ສີມືຜ້າຝ້າຍໄຕລື້ ດັງໄກໄປຕ່າງແດນ Tai Leu cotton to the world

ຮ້ານຫັດຖະກຳໄຕລື້ ດຳເນີນການຜະລິດ ທັງເປັນສູນ​ຫັດຖະກຳຕ່ຳຫູກ ​ຕັ້ງ​ຢູ່​ທີ່ບ້ານ​ປ່າ​ສັກ, ​ເມືອງ​ໄຊ, ແຂວງ​ອຸດົມ​ໄຊ ຊຶ່ງທຳການຜະລິດຜ້າຝ້າຍ ແລະ ຜະລິດຕະພັນຈາກຜ້າຝ້າຍ ທີ່ໃຊ້ວັດຖຸດິບເປັນຝ້າຍທຳມະຊາດ ແລະ ຮັກສາເຕັກນິກການຍ້ອມສີທຳມະຊາດ ຂອງຊົນເຜົ່າໄຕລື້ ທີ່ເປັນລວດລາຍພື້ນເມືອງ ທັງມີຄວາມງົດງາມ ທີ່ເປັນເອກະລັກຂອງຊົນເຜົ່າໄຕລື້.

​​ຫັດຖະກຳຜ້າຝ່າຍຂອງຮ້ານຫັດຖະກຳໄຕ​ລື້ ​ແມ່ນ​ຜະລິດ​ຈາກ​ຝ້າຍ​ເຂັນ​ດ້ວຍ​ມື ຂອງກຸ່ມຫັດຖະກໍຳຊົນເຜົ່າໄຕລື້ ເມືອງໄຊ ແລະ ເມືອງແບງ, ແຂວງອຸດົມໄຊ. ໃນອາດີດ ປະຊາຊົນ​ເຮັດຜະລິດຕະພັນຜ້າຝ້າຍ ​ເພື່ອ​ນໍາ​ໃຊ້​ເຂົ້າ​ໃນ​ຊີວິດ​ປະຈຳ​ວັນ​ຂອງຄອບຄົວ ກໍຄືພາຍໃນຊຸມຊົນ ໂດຍບໍ່ທັນ​ມີ​ການ​ຊື້​-ຂາຍ​ແຕ່​ຢ່າງ​ໃດ. ເມື່ອການເວລາມີການປ່ຽນແປງ ການດຳລົງຊີວິດຂອງປະຊາຊົນຊົນເຜົ່າໄຕລື້ ກໍມີການປ່ຽນແປງໄປຕາມຍຸກຕາມສະໄໝ. ໂດຍສະເພາະ ໃນ​ປີ 2003 ຮ້ານຫັດຖະກຳໄຕລື້ ໄດ້ເລີ່​ມ​ຕໍ່າຫູກ​ໃນ​ຄອບຄົວ​ ເພື່ອ​ສ້າງລາຍ​ຮັບໃຫ້ແກ່ສະມາຊິກຄອບຄົວ ໂດຍເລີ່​ມຈາກ 1 ກີ່ ​ເຊິ່ງແມ່ນ​ສະມາຊິກໃນ​ເຮືອນ​ເປັນ​ຜູ້​ຕໍ່າ​ເອງ ແລະ ມີການຕອບຮັບທີ່ດີຈາກຜູ້ຊົມໃຊ້ ຈິ່ງ​ໄດ້​ມີ​ການ​ຂະຫຍາຍຕົວ​ຈາກທີ່ຜະລິດ ເພື່ອໃຊ້ສອຍໃນຊີວິດປະຈຳວັນ ກໍຫັນມາທຳການຜະລິດເພື່ອເປັນສິນຄ້າຈຳໜ່າຍ.

(ລາຍລະອຽດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 163 ເດືອນກຸມພາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Tai Leu cotton to the world

Tai Leu Handicraft Shop has been operating as a center for weaving located in Pasack Village, Xay District, Oudomxay Province. They have been producing cotton fabrics and other products using natural cotton and Tai Leu’s technique of cloth dying. Their products are available with traditional patterns reflecting the beauty and unique character of Tai Leu.

Cotton goods of Tai Leu Handicraft Shop are produced from cotton threads spun manually by a group of Tai Leu people from Xay and Beng District. In the past, local people made cotton products for their own consumption within family and community, not for trade. However, Tai Leu people later had to adapt to periodic changes, especially in 2003 when Tai Leu Handicraft Shop started its weaving business to make income for their family. They started making woven fabrics from just 1 loom and consumers loved their goods. Later, they expanded their business to produce more goods for dairy consumption.

(More  details can be found in Target Magazine issue 163 February 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments