນເອງມາແບ່ງປັນ ເພື່ອເຮັດໃຫ້ຜູ້ອ່ານເຫັນພາບ ຍິ່ງຂຶ້ນ ເນື່ອງຈາກການເວົ້າເຖິງທັດສະນະຄະຕິ ແລະ ແນວຄວາມຄິດຂ້ອນຂ້າງມີລັກສະນະເປັນນາມມະທຳ.

ຫຼາຍຄົນມັກປະສົບບັນຫາໃນການຄົ້ນຫາວ່າ ຕົນເອງສົນໃຈສິ່ງໃດແທ້ ຫຼື ມີຄວາມສາມາດທາງດ້ານໃດ ຫຼື ຄວນ ເຮັດຫຍັງດີ? ບໍ່ວ່າຈະເປັນນ້ອງໆນັກຮຽນຜູ້ທີ່ກຳລັງຕັດສິນໃຈຮຽນຕໍ່ໃນມະຫາວິທະຍາໄລທີ່ຍັງບໍ່ສາມາດເລືອກໄດ້ວ່າ ຕົນເອງຈະຮຽນຕໍ່ສາຂາໃດ ເພາະບໍ່ຮູ້ຄວາມຕ້ອງການທີ່ແທ້ຈິງຂອງຕົນ ເຊິ່ງກໍບໍ່ຕ່່າງຫຍັງກັບຜູ້ທີ່ຢາກ ເຮັດທຸລະກິດ ເພາະການມີຕົວເລືອກໜ້ອຍວ່າຍາກແລ້ວ ການມີຕົວເລືອກຫຼາຍຍິ່ງຍາກກວ່າ. ການຄົ້ນຫາຕົນເອງ ຈຶ່ງບໍ່ແມ່ນເລື່ອງງ່າຍ ເພາະມັນມີຄວາມລະອຽດອ່ອນ ແລະ ສັບສົນ ເນື່ອງຈາກກ່ຽວກັບຈິດໃຈຂອງມະນຸດ. ດັ່ງນັ້ນ, ເພື່ອຊ່ວຍໃຫ້ທ່ານສາມາດຄົ້ນຫາຕົວຕົນທີ່ແທ້ຈິງ ທ່ານຕ້ອງໄດ້ຕັ້ງຄຳຖາມກັບຕົນເອງ ແລະ ຕອບຄຳຖາມເຫຼົ່ານັ້ນດ້ວຍຄວາມຊື່ສັດ ເຊິ່ງການຊື່ສັດຕໍ່ຕົນເອງເປັນສິ່ງທີ່ສຳຄັນຫຼາຍ ເພາະຫາກທ່ານຕົວະຕົນເອງແລ້ວ ແນ່ນອນວ່າ ທ່ານຈະບໍ່ສາມາດຄາດຫວັງທີ່ຈະໄດ້ຮັບຄຳຕອບທີ່ຖືກຕ້ອງ.

ຄຳຖາມຫຼັກອັນທຳອິດແມ່ນ ທ່ານເປັນຄົນແນວໃດແທ້? ການມີບຸກຄົນຕົ້ນແບບໃນການດຳລົງຊີວິດ ຍ່ອມມີອິດທິ ພົນຕໍ່ບຸກຄະລິກ ແລະ ທັດສະນະຄະຕິຂອງທ່ານ ດັ່ງນັ້ນ ທ່ານຕ້ອງຕອບໃຫ້ໄດ້ວ່າ ນິໄສໃຈຄໍທີ່ແທ້ຈິງຂອງທ່ານ ເປັນແບບໃດ ຜ່ານຄຳຖາມຍ່ອຍເຫຼົ່ານີ້ ເຊັ່ນ ເວລາພົບກັບຄວາມລຳບາກທ່ານເປັນແບບໃດ? ທ່ານສາມາດຍອມຮັບຄວາມຜິດ ແລະ ຄວາມຫຼົ້ມເຫຼວໄດ້ບໍ່ ແລະ ມີວິທີຈັດການແນວໃດ? ສິ່ງທີ່ທ່ານມັກອ່ານ ແລະ ມັກຟັງແມ່ນຫຍັງ? ແມ່ນຫຍັງທີ່ເຮັດໃຫ້ທ່ານຮູ້ສຶກສະບາຍໃຈ? ວິທີການໂຕ້ຖຽງຂອງທ່ານເປັນແນວໃດ? ວິທີການໃຊ້ເງິນຂອງທ່ານເປັນແນວໃດ? ແລະ ການຕັດສິນເລືອກຂອງທ່ານເປັນແນວໃດ? ແລະອື່ນໆ. ຫາກທ່ານສາມາດຕອບຄຳຖາມທີ່ຍົກມານີ້ໄດ້ ທ່ານກໍຈະພໍຮູ້ໄດ້ໃນລະດັບໜຶ່ງວ່າຕົວຕົນຂອງທ່ານເປັນແນວໃດແທ້, ມີຂໍ້ດີໃດທີ່ຄວນຮັກສາໄວ້ ແລະ ຂໍ້ເສຍໃດທີ່ຕ້ອງປັບປຸງແກ້ໄຂ ເພື່ອເຮັດໃຫ້ທ່ານເປັນຄົນທີ່ດີຂຶ້ນກວ່າເກົ່າ.

ເມື່ອໄດ້ຮູ້ນິໄສ ແລະ ບຸກຄະລິກຂອງຕົນໂດຍລະອຽດແລ້ວ ກໍຈະເຮັດໃຫ້ທ່ານສາມາດຕອບຄຳຖາມຫຼັກອັນທີ ສອງໄດ້ວ່າ ທ່ານມີຄວາມສົນໃຈໃນສິ່ງໃດ? ໂດຍທົ່ວໄປ ນິໄສ ແລະ ທັດສະນະຄະຕິ ມັກຈະສອດຄ່ອງກັບສິ່ງທີ່ທ່ານສົນໃຈສະເໝີ ເຊັ່ນ ເວລາພົບຄວາມລຳບາກ ຫຼື ບັນຫາ ທ່ານຈະເປັນຄົນທີ່ມີຄວາມອົດທົນສູງ ທ່ານອາດ ສົນໃຈສາຍງານການບໍລິການຕ່າງໆ ທີ່ຕ້ອງໄດ້ພົບຄົນຫຼາກຫຼາຍປະເພດ ທີ່ອາດມີບັນຫາໃຫ້ທ່ານຕ້ອງໃຊ້ ຄວາມອົດທົນ ແລະ ໃຈເຢັນເພື່ອແກ້ໄຂບັນຫາ, ຫາກທ່ານສາມາດຮູ້ຈັກຍອມຮັບຄວາມຜິດພາດ ແລະ ຄວາມຫຼົ້ມເຫຼວ ແລະ ສາມາດຮັບມືໄດ້ດີ ທ່ານອາດສົນໃຈວຽກທີ່ກ່ຽວກັບການບໍລິຫານຄວາມສ່ຽງ, ຖ້າທ່ານມັກອ່ານປຶ້ມກ່ຽວກັບດອກໄມ້ ແລະ ສິ່ງທີ່ທ່ານສະບາຍໃຈຄືການໄປທ່ຽວຊົມສວນດອກໄມ້ ກໍມີແນວໂນ້ມວ່າ ທ່ານຈະສົນໃຈສາຍຮຽນ ຫຼື ທຸລະກິດກ່ຽວກັບພຶກສາສາດ, ຫາກທ່ານມັກການໂຕ້ຖຽງບັນຫາດ້ວຍເຫດຜົນ ແລະ ຫຼັກການທາງວິຊາການ ທ່ານອາດສົນໃຈສາຍງານວິຊາການ ເຊັ່ນ ດ້ານການເງິນ, ການບໍລິຫານ, ວິທະຍາສາດ ຫຼື ທະນາຍຄວາມ ແລະອື່ນໆ, ກໍລະນີທ່ານເປັນຄົນໃຊ້ສອຍປະຢັດ ແລະ ໃຊ້ເງິນທີ່ມີຢູ່ໃຫ້ເກີດປະໂຫຍດສູງສຸດ ທ່ານອາດສົນໃຈການ ລົງທຶນ ຫຼື ວຽກບໍລິຫານຈັດການຊັບສິນ, ຫາກທ່ານເປັນຄົນຕັດສິນບັນຫາບົນພື້ນຖານ ເຫດຜົນ, ຫຼັກຖານ ແລະ ການເກັບກຳຂໍ້ມູນຮອບດ້ານ ທ່ານອາດສົນໃຈວຽກງານທີ່ປຶກສາ ແລະ ໃຫ້ຄຳແນະນຳກໍໄດ້. ໃນຄວາມເປັນຈິງ ທ່ານອາດມີຫຼາຍກວ່າໜຶ່ງຄວາມສົນໃຈ ເຊິ່ງບໍ່ແມ່ນເລື່ອງແປກ ແຕ່ວ່າຄວາມສົນໃຈໃດທີ່ເໝາະກັບເຮົາທີ່ສຸດ ກໍເປັນອີກໜຶ່ງຄຳຖາມທີ່ທ່ານຕ້ອງຕອບ. ເຮົາສາມາດສົນໃຈຫຼາຍຢ່່າງພ້ອມກັນໄດ້ ແຕ່ການລົງມືເຮັດທຸກຢ່າງທີ່ເຮົາສົນໃຈພ້ອມກັນ ຈະເຮັດໃຫ້ໂອກາດທີ່ຈະປະສົບຜົນສຳເລັດຫຼຸດລົງ.

ເພື່ອຄົ້ນຫາວ່າຄວາມສົນໃຈໃດເໝາະກັບທ່ານ ຜູ້ຂຽນຈະພາທ່ານໄປພົບກັບຄຳຖາມຫຼັກຂໍ້ຕໍ່ໄປ ເຊິ່ງກໍຄື ແມ່ນຫຍັງທີ່ເຮັດໃຫ້ທ່ານແຕກຕ່າງຈາກຄົນອື່ນ? ໃນນີ້ໝາຍຄວາມເຖິງ ຄວາມສາມາດພິເສດ ຫຼື ທັກສະທີ່ທ່ານຊຳ ນານທີ່ໂດດເດັ່ນຈາກຄົນອື່ນ. ທ່ານຈຳເປັນຕ້ອງສັງເກດຕົນເອງວ່າເຮັດອັນໃດໄດ້ດີທີ່ສຸດໃນບັນດາສິ່ງທີ່ທ່ານສົນ ໃຈ. ຫຼາຍຄົນອາດຈະຮູ້ຕົນເອງດີວ່າ ຕົນເອງມີພອນສະຫວັນດ້ານໃດເປັນພິເສດ ເຊິ່ງຖືວ່າໂຊກດີ ເພາະຖືວ່າຜູ້ ກ່ຽວແມ່ນຮູ້ຈັກຕົນເອງໃນລະດັບໜຶ່ງແລ້ວ ເຮັດໃຫ້ການຄົ້ນຫາຕົນເອງງ່າຍຂຶ້ນ. ແຕ່ໃນຂະນະດຽວກັນ ກໍມີອີກຫຼາຍຄົນທີ່ຮູ້ສຶກວ່າຕົນເອງບໍ່ເກັ່ງຫຍັງເລີຍ ເຊິ່ງເຮັດໃຫ້ການຄົ້ນຫາຄວາມແຕກຕ່າງທາງດ້ານທັກສະຕ້ອງໃຊ້ໄລ ຍະເວລາໃດໜຶ່ງໃນການຊອກຫາ ໂດຍຜ່ານການທົດລອງ ຫຼື ລົງມືເຮັດຕົວຈິງ. ໃນບາງຄັ້ງທ່ານອາດຈະບໍ່ຮູ້ວ່າຕົນເອງມີພອນສະຫວັນເຊື່ອງຢູ່ກໍໄດ້ ການລົງມືເຮັດຕົວຈິງສາມາດກະຕຸ້ນໃຫ້ທ່ານຄົ້ນພົບບາງຢ່າງ ເຊັ່ນ ທ່ານສົນໃຈການຫຼິ້ນດົນຕີ ແຕ່ຮູ້ສຶກວ່າມັນຄືຍາກ ແລະ ທ່ານອາດເຮັດບໍ່ໄດ້ ໂດຍບໍ່ເຄີຍລອງຫຼິ້ນເຄື່ອງດົນຕີຊະນິດໃດເລີຍ ທັງທີ່ຄວາມຈິງແລ້ວທ່ານອາດສາມາດຫຼິ້ນກີຕ້າໄດ້ດີກໍເປັນໄດ້, ທ່່ານອາດສົນໃຈເປີດຮ້ານກາເຟ ແຕ່ການທີ່ທ່ານເຮັດກາເຟບໍໍ່ເປັນ ກໍບໍ່ໄດ້ໝາຍຄວາມວ່າ ທ່ານຈະເຮັດບໍ່ໄດ້ ເພາະທ່ານອາດຈະເກັ່ງໃນການບໍລິຫານຈັດການຮ້ານກໍເປັນໄດ້. ຖ້າຫາກບໍ່ມີພອນສະຫວັນເພື່ອທີ່ຈະແຕກຕ່າງ ທ່ານກໍຕ້ອງມີພອນສະແຫວງ, ການທົດລອງເຮັດຕົວຈິງ ອາດຈະບໍ່ໄດ້ພາທ່ານໄປສູ່ຄຳຕອບວ່າທ່ານເກັ່ງອັນໃດໃນທັນທີ ແຕ່ກໍເຮັດໃຫ້ທ່ານຮູ້ວ່າສິ່ງໃດທ່ານສາມາດເຮັດໄດ້ ຫຼື ເຮັດບໍ່ໄດ້. ຫຼັງຈາກນັ້ນ ການໝັ່ນຝຶກຝົນກໍຈະເຮັດໃຫ້ທ່ານເກັ່ງດ້ານນັ້ນໃນທີ່ສຸດ.

ການທີ່ຮູ້ວ່່າຕົນເອງເປັນຄົນແນວໃດ, ສົນໃຈອັນໃດ ແລະ ເກັ່ງໃນເລື່ອງໃດ ລ້ວນແຕ່ເປັນການປະເມີນພາຍໃນ ເຊິ່ງເປັນການປະເມີນດ້ວຍຕົວທ່ານເອງ. ທ່ານຈຳເປັນຕ້ອງຖືກປະເມີນຈາກພາຍນອກ ເພື່ອຄົ້ນຫາຕົວຕົນຂອງ ທ່ານຢ່າງຮອບດ້ານ ແລະ ສະທ້ອນຄວາມເປັນຄວາມຈິງຫຼາຍທີ່ສຸດ ດັ່ງຫຼາຍຄົນເຄີຍກ່າວວ່າ ບຸກຄົນອ້ອມຂ້າງເຮັດໜ້າທີ່ເປັນແວ່ນແຍງທີ່ດີທີ່ສຸດ.

ດັ່ງນັ້ນ ຄຳຖາມຫຼັກຂໍ້ສຸດທ້າຍຈຶ່ງກັບມາເບິ່ງຄືນວ່າ ທ່ານເປັນແນວໃດໃນສາຍຕາຂອງຄົນອື່ນ? ເພື່ອຮັບປະກັນວ່່າການປະເມີນຕົນເອງຂອງທ່ານນັ້ນເໝາະສົມ ເນື່ອງຈາກມີຄວາມເປັນໄປໄດ້ທີ່ທ່ານອາດຕອບຄຳຖາມຫຼັກຂໍ້ທຳອິດແບບເຂົ້າຂ້າງຕົນເອງ. ການສອບຖາມຄຳເຫັນຈາກຄົນອ້ອມຂ້າງແມ່ນເປັນອີກວິທີໜຶ່ງທີ່ຊ່ວຍໃນການຄົ້ນພົບຕົນເອງ. ບາງຄັ້ງທ່ານອາດບໍ່ຮູ້ວ່າສິ່ງທີ່ເປັນຢູ່ ຫຼື ພອນສະຫວັນທີ່ທ່ານມີນັ້ນ ແມ່ນຄວາມສາມາດພິເສດຂອງທ່ານ ແຕ່ບຸກຄົນທີ່ພົວພັນກັບທ່ານສາມາດບອກໄດ້ຈາກການເຮັດວຽກຮ່ວມກັນ, ເຮັດກິດຈະກຳໃດໜຶ່ງຮ່ວມກັນ ຫຼື ສົນທະນາກັນເລື້ອຍໆ. ແຕ່ສິ່ງທີ່ທ່ານຕ້ອງມີໃນການສອບຖາມບຸກຄົນອ້ອມຂ້າງກໍຄື ຈິດໃຈທີ່ເປີດກວ້າງ ແລະ ພ້ອມຮັບຟັງທັງຄຳຊົມເຊີຍ ແລະ ຄຳຕິຊົມ. ການໄດ້ຮັບຮູ້ຄວາມເປັນຕົນເອງຜ່ານສາຍຕາບຸກຄົນອື່ນ ຈະຊ່ວຍໃຫ້ທ່ານສາມາດເກັບລາຍລະອຽດກ່ຽວກັບຕົນເອງໄດ້ຫຼາຍຂຶ້ນ ພ້ອມທັງອາດໄດ້ແນວທາງໃນການປັບປຸງ ຫຼື ຄຳຊີ້ແນະທີິ່ເປັນປະໂຫຍດ. ເຖິງແມ່ນວ່າ ການຟັງຄຳຄິດເຫັນຂອງຄົນໃກ້ ຕົວຈະເປັນເລື່ອງທີ່ດີ ແຕ່ທ່ານກໍຄວນພິຈາລະນາຄຳເຫັນເຫຼົ່ານັ້ນຢ່າງຖີ່ຖ້ວນ ເພາະມີຫຼາຍຄັ້ງທີ່ຄົນສ່ວນໃຫຍ່ມັກ ເອົາຄວາມສາມາດຂອງເຂົາເອງມາຕັດສິນຄວາມສາມາດຂອງຄົນອື່ນ ສະນັ້ນ ບາງຄັ້ງທ່ານກໍບໍ່ຈຳເປັນຕ້ອງຢຸດເຊົາ ໃນສິ່ງທີ່ຄົນອື່ນຄິດວ່າ ທ່ານບໍ່ສາມາດເຮັດໄດ້ ໂດຍທີ່ທ່ານຍັງບໍ່ທັນໄດ້ລອງລົງມືພະຍາຍາມຢ່າງເຕັມທີ່.

ດັ່ງທີ່ໄດ້ກ່າວໄປຂ້າງເທິງວ່າ ການຄົ້ນຫາຕົວຕົນທີ່ແທ້ຈິງບໍ່ແມ່ນເລື່ອງງ່າຍ ເພາະມີລາຍລະອຽດຫຼາຍຢ່າງ ແລະ ຂຶ້ນກັບຫຼາຍປັດໄຈ ແລະ ເງື່ອນໄຂ. ການຕອບຄຳຖາມຂ້າງເທິງ ຈະຊ່ວຍໃຫ້ທ່ານສາມາດຄົ້ນພົບຕົນເອງໄດ້ທັງໝົດ ຫຼື ບາງສ່ວນຢ່າງແນ່ນອນ ແລະ ທ່ານກໍສາມາດເຮັດການປະເມີນນີ້ໄດ້ເລື້ອຍໆ ເພາະປະສົບການຕ່າງໆອາດເຮັດໃຫ້ທັດສະນະຄະຕິ ແລະ ຄວາມສົນໃຈຂອງທ່ານປ່ຽນແປງໃນແຕ່ລະໄລຍະ. ຄົນທີ່ຮູ້ຈັກຕົນເອງໄວເທົ່າໃດ ຍິ່ງມີໂອກາດປະສົບຜົນສຳເລັດໄວກວ່າ ເພາະທ່ານຈະມີໂອກາດໃນການຮຽນຮູ້ລອງຜິດລອງຖືກຫຼາຍກວ່າຄົນອື່ນ. ຜູ້ຂຽນຫວັງຢ່າງຍິ່ງວ່າ ບົດຄວາມນີ້ຈະສາມາດຊ່ວຍບັນດາທ່ານທີ່ກຳລັງຫຼົງທາງ ແລະ ບໍ່ຮູ້ຈຸດຢືນຂອງຕົນເອງໃຫ້ສາມາດຄົ້ນພົບຕົນເອງໄດ້ບໍ່ຫຼາຍກໍໜ້ອຍ.

first step towards success is to “discover yourself.”

 From our last issue’s article on the idea for starting a successful business, many readers might understand now that a positive perspective is highly important for achieving their goals, both professionally and personally. The first step in creating such perspective for success is to discover oneself. On this article, the writer would like share his own experience on this article for readers to have a better understanding because of the abstract from of perspective and idea which could be quite difficult to picture.

Many people often struggle with these questions of what they really are interested in or what they are capable of or what they should actually do. It can be students who cannot decide what major to pursue at a unversity because they do not actually know their true desire. This is no different from those who want to do business. Having less choices can be difficult, but having more options is even harder. Self-discovery is not a simple task since it is involving a sensitive and complicated psycological process of human being. Therefore, in order to help you discover your true self, you have to ask yourself questions and answer them truthfully. Being honest is very crucial. If you lie, you will definitely get inaccurate answers for yourself.

The first primary question should be what kind of a person you are. Having a role model can influence your character and perspective. Thus, you should reveal your true personality through answers of these secondary questions, namely how do you act when you face with difficulties? Can you handle mistakes and failure? How do you deal with them? What do you like to read and listen to? What makes you feel relaxed? How do you argue with people? How do you spend your money? And how do you decide when selecting something? And so on. If you can find answers for these quizes, you should, to some extent, know your true self. What are the strenths that you should maintain and what are the weaknesses which you should improve in order to make you a better person.

Once you know your own personality and character in details, you should be able to answer the second primary question regarding your interest. In general, personality and perspective should correspond with your interest. For instance, when facing with difficulties or problems, you are always highly tolerant and patient in fixing them. If you can handle mistakes and failure well, you might be interested in a job related to risk management. If you like to read books about flower and what makes you feel relaxed is to wander around a flower garden, then botany major or business is worth a consideration. If you like debating with reasons and principles, you might be interested in technical fields, such as finance, administration, science or law, etc. In case you are a cost-effective person, you might be interested in investing in or working as a real estate agent. If you are a person making decision based on reasons, evidence and information, you should consider being a consultant. In reality, you might be interested in more than one thing and this is normal. However, what suits you the most is what you should be able to answer. You can be interested in more than one thing at the same time, but to do all the things, you will only diminish your chance of being successful.

To find out what fits you, the writer would like to ask the next primary questions, which is what makes you different from others? In this context, we are refering to difference in special abilities or skills that make you unique from others. You will have to closely observe yourself to figure out what you can do best among all the things you are interested in. Many people may be well aware of their own talents and this is good because it proves that they know themselves to some extent making self-discover a lot easier. On the contrary, those who do not know what they are capable of will find it hard and usually take long to discover what makes them different in terms of skills through practical experience. Sometimes, you may not know your hidden talents. To start doing something, it will lead to a discovery of potentials within you. For example, if you like playing musical instruments but feel that it is hard and impossible without even trying any of them once, you will never know that maybe you can play a guitar well. You may want to open a coffee shop. The fact that you do not know how to make coffee does not mean you cannot do this business. You may be able to manage the shop well and this is enough. If you do not have a talent to make you different, you just have to create one yourself through hard work and practical experience. This will not only leads to you an answer of what you can do well, but also what you cannot do. After know your skill, all you have to do is to practice and be the best in it.

Knowing who you really are, your interest and what you can do well serve as an internal self estimation which you can do on your own. You must also be estimated externally to discover your true self comprehensively and truthfully as many people around you is an excellent mirror for yourself.

Finally, the last primary question is to take you back to think about what you really are in the eyes of others? This is to ensure that your estimation is done properly without biases. Asking people around you is another way of discovering yourself. Sometimes, you may not be aware of who you are or what special talents you have. People who have worked with you, engaged in a certain activity together or talked with you regularly can tell you that. You just have to be open-minded and willing to listen to other people’s compliments and especially criticism. Knowing yourself through the eyes of others will help you gain more insights plus ways and useful suggestions in improving any discovered weakness. Remember that while listening to others can be good, you should think carefully about their words because most of the time, people will judge you based on their own capability. As a result, people sometimes discorage you from doing something saying that you are incompetent without even trying once.

As mentioned above, self-discovery is not a simple task as it involves a lot of details, factors and conditions. Finding answers to questions above can difinitely help you discover yourself wholely or partly. You can do estimation all the times because new experienced you have gained periodically can shape your perspective and interest. The faster you know yourself, the higher the chance you will be successful because this gives you an opportunity to try, fail and learn. Hopefully, this article will help, more or less, those who are lost and do not actually know where they are right now to be able to discover themselves eventually.

Comments