Laodi – ເຫຼຼົ້າຣັມ ສັນຊາດລາວ ຜະລິດເປັນສິນຄ້າສົ່ງອອກໄປຫຼາຍປະເທດ

ເມື່ອເວົ້າເຖິງ ເຫຼຼົ້າຣັມ (Rhum: ພາສາຝລັ່ງ ຫຼື Rum: ພາສາອັງກິດ) ຄົນລາວຫຼາຍໆທ່ານອາດບໍ່ຄ່ອຍຄຸ້ນຫູ ເທົ່າກັບເຫຼົ້າຕ່າງຊາດປະເພດອື່ນ ບໍ່ວ່າຈະເປັນ ວິສກີ້ (Whisky), ໂວນກ້າ (Vodka) ແຕ່ທ່ານຮູ້ບໍ່ວ່າ “ເຫຼົ້າຣັມ” ຖືເປັນໜຶ່ງໃນຕະກູນເຫຼົ້າເກົ່າແກ່ທີ່ສຸດໃນໂລກມີປະຫວັດສາດທີ່ຍາວນານ ຕັ້ງແຕ່ສັດຕະວັດທີ 15 ໃນທະວີບອາເມລິກາກາງ-ໃຕ້ ແລະ ທະວີບເອີຣົບ ຕິດພັນເລິກເຊິ່ງກັບຍຸກເດີນເຮືອຂ້າມມະຫາສະໝຸດການລ່າອານານິຄົມທາງທະເລແຖບຄາຣີບ້ຽນ (Caribbean), ການຊອກຫາດິນແດນໃໝ່ຂອງທ່ານຄຣິສໂຕເຟີ ໂຄລໍາບັສ (Christopher Columbus) ທີ່ຄົ້ນພົບທະວີບອາເມລິກາ, ການຄ້ານ້ຳຕານຈາກອ້ອຍ ແລະ ການຄ້າທາດຜິວດຳຈາກທະວີບອາຟາຣິກາ ເພື່ອມາເປັນແຮງງານໃນສວນອ້ອຍ ຈົນເຖິງການປະຕິວັດອາເມລິກາເໜືອເຂດນິວອິງແລນ ອອກຈາກແອກປົກຄອງຂອງອັງກິດ ລ້ວນແລ້ວແຕ່ມີເລື່ອງລາວທີ່ກ່ຽວຂ້ອງກັບເຫຼົ້າຣັມ.

ແຕ່ບັນດາທ່ານຮູ້ບໍ່ວ່າປັດຈຸບັນຢູ່ລາວເຮົາກໍມີໂຮງງານ ເຫຼົ້າຣັມ ທີ່ຜະລິດເປັນສິນຄ້າສົ່ງອອກໄປຫຼາຍປະເທດໄດ້ແກ່: ສະວິສເຊີແລນ, ຍີ່ປຸ່ນ, ໄທ, ໄຕ້ຫວັນ ແລະ ໄວໆນີ້ກຳລັງກະກຽມຈະສົ່ງອອກໄປ ປະເທດເຢຍລະມັນ, ອັງກິດ ແລະ ອາເມລິກາ ພາຍໃຕ້ຍີ່ຫໍ້ “Laodi” (ລາວດີ). ໂຮງງານແຫ່ງນີ້ຕັ້ງຢູ່ ບ້ານນາຊອນ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ເຊິ່ງມື້ນີ້ວາລະສານ ທາເກັດເຮົາ ໄດ້ຮັບກຽດຈາກ ທ່ານ ສີຫັດຖະ ຣາຊະພົນ ຜູ້ອຳນວຍການ ບໍລິສັດອຸດສາຫະກຳ ກະເສດອິນຊີ ຈຳກັດຜູ້ດຽວ ທີ່ຈະມາ ບອກເລົ່າ ເລື່ອງລາວ ຄວາມເປັນມາຂອງເຫຼົ້າຣັມ ສັນຊາດລາວ ທີ່ຜະລິດໂດຍສີມືແມ່ຍິງລາວໃຫ້ພວກ ເຮົາໄດ້ຮູ້ຈັກຫຼາຍຂຶ້ນ.

  • ແລ້ວເຫຼົ້າຣັມ ແມ່ນຫຍັງ?

ເລົ່າໂດຍສັງເຂບແລ້ວເຫຼົ້າຣັມ ມີສອງຊະນິດຄື:

  1. ເຫຼົ້າຣັມ ທີ່ຜະລິດຈາກກາກນ້ຳຕານ (Molasses) ທີ່ເຫຼືອຈາກຂະບວນການຜະລິດນໍ້າຕານຈາກອ້ອຍ.
    2. ເຫຼົ້າຣັມ ທີ່ຜະລິດຈາກນ້ຳອ້ອຍບໍລິສຸດ 100% ເຊີງເຫຼົ້າລາວດີກໍຢູ່ໃນປະເພດທີ່ 2 ນີ້ ແລະ ມີວິທີ ການຜະລິດໂດຍນໍາເອົານ້ຳອ້ອຍສົດໄປໝັກ ແລະ ກັ່ນອອກມາເປັນເຫຼົ້າ ເຊິ່ງສະໄໝ 400 – 500 ປີ ກ່ອນ “ຣັມ” ຖືກເອີ້ນວ່າເຫຼົ້າຂອງນັກເດີນເຮືອ (ກະລາສີເຮືອ) ແລະ ຂ້າທາດຜິວດຳທີ່ຖືກຂາຍມາເປັນ ແຮງງານໃນສວນອ້ອຍຜະລິດໄວ້ກິນເອງ ເປັນເຫຼົ້າທີີ່ມີລົດຊາດຫອມຫວານແຕ່ມີລະດັບຄວາມປຸກຂອງ ທາດເຫຼົ້າສູງເຖິງ 42% ຈຶ່ງເຮັດໃຫ້ໄດ້ຮັບຄວາມນິຍົມຫຼາຍໃນເວລາຕໍ່ມາ ແລະ ຖືກສົ່ງໄປຂາຍໃນທະວີບເອີຣົບ ແລະ ທະວີບອາເມລິກາ.

ວ່າກັນວ່າລາວເຮົາເອງກໍແມ່ນແຫຼ່ງຕົ້ນກຳເນີດຂອງອ້ອຍ ແລະ ກໍມີທ່າແຮງໃນການປູກອ້ອຍມາດົນນານດ້ວຍສະພາບດິນທີ່ອຸດົມສົມບູນ ພູມອາກາດທີ່ເໝາະສົມ ແຫຼ່ງນ້ຳທີ່ບໍລິສຸດໄຫຼມາຈາກພູພຽງຕິເບດ ຈຶ່ງເຮັດໃຫ້ອ້ອຍທີ່ປູກຢູ່ໃນລາວ ໂດຍສະເພາະເຂດເມືອງປາກງື່ມ ມີລົດຊາດ ຄວາມຫອມ ຫວານທີ່ເປັນເອກະລັກ ດ້ວຍເຫດນີ້ຈຶ່ງດຶງດູດນັກລົງທຶນຈາກຍີ່ປຸ່ນ ໃຫ້ມາລົງທຶນຢູ່ດິນແດນແຫ່ງນີ້ ໂດຍນຳໃຊ້ຂະບວນການຜະລິດ ທີ່ໄດ້ມາດຕະຖານຍີ່ປຸ່ນທຸກຂັ້ນຕອນເຮັດໃຫ້ໄດ້ເຫຼົ້າຣັມ “Laodi” ທີ່ມີ
ຄຸນນະພາບສູງ ແລະ ເຂົ້າໄປຢູ່ໃນໃຈນັກດື່ມຈາກທົ່ວໂລກໄດ້ງ່າຍດາຍ.

ທ່ານ ສີຫັດຖະ ໄດ້ເລົ່າໃຫ້ຟັງວ່າປັດຈຸບັນໂຮງງານແຫ່ງນີ້ພວມຢູ່ໃນໄລຍະດຳເນີນງານທີ 2, ໄລຍະທຳອິດເອີ້ນວ່າໄລຍະບຸກເບີກນັບແຕ່ປີ 2007-2015 ແລະ ຫຼັງຈາກປີ 2015 ຮອດປັັດຈຸບັນແມ່ນໄລຍະຊອກຫາຕະຫຼາດໂດຍອີງຕາມວິໄສທັດ “ນຳໃຊ້ທ່າແຮງຂອງປະເທດລາວ ນຳພາແມ່ຍິງລາວທຳການຜະລິດກະສິກຳໃຫ້ເປັນສິນຄ້າກໍຄືເຫຼົ້າຣັມ” ຈຶ່ງເຮັດໃຫ້ໂຮງງານແຫ່ງນີ້ຮັບເອົາພະນັກງານເພດຍິງ ຈາກບ້ານອ້ອມແອ້ມກໍຄື: ບ້ານນາຊອນ ແລະ ບ້ານນາທາມກວມເອົາ 80% ເນັ້ນໜັກໃສ່ສ້າງລາຍຮັບໃຫ້ແມ່ຍິງເພື່ອຍົກສູງບົດບາດ ແລະ ການຕັດສິນໃຈໃນຄອບຄົວຂອງແມ່ຍິງທ້ອງຖິ່ນໃຫ້ຫຼາຍຂຶ້ນ.

ຈາກຈຸດເລີ່ມຕົ້ນຈົນມາຮອດປັັດຈຸບັນ “Laodi” ໄດ້ຜ່ານສິ່ງທ້າທາຍມາຫຼາຍຢ່າງນັບຕັ້ງແຕ່ທຶນຮອນ ທີ່ຈຳກັດ ຕ້ອງວາງແຜນການເງິນໃຫ້ຮັດກຸມຈັດລຳດັບລາຍຈ່າຍໃຫ້ສົມດຸນ ແລະ ເປັນໄປຕາມເປົ້າ, ລະດັບວິຊາການເຕັກນິກກະສິກຳ ລວມເຖິງການຫຸ້ມຫໍ່ ແລະ ການຕະຫຼາດ ທີ່ທັງຕ້ອງຮຽນຮູ້ໄປນຳ ເຮັດໄປນຳ ແກ້ໄຂບັນຫາ ແລະ ພັດທະນາໄປນຳເຊິ່ງທ່ານສີຫັດຖະ ເລົ່າວ່າ “ສະໄໝຜະລິດອອກມາຂາຍທຳອິດ ຂາຍບໍ່ໄດ້ເລີຍ ຍ້ອນໜ້າຕາຂອງພາຊະນະບັນຈຸໃຊ້ຂວດນ້ຳປາທຳມະດາ, ສະຫຼາກກໍອອກແບບບໍ່ງາມກຸ່ມລູກຄ້າເປົ້າໝາຍກໍບໍ່ຊັດເຈນ ເຮັດໃຫ້ບໍ່ມີໃຜຢາກຊື້ແຕ່ດຽວນີ້ພວກເຮົາໄດ້ຊອກຫາພາຊະນະ ແລະ ການຫຸ້ມຫໍ່ທີ່ບົ່ງບອກຕົວຕົນ ຍີ່ຫໍ້ “Laodi” ໄດ້ຢ່າງຊັດເຈນ ເຮັດໃຫ້ເຫຼົ້າຣັມຈາກລາວສາມາດເດີນທາງໄປໄກຫຼາຍທະວີບ ບໍ່ວ່າຈະເປັນຂວດຄຸນນະພາບດີທີ່ນຳເຂົ້າຈາກຈີນ, ຝາປິດ ຈາກປອກຕຸຍ ການ ແລະ ສະຫຼາກ ທີ່ອອກແບບ ແລະ ຕີພິມຈາກຍີ່ປຸ່ນຈຶ່ງເຮັດໃຫ້ພາບລັກຂອງເຫຼົ້າຣັມ “Laodi” ແມ່ນຖືກຈັດຢູ່ໃນລະດັບສິນຄ້າຫຼູຫຼາ (Premium) ສົມກັບຄຸນນະພາບ ແລະ ລົດຊາດທີ່ເປັນເອກະລັກໄດ້ຢ່າງກົມກືນ.

ນອກຈາກເຫຼົ້າຣັມທີ່ຜະລິດຈາກນ້ຳອ້ອຍສົດໆແລ້ວ ເພິ່ນກໍຍັງມີເຫຼົ້າຣັມປຸງແຕ່ງລົດຊາດໝາກໄມ້ ທ້ອງຖິ່ນພາຍໃຕ້ຍີ່ຫໍ້ “Laodi” ອີກ 5 ຊະນິດທີ່ເອີ້ນວ່າ “Fruit Marriage Rum” ຫຼື ໝາກໄມ້ແຕ່ງດອງກັບເຫຼົ້າຣັມເຊັ່ນ: ໝາກໝັ້ນຊຽງຂວາງ, ໝາກພ້າວປາກງື່ມ, ເຫຼົ້າໝາກໜອດປາກຊ່ອງ, ກາເຟ ແລະ ອູເມະ (ໝາກໄມ້ຍີ່ປຸ່ນ) ສຳລັບຜູ້ທີ່ຫຼົງໄຫຼໃນຄວາມຫອມຫວານຂອງໝາກໄມ້ເຂດຮ້ອນ ເໝາະກັບການດື່ມປົນກັບນ້ຳກ້ອນເຢັນໆແບບ On The Rocks.

ຍີ່່ຫໍ້ “Laodi” ເລີ່ມເປັນທີ່ຮູ້ຈັກຂອງນັກດື່ມໃນຕ່າງປະເທດຈາກການເດີນສາຍເຂົ້າຮ່ວມງານບຸນ ເຫຼົ້າຣັມ ໃນຫຼາຍປະເທດທັງທະວີບເອີຣົບ ແລະ ອາເມລິກາເພື່ອເປີດໂອກາດໃຫ້ເຂົາເຈົ້າໄດ້ລອງລົດ ຊາດ ແລະ ທຳຄວາມຮູ້ຈັກກັບສິນຄ້າສີມືແມ່ຍິງຈາກປະເທດນ້ອຍໆໃນອາຊີຕາເວັນອອກສ່ຽງໃຕ້ເຊິ່ງ ແນ່ນອນວ່າ “Laodi” ໄດ້ຮັບການຮັບຕ້ອນເປັນຢ່າງດີມີການສັ່ງຊື້ໃນລະດັບທີ່ໜ້າພໍໃຈ. ເພາະເຫຼົ້າຣັມ ເປັນສ່ວນໜຶ່ງຂອງປະເພນີທ້ອງຖິ່ນຂອງຊາວເອີຣົບ ແລະ ອາເມລິກາຢູ່ແລ້ວ ເຊິ່ງແຕກຕ່າງກັບ
ເຫຼົ້າຂາວ ຫຼື ເຫຼົ້າທ້ອງຖິ່ນອື່ນໆຂອງລາວເຮົາທີ່ອາດຕ້ອງໃຊ້ເວລາຍາວນານກວ່າເພື່ອສື່ສານທຳຄວາມເຂົ້າໃຈເຖິງແກ່ນແທ້ຄຸນຄ່າທີ່ຕິດພັນກັບວິຖີຊີວິດ ແລະ ວັດທະນະທຳລາວ ໃຫ້ກັບຊາວເອີຣົບ ແລະອາເມລິກາໄດ້ຮັບຮູ້ ກ່ອນຈະສົ່ງອອກໄປຂາຍໃນຕະຫຼາດດັ່ງກ່າວນີ້. ເຫຼົ້າຣັມ ລາວດີ ຫຼັງກ້າວສູ່ສະໃໝທີ່ 2 ແລ້ວແມ່ນໄດ້ມີການສົ່ງສີນຄ້າເຂົ້າປະກວດງານແຂ່ງຂັນລະດັບໂລກ ແລະ ກໍໄດ້ຮັບຫຼາຍລາງວັນເຊັນ: ຫຼຽນຄຳ(Gold Medal) ຈາກ San Francisco World Spirits Competition 2017; ລາງວັນຊະນະເລີດລະດັບທອງເຫຼືອງຂອງອົງການ International Wine & Spirit Competition IWSC 2017 ຢູ່ປະເທດອັງກິດ;  ລາງວັນຫຼຽນເງິນຈາກອົງການ International Wine & Spirit Competition IWSC 2018 ສາຂາຮົງກົງ; ແລະ ຊະນະເລີດຂັ້ນຫຼຽນເງິນຈາກອົງການ Tokyo Whisky & Spirits Competition 2019 Category Winner 2019 Dark Rum Agricole between 3 – 8 years.

ເຖິງວ່າຈະໄດ້ຜົນຕອບຮັບທີ່ດີຈາກຕະຫຼາດນັກດື່ມໃນຕ່າງປະເທດ ແຕ່ກຳລັງການຜະລິດຂອງໂຮງງານແຫ່ງນີ້ຍັງຖືວ່າຈຳກັດ ເພາະຂະນະນີ້ສາມາດຜະລິດໄດ້ພຽງແຕ່ 30.000 ລິດຕໍ່ປີ ເຊິ່ງໃນອະນາຄົດ ຫາກບໍ່ລົງທຶນເພີ່ມກຳລັງການຜະລິດກໍຍັງຍາກທີ່ຈະຂະຫຍາຍໄປຕະຫຼາດອື່ນໆເພີ່ມປະກອບກັບທ່ານ ສີຫັດຖະ ກໍຢາກສຸມໃສ່ການຮັກສາລູກຄ້າເກົ່າໃຫ້ໜຽວແໜ້ນເສຍກ່ອນ ນອກຈາກນີ້ ການສົ່ງສິນຄ້າໄປຂາຍໃນແຕ່ລະຕະຫຼາດກໍມີເງື່ອນໄຂຂໍ້ກຳນົດທີ່ແຕກຕ່າງກັນເຊັ່ນ: ຂະໜາດບັນຈຸຂອງ
ຂວດທີ່ສາມາດນຳເຂົ້າເອີຣົບ ແລະ ອາເມລິກາກໍແຕກຕ່າງໆເຊິ່ງໝາຍເຖິງຕົ້ນທຶນພາຊະນະບັນຈຸທີ່ເພີ່ມຂຶ້ນ ສະນັ້ນຍຸດທະສາດຂອງເພິ່ນກໍຄື ຄ່ອຍເປັນຄ່ອຍໄປ ແລະ ບໍ່ເຮັດການຕະຫຼາດທີ່ເກີນຕົວເກີນຄວາມສາມາດໃນການຕອບສະໜອງແກ່ລູກຄ້າ.

ດັ່ງທີ່ກ່າວໄປແລ້ວວ່າປັດຈຸບັນ ເຫຼົ້າ “Laodi” ສ່ວນໃຫຍ່ແມ່ນຖືກສົ່ງອອກໄປຂາຍຕ່າງປະເທດ ເນື່ອງຈາກຄົນລາວເຮົາກໍຍັງບໍ່ຄຸ້ນເຄີຍ ຫຼື ນິຍົມເຫຼົ້າຣັມໃນວົງກວ້າງ ຫຼື ຫາກຮູ້ຈັກກໍເປັນຍີ່ຫໍ້ທີ່ມີຊື່ສຽງຈາກຕ່າງປະເທດປະກອບກັບສິນຄ້າຂອງເພິ່ນຍັງຈັດຢູ່ໃນລະດັບພຣີມ້ຽມ (Premium) ລາຄາຈຶ່ງສູງຫາກທຽບໃສ່ເຫຼົ້າທ້ອງຖິ່ນ ຈຶ່ງເຮັດໃຫ້ຕະຫຼາດພາຍໃນຍັງບໍ່ມີຄວາມຕື່ນຕົວເທົ່າທີ່ຄວນ ເຊິ່ງລູກຄ້າພາຍໃນຫຼັກໆຈະແມ່ນບັນດາຫົວໜ່ວຍທຸລະກິດໃນຂະແໜງການ ທ່ອງທ່ຽວ, ໂຮງແຮມ ແລະ ຮ້ານອາ
ຫານທີ່ໃຫ້ບໍລິການລູກຄ້າຕ່າງປະເທດເປັນປະຈຳ.

ນອກຈາກນີ້ທ່ານ ສີຫັດຖະ ຍັງຢາກເຫັນຄົນລາວເຮົາເປີດໃຈສົ່ງເສີມຜະລິດຕະພັນພາຍໃນລອງຊິມເຫຼົ້າຣັມ ຂອງບ້ານເຮົາ ແລະ ໃຫ້ “Laodi” ເປັນອີກທາງເລືອກໜຶ່ງຂອງກິດຈະກຳສະເຫຼີມສະຫຼອງຕ່າງໆ ຫຼື ຫາກຜູ້ອ່ານທ່ານໃດ ຍັງບໍ່ຢາກຊື້ເປັນຂວດ ກໍສາມາດໄປນັ່ງຈິບໄດ້ທີ່ຮ້ານ Laodi Bar Mekong Riverside ເປີດໃຫ້ບໍລິການນຳອີກ ສະຖານທີ່ຕັ້ງຢູ່: ເສັ້ນລຽບແຄມຂອງຖະໜົນຟ້າງຸ່ມບ້ານສີຖານເໜືອ ເມືອງສີໂຄດຕະບອງ.

(ໃນວາລະສານທາເກັດ ສະບັບ 163 ເດືອນກຸມພາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ Kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Laodi – rum made in Laos

Speaking of rum, Lao people might be less familiar with it comparing to other types of liquor, such as whisky or vodka. However, do you know that “rum” is one of the oldest alcoholic drink in the world sharing a very long history dated back to the 15th century? It was the colonial period when Christopher Columbus of Europe sailed west to the Caribbean Sea in the Central and South America in search for new lands. The discovery of America, sugarcane trade, use of African slaves as work forces in sugarcane farm and the Revolution of North America to liberate themselves from the English colonialism were all related to rum.

Do you know that currently, Laos also have a factory that exports rum to overseas, such as Switzerland, Japan, Thailand, Taiwan and soon to be exported to Germany, England and USA under the “Laodi” brand? This factory is located in Nasone Village, Parkngeum District, Vientiane. Today, Target Magazine will present you an exclusive interview with Mr. Sithattha Razphonh, Director of Industry-Organic Agriculture Company Sole Limited who will let us know more about the rum made by Lao women.

• What is rum?

In general, rum has two kinds:

1. an alcoholic drink made from molasses remained from sugarcane after its sugar extraction process and

2. a drink made from 100% pure sugarcane juice. Laodi is categorized under these two types and made by fermenting fresh sugarcane juice before being distilled into an alcoholic drink. About 400-500 years ago, rum was labeled as a liquor for sailors. African slaves who worked in a sugarcane farm made this rum for their own consumption. Because of its sweet taste mixed with alcohol as high as 42%, it became more popular later which was then exported to Europe and America.

It is said that Laos is another place where sugarcane originated from and has been a suitable place for sugarcane plantation since a very long time. With its
richness in fertile soils, appropriate climate, pure water sources flowed in from Tibetan mountains, sugarcane planted in Laos, especially in Parkngeum District, bears quality outputs with good smell and sweet taste. For this reason, Japanese investors have become more interested in doing this business, while applying Japanese standard of production procedures in making high quality rum that is attractive to people from all corners of the world.

Mr. Sithattha told us that currently, his factory is under the 2nd phase of operation. The first phase is called a preparation period which ranged from 2007 to 2015. Since 2015, rum has been under the production period based on this vision: “make use of Lao potentials, lead womenin agricultural activities, make rum a quality product.” With the vision, the factory hires female workers from nearby villages, such as Nasone and Natham Village, covering 80% of the total employees to help creating income, while empowering local women both in their family and society. Since the beginning, “Laodi” has been through a number of obstacles, such as financial restriction which required them to come up with a careful financial plan, while balancing expenditures as targeted, and lack of knowledge in terms of agricultural, packaging and marketing techniques which they have acquired via trials and errors. Mr. Sithattha said that “when the liquor was first produced, we could not sell any because of its unattractive design of label and the
overall look of the product. We also did not have clear target customers at that time. However, we later decided to entirely change our packaging to clearly reflect the unique identity of “Laodi,” made-in-Lao rum exported to many continents. We have used quality bottles imported from China, caps from Portugal, and labels designed and printed by Japan giving “Laodi” a premium status with quality and taste matching its price.”

In addition to rum made from fresh sugarcane juice, they also produce rum mixed with 5 local fruits under the name “Fruit Marriage Rum,” namely Xiengkhouang plum, coconut, passion fruit, coffee and Ume (Japanese fruit) for those who fascinate the good smell and sweet taste of tropical fruits, and prefer light alcohol. It is best to drink it with ice like on the rocks.

Foreign drinkers started to learn about “Laodi” after the business participated in a number of rum festivals overseas both in Europe and America. This gave chances for foreign drinkers to taste and learn more about the product made by women from a small country in Southeast Asia. “Laodi” has made good impression mirrored in its high sale volume in Europe and America because rum has been a part of their tradition for a very long time. Unlike rum, rice whiskey or other local liquors of Laos might need a little more time for consumers from Europe and America to really and deeply understand their core value which have associated closely with Lao lifestyle and culture. After entering the second era, Laodi has been participating in a number of global contests and won numerous awards, namely gold medal from San Francisco World Spirits Competition 2017; trophy from the International Wine and Spirits Competition 2017; silver medal from the Tokyo Whisky and Spirits Competition 2019 Category Winner 2019
Dark Rum Agricole between 3-8 years.

Despite good acceptance from foreign markets, the factory is facing with limited productivity. Currently, they can only produce up to 30,000 liters per year. If they do not expand their productivity, it would be difficult to expand their market coverage in the future. However, Mr. Sithattha would like to focus on keeping existing customers first before expanding market coverage which is more complicated. Different market has different criteria to comply with. For instance, bottle size permitted in Europe and America is different meaning that the producer will bear higher cost of production. Therefore, he will stick with his strategy of moving slowly and do not engage in any marketing activities that are out of their capability.

As mentioned above, “Laodi” is mostly exported overseas because Lao people are not familiar with rum, it is not widely popular in Laos, only some know about rum of foreign brands, and the product is availablein a premium price comparing to local liquors. These have made Lao market for rum not quite vigorous. Their domestic customers are usually tourist, hotel and restaurant businesses who serve foreign customers mainly.

Lastly, Mr. Sithattha would like Lao people to open up and help promoting
domestic products by trying Lao rum. They would also like Lao people to consider
“Laodi” as another option for any celebratory event. If readers who would like to try and
do not want to buy as a bottle, they can go to Laodi Bar Mekong Riverside located along the Mekong river bank of Fangum Road, Sithan Neua Village, Sikhottabong
District, to have a sip.

( in Target Magazine issue 163 February 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

 

Comments