ການຖືບັນຊີຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ)

ການດຳເນີນທຸລະກິດບໍ່ວ່າຈະເປັນວິສາຫະກິດຂະໜາດນ້ອຍ, ກາງ ຫຼື ໃຫຍ່ ກໍລ້ວນແລ້ວແຕ່ມີຄວາມຕ້ອງການນຳໃຊ້ແຫຼ່ງເງິນທຶນ ເຊິ່ງຖືເປັນໜຶ່ງໃນປັດໄຈທີ່ສຳຄັນໃນການຂັບເຄື່ອນທຸລະກິດ. ການນຳໃຊ້ເງິນທຶນຂອງວິສາຫະກິດນັ້ນ ສາມາດນຳໃຊ້ເງິນສ່ວນຂອງເຈົ້າຂອງເອງ ຫຼື ອາດຈະກູ້ຢືມເງິນຈາກທະນາຄານ ກໍຄື ສະຖາບັນການເງິນຕ່າງໆ ເຊິ່ງຖືເປັນແຫຼ່ງເງິນທຶນຈາກຕະຫຼາດເງິນ. ຄວາມສາມາດເຂົ້າເຖິງການສະໜອງເງິນກູ້ ຖືເປັນສິ່ງທີ່ທ້າທາຍຂອງວິສາຫະກິດ ໂດຍສະເພາະແມ່ນ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ທີ່ຕ້ອງໄດ້ຮັບການປັບປຸງ ເພື່ອກຽມຄວາມພ້ອມ ແລະ ສ້າງຕົນເອງໃຫ້ສາມາດມີເງື່ອນໄຂຜ່ານການອະນຸມັດເງິນກູ້ນັ້ນ. ບົດຄວາມນີ້ ຜູ້ຂຽນກໍຈະສືບຕໍ່ນຳສະເໜີກ່ຽວກັບການກຽມຕົນເອງຂອງ ວນກ ເພື່ອສ້າງໃຫ້ສາມາດເຂົ້າເຖິງແຫຼ່ງທຶນຜ່ານລະບົບທະນາຄານໃຫ້ໄດ້ ໂດຍສະເພາະແມ່ນຕິດພັນກັບວິໄນການເງິນ ແລະ ຫຼັກການຖືບັນຊີດຽວ.

ໂດຍຫຼັກທິດສະດີທາງການເງິນແລ້ວ ແຫຼ່ງເງິນທຶນທີ່ສາມາດນຳໃຊ້ໄດ້ຈາກລະບົບຕະຫຼາດເງິນ ກໍຄື ຜ່ານທະນາຄານ ແລະ ສະຖາບັນການເງິນ ແມ່ນຖືເປັນແຫຼ່ງລະດົມເງິນທຶນໄລຍະສັ້ນທີ່ມີສະພາບຄ່ອງສູງ ແລະ ມີໄລຍະເວລາໃນການຊໍາລະເງິນຄືນບໍ່ເກີນໜຶ່ງປີ ເຊັ່ນ: ການປ່ອຍກູ້, ທຸລະກໍາຄ້າຂາຍຫຼັກຊັບໄລຍະສັ້ນ ເປັນຕົ້ນແມ່ນ ໃບເງິນທະນາຄານຕ່າງໆ, ໃບສັນຍາຊື້ຄືນ, ໃບສັນຍາໃຊ້ໜີ້ ແລະ ທຸລະກໍາທາງດ້ານການເງິນອື່ນໆທີ່ກ່ຽວຂ້ອງ. ເຖິງຢ່າງໃດກໍຕາມ, ວິສາຫະກິດກໍຍັງມີຄວາມສາມາດຂໍເງິນກູ້ໃນໄລຍະທີ່ຍາວກວ່າຈາກທະນາຄານໄດ້ ອີງຕາມເຈດຈໍານົງໃນການນຳໃຊ້ເງິນ ແລະ ຄວາມສາມາດຂອງທຸລະກິດໃນການສ້າງລາຍຮັບໃຫ້ເກີດດອກອອກຜົນເພື່ອຊຳລະເງິນຄືນ.

ເມື່ອການເຄື່ອນໄຫວທຸລະກິດຂອງ ວນກ ມີຄວາມຕ້ອງການສິນເຊື່ອເພື່ອໃຊ້ເຂົ້າໃນການດຳເນີນງານ ແລະ ການເສີມສ້າງຄວາມສາມາດແຂ່ງຂັນຂອງທຸລະກິດ, ສິ່ງສຳຄັນທີ່ຜູ້ປະກອບການຕ້ອງໄດ້ເອົາໃຈໃສ່ນັ້ນ ກໍຄື ການສ້າງຄວາມເຂົ້າໃຈກ່ຽວກັບປະເພດຂອງເງິນກູ້ ຫຼື ໃນຂະແໜງການທະນາຄານເອີ້ນວ່າ “ປະເພດສິນເຊື່ອ” ເພາະຈະຊ່ວຍເຮັດໃຫ້ຜູ້ປະກອບການສາມາດເຂົ້າໃຈ ແລະ ເລືອກເຟັ້ນໄດ້ວ່າ ສິນເຊື່ອປະເພດໃດມີຄວາມເໝາະສົມແກ່ຮູບແບບທຸລະກິດຂອງຕົນເອງ ແລະ ມີຄວາມສາມາດໃນການຊຳລະຄືນເງິນຕົ້ນ ແລະ ດອກເບ້ຍໄດ້ຄືແນວໃດ. ການເລືອກປະເພດສິນເຊື່ອເພື່ອຂໍກູ້ຢືມເງິນນັ້ນ ຈະຊ່ວຍໃຫ້ ວນກ ສາມາດບໍລິຫານ ແລະ ນຳໃຊ້ເງິນໄດ້ຢ່າງມີປະສິດທິພາບ ແລະ ຖືກຕ້ອງຕາມວິໄນທາງການເງິນ. ເມື່ອເຮົາກູ້ຢືມເງິນໃນໄລຍະສັ້ນ ເຮົາກໍຄວນນຳໃຊ້ເງິນໃນແຜນວຽກໄລຍະສັ້ນ ແລະ ມີລາຍຮັບໃນໄລຍະສັ້ນ ຫຼື ສາມາດປ່ຽນເປັນເງິນໄດ້ໄວ; ຖ້າຫາກເຮົາມີຄວາມຕ້ອງການຊື້ ຫຼື ລົງທຶນໃນຊັບສິນຄົງທີ່ມີໄລຍະເວລາໃນການນຳໃຊ້ທີ່ດົນນານ ເຮົາກໍຄວນເລືອກທີ່ຈະກູ້ຢືມເງິນໃນໄລຍະທີ່ຍາວ. ຕົວຢ່າງ: ນຳໃຊ້ເງິນກູ້ຢືມໄລຍະ ຕໍ່າກວ່າ 1 ປີ ເປັນເງິນທຶນໝູນວຽນຂອງທຸລະກິດເພື່ອເປົ້າໝາຍນຳໃຊ້ເງິນລາຍວັນ, ລົງທຶນໃນວັດຖຸດິບ ຫຼື ຊັບສິນທີ່ມີອາຍຸບໍ່ເກີນ 1 ປີ; ຖ້າຕ້ອງການຊື້ເຄື່ອງຈັກທີ່ຄາດວ່າຈະສາມາດນຳໃຊ້ໄດ້ບໍ່ເກີນ 5 ປີ ກໍຄວນນຳໃຊ້ເງິນຈາກການກູ້ຢືມໄລຍະ 5 ປີ ເປັນຕົ້ນ.

ຫຼັງຈາກນັ້ນຈຶ່ງສາມາດກ້າວໄປສູ່ຂອດການກະກຽມ ແລະ ສັງລວມເອກະສານທີ່ກ່ຽວຂ້ອງກັບການຂໍເງິນກູ້ ລວມໄປເຖິງບັນດາແຜນທຸລະກິດ ກໍຄື ແຜນໃຊ້ຈ່າຍເງິນ ແລະ ແຫຼ່ງລາຍຮັບ ເຊິ່ງບັນດາຂໍ້ມູນດັ່ງກ່າວຕ້ອງຖືກກະກຽມໃຫ້ແກ່ທະນາຄານ ກໍຄື ຜູ້ສະໜອງເງິນທຶນ ເພື່ອໃຊ້ເຂົ້າໃນການພິຈາລະນາປ່ອຍສິນເຊື່ອໃຫ້ແກ່ ວນກ. ໂດຍທົ່ວໄປແລ້ວ ຝ່າຍສິນເຊື່ອຂອງທະນາຄານກໍມັກຈະສອບຖາມຂໍ້ມູນຕ່າງໆ ເພື່ອໃຊ້ປະກອບການພິຈາລະນາປ່ອຍສິນເຊື່ອນັ້ນ ເປັນຕົ້ນແມ່ນ ແຜນການໃຊ້ຈ່າຍເງິນ, ລາຍລະອຽດແຜນການລົງທຶນ, ງົບປະມານລົງທຶນ ແລະ ສັດສ່ວນຂໍກູ້ເງິນຕໍ່ກັບງົບປະມານລົງທຶນ, ຂໍ້ມູນທຸລະກິດຂອງ ວນກ, ແຫຼ່ງທີ່ມາຂອງລາຍຮັບ, ປະຫວັດການຊົມໃຊ້ການບໍລິການສະໜອງສິນເຊື່ອກັບສະຖາບັນການເງິນຕ່າງໆ, ຫຼັກຊັບຄໍ້າປະກັນ, ລາຍການຊັບສິນປະກອບມີ ເຊັ່ນ ທີ່ດິນ, ສິ່ງປຸກສ້າງ ແລະ ເຄື່ອງຈັກ-ພາຫະນະຕ່າງໆ, ເຈົ້າຂອງທຸລະກິດດັ່ງກ່າວຄວນມີຄວາມເຂົ້າໃຈໃນທຸລະກິດ, ມີຄວາມຊຳນານ ແລະ ມີການສຶກສາທຸລະກິດມາແລ້ວ, ມີຄວາມຮູ້ໃນທຸລະກິດພຽງພໍ, ມີຄວາມມຸ່ງໝັ້ນຕັ້ງໃຈໃນການເຮັດທຸລະກິດ ແລະ ສາມາດເຂົ້າເຖິງຕະຫຼາດເປົ້າໝາຍໄດ້ເປັນຢ່າງດີ ເຊິ່ງສິ່ງທີ່ກ່າວມານີ້ ລ້ວນແລ້ວແຕ່ຮຽກຮ້ອງໃຫ້ ວນກ ຕ້ອງໄດ້ກະກຽມເອກະສານ ເພື່ອເປັນຫຼັກຖານ ແລະ ສາມາດຢັ້ງຢືນໃຫ້ແກ່ທະນາຄານ ເພື່ອປະກອບການພິຈາລະນາໃຫ້ໄດ້.

ສິ່ງທີ່ເຮັດໃຫ້ ວນກ ສ່ວນໃຫຍ່ບໍ່ໄດ້ຮັບອະນຸມັດການໃຫ້ເງິນກູ້ຈາກທະນາຄານໄດ້ ມັກເປັນຜົນມາຈາກ ການຫຼີກລ່ຽງການຖືລະບົບບັນຊີ ໂດຍສະເພາະແມ່ນ ການຖືບັນຊີດຽວ ເພາະຕ້ອງຍ້ອມຮັບຄວາມເປັນຈິງຂໍ້ໜຶ່ງວ່າ ວນກ ສ່ວນໃຫຍ່ມັກຈະສ້າງເອກະສານລາຍງານການເງິນຫຼາຍເຫຼັ້ມ ເຊິ່ງອາດຈະໃຊ້ເພື່ອເປົ້າໝາຍລວມ ຫຼື ສະເພາະຂອງຕົນ ເຊັ່ນ ແຈ້ງກັບໜ່ວຍງານສ່ວຍສາອາກອນຂອງກະຊວງການເງິນແບບໜຶ່ງ ແລະ ແຈ້ງກັບທະນາຄານເພື່ອສະເໜີຂໍກູ້ເງິນອີກແບບໜຶ່ງ ເພາະເອກະສານການເງິນທີ່ນຳໄປແຈ້ງເສຍພາສີ-ອາກອນ ມັກຈະສະແດງລາຍຮັບ ແລະ ກຳໄລທີ່ຕ່ຳຫຼາຍ ເຊິ່ງຖ້ານຳໃຊ້ເອກະສານນີ້ໄປສະເໜີຂໍກູ້ເງິນ ກໍຈະເຮັດໃຫ້ ວນກ ບໍ່ສາມາດຜ່ານເງື່ອນອະນຸມັດເງິນກູ້ໄດ້ ເນື່ອງຈາກ ຄວາມສາມາດໃນການຈ່າຍໜີ້ຄືນຕໍ່າ.​ ດັ່ງນັ້ນ, ຈຶ່ງເຫັນໄດ້ວ່າ ການຖືຫຼາຍບັນຊີຂອງ ວນກ ສະແດງເຖິງຄວາມບໍ່ຈິງໃຈຂອງທຸລະກິດ ເຮັດໃຫ້ທະນາຄານຕ້ອງໄດ້ພິຈາລະນາຢ່າງລະອຽດຖີ່ຖ້ວນ. ເຖິງແມ່ນວ່າ ໃນໄລຍະທີ່ຜ່ານມາ ທະນາຄານກໍມີຄວາມພະຍາຍາມທີ່ຈະແກ້ໄຂບັນຫາດັ່ງກ່າວ ໂດຍການນຳໃຊ້ ໃບຢັ້ງຢືນບັນຊີສຳຮອງ (Bank Statement) ເພື່ອສະແດງຖານະການເງິນທີ່ສະທ້ອນໃຫ້ເຫັນລາຍຮັບຂອງທຸລະກິດນັ້ນ ແຕ່ກໍຍັງບໍ່ມີຄວາມແນ່ນອນ ອັນເນື່ອງມາຈາກເງິນໃນບັນຊີມີການເຄື່ອນເໜັງໄດ້ຕະຫຼອດເວລາ. ດັ່ງນັ້ນ ທະນາຄານຈຶ່ງຕ້ອງໄດ້ອາໄສການໄລ່ລຽງ ແລະ ກວດກາຄືນບັນດາເອກະສານຄັດຕິດ ປະກອບການພິຈາລະນາ ຈຶ່ງເຮັດໃຫ້ແກ່ຍາວເວລາຂຶ້ນຕື່ມ ສົ່ງຜົນໃຫ້ ວນກ ບໍ່ສາມາດນຳໃຊ້ເງິນທຶນໄປເຄື່ອນໄຫວທຸລະກິດໄດ້ຢ່າງທັນການ.

ເພື່ອຫຼີກເວັ້ນບັນຫາດັ່ງກ່າວ, ຫຼັກການຖືບັນຊີດຽວ ຈຶ່ງເປັນປັດໄຈຕັດສິນ ແລະ ຊ່ວຍຊຸກຍູ້ໃຫ້ການອະນຸມັດສະໜອງເງິນກູ້ໄວ ແລະ ມີປະສິດທິພາບຂຶ້ນ ເນື່ອງຈາກ ຝ່າຍສິນເຊື່ອຂອງທະນາຄານສາມາດເຫັນຂໍ້ມູນລາຍຮັບ ແລະ ກຳໄລຂອງທຸລະກິດໄດ້ຢ່າງໂປ່ງໃສ ແລະ ຊັດເຈນ ໂດຍອາດບໍ່ຈຳເປັນຕ້ອງໄດ້ກວດກາໜັງສືຢັ້ງຢືນບັນຊີສຳຮອງ ແລະ ເອກະສານປະກອບອື່ນໆ. ຄວາມໂປ່ງໃສທີ່ໄດ້ຮັບຈາກການຖືບັນຊີດຽວນັ້ນ ຍັງເຮັດໃຫ້ວິສາຫະກິດມີອຳນາດສະເໜີຕໍ່ລອງ ແລະ ເຈລະຈາຫຼຸດຜ່ອນຕົ້ນທຶນຈາກການກູ້ຢືມໄດ້ ເຊິ່ງກໍມີຄວາມເປັນໄປໄດ້ສູງທີ່ທະນາຄານຈະຍອມຮັບຂໍ້ສະເໜີນີ້. ຄຽງຄູ່ກັນນີ້, ຖ້າຫາກທະນາຄານເຫັນໄດ້ວ່າ ຖານະການເງິນຂອງວິສາຫະກິດສະແດງໃຫ້ເຫັນເຖິງສຸຂະພາບທາງການເງິນທີ່ແຂງແຮງ ແລະ ຊັດເຈນ ຈະຊ່ວຍຫຼຸດຜ່ອນຄວາມຈຳເປັນທີ່ຈະຕ້ອງມີຫຼັກຊັບຄໍ້າປະກັນ ເຊິ່ງໂດຍທາງທິດສະດີແລ້ວ ຖ້າຫາກທຸລະກິດມີຄວາມເຂັ້ມແຂງທາງການເງິນ ກໍຈະມີຄວາມຍືດຍຸ່ນໃນການເຈລະຈາດ້ານຫຼັກຊັບຄໍ້າປະກັນໄດ້ ຍ້ອນໂອກາດຂອງໜີ້ສິນຈະບໍ່ເກີດດອກອອກຜົນແມ່ນໜ້ອຍ​. ນອກຈາກນີ້, ຄວາມໂປ່ງໃສ ແລະ ຊັດເຈນ ໃນການບໍລິຫານທຸລະກິດຂອງວິສາຫະກິດ ຈະສ້າງຄວາມເຊື່ອໝັ້ນໃຫ້ແກ່ບັນດາທະນາຄານຕ່າງໆໃນການປ່ອຍສິນເຊື່ອ ວິສາຫະກິດກໍຈະມີໂອກາດໄດ້ເລືອກໃຊ້ການບໍລິການສິນເຊື່ອໃນຫຼາກຫຼາຍຮູບແບບຈາກຫຼາຍທະນາຄານ.

ເຖິງຢ່າງໃດກໍຕາມ, ສິ່ງທ້າທາຍໃນຂົງເຂດທຸລະກິດປັດຈຸບັນນີ້ ແມ່ນຜົນກະທົບມາຈາກການປ່ຽນແປງຂອງຍຸກສະໄໝ ໂດຍສະເພາະແມ່ນແຮງສະທ້ອນມາຈາກຄວາມກ້າວໜ້າທາງດ້ານເຕັກໂນໂລຊີທີ່ທັນສະໄໝ, ວິທະຍາການທີ່ລໍ້າໜ້າ ແລະ ກ້າວກະໂດດຢ່າງບໍ່ເຄີຍຢຸດນິ້ງຢູ່ກັບທີ່ ທີ່ອາດຈະມີຜົນກະທົບໃສ່ກັບທຸລະກິດ ເຊິ່ງສະພາບດັ່ງກ່າວ ວນກ ກໍຈະຕ້ອງໄດ້ເອົາໃຈໃສ່ຕິດຕາມໃຫ້ທັນການ ເພາະອາດຈະສົ່ງຜົນໃຫ້ແກ່ແຜນວຽກ ແລະ ແຜນເງິນຂອງທຸລະກິດໃຫ້ບໍ່ໄປຕາມທີ່ໄດ້ຕັ້ງເປົ້າໝາຍໄວ້. ການກຽມຄວາມພ້ອມຂອງ ວນກ ດ້ວຍຫຼັກການມີວິໄນທາງການເງິນ ແລະ ການຖືບັນຊີດຽວ ບໍ່ພຽງແຕ່ເປັນບາດກ້າວສູ່ຄວາມສຳເລັດທຳອິດຂອງທຸລະກິດໃນການເຂົ້າເຖິງແຫຼ່ງເງິນທຶນຈາກທະນາຄານເທົ່ານັ້ນ, ແຕ່ຍັງເຮັດໃຫ້ ວນກ ສ້າງຮາກຖານການເງິນທີ່ເຂັ້ມແຂງ ແລະ ສາມາດມີອຳນາດຕໍ່ລອງທັງໃນດ້ານການແຂ່ງຂັນ ແລະ ການຂໍກູ້ຢືມເງິນໃນອະນາຄົດຕໍ່ໄດ້.

(ໃນວາລະສານທາເກັດ ສະບັບ 163 ເດືອນກຸມພາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ Kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

account holding of small and medium size enterprises (SMEs)

Doing business in the form of SMEs or big company requires financial sources to drive business forward. Enterprises can utilize their own funds or take loans from banks as well as financial institutes who are sources in financial market. The accessibility to loans is considered a challenge for enterprises, especially SMEs, who need to improve themselves in compliance with all criteria for loan approval. In this article, the writer will continue to discuss about the preparation of SMEs in accessing financial sources via banking system, particularly on financial disciplines and the principle of holding a single account.

In theory, applicable sources from financial market are those through banks and financial institutes. These are short-term financial sources with high liquidity and a repayment period of not beyond one year, such as loan, short-term stock trade, banking bonds, buy back agreements, debt repayment contracts and other relevant financial transactions. Nevertheless, enterprises are eligible for long-term loans from banks based on their spending purpose and the ability to make profits for debt repayment.

Because SMEs need credits to finance their operation and strengthen their competitiveness, entrepreneurs must make sure they understand types of loan or “types of credit.” Such understanding will help them pick the most suitable credit type for their business, while knowing how they can repay both principal and interest. Being able to select the right type of loan will help SMEs manage and utilize their funds effectively based on their financial disciplines. When we take a short-term loan, we should spend the money on a short-term work plan and have a short-term income or any activity that we can make profit quickly. If we would like to make a long-term purchase or invest on fixed assets, we should take a long-term loan. For instance, we can use a loan with a repayment period not beyond 1 year as circulating funds to support every day’s business costs, or investment on raw materials or assets with a lifetime under 1 year. If we would like to buy machines with a lifetime not over 5 years, we should apply for a 5-year loan instead.

After that we can proceed to the preparation procedure by compiling concerned documents for the loan application including a business plan, spending plan and report on revenue sources. The provided information must be genuine for banks to consider approving credits for SMEs. In general, credit section of banks will inquire the following information for considering credit approval, namely a spending plan, investment details, investment budget, proportion of loan to apply for comparing to the investment budget, background of the SME, revenue sources, credit history from financial institutes, collaterals, list of possessed assets such as land, buildings, machines and vehicles, document demonstrating owner’s business understanding, expertise and thorough study, sufficient business knowledge, business determination and the ability to penetrate targeted market. All mentioned documents are what SMEs need to prepare to serve as evidence and certification for banks to consider.

Most SMEs have failed to gain approval from banks because they avoid holding a single account for their financial activities. We have to accept the truth that some SMEs hold many accounts to keep records of their financial transactions to be used for general or specific purpose. For example, they might submit one financial record to the tax section, while providing another record to banks to apply for loans. Usually, document submitted to tax section will demonstrate low revenues and profits. This cannot be shown to banks as they will be rejected for the low repayment probability. Therefore, it can be seen that the act of keeping several record books of financial activities of SMEs proves their insincerity requiring a careful consideration of banks. Although banks have previously been attempting to solve such issue by requiring a bank statement from SMEs to see their actual financial status, it is still uncertain because money in their account keeps changing all the time. As a result, banks need to be more careful in reviewing and examining all enclosed documents when considering approving loans. This process, therefore, takes longer and disrupt a prompt demand for funds of SMEs.

 

To avoid the problem, a principle for holding a single account is, thus, a decisive and effective factor to help supporting a quick approval of fund. This method allows credit section of banks to clearly and transparently see revenue and profit information, sometimes even without examining a bank statement or other supporting documents. Transparency derives from holding a single account gives enterprises a power to negotiate for a reduction in loan principal and there is a high possibility for banks to accept this proposal. If banks can clearly see that the enterprise has a strong financial status, it will mitigate the necessity of presenting collaterals. In theory, if a certain business has a strong financial status, there will be a flexibility in collateral negotiation because of the low probability of a non-profit loan. Furthermore, transparency and distinctiveness of business administration of enterprises will create trust among banks in approving credits. For this reason, enterprise will then have more options to select when applying for different types of loan.

 

However, current business challenges derive from impact of changes in time, especially effect from technological and scientific advancement which keep taking a great leap forward. With this situation, SMEs must make sure they keep up with the changes that might post an impact upon their work plans, while hindering their achievement of financial goal. Preparation of SMEs with financial disciplines and holding a single account will not only serve as a first important step towards success by enabling themselves an access to financial sources from banks, but also allow SMEs to strengthen their financial base giving them a power to negotiate when competing and applying for loans in the future.

 

( in Target Magazine issue 163 February 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments