ຄວາມໝັ້ນໃຈ ກັບການປະສົບຜົນສຳເລັດ

ຄວາມໝັ້ນໃຈໃນຕົນເອງເປັນສິ່ງທີ່ສຳຄັນ ແລະ ຈຳເປັນໃນຊີວິດປະຈຳວັນ ໂດຍສະເພາະໃນແວດວົງການດຳ ເນີນທຸລະກິດ. ຄວາມໝັ້ນໃຈເປັນສິ່ງທີ່ຫຼາຍຄົນຝັນຢາກມີ ແລະ ພະຍາຍາມຝຶກຕົນເອງໃຫ້ມີທັດສະນະແນວຄິດນີ້. ທ່ານອາດຈະຍັງມີຄຳຖາມວ່າ ຄວາມໝັ້ນໃຈໃນຕົນເອງແມ່ນຫຍັງກັນແທ້ ເພື່ອໃຫ້ເຂົ້າໃຈງ່າຍຂຶ້ນຕື່ມ ຜູ້ຂຽນຈຶ່ງໄດ້ຍົກເອົາຄຳນິຍາມທີ່ບັນດານັກຄົ້ນຄວ້າໄດ້ຂຽນໄວ້ມາເລົ່າສູ່ກັນຟັງຕື່ມ. ຄວາມໝັ້ນໃຈໃນຕົນເອງ ແມ່ນການທີ່ທ່ານສາມາດຮັບຮູ້ໄດ້ວ່າ ສິ່ງໃດທີ່ທ່ານເຮັດໄດ້ ແລະ ສິ່ງໃດທີ່ທ່ານເຮັດບໍ່ໄດ້, ເຊື່ອໃນຄວາມສາມາດຂອງຕົນເອງ ຊຶ່ງລະດັບຄວາມໝັ້ນໃຈສາມາດຂຶ້ນກັບສະຖານະການທີ່ແຕກຕ່າງກັນ ໂດຍມີຄວາມພາກພູມໃຈໃນຕົນເອງເປັນອີກໜຶ່ງຕົວຜັກດັນທີ່ເຮັດໃຫ້ເກີດຄວາມໝັ້ນໃຈ. ອີກຄວາມໝາຍໜຶ່ງກໍແມ່ນ ການເຊື່ອໝັ້ນໃນປະສິດ ທິພາບຂອງຕົນເອງວ່າ ສາມາດປະສົບຜົນສຳເລັດໄດ້ຢ່າງແນ່ນອນ. ຄວາມໝັ້ນໃຈໃນຕົນເອງສາມາດເບິ່ງເຫັນໄດ້ຈາກຫຼາຍຢ່າງ ເຊັ່ນວ່າ ພຶດຕິກຳ, ການໃຊ້ພາສາຮ່າງກາຍ, ວີທີການເວົ້າ ຫຼື ການນຳສະເໜີ ແລະ ເນື້ອຫາທີ່ນຳມາສະເໜີ.

ຜູ້ທີ່ມີຄວາມໝັ້ນໃຈ ຈະເຮັດໃນສິ່ງທີ່ເຂົາເຊື່ອວ່າຖືກຕ້ອງ ເຖິງແມ່ນວ່າຈະຖືກວິຈານກໍຕາມ, ພວກເຂົາກ້າທີ່ຈະສ່ຽງ ເພື່ອພົບກັບສິ່ງທີ່ດີກວ່າ, ກ້າທີ່ຈະຍອມຮັບຄວາມຜິດພາດ ແລະ ຮຽນຮູ້ຈາກສິ່ງນັ້ນ, ຍອມຮັບຄຳຊົມເຊີຍຈາກຄົນອື່ນດ້ວຍຄວາມເຕັມໃຈ ສຸພາບ ແລະ ອ່ອນນ້ອມ. ໃນທາງກົງກັນຂ້າມ, ຜູ້ທີ່ຂາດຄວາມໝັ້ນໃຈໃນຕົນເອງ ມັກຈະປະຕິບັດຕົນຕາມຄວາມຄິດຂອງຄົນອື່ນ, ຢູ່ແຕ່ຈຸດທີ່ປອດໄພ (comfort zone), ຢ້ານຄວາມລົ້ມເຫຼວ ແລະ ຫຼີກລ່ຽງຄວາມສ່ຽງ, ກ່າວອ້າງເຖິງຄວາມສາມາດຂອງຕົນເອງໃຫ້ຜູ້ອື່ນຟັງທຸກຄັ້ງທີ່ມີໂອກາດ ແຕ່ມັກປະຕິເສດການຍ້ອງຍໍຈາກຄົນອື່ນດ້ວຍຄຳເວົ້າທີ່ຖ່ອມຕົນຈົນເກີນໄປ. ດັ່ງນັ້ນ ຈຶ່ງກ່າວໄດ້ວ່າບຸກຄົນທີ່ຂາດຄວາມໝັ້ນໃຈໃນຕົນເອງມັກຈະເສຍໂອກາດໃນການປະສົບຜົນສຳເລັດ ເນື່ອງຈາກບໍ່ມີຄວາມເດັດຂາດໃນການຕັດສິນໃຈ ແລະ ມີຄວາມກັງວົນຢູ່ຕະຫລອດເວລາ.

ຄວາມໝັ້ນໃຈນັ້ນ ເກີດຈາກການມີຄວາມຮູ້ ແລະ ການຝຶກຝົນ ຍິ່ງມີປະສົບການຫຼາຍເທົ່າໃດ ທ່ານຍິ່ງໝັ້ນໃຈໃນຕົນເອງຫຼາຍເທົ່ານັ້ນ ຕົວຢ່າງ ອາຊີບຂອງທ່ານແມ່ນນັກຈັດງານສຳມະນາ ຍິ່ງທ່ານໄດ້ຈັດສຳມະນາຫຼາຍເທົ່າໃດ ທ່ານຍິ່ງຊ່ຽວຊານ ແລະ ໝັ້ນໃຈໃນການບໍລິຫານຈັດການກ່ຽວກັບການຈັດງານຫຼາຍເທົ່ານັ້ນ ເພາະໃນແຕ່ລະຄັ້ງທ່ານໄດ້ຮັບປະສົບການຈາກເຫດການທີ່ແຕກຕ່າງກັນ, ໄດ້ຮຽນຮູ້ຈາກຄວາມຜິດພາດ ແລະ ນຳເອົາມາແກ້ໄຂ ເຮັດໃຫ້ການປະຕິບັດງານໃນຄັ້ງຕໍ່ໄປໄດ້ຮັບໝາກຜົນທີ່ມີປະສິດທິພາບຍິ່ງຂຶ້ນ ຄວາມໝັ້ນໃຈຂອງທ່ານກໍຄ່ອຍເພີ່ມຂຶ້ນເທື່ອລະກ້າວ. ດ້ວຍເຫດນັ້ນ ຄວາມໝັ້ນໃຈຈຶ່ງສາມາດສ້າງຂຶ້ນໄດ້ ຫາກທ່ານຕັ້ງໃຈ ແລະ ຝຶກຝົນຢູ່ສະເໝີ ຊຶ່ງໃນບົດຄວາມນີ້ ຈະນຳສະເໜີເຕັກນິກເລັກນ້ອຍທີ່ຈະຊ່ວຍໃນການສ້າງຄວາມໝັ້ນໃຈໃນຕົນເອງ ຊຶ່ງຜູ້ອ່ານສາມາດເອົາໄປທົດລອງນຳໃຊ້ໄດ້.

ເລີ່ມຈາກ ການສຳຫລວດຄືນວ່າ ມີອັນໃດແດ່ທີ່ທ່ານເຄີຍເຮັດສຳເລັດຜ່ານມາແລ້ວ ບໍ່ວ່າຈະເປັນເລື່ອງເລັກນ້ອຍ ເຊັ່ນ ສາມາດເສັງໄດ້ຄະແນນດີ ຫຼື ເລື່ອງໃຫຍ່ໆ ເຊັ່ນ ຖືກຍ້ອງຍໍຈາກການປະກອບສ່ວນຊ່ວຍສັງຄົມ, ສາມາດສ້າງຍອດຂາຍສູງສຸດປະຈຳເດືອນ; ຈາກນັ້ນ ຈົດບັນທຶກເລື່ອງລາວເຫຼົ່ານັ້ນ ແລະ ໃຊ້ເວລາສັ້ນໆໃນການຊື່ນຊົມຜົນສຳເລັດທີ່ຜ່ານມາຂອງຕົນ ເພື່ອສ້າງຄວາມຮູ້ສຶກ ແລະ ທັດສະນະຄະຕິທາງດ້ານບວກໃຫ້ແກ່ຕົນເອງ. ສິ່ງຕໍ່ມາ ກໍຄື ຄິດຫາຈຸດແຂງຂອງຕົນເອງ ເພື່ອເບິ່ງວ່າທ່ານມີຄວາມສາມາດໃນດ້ານໃດ ທ່ານສາມາດສອບຖາມຈາກໝູ່ເພື່ອນເພີ່ມຕື່ມ ເພື່ອປະກອບໃສ່ການປະເມີນຕົນເອງ ເພາະມັນຈະຊ່ວຍໃຫ້ທ່ານສາມາດນຳເອົາໄປພັດທະນາຕໍ່ຍອດໃຫ້ກາຍເປັນຄວາມຊ່ຽວຊານໃນອະນາຄົດ. ນອກນັ້ນ ທ່ານຕ້ອງຄຳນຶງວ່າສິ່ງໃດທີ່ສຳຄັນ ແລະ ຈຳເປັນ ສຳລັບທ່ານ ລວມທັງເປົ້າໝາຍທີ່ທ່ານຢາກໄປເຖິງ. ການຕັ້ງເປົ້າໝາຍແມ່ນ ປັດໃຈສຳຄັນທີ່ພາໃຫ້ເກີດມີຄວາມໝັ້ນໃຈໃນຕົນເອງ ເພາະເຮັດໃຫ້ທ່ານຕັ້ງເງື່ອນໄຂໃຫ້ຕົນເອງມີການລົງມືປະຕິບັດ, ມີການປະເມີນເພື່ອຊອກຫາຈຸດແຂງ ແລະ ກຳຈັດຈຸດອ່ອນ. ຫາກຈຸດອ່ອນຂອງທ່ານຄື ການບໍ່ກ້າເວົ້າຕໍ່ໜ້າຄົນຫຼາຍ ແຕ່ເປົ້າໝາຍຄື ການສາມາດຂຶ້ນໄປບັນຍາຍເທິງເວທີ ແນ່ນອນວ່າທ່ານຕ້ອງພັດທະນາຕົນເອງຢ່າງເຕັມທີ່ເພື່ອເອົາຊະນະຈຸດອ່ອນນັ້ນ ເມື່ອຊະນະໄດ້ແລ້ວທ່ານຍ່ອມມີຄວາມໝັ້ນໃຈທີ່ເພີ່ມຂຶ້ນ. ເຖິງຢ່າງໃດກໍຕາມ ສຳລັບໄລຍະທຳອິດ ທ່ານຄວນຕັ້ງເປົ້າໝາຍນ້ອຍໆທີ່ສາມາດເປັນໄປໄດ້, ທຸກຄວາມສຳເລັດແມ່ນ ສົ່ງຜົນໃຫ້ມີຄວາມໝັ້ນໃຈໃນຕົນເອງຫຼາຍຂຶ້ນ ຊຶ່ງຕ້ອງຄ່ອຍໆເຮັດໄປເທື່ອລະຂັ້ນ. ຫາກທ່ານຕັ້ງເປົ້າໝາຍທີ່ໃຫຍ່ເກີນໄປໃນໄລຍະຕົ້ນ ອາດຈະເຮັດໃຫ້ທ່ານ ໝົດກຳລັງໃຈກ່ອນ ແລະ ສູນເສຍຄວາມໝັ້ນໃຈຕື່ມຊໍ້າ ເມື່ອບໍ່ສາມາດບັນລຸຕາມເປົ້າໝາຍທີ່ຕັ້ງໄວ້ໄດ້.

ດັ່ງທີ່ໄດ້ກ່າວໄປແລ້ວວ່າ ຄວາມໝັ້ນໃຈເກີດຈາກການມີຄວາມຮູ້ ແລະ ການຝຶກຝົນ ຍ້ອນແນວນັ້ນ ທ່່ານຕ້ອງ ສ້າງຄວາມຮູ້ໃຫ້ຕົນເອງ ໂດຍສະເພາະຄວາມຮູ້ທີ່ທ່ານຈຳເປັນຕ້ອງໃຊ້ເພື່ອບັນລຸເປົ້າໝາຍທີ່ຕັ້ງໄວ້. ເມື່ອເຮົາມີຄວາມຮູ້ ເຮົາກໍຈະກ້າຕອບຄຳຖາມ, ກ້າທີ່ຈະອະທິບາຍ ແລະ ການທີ່ຈະໂຕ້ຖຽງໃນທາງສ້າງສັນ ເພື່ອຫາຂໍ້ສະຫລຸບ ຊຶ່ງຄວາມກ້າຫານນີ້ ໃນອີກຄວາມໝາຍໜຶ່ງ ກໍຄື ການມີຄວາມໝັ້ນໃຈນັ້ນເອງ. ແຕ່ສິ່ງທີ່ຄວນລະວັງໃນການເລີ່ມຕົ້ນສ້າງຄວາມໝັ້ນໃຈໃຫ້ຕົນເອງ ກໍຄື ການຄາດຫວັງຄວາມສົມບູນແບບ ຫຼື ຄາດຫວັງຄວາມສຳເລັດໃນທຸກວຽກງານ. ການລົ້ມເຫຼວເພື່ອພັດທະນາກໍເປັນປັດໃຈໜຶ່ງທີ່ເຮັດໃຫ້ທ່ານເຂັ້ມແຂງ ທ່ານຈຳເປັນຕ້ອງໄດ້ລິ້ມລອງທຸກຄວາມຮູ້ສຶກ ເພື່ອເປັນການສ້າງພູມຄຸ້ມກັນ. ທ່ານຄວນຄ່ອຍໆຝຶກຝົນຕົນເອງ, ບໍ່ກົດດັນຈົນເກີນໄປ ແລະ ມີຄວາມສຸກກັບຄວາມສຳເລັດນ້ອຍໆ ແລະ ຮຽນຮູ້ຈາກຄວາມຜິດພາດ. ອີກສິ່ງໜຶ່ງທີ່ສຳຄັນເຊັ່ນກັນ ກໍຄື ການຈັດສັນທັດສະນະແນວຄິດຂອງຕົນເອງໃຫ້ເປັນຄົນເປີດກວ້າງ ແລະ ຄິດບວກຢູ່ສະເໝີ. ທ່ານຈຳເປັນຕ້ອງຮຽນຮູ້ທີ່ຈະຮັບເອົາຄຳຕິຊົມທີ່ເປັນປະໂຫຍດໃນການປັບປຸງຕົນເອງໃຫ້ດີຂຶ້ນ ຢ່າເອົາຕົນເອງເປັນທີ່ຕັ້ງແບບບໍ່ຟັງໃຜເລີຍ. ນອກນັ້ນ ຍັງຕ້ອງສາມາດກັ່ນຕອງ ແລະ ປະຕິເສດຄຳວິຈານທີ່ບໍ່ສ້າງສັນທີ່ມີແຕ່ຈະມາບັນທອນຄວາມໝັ້ນໃຈໃນຕົນເອງຂອງທ່ານ. ເວົ້າງ່າຍໆ ກໍຄື ເລືອກຮັບຟັງສິ່ງທີ່ເປັນປະໂຫຍດ ແລະ ເມີນເສີຍຕໍ່ຄຳເວົ້າທີ່ບໍ່ຫວັງດີ. ທ້າຍສຸດ ທ່ານຕ້ອງໃຫ້ຄຳໝັ້ນສັນຍາກັບຕົນເອງວ່າ ຈະເຮັດໃຫ້ເຕັມທີ່ໃນທຸກເລື່ອງ ພ້ອມທີ່ຈະທ້າທາຍ, ພ້ອມທີ່ຈະຮັບຄຳຄິດເຫັນ, ພ້ອມທີ່ຈະຝຶກຝົນ ແລະ ພ້ອມທີ່ຈະລົງມື ເພື່ອເຮັດໃຫ້ຕົນເອງກາຍເປັນຄົນທີ່ມີຄວາມໝັ້ນໃຈທີ່ເຕັມໄປດ້ວຍພະລັງດ້ານບວກ.

ການມີຄວາມໝັ້ນໃຈໃນຕົນເອງເປັນສິ່ງທີ່ສຳຄັນ ເພາະເປັນສ່ວນໜຶ່ງທີ່ພາໃຫ້ປະສົບຜົນສຳເລັດ ບໍ່ວ່າຈະເປັນການສຶກສາ ຫຼື ການເຮັດທຸລະກິດ. ແຕ່ການໝັ້ນໃຈໃນຕົນເອງ ກໍຕ້ອງມີຄວາມສົມດຸນ ໃນເບື້ອງຕົ້ນ ເຮົາອາດເປັນຄົນທີ່ບໍ່ມີຄວາມໝັ້ນໃຈເລີຍ ແຕ່ໃນຕອນສຸດທ້າຍເຮົາອາດກາຍເປັນຄົນທີ່ໝັ້ນໃຈຈົນເກີນໄປ ຫາກບໍ່ສາມາດຄວບຄຸມຄວາມໝັ້ນໃຈໃນຈຸດທີ່ພໍດີໄດ້. ເມື່ອທ່ານໝັ້ນໃຈຈົນເກີນໄປ ຈະເຮັດໃຫ້ກາຍເປັນຄົນອວດອົ່ງ, ທະນົງຕົວ, ບໍ່ຮັບຟັງຄວາມຄິດເຫັນຄົນອື່ນ ແລະ ສຸດທ້າຍອາດກາຍເປັນຄົນທີ່ບໍ່ມີເຫດຜົນ ແລະ ບໍ່ມີຜູ້ໃດຢາກຮ່ວມວຽກງານນຳ ຊຶ່ງແນ່ນອນວ່າສົ່ງຜົນກະທົບດ້ານລົບຕໍ່ການດຳເນີນທຸລະກິດໃຫ້ປະສົບຜົນສຳເລັດ. ການໝັ້ນໃຈໃນຕົນເອງເປັນເລື່ອງທີ່ດີ ແຕ່ສິ່ງທີ່ທ່ານໝັ້ນໃຈອາດບໍ່ແມ່ນສິ່ງທີ່ຖືກຕ້ອງທັງໝົດ, ການຮັບຟັງຄົນອື່ນ ແລະ ພິຈາລະນາດ້ວຍຄວາມເປັນກາງ ປາສະຈາກອັກຄະຕິ ຍັງເປັນສິ່ງທີ່ຈຳເປັນສະເໝີ. ການທີ່ໝັ້ນໃຈຈົນເກີນໄປ ອາດເຮັດໃຫ້ທ່ານພົບກັບຄວາມສ່ຽງຫຼາຍເກີນກວ່າຄວາມສາມາດໃຮັບມືຂອງທ່່ານໄດ້, ເຮັດໃຫ້ທ່ານຕ້ອງບັງຄັບຕົນເອງຈົນເກີນຂີດຈຳກັດ ຊຶ່ງອາດ ເຮັດໃຫ້ເກີດຄວາມຜິດພາດ ຈົນທ່ານລົ້ມເຫຼວ ແລະ ບໍ່ອາດບັນລຸຕາມເປົ້າໝາຍທີ່ຕັ້ງໄວ້. ຈາກເບື້ອງຕົ້ນທີ່ມຸ່ງຫວັງເສີມສ້າງຄວາມໝັ້ນໃຈໃຫ້ຕົນເອງ ພັດກາຍເປັນການທຳຮ້າຍຕົນເອງແທນ ແລະ ຈົນອາດສູນເສຍຄວາມໝັ້ນໃຈຫຼາຍກວ່າເກົ່າ. ສະນັ້ນ ຄວາມໝັ້ນໃຈໃນຕົນເອງ ຈຶ່ງປຽບດັ່ງດາບສອງຄົມ ຖ້າບໍ່ມີການຖ່ວງດຸນທີ່ດີ ກໍອາດໃຫ້ໂທດຫຼາຍກວ່າໃຫ້ຄຸນປະໂຫຍດກໍເປັນໄດ້.

confidence and success

Self-confidence is vital and necessary in our dairy life, especially in business. Many people long for confidence and keep practicing just to equip themselves with such mentality. Some of you might still wonder what self-confidence is exactly. To understand better, the writer would like to share definitions coined by different researchers with you. Self-confidence is the acknowledgement of what you can and cannot do, and the belief in your own ability. Level of confidence can vary from different situations with pride as another driving force for such confidence. Another meaning of confidence is the belief that you are effective enough to be successful. Self-confidence reflects through a number of things, such as behaviors, body language, speaking or self-presenting methods including content of presentations.

A highly confident person will keep doing things that they believe are right in spite of criticism. They are brave enough to risk for better things, to accept failures and learn from them, to open for compliments from others in a polite and humble manner. On the contrary, those who lack confidence will always follow others, remain in a comfort zone, fear of failure and avoid risks. They will always keep telling how good they are, while refusing compliments from others in an arrogant way. As a result, they will often miss opportunities to succeed due to their indecisiveness and worries.

Confidence derives from knowledge and practice. The more experience you have, the more confident you will be. For example, if you work as a seminar organizer, the more seminars you hold, the more expert and confident you will be in providing a service. Every time you organize an event, you will earn different experiences, learn from mistakes and apply such lesson-learned in boosting the effectiveness of your work performance, while gradually increasing your self-confidence. For this reason, confidence can be built if you pay enough attention on it and keep practicing. This article will introduce you to some techniques which will help building your confidence and you can try them for yourself.

Start by reviewing your past achievements. It can be a small thing like when you got a good score from your exam or a big one like being acknowledged for social contribution or achieve the highest sales in a month. Note these achievements down and spend some times to appreciate these past moments in order to spur positive perspective for yourself. Next, you should find out what your strength is or what you are good at. You can ask from your friends who can give you an honest assessment which can be later used for your future improvement. In addition, you have to realize what is important and necessary for you including goals to be reached. Having a goal is a key in building self-confidence as it makes you create conditions which need to be complied with. It also helps you in discovering your strengths, while eliminating weaknesses. If your weakness is the inability to do public speaking and your goal is to be able to do as many public speaking as possible, then you will have to try hard to overcome it. Once you get through, you will become more confident. However, you should start with something small and possible at first. Every success has an impact upon your confidence which will keep increasing gradually. On the other hand, if your initial goal is too big, you will start losing fire and confidence when you cannot achieve it as planned.

As it is said above that confidence derives from knowledge and practice, you should keep yourself educated at all times, especially on something that will help you achieve your goal. Once you have knowledge, you will have more courage in answering any question, explain anything as well as debate on any topic, and that courage is your confidence. Nevertheless, what you should beware of in building confidence is do not expect perfection or expect that everything will be achieved. Failure is another crucial factor for self-development. You have to experience failure sometime to create immunity for yourself. You should consistently practice necessary skills without forcing yourself too much. Instead, try to have fun with every practice and mistake learning. Another important thing is to always be open-minded and optimistic. You have to learn to accept useful feedback from others for your self-improvement. Never think that you are the center of the universe. Moreover, you have to be able to screen and cancel out any negative criticism which can discourage your intention. To put it simple, you should choose to listen to only useful things, while ignoring all negativities. Finally, you have to promise to yourself that you will put it all in everything you do. You are ready to tackle all challenges, accept comments from others, practice and start to work on something you plan to do to make yourself a more confident person who is full of positive energies.

Confidence is a vital part in every success, education or business. Nevertheless, you should be able to balance your level of confidence properly. Because without such balance, you might end up being over confident which will turn you into an arrogant person who would not listen to anyone and unreasonable person that nobody would like to work with. This is a catastrophe for your business. Being confident is good. However, having a strong belief in something does not mean that thing is right. You, therefore, have to listen to others sometimes and consider their ideas in an unbiased manner. Over confidence can lead you to big troubles which will push you over the limit, force you to make mistakes and fail your goal achievement. Instead of building confidence for your own good, you will then end up hurting yourself and losing even more confidence than before. As a result, self-confidence is like a double-edged-sword. Without a good balance, it will harm you more than help.

 

 

Comments