ລັດຖະບານເດີນຫນ້າແກ້ໄຂບັນຫາການເຂົ້າຫາແຫຼ່ງທຶນຂອງ SMEs

ທະນາຄານໂລກ ໄດ້ສໍາຫລວດວິສາຫະກິດ ໃນປີ 2018 ເພື່ອຊອກຮູ້ອຸປະສັກຂອງວິສາຫະກິດຂະຫນາດນ້ອຍ ແລະ ກາງ ຫຼືເອັສເອັມອີ ຢູ່ລາວ. ການສໍາຫລວດດັ່ງກ່າວ ໄດ້ສໍາພາດ 332 ວິສາຫະກິດ; ໃນນັ້ນ 76% ແມ່ນວິສາຫະກິດຂະຫນາດນ້ອຍ, 21 % ແມ່ນວິສາຫະກິດຂະຫນາດກາງ, ແລະ 3 % ແມ່ນວິສາຫະກິດຂະຫນາດໃຫຍ່. ວິສາຫະກິດທີ່ຖືກສໍາຫລວດຄວາມຄິດເຫັນໃນຄັ້ງນີ້ 46% ຢູ່ນະຄອນຫຼວງວຽງຈັນ, 29% ຢູ່ແຂວງສະຫວັນນະເຂດ, 14% ຢູ່ແຂວງຈໍາປາສັກ, 6% ຢູ່ແຂວງຫລວງພະບາງ, ແລະ 5 % ຢູ່ແຂວງຄໍາມ່ວນ. ຖ້າແບ່ງຕາມຂະແຫນງການ ແມ່ນປະກອບດ້ວຍອຸດສາຫະກໍາປຸງແຕ່ງ 17%, ຂາຍຍ່ອຍ 30% ແລະ ຂະແຫນງບໍລິການອື່ນໆ 53%.

ຜົນການສໍາຫລວດຊີ້ໃຫ້ເຫັນຫລາຍອຸປະສັກທີ່ກີດຂວາງການຂະຫຍາຍຕົວຂອງເອັສເອັມອີລາວ. ໃນນັ້ນ 36% ເຫັນວ່າ ການເຂົ້າຫາແຫລ່ງທຶນແມ່ນບັນຫາທີ່ຕ້ອງການການແກ້ໄຂຢ່າງເອົາຈິງເອົາຈັງ ຊຶ່ງຖືກຈັດເປັນອຸປະສັກສຳຄັນທີ່ສຸດ ໃນປີ 2018 ເມື່ອທຽບໃສ່ຜົນສໍາຫລວດປີ 2016 ມີເອັສເອັມອີ ພຽງແຕ່ 5% ທີ່ເຫັນວ່າການເຂົ້າຫາແຫລ່ງທຶນແມ່ນຂໍ້ຈຳກັດຂອງການດຳເນີນທຸລະກິດ. ຜູ້ປະກອບກິດຈະການທີ່ເຫັນວ່າ ການເຂົ້າຫາແຫລ່ງທຶນແມ່ນອຸປະສັກຕົ້ນຕໍ ເຖິງວ່າ ມີຄວາມຕ້ອງການທຶນຮອນ ແຕ່ກໍບໍ່ໄດ້ຍື່ນຂໍສິນເຊື່ອຈາກທະນາຄານທຸລະກິດ ຍ້ອນພວກເຂົາມີທັດສະນະຄະຕິດ້ານລົບຕໍ່ກັບການປ່ອຍສິນເຊື່ອຂອງທະນາຄານ ຄື: 1) ອັດຕາດອກເບ້ຍສູງ, 2) ຂັ້ນຕອນການຍື່ນຂໍສິນເຊື່ອຫຍຸ້ງຍາກ, 3) ບໍ່ຄິດວ່າຍື່ນໄປແລ້ວຈະໄດ້ຮັບອະນຸມັດ, 4) ທະນາຄານຮຽກຮ້ອງຫລັກຊັບຄໍ້າປະກັນສູງຫລາຍ, 5) ຂະຫນາດຂອງສິນເຊື່ອບໍ່ຫລາຍ ແລະ ເວລາກູ້ຢືມສັ້ນ. ນອກນັ້ນ ຍັງມີສາຍເຫດທີ່ເກີດຈາກໃນຕົວຂອງຜູ້ປະກອບການເອງ ທີ່ ຍັງຂາດຂີດຄວາມສາມາດດ້ານການວາງແຜນທຸລະກິດ ແລະ ການເງິນ, ຂາດຄວາມຮູ້ດ້ານການບໍລິຫານທຸລະກິດ ແລະ ຄວາມຮູ້ດ້ານການເງິນ. ເອັສເອັມອີທີ່ຖືກສໍາຫລວດ ມີພຽງ 10% ເທົ່ານັ້ນທີ່ຖືບັນຊີທະນາຄານ. ນອກນັ້ນ ຂໍ້ມູນກ່ຽວກັບສິນເຊື່ອ ຍັງບໍ່ມີການໂຄສະນາເຜີຍແຜ່ຢ່າງກ້ວາງຂວາງເທົ່າທີ່ຄວນ.
ຜົນສໍາຫລວດປີດັ່ງກ່າວ ຖືວ່າເປັນບ່ອນອີງທີ່ດີໃຫ້ລັດຖະບານໄດ້ສືບຕໍ່ແກ້ໄຂອຸປະສັກ ໂດຍສະເພາະບັນຫາການເຂົ້າຫາແຫລ່ງທຶນຂອງເອັສເອັມອີ. ໃນຕົວຈິງ ລັດຖະບານໄດ້ເລີ່ມແກ້ໄຂບັນຫາດັ່ງກ່າວ ນັບແຕ່ປີ 2010 ເປັນຕົ້ນມາ ຄືດັ່ງທີ່ໄດ້ຂຽນໃນບົດຄວາມສະບັບກ່ອນໜ້ານີ້ ໂດຍໄດ້ສ້າງຕັ້ງກອງທຶນພັດທະນາ ແລະ ສົ່ງເສີມເອັສເອັມອີ ພາຍໃຕ້ດຳລັດນາຍົກລັດຖະມົນຕີ ສະບັບເລກທີ 123/ນຍ ລົງວັນທີ 03 ມີນາ 2010 ແລະ ສາມາດລະດົມທຶນຮອນຈຳນວນໜຶ່ງຈາກທະນາຄານພັດທະນາອາຊີ ແລະ ທະນາຄານໂລກ ຫຼື ADB ໃນປີ 2012 ແລະ 2014 ຕາມດຳລັບ ເພື່ອໃຫ້ທະນາຄານທຸລະກິດປ່ອຍສິນເຊື່່ອຕໍ່ແກ່ເອັສເອັມອີ.

ເມື່ອບໍ່ດົນມານີ້ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍໄດ້ປັບປຸງດໍາລັດດັ່ງກ່າວ ຄືດໍາລັດວ່າດ້ວຍກອງທຶນສົ່ງເສີມເອັສເອັມອີ (ສະບັບປັບປຸງ) ເລກທີ 299/ລບ ລົງວັນທີ 4 ກັນຍາ 2019 ເພື່ອເພີ່ມປະສິດທິຜົນຂອງວຽກງານສົ່ງເສີມເຂົ້າຫາແຫລ່ງທຶນ ໂດຍກໍານົດຫລັກການ ແລະ ລະບຽບການຄຸ້ມຄອງ, ການນໍາໃຊ້, ແລະ ການກວດກາ ກອງທຶນສົ່ງເສີມເອັສເອັມອີ ໃຫ້ມີຄວາມເຂັ້ມແຂງ ແລະ ຂະຫຍາຍຕົວ ເປັນບ່ອນອີງດ້ານນິຕິກໍາໃນການດຶງດູດທຶນສົ່ງເສີມເອັສເອັມອີ ຈາກແຫລ່ງຕ່າງໆ ແບບລວມສູນ.

ນອກນັ້ນ, ທະນາຄານ ແຫ່ງ ສປປ ລາວ ຍັງໄດ້ອອກ ຂໍ້ຕົກລົງວ່າດ້ວຍ ການຊຸກຍູ້ໃຫ້ທະນາຄານທຸລະກິດສະຫນອງສິນເຊື່ອເພື່ອສົ່ງເສີມເອັສເອັມອີ ສະບັບເລກທີ 784/ທຫລ ລົງວັນທີ 3 ກັນຍາ 2019 ເພື່ອກໍານົດຫລັກການ ແລະ ນະໂຍບາຍພື້ນຖານ ໃນການຊຸກຍູ້ທະນາຄານທຸລະກິດສະໜອງສິນເຊື່ອ ໂດຍໃຫ້ເອັສເອັມອີ ສາມາດເຂົ້າຫາແຫລ່ງທຶນໄດ້ຢ່າງສະດວກ, ກວ້າງຂວາງ ແລະ ມີປະສິດທິຜົນ. ພ້ອມນັ້ນ ກໍເພື່ອສ້າງເງື່ອນໄຂໃຫ້ທະນາຄານທຸລະກິດໄດ້ຈັດຕັ້ງປະຕິບັດ, ປັບປຸງໂຄງສ້າງດ້ານສິນເຊື່ອ ແລະ ອອກຜະລິດຕະພັນດ້ານການເງິນຫລາຍປະເພດ ເພື່ອສະໜອງສິນເຊື່ອໃຫ້ແກ່ ເອັສເອັມອີ ທີ່ດຳເນີນທຸລະກິດໃນຂະແໜງການຜະລິດເປັນສິນຄ້າ, ການຄ້າ ແລະ ການບໍລິຫານ ທີ່ລັດຖະບານໃຫ້ການສະໜັບສະໜູນ.
ນິຕິກຳຂ້າງເທິງສະແດງອອກເຖິງທິດທາງ ແລະ ນະໂຍບາຍ ທີ່ຊັດເຈນຂອງລັດຖະບານ ໃນການແກ້ໄຂບັນຫາ ການເຂົ້າຫາແຫລ່ງທຶນຂອງເອັສເອັມອີ. ສິ່ງສຳຄັນແມ່ນ ລັດຖະບານໄດ້ຕັດສິນໃຈຂົນຂວາຍ ແລະ ສະໜອງງົບປະມານຈຳນວນຫນຶ່ງ ເຂົ້າໃນການຈັດຕັ້ງຜັນຂະຫຍາຍດຳລັດ ແລະ ຂໍ້ຕົກລົງທີ່ກ່າວມາຂ້າງເທິງ. ລັດຖະບານຕົກລົງສະຫນອງທຶນເຂົ້າໃນການຈັດຕັ້ງປະຕິບັດດໍາລັດ 299/ລບ ດ້ວຍງົບປະມານ 200 ຕື້ກີບ ໂດຍກອງທຶນສົ່ງເສີມເອັສເອັມອີ ຈະນໍາທຶນ 91% ຂອງງົບດັ່ງກ່າວມອບໃຫ້ທະນາຄານທຸລະກິດທີ່ມີເງື່ອນໄຂຄົບຖ້ວນ ປ່ອຍສິນເຊື່ອໃຫ້ແກ່ເອັສເອັມອີ ທີ່ມີເງື່ອນໄຂຄົບຖ້ວນ ຄືດັ່ງທີ່ກໍານົດໄວ້ໃນດໍາລັດດັ່ງກ່າວ. ເນື່ອງຈາກເປັນງົບປະມານທີ່ລັດຖະບານສະຫນອງໃຫ້ກອງທຶນສົ່ງເສີມເອັສເອັມອີ ອັດຕາດອກເບ້ຍທີ່ທະນາຄານທຸລະກິດຈະເກັບຕ້ອງບໍ່ສູງກວ່າ 3%.

ນອກຈາກທຶນປະກອບເປັນສິນເຊື່ອໃຫ້ເອັສເອັມອີແລ້ວ ຍັງມີງົບປະມານ 16 ຕື້ກີບ ທີ່ມີແຜນຈະນຳໃຊ້ເຂົ້າໃນໂຄງການຊ່ວຍເຫລືອດ້ານວິຊາການ ທີ່ສະເຫນີໂດຍເອັສເອັມອີ ແລະ ພາກສ່ວນກ່ຽວຂ້ອງໃນການສົ່ງເສີມບັນດາເອັມເອັມອີ. ນອກຈາກນັ້ນ, ທະນາຄານ ແຫ່ງ ສປປ ລາວ ຍັງໄດ້ເຊັນສັນຍາກູ້ຢືມເງິນຈາກທະນາຄານພັດທະນາຂອງຈີນ ຈຳນວນ 300 ລ້ານໂດລາສະຫະລັດ ເພື່ອປ່ອຍກູ້ຕໍ່ໃຫ້ເອັສເອັມອີ ໃນ ສປປ ລາວ. ທະນາຄານ ແຫ່ງ ສປປ ລາວ ໄດ້ຮັບເອົາ 10 ທະນາຄານທຸລະກິດທີ່ແຈ້ງເຈດຈຳນົງເຂົ້າຮ່ວມໂຄງການ ແລະ ມີເງື່ອນໄຂຄົບຖ້ວນ ຕາມລະບຽບການທີ່ທະນາຄານ ແຫ່ງ ສປປ ລາວ ໄດ້ກຳນົດໄວ້ ຄື: ທະນາຄານການຄ້າຕ່າງປະເທດລາວມະຫາຊົນ; ທະນາຄານພັດທະນາລາວ; ທະນາຄານສົ່ງເສີມກະສິກໍາ; ທະນາຄານມາຣູຮານເຈແປນ-ລາວ; ທະນາຄານຮ່ວມພັດທະນາ; ທະນາຄານລາວຈີນ; ທະນາຄານຮ່ວມທຸລະກິດລາວຫວຽດ; ທະນາຄານເອັສທີ; ທະນາຄານຫຸ້ນສ່ວນການຄ້າທະຫານ ສາຂາລາວ; ແລະ ທະນາຄານໄຊງ່ອນເທືອງຕິນລາວ ເຂົ້າຮ່ວມໂຄງການເງິນກູ້ຢືມຈາກທະນາຄານພັດທະນາຂອງຈີນ ບ້ວງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມເອັສເອັມອີ. ບ້ວງເງິນດັ່ງກ່າວຈະແບ່ງອອກເປັນສາມງວດ ງວດທີ 1 ຈຳນວນ 100 ລ້ານໂດລາສະຫະລັດ ໄລຍະກູ້ຢືມ 5 ປີ ແລະ ປອດໜີ້ຕົ້ນທຶນ 3 ປີ.

ສິ່ງເຫລົ່ານັ້ນແມ່ນນິມິດໝາຍອັນດີສຳລັບເອັສເອັມອີ ທີ່ຈົດທະບຽນວິສາຫະກິດຢ່າງຖືກຕ້ອງຕາມກົດໝາຍ ໂດຍສະເພາະ ຜູ້ປະກອບການທີ່ຕ້ອງການທຶນຮອນ ເພື່ອມາຂະຫຍາຍທຸລະກິດຂອງຕົນ. ເຖິງຢ່າງໃດກໍຕາມທຸລະກິດເຫລົ່ານີ້ ຈະໄດ້ຕື່ນຕົວປັບປຸງການບໍລິຫານຈັດການ ແລະ ການບັນຊີຂອງຕົນໃຫ້ເຂົ້າສູ່ລະບົບ ເພາະຖ້າປາດສະຈາກ ການຖືບັນຊີ, ການວາງແຜນທຸລະກິດ ແລະ ການວາງແຜນການເງິນຢ່າງຖືກຕ້ອງ ທະນາຄານທຸລະກິດຄົງຈະບໍ່ສາມາດປ່ອຍສິນເຊື່ອໃຫ້ກູ້ຢືມໄດ້. ໃນຂະນະດຽວກັນ ພາກລັດທີ່ກ່ຽວຂ້ອງ ກໍຈະໄດ້ຮ່ວມມືກັນຈັດຕັ້ງຜັນຂະຫຍາຍດຳລັດວ່າດ້ວຍກອງທຶນສົ່ງເສີມເອັສເອັມອີ ສະບັບເລກທີ 299/ລບ ໃຫ້ກາຍເປັນຮູບປະທຳຢ່າງທັນການ ເພື່ອເຮັດໃຫ້ເອັສເອັມອີ ມີທັດສະນະຄະຕິດ້ານບວກຕໍ່ກັບການເຂົ້າຫາແຫລ່ງທຶນ ຢູ່ລາວເຮົາ.

(ວາລະສານທາເກັດ ສະບັບ 163 ເດືອນກຸມພາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

 government to pursue the solution of financial access issue for SMEs

 The World Bank conducted a survey back in 2018 to find out obstacles for SMEs in Laos by interviewing representatives from 332 enterprises. In that number, 76% are small enterprises, while 21% and 3% are medium and big companies respectively. In this survey, 46% of participated firms are located in Vientiane, 29% in Savannakhet, 14% in Champasack, 6% in Luang Prabang, and 5% in Khammouan. If divided by sector, processing industry will account for 17%, retailers for 30% and other sectors for 53%.

The survey reveals a number of obstacles blocking Lao SME from growing. In that, 36% see that financial access is an issue which needs to be seriously addressed, which was regarded as the most important problem in 2018. When compared to the 2016 survey, only 5% of the total SMEs at that time considered that financial access is a restriction for business operation. Entrepreneurs have realized that financial access is the main issue and they do not apply for loan from commercial banks because they are still trapped with a negative perception that they will have to deal with 1) high interest rate, 2) complicated application process, 3) fear of being rejected, 4) high value collateral, 5) low credit amount and short-term loan. In addition, entrepreneurs themselves are having lack of capacity in business and financial planning, knowledge on business administration and finance. Out of all participated enterprises, only 10% of them have a bank account. Moreover, there have been insufficient dissemination of credit information.

The 2018 survey serves as a good reference for the government in addressing the difficulties, especially financial access issue for SMEs. In fact, the government has been attempting to solve such problem since 2010 as mentioned on the previous article that the government established the SME development and promotion fund under the Prime Minister’s Decree No. 123/PM dated March 03, 2010. With that, the fund was able to mobilize some amount from the ADB and the World Bank in 2012 and 2014 respectively. This money was assigned to commercial banks as credits to finance SMEs.

Just recently, Ministry of Industry and Commerce improved the Decree on SME Promotion Fund (amended) No. 299/GOV dated September 4, 2019 to increase the effective promotion of financial access by defining principles and regulations, usage, and monitoring effort to strengthen and expand the SME promotion fund. The decree will serve as a legal reference in attracting fund to promote SME from different sources.

Furthermore, Bank of the Lao PDR issued the Agreement No. 784/BOL dated September 3, 2019 to urge commercial banks to provide credits to SMEs. The agreement lay out basic principles and policies in supporting commercial banks in their credit provision to facilitate SMEs’ convenient and effective access to funding. At the same time, this will help create favorable conditions for commercial banks to implement, improve credit structure and launch diverse financial products for SMEs in the production, trade and service sector supported by the government. The above-mentioned legal document will demonstrate a clear direction and policy of the government in addressing financial access issue for SMEs. More importantly, the government makes a decision to mobilize and provide some amount of budget into the implementation of the above-mentioned decree and agreement. The government agrees to fund the implementation of the Decree No. 299/GOV for 200 billion kip. The SME promotion fund will distribute 91% of such fund to qualified commercial banks to finance qualified SMEs as stipulated in the decree. Because this is the budget allocated by the government to the SME promotion fund, commercial banks must not charge interest rate higher than 3%.

In addition to budget allocated as credits to finance SMEs, there is another approximately 16 billion kip planned to be used in technical assistance projects proposed by SMEs and concerned parties. What’s more, Bank of the Lao PDR signed a facility agreement with China Development Bank for a loan of 300 million US dollar to finance SMEs in the Lao PDR. Bank of the Lao PDR already accepted 10 commercial banks who expressed an interest in joining this SME funding project that are qualified based on criteria set by the central bank, namely BCEL; Lao Development Bank; Agricultural Promotion Bank; Maruhan Japan Bank Lao; Joint Development Bank; Lao China Bank; Lao Viet Bank; ST Bank; Military Commercial Joint Stock Bank Lao branch; and Sacom Bank to finance SMEs with the 300-million-dollar loan from China Development Bank. The loan will be divided into three portions. The first portion accounts for 100 million US dollar in a loan term of 5 years with a 3-year grace period.

Those things mentioned above yield a good signal for duly registered SMEs in Laos, especially entrepreneurs in need of fund to expand their business. Nevertheless, these businesses must hurriedly improve their administrative and accounting system. Without correct accounting, business and financial planning, commercial banks will not release credits to such business. In the meantime, concerned public authorities will jointly translate the Decree on SME Promotion Fund No. 299/GOV into practice to help alter the negative perception that SMEs have upon financial access in Laos.

 

 

Comments