ປີຜ່ານມາລວມຍອດການລົງທຶນຫຼາຍກວ່າ 7 ຕື້ ໂດລາ…

ບັນດາທ່ານ ປີຜ່ານມາລວມຍອດການລົງທຶນຫຼາຍກວ່າ 7 ຕື້ ໂດລາ… ຕົວເລກຂ້າງເທິງນັ້ນໄດ້ຮັບການເປີດເຜີຍໃນກອງປະຊຸມວຽກງານ ແຜນການ ແລະ ການລົງທຶນປະຈໍາປີ 2019 ໃນເດືອນ ທັນວາ 2019 ທີ່ຜ່ານມາ.

ທ່ານ ນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ: ໄລຍະ 9 ເດືອນ 2019 ຜ່ານມາ ລັດໄດ້ອະນຸມັດໃຫ້ພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດລົງທຶນຈໍານວນ 37 ໂຄງການ, ມີທຶນຫຼາຍກວ່າ 7 ຕື້ໂດລາ ສະຫະລັດ ແລະ ທຶນຈົດທະບຽນຫຼາຍກວ່າ 2 ຕື້ ໂດລາສະຫະລັດ (ສະເພາະສູນກາງອະນຸມັດ) ແລະ ຕົວເລກການນໍາເຂົ້າທຶນຜ່ານລະບົບທະນາຄານ 6 ເດືອນ ປີ 2019 ມີຈໍານວນປະມານ 223 ລ້ານ ໂດລາສະຫະລັດ; ໄດ້ຂຶ້ນທະບຽນວິສາຫະກິດຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ຈໍານວນ 10.200 ຫົວໜ່ວຍ ໃນຈໍານວນທຶນຫຼາຍກວ່າ 74.787 ກວ່າຕື້ກີບ ຫຼືເທົ່າກັບ 9 ຕື້ກວ່າ ໂດລາສະຫະລັດ.

(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 163 ເດືອນກຸມພາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ Kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

the total investment volume of the previous year

accounted for more than 7 billion dollar…

Dear readers! The total 7 billion dollar of investment was spent in the previous year. This number was revealed during the 2019 annual planning and investment meeting held in December 2019.

Ms. Khamchanh Vongseneboun, Deputy Minister of Planning and Investment, stated that: during the past 9 months of 2019, the government approved 37 projects of both domestic and foreign private entities with the total value of over 7 billion dollar and the registered capital of more than 2 billion dollar (just for those approved by the central government). The amount of incoming fund via a banking system during the past 6 months of 2019 accounted for approximately 223 million dollar. The government was able to register 10,200 units of industrial and commercial enterprise with the cumulative investment volume of over 74,787 billion kip or 9 billion dollar.

(More details can be found in Target Magazine issue 163 February 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments