ການພັດທະນາທັກສະ ສຳລັບມະນຸດເງິນເດືອນ

ບັນດາຜູ້ອ່ານຫຼາຍທ່ານອາດຈະຄຸ້ນເຄີຍກັນດີກັບຄຳວ່າ “ມະນຸດເງິນເດືອນ” ຊຶ່ງທ່ານເອງກໍອາດຈະຖືກຈັດໃນກຸ່ມ ຄົນເຫຼົ່ານີ້ກໍເປັນໄດ້ ເພາະໃນປັດຈຸບັນ ມະນຸດເງິນເດືອນ ຖືໄດ້ວ່າເປັນກຸ່ມຄົນທີ່ກວມເອົາສັດສ່ວນບໍ່ໜ້ອຍທີ່ປະ ກອບສ່ວນເຂົ້າໃນກຳລັງແຮງງານຂອງປະເທດ ຊຶ່ງທຸກຄົນກໍລ້ວນແຕ່ຕ້ອງການປະສົບຜົນສຳເລັດໃນຊີວິດ ແລະ ວຽກງານດ້ວຍກັນທັງໝົດ. ທ່ານເຄີຍຕັ້ງຄຳຖາມບໍ່ວ່າ ມີຫົນທາງໃດທີ່ຈະນຳໄປສູ່ການເປັນມະນຸດເງິນ ເດືອນທີ່ມີຄຸນນະພາບຊີວິດທີ່ດີໃນອະນາຄົດ?  ຄຳຕອບຂອງຄຳຖາມນີ້ກໍຄື ທ່ານຕ້ອງຮູ້ຈັກວາງແຜນຊີວິດໃນ ສີ່ ດ້ານ ຄື: 1. ການວາງແຜນອາຊີບ, 2. ການວາງແຜນດ້ານການເງິນ, 3. ການວາງແຜນກະສຽນ ແລະ 4. ການວາງແຜນພັດທະນາຕົນເອງ ຖ້າຊີວິດຂອງທ່ານ ມີ 4 ແຜນນີ້ແລ້ວ ກໍເປັນໃບເບີກທາງທີ່ດີທີ່ຈະນຳໄປສູ່ການເປັນມະນຸດເງິນເດືອນທີ່ມີຄຸນນະພາບ ແລະ ຊີວິດທີ່ດີໃນອະນາຄົດໄດ້. ໃນບົດຄວາມນີ້ ຜູ້ຂຽນຈະຂໍນຳເອົາການວາງແຜນພັດທະນາຕົນເອງ ມານຳສະເໜີໃຫ້ບັນດາທ່ານ ເພາະການພັດທະນາຕົນເອງຈະເປັນຕົວຊ່ວຍເພີ່ມປະສິດທິພາບໃນການເຮັດວຽກໃຫ້ໂດດເດັ່ນຂຶ້ນ ແລະ ສ້າງໂອກາດໃຫ້ທ່ານມີຄວາມກ້າວໜ້າໃນວຽກງານກວ່າເກົ່າ.

ໃນສະພາບແວດລ້ອມການເຮັດວຽກທຸກມື້ນີ້ ຄົນສ່ວນຫຼາຍຫຍຸ້ງກັບການເອົາໃຈໃສ່ເຮັດໜ້າທີ່ຂອງຕົນຢ່າງເຕັມ ທີ່ ເພື່ອເຮັດວຽກງານທີ່ຖືກມອບໝາຍໃຫ້ສຳເລັດ ຈົນອາດລະເລີຍການພັດທະນາທັກສະໃນ ການເຮັດວຽກແບບບໍ່ຮູ້ຕົວ ເພາະການເຮັດວຽກປະຈຳວັນນີ້ ກໍເຮັດໃຫ້ບໍ່ມີເວລາຈະໄປຄິດຄຳນຶງເຖິງເລື່ອງອື່ນຢູ່ແລ້ວ. ແຕ່ທ່ານຮູ້ບໍ່ວ່າ ທັກສະບາງຢ່າງ ກໍຄຸ້ມຄ່າທີ່ທ່ານຈະສະຫຼະເວລາໃຫ້ ເພື່ອໃຫ້ວຽກງານຂອງທ່ານມີປະສິດທິພາບຫຼາຍຂຶ້ນ.

  1. ທັກສະທາງດ້ານພາສາ: ພະນັກງານຫ້ອງການຫຼາຍທ່ານ ອາດຍັງໃຫ້ຄວາມສຳຄັນໜ້ອຍ ໃນການຍົກລະ ດັບພາສາຂອງຕົນເອງ ຍິ່ງຖ້າທ່ານໃດເຮັດວຽກທີ່ບໍ່ກ່ຽວຂ້ອງກັບການໃຊ້ພາສາຕ່າງປະເທດແລ້ວ ຍິ່ງບໍ່ເຫັນ ຄວາມສຳຄັນຂອງການພັດທະນາທັກສະນີ້ເລີຍ; ແຕ່ທ່ານຢ່າລືມວ່າ ການເຮັດວຽກໃນຍຸກໂລກາພິວັດນີ້ ຄົນ ທີ່ມີທັກສະທາງດ້ານພາສາທີ່ຫຼາກຫຼາຍ ຈະໄດ້ປຽບຫຼາຍກວ່າຄົນອື່ນ ເພາະໃນປັດຈຸບັນ ທັກສະດ້ານພາສາ ຕ່າງປະເທດ ໂດຍສະເພາະແມ່ນ ພາສາອັງກິດ ໄດ້ກາຍມາເປັນປັດໄຈໜຶ່ງທີ່ສຳຄັນໃນການຕິດຕໍ່ສື່ສານ ຮ່ວມທຸລະກິດລະຫວ່າງຊາດ ຊຶ່ງໂອກາດໃນການເຮັດວຽກກັບທີມງານລະດັບສາກົນນີ້ ກໍຈະແລ່ນໄປຫາຜູ້ທີ່ມີທັກສະທາງດ້ານພາສາກ່ອນ, ນອກນັ້ນ ທັກສະດັ່ງກ່າວ ກໍຍັງເປີດໂອກາດໃນການຮຽນຮູ້ສິ່ງໃໝ່ໆ ແລະ ຍົກລະດັບຄວາມຊຳນານສະເພາະດ້ານໃນຂະແໜງທີ່ຕົນເຮັດວຽກຢູ່ອີກດ້ວຍ ເນື່ອງຈາກວ່າ ຖານຂໍ້ມູນ ຄວາມຮູ້ ແລະ ຂ່າວສານຕ່າງໆທີ່ເປັນພາສາລາວ ຍັງມີຄວາມຈຳກັດ ແລະ ຂາດຄວາມຫຼາກຫຼາຍ, ການຮູ້ພາສາຕ່າງປະເທດ ຈະເປັນການເປີດໂລກະທັດຂອງທ່ານໃຫ້ເຫັນຫຼາຍມຸມມອງທີ່ແຕກຕ່າງ ແລະ ກວ້າງຂວາງຍິ່ງຂຶ້ນ ຫາກທ່ານຮຽນຮູ້ອີກ 2-3 ພາສາ ທັງເປັນການເພີ່ມໂອກາດໃນການເຂົ້າເຖິງຂໍ້ມູນທີ່ຫຼາກຫຼາຍ ແລະ ໃນການເກັບກ່ຽວເອົາທັກສະອື່ນໆມານຳໃຊ້ເຂົ້າໃນວຽກງານຂອງທ່ານໃຫ້ມີປະສິດທິພາບຂຶ້ນ.
  2. ທັກສະທາງດ້ານເຕັກໂນໂລຊີ: ເຖິງວ່າໃນປັດຈຸບັນ ເຕັກໂນໂລຊີໄດ້ມີການພັດທະນາໃຫ້ກ້າວໜ້າໄປຫຼາຍ ພຽງໃດກໍຕາມ ທ່ານເຊື່ອຫຼືບໍ່ວ່າ ຍັງມີຄົນໄວເຮັດວຽກຈຳນວນບໍ່ໜ້ອຍທີ່ມີຄວາມຮູ້ທາງດ້ານເຕັກໂນໂລຊີ ຂ້ອນຂ້າງຈຳກັດຢູ່, ຫຼາຍຄົນທີ່ມີປະສົບການເຮັດວຽກມາຫຼາຍສິບປີ ແຕ່ການໃຊ້ງານຄອມພິວເຕີກໍຍັງເປັນ ເລື່ອງຫຍຸ້ງຍາກ ຫຼື ເຖິງວ່າລະບົບອອນລາຍຈະມີປະສິດທິພາບຫຼາຍເທົ່າໃດ ກໍຍັງມີຄົນຈຳນວນໜ້ອຍເທົ່າ ນັ້ນທີ່ສາມາດນຳໃຊ້ຢ່າງຄຸ້ມຄ່າ. ການເປີດໃຈຮຽນຮູ້ ແລະ ຮັບເອົາເຕັກໂນໂລຊີໃໝ່ໆເຂົ້າມາໝູນໃຊ້ໃນຊີ ວິດ ຈະເຮັດການໃຊ້ຊີວິດປະຈຳວັນ ແລະ ການເຮັດວຽກຂອງທ່ານງ່າຍ ສະດວກ ແລະ ວ່ອງໄວຍິ່ງຂຶ້ນ ໂດຍເຕັກໂນໂລຊີເຫຼົ່ານັ້ນ ຈະຊ່ວຍທ່ານໃນການປະຢັດເວລາຫຼາຍຂຶ້ນ ເຊັ່ນ: ການໃຊ້ໂທລະສັບແຈ້ງເຕືອນ ການນັດໝາຍ, ວາງແຜນຈັດຕາຕາລາງເວລາການເຮັດວຽກ, ການພົວພັນວຽກທາງໂທລະສັບ ແລະ ອີເມລ, ການນຳໃຊ້ອິນເຕີເນັດໃນການຫາຂໍ້ມູນ, ການນໍາໃຊ້ສື່ອອນລາຍເຂົ້າໃນການຈັດການຕະຫຼາດ, ການຈັດເກັບ ແລະ ຄົ້ນຫາເອກະສານໃນຖານຂໍ້ມູນໃນຄອມພິວເຕີ ແລະອື່ນໆ.
  3. ທັກສະທາງດ້ານໂປຣແກຣມຄອມພິວເຕີ: ເປັນທັກສະໜຶ່ງທີ່ສຳຄັນທີ່ປະກອບສ່ວນເຂົ້າໃນການເຮັດວຽກຂອງທ່ານໂດຍກົງ ເພາະໃນທຸກມື້ນີ້ ການຮ່າງເອກະສານຕ່າງໆແມ່ນເຮັດຜ່ານລະບົບຄອມພິວເຕີເປັນສ່ວນໃຫຍ່ແລ້ວ, ສະນັ້ນ ທ່ານກໍຄວນນຳໃຊ້ໂປຣແກຣມພື້ນຖານທີ່ໃຊ້ເຂົ້າໃນການເຮັດວຽກປະຈຳວັນໃຫ້ຄ່ອງແຄ່ວ ເຊັ່ນ ໂປຣແກຣມ Microsoft Word, Excel, Power Point ເພາະໂປຣແກຣມເຫຼົ່ານີ້ ຈະຊ່ວຍໃຫ້ທ່ານສາມາດເຮັດວຽກໄດ້ງ່າຍດາຍຍິ່ງຂຶ້ນ. ໃນນີ້ ຫຼາຍທ່ານອາດຈະບອກວ່າ ຄຸ້ນເຄີຍກັບການນຳໃຊ້ບັນດາໂປຣແກຣມດັ່ງກ່າວເປັນຢ່າງດີ ເພາະເປີດໃຊ້ງານ Word ໃນການພິມເອກະສານ ຫຼື Excel ເຂົ້າໃນການຄິດໄລ່ຕົວເລກຕ່າງໆຢູ່ແລ້ວທຸກມື້ ແຕ່ຖ້າທ່ານສຶກສາການນຳໃຊ້ຢ່າງລະອຽດ ທ່ານຈະຄົ້ນພົບວ່າ ມັນຍັງມີອີກຫຼາຍຮູບແບບການໃຊ້ງານໃນໂປແກຣມດັ່ງກ່າວ ທີ່ເປັນປະໂຫຍດແກ່ການເພີ່ມປະສິດທິພາບໃນການເຮັດວຽກຂອງທ່ານ.
  4. ທັກສະໃນການພັດທະນາດ້ານວິຊາສະເພາະ: ມະນຸດເງິນເດືອນສ່ວນໃຫຍ່ ຈະຮຽກຮ້ອງຫາການພັກຜ່ອນ ຢ່ອນອາລົມ ເນື່ອງຈາກຄວາມເມື່ອຍລ້າຈາກການເຮັດວຽກມາໝົດເດືອນແລ້ວ ໂດຍເວລາຫວ່າງສ່ວນໃຫຍ່ຈະ ຖືກໃຊ້ໄປກັບການສ້າງຄວາມສຸກໃຫ້ແກ່ຕົນເອງ ຈົນປ່ອຍປະການພັດທະນາຕົນເອງ ເມື່ອມາຮູ້ຕົວກໍຕອນທີ່ຄົນອື່ນພັດທະນາໄປໄກແລ້ວ. ການພັດທະນາທັກສະຄວາມຊຳນານສະເພາະດ້ານໃນໜ້າວຽກຂອງຕົນ ຈະເປັນການສ້າງໂອກາດໃນຄວາມກ້າວໜ້າໃນໜ້າທີ່ການງານຫຼາຍຂຶ້ນ ເຊັ່ນ: ການເຮັດວຽກຝ່າຍບັນຊີ ກໍຄວນຂົນຂວາຍໂອກາດໃນການເຂົ້າຮ່ວມອົບຮົມສຳມະນາຕ່າງໆ ແລະ ຈັດເວລາໃນການຊອກຮູ້ຂໍ້ມູນທາງດ້ານນະໂຍບາຍ ແລະ ກົດໝາຍທີ່ກ່ຽວຂ້ອງ ເພື່ອເພີ່ມພູນຄວາມຮູ້ຄວາມສາມາດຂອງຕົນເອງໃຫ້ທັນກັບສະພາບການຂອງເສດຖະກິດໃນແຕ່ລະໄລຍະ.
  5. ທັກສະໃນການສື່ສານ: ການຕິດຕໍ່ ສື່ສານ ແລກປ່ຽນຂໍ້ມູນເຊິ່ງກັນ ແລະ ກັນ ຖືເປັນໝາກຫົວໃຈສຳຄັນໃນການເຮັດວຽກ ບໍ່ວ່າຈະເປັນ ອົງກອນໃຫຍ່ ຫຼື ນ້ອຍ ເພາະຫາກຂາດຄວາມເຂົ້າໃຈກັນແລ້ວ ກໍຈະເຮັດໃຫ້ວຽກຕິດຂັດໄດ້ ທ່ານຈຶ່ງຈຳເປັນຕ້ອງຝຶກຕົນເອງໃຫ້ສາມາດສື່ສານ ອະທິບາຍ ແລະ ແລກປ່ຽນ ຄວາມຄິດເຫັນຂອງທ່ານໃຫ້ອອກມາໄດ້ຢ່າງຊັດເຈນ ກົງໄປກົງມາ ແລະ ສ້າງສັນ, ຮູ້ຈັກການໃຊ້ຄໍາເວົ້ານໍາເພື່ອນຮ່ວມງານດ້ວຍຄວາມຈິງໃຈ ໃນການຂໍຄວາມຊ່ວຍເຫຼືອ ການຈູງໃຈ ຊີ້ແຈງເຫດຜົນ ແລະອື່ນໆ ເພື່ອເຮັດໃຫ້ບັນຍາກາດການເຮັດວຽກດຳເນີນໄປໄດ້ດ້ວຍດີ. ຜູ້ທີ່ມີສິລະປະໃນການສື່ສານ ຈະເຮັດໃຫ້ເປັນທີ່ຮັກແພງຂອງເພື່ອນຮ່ວມງານ ແລະ ສາມາດເຮັດວຽກນຳຄົນທີ່ຫຼາກຫຼາຍໄດ້ຢ່າງມີປະສິດທິພາບຍິ່ງຂຶ້ນ.

ມາຮອດນີ້ ຜູ້ຂຽນເຊື່ອຢ່າງຍິ່ງວ່າ ບັນດາທັກສະທີ່ກ່າວມາຂ້າງເທິງນີ້ ເປັນທັກສະທີ່ທ່ານຜູ້ອ່ານສ່ວນໃຫຍ່ກໍມີກັນ ຢູ່ແລ້ວ ແຕ່ກໍຢ່າລືມວ່າ ໜ່ວຍໂລກກໍຍັງໝຸນໄປທຸກມື້ ຄົນເຮົາກໍຄວນສືບຕໍ່ພັດທະນາຕົນເອງຢ່າງສະໝໍ່າສະເໝີໃຫ້ທັນຍຸກທັນສະໄໝ ເພື່ອກະກຽມຕົນເອງໃຫ້ມີຄວາມພ້ອມໃນການໄຂວ່ຄວ້າຫາໂອກາດ ແລະ ຮັບເອົາໂອກາດທີ່ເຂົ້າມາ ເພາະໂອກາດມີໄວ້ໃຫ້ສຳລັບຄົນທີ່ກຽມພ້ອມສະເໝີ.

skill development for salaried employees

Many of you might be well familiar with the word “salaried employee” or maybe you are one of them. Currently, salaried employees are considered a large working force contributing to the national development. All of them would like to be successful in both life and career. Have you ever asked yourself of how to achieve a future’s quality life? The answer is you have to know how to plan your life in 4 aspects as following: 1. Career, 2. Finance, 3. Retirement and 4. Self-development. With these 4 plans, they will make your future life as a salaried employee better. In this article, the writer would like to share a self-development plan with you. Self-development is a key to improving your work performance and creating opportunities for your career’s advancement.

In today’s working environment, many people are busy focusing on how to achieve their assigned tasks, while unintentionally ignoring occupational skill development due to insufficient time to concentrate on other things beside work. However, do you know that some skills are worth your time which can help boost your work efficiency?

  1. Linguistic Skill: several office employees are focusing less on improving their linguistic skill, especially for those whose work has nothing to do with language. Nevertheless, as we are living in the globalized world, those who are capable of using many languages are at an advantage. Currently, linguistic skill, especially English, has become another important factor in communication among international businesses. Definitely, opportunities to work for these international corporations will go to those with linguistic ability. Moreover, the skill will give chances to its bearers in learning new things and enhancing expertise in their working area. Since database and information available in Lao language is limited, language ability will open your worldview wider. The more languages you know, the more opportunities for accessing information and knowledge you will get to be used in improving your work performance.
  2. Technological Skill: despite how advanced technologies have become, many people are still less knowledgeable about them. Even though some people have been working for ten years, they still find it difficult to use a computer. In spite of how effective an online system has been, only a handful of people can make use of its maximum capacity. Opening and accepting new technologies will help making your dairy working life more convenient and faster than before by, for example sending an appointment notification to your mobile phone, arranging your work schedule, communicating via phone calls and emails, browsing for information on the Internet, marketing your business on social media, storing and searching for data in a computer and so on.
  3. Computer Literacy: this is another crucial skill directly contributing to your work. Nowadays, most documents are drafted by computers. Therefore, you should be able to utilize the following basic software, namely Microsoft Word, Excel and Power Point, to facilitate your dairy work. Some might think they have mastered the software as they use Word in producing documents and Excel in calculating numbers every day. However, if you really look into more details about them, you will find out that there are still a lot of functions that you are unaware of which could prove to be useful for boosting your work performance.
  4. Development of Specialized Skill: most salaried employees will always look for a moment to relax after a long and exhausting month of working. They would spend most of their time in making themselves happy, while unintentionally ignoring occupational skill development. Once they start to be aware of it, others have gone too far from reach. Development of specialized skill will help with career advancement. For instance, if you work as an accountant, you should look for chances to attend related seminars, spend time searching more information about concerned policies and laws in order to keep up with the periodically changing economic situation.
  5. Communication Skill: communication or information sharing is another key for effective work performance. Without it, both small and big organizations will lack understandings and will not be able to progress their works. Thus, you should keep practicing so that you can communicate, explain and share ideas with others clearly, directly and creatively. You should know what to say to appear sincere, to request for assistance, to persuade others, to explain with reasons and so on, in order to maintain the friendly working environment. Those with the art of communication will be loved by colleagues and able to work more effectively with anyone.

Now, the writer believes that the above-mentioned skills are something most of you already have. However, please remember that as the world keeps revolving, we should never stop improving ourselves in order to catch up with the modernity and to prepare for incoming opportunities because opportunities are for the well-prepared one only.

Comments