ຄວາມໝາຍຂອງຄຳວ່າ “ຈຳກັດ” ຕໍ່ຈາກ “ບໍລິສັດ”

ບໍລິສັດຈຳກັດ ແມ່ນຫນຶ່ງໃນສາມຮູບແບບວິສາຫະກິດຕາມກົດຫມາຍ ວ່າດ້ວຍວິສາຫະກິດ ຂອງ ສປປ ລາວ. ຄຳວ່າ “ຈຳກັດ” ທີ່ຕໍ່ທ້າຍ ຄຳວ່າ “ບໍລິສັດ” ມີຄວາມຫມາຍແນວໃດ ຫລາຍຄົນອາດບໍ່ທັນຮູ້ເທື່ອ, ສະນັ້ນ ມື້ນີ້ຂ້າພະເຈົ້າຂໍນຳສະເໜີ ຄວາມຫມາຍຂອງຄຳວ່າ “ຈຳກັດ”.

ຄຳວ່າ “ຈຳກັດ” ທີ່ຕໍ່ທ້າຍ ຄຳວ່າ “ບໍລິສັດ” (“Limited” Company – LTD ຫຼື Co., Ltd) ຫມາຍເຖິງ ຄວາມຮັບຜິດຊອບສ່ວນບຸກຄົນ/ສ່ວນຕົວ ຂອງ ບັນດາຜູ້ຖືຮຸ້ນ (“shareholder”) ມີຢ່າງຈຳກັດກັບຄວາມຮັບຜິດຊອບຂອງບໍລິສັດ. ຄວາມຮັບຜິດຊອບທີ່ວ່າມີແນວໃດ ອະທິບາຍໄດ້ດັ່ງນີ້:

ຕົວຢ່າງ: ບໍລິສັດ ABC ຈຳກັດ ມີຜູ້ຖືຮຸ້ນ 3 ຄົນ. ຜູ້ຖືຮຸ້ນຄົນທີ 1 ຖືຮຸ້ນ 20% ຂອງຮຸ້ນທັງໝົດຂອງບໍລິສັດ; ຜູ້ຖືຮຸ້ນຄົນທີ 2 ຖືຮຸ້ນ 21% ຂອງຮຸ້ນທັງໝົດຂອງບໍລິສັດ ແລະ ຜູ້ຖືຮຸ້ນຄົນທີ 3 ເປັນນິຕິບຸກຄົນ-ບໍລິສັດ XYZ ຈຳກັດ ຖືຮຸ້ນ 49% ຂອງຮຸ້ນທັງໝົດບໍລິສັດ.

ລະຫວ່າງ ຜູ້ຖືຮຸ້ນ ແລະ ບໍລິສັດ ມີ ດັ່ງນີ້:

– ຜູ້ຖືຮຸ້ນ ມີຄວາມຮັບຜິດຊອບຕ້ອງຖອກຮຸ້ນຂອງຕົນໃຫ້ຄົບຖ້ວນ ຕາມທີ່ກໍານົດໄວ້ໃນກົດລະບຽບບໍລິສັດ ຫຼື ຖ້າບໍ່ກໍານົດໄວ້ກໍປະຕິບັດຕາມກົດໝາຍວ່າດ້ວຍວິສາຫະກິດ. ໃນຕົວຢ່າງ ຜູ້ຖືຮຸ້ນທີ 2 ຖືຮຸ້ນ 21% ແຕ່ຍັງບໍ່ຖອກຮຸ້ນ ຫຼື ຊຳລະຮຸ້ນຄົບຖ້ວນເທື່ອ,  ແຕ່ຜູ້ກ່ຽວພັດຖອກຮຸ້ນພຽງແຕ່ 10 % ໃນມື້ສ້າງຕັ້ງບໍລິສັດ, ສະນັ້ນ ຜູ້ກ່ຽວມີຄວາມຮັບຜິດຊອບຕ້ອງຖອກຮຸ້ນອີກ 11% ໃຫ້ຄົບ ພາຍໃນ ສາມ (3) ເດືອນ. ໃນກໍລະນີທີ່ ຜູ້ກ່ຽວຍັງບໍ່ສາມາດຖອກໄດ້ຄົບຖ້ວນ ແລະ ບໍລິສັດມີບັນຫາໜີ້ສິນຫຼາຍ ຈົນບໍ່ສາມາດຊຳລະໄດ້ – ຫຼື ຢູ່ໃນສະພາວະລົ້ມລະລາຍ, ຜູ້ຖືຮຸ້ນທີ 2 ຕ້ອງມາຖອກອີກ 11% ໃຫ້ຄົບ (ພ້ອມທັງດອກເບ້ຍ ຖ້າໄດ້ຕົກລົງກັນກ່ອນ ຫຼື ກົດລະບຽບບໍລິສັດກໍານົດໄວ້). ເມື່ອໃດທີ່ຜູ້ກ່ຽວຖອກຮຸ້ນໝົດແລ້ວ ຖືວ່າຄວາມຮັບຜິດຊອບດັ່ງກ່າວ ຕົກໄປ.

– ຜູ້ຖືຮຸ້ນມີສິດ ແລະ ພັນທະອື່ນ (ນອກຈາກການຖອກ/ຊໍາລະຮຸ້ນ) ຕາມກົດລະບຽບບໍລິສັດ ຫຼື ຕາມກົດໝາຍ ເຊັ່ນ ມີອຳນາດໃນການບໍລິຫານບໍລິສັດ ຫຼື ຈ້າງບຸກຄົນອື່ນມາບໍລິຫານແທນ; ມີສິດສະເໜີໃຫ້ເປີດກອງປະຊຸມວິສາມັນເພື່ອພິຈາລະນາບັນຫາໃດໜຶ່ງ, ມີສິດອະນຸມັດແຜນງົບປະມານ ແລະ ອື່ນໆ ຕາມວາລະໃນກອງປະຊຸມຜູ້ຖືຮຸ້ນ (ກອງປະຊຸມຜູ້ຖືຮຸ້ນຕ້ອງໄຂຂຶ້ນ ຢ່າງໜ້ອຍ ປີລະເທື່ອ)

ລະຫວ່າງເຈົ້າໜີ້ຂອງບໍລິສັດ ແລະ ຜູ້ຖືຮຸ້ນ ມີດັ່ງນີ້:

ສະເພາະຜູ້ຖືຮຸ້ນທີ່ເປັນກຳມະການບໍລິຫານ ຫຼື ປະທານຂອງບໍລິສັດ ໃນຖານະເປັນຕົວແທນ ອາດມີຄວາມຮັບຜິດຊອບກັບເຈົ້າໜີ້ ໃນແງ່ຂອງການເປັນຕົວແທນຂອງບໍລິສັດ ABC ຈຳກັດ ຕາມກົດລະບຽບບໍລິສັດ ຫຼື ຕາມກົດໝາຍ ເຊັ່ນ: ຜູ້ຖືຮຸ້ນທີ 1 ເປັນປະທານຂອງບໍລິສັດ (ເຖິງແມ່ນວ່າຈະຖືຮຸ້ນໜ້ອຍກວ່າ ແຕ່ຜູ້ຖືຮຸ້ນທັງສອງຄົນກໍຕົກລົງໃຫ້ຜູ້ກ່ຽວເປັນປະທານບໍລິສັດ) ໄດ້ເຮັດສັນຍາກູ້ຢືມ ກັບບໍລິສັດ DDD ຈໍາກັດ ແຕ່ເພື່ອຜົນປະໂຫຍດຂອງຕົນເອງ ບໍ່ແມ່ນ ຜົນປະໂຫຍດຂອງບໍລິສັດ ABC ຈຳກັດ ຊຶ່ງໃນກໍລະນີນີ້ ຜູ້ກ່ຽວ ຕ້ອງຮັບຜິດຊອບຕໍ່ບໍລິສັດ DDD ຈຳກັດເອງ; ໃນກໍລະນີ ທີ່ເຮັດສັນຍາກູ້ຢືມກັບບໍລິສັດ  DDD ຈໍາກັດ ແຕ່ເພື່ອຜົນປະໂຫຍດ ຂອງບໍລິສັດ ABC ຈຳກັດ ແລະ ຕໍ່ມາບໍລິສັດ ABC ຈຳກັດບໍ່ສາມາດໃຊ້ໜີ້ສິນໄດ້; ບໍລິສັດ DDD ຈຳກັດ ບໍ່ສາມາດຟ້ອງຮ້ອງບັນດາຜູ້ຖືຮຸ້ນ ຫຼື ຟ້ອງຜູ້ຖືຮຸ້ນໃດໜຶ່ງ ຂອງບໍລິສັດ ABC ຈຳກັດ ໃຫ້ຮັບຜິດຊອບໜີ້ສິນດັ່ງກ່າວໄດ້ ຍ້ອນວ່າ ທາງດ້ານການເງິນແລ້ວ ຜູ້ຖືຮຸ້ນມີຄວາມຮັບຜິດຊອບຕໍ່ບໍລິສັດ ສະເພາະໃນສ່ວນ ທີ່ຕົນບໍ່ໄດ້ຊຳລະເທົ່ານັ້ນ (ດັ່ງທີ່ອະທິບາຍຂ້າງເທິງ) ເມື່ອຜູ້ຖືຮຸ້ນໄດ້ຊຳລະ/ຖອກຮຸ້ນໃຫ້ບໍລິສັດສັດແລ້ວ ຜູ້ຖືຮຸ້ນ ກໍບໍ່ມີຄວາມຮັບຜິດຊອບອີກ.

ຈາກການອະທິບາຍຂ້າງເທິງນີ້ ຜູ້ອ່ານ ຄົງນຶກເຫັນພາບນຳກັນນໍວ່າຄວາມໝາຍຂອງ ຄຳວ່າ “ຈຳກັດ” ມີຄວາມ ໝາຍແນວໃດ, ແລະ ຈິດໃຈສຳຄັນຂອງເລື່ອງນີ້ ໝາຍເຖິງ ຄວາມຮັບຜິດຊອບຕໍ່ໜີ້ສິນຂອງຜູ້ຖືຮຸ້ນນັ້ນເອງ. ຜູ້ອ່ານອາດຈະສົງໄສ ຫຼື ຖາມຕໍ່ວ່າ ຖ້າຫາກວ່າບໍລິສັດຈຳກັດ ບໍ່ສາມດໃຊ້ໜີ້ສິນໄດ້ ສາມາດຮ້ອງຟ້ອງເອົານຳຜູ້ຖືຮຸ້ນໄດ້ບໍ່? ຄຳຕອບແມ່ນ “ບໍ່ໄດ້” ແລະ ຖ້າໄດ້ ກໍໄດ້ໃນຈຳນວນເງິນ ທີ່ຜູ້ຖືຮຸ້ນຍັງບໍ່ທັນໄດ້ຖອກໃຫ້ບໍລິສັດເທົ່ານັ້ນ. ຜູ້ອ່ານອາດຖາມອີກວ່າ ໃນເມື່ອເປັນແບບນີ້ ຈະບໍ່ເປັນຊ່ອງຫວ່າງ ຫຼື ເຮັດໃຫ້ເກີດມີການສວຍໃຊ້ບໍ່? ຂ້າພະເຈົ້າຂໍມີຄຳເຫັນວ່າ ກ່ອນຈະເຮັດທຸລະກໍາ-ການຕິດຕໍ່ຊື້ຂາຍ ຫຼື ຮ່ວມທຸລະກິດໃດໜຶ່ງກັບບໍລິສັດຈຳກັດໃດໜຶ່ງ ຕ້ອງມີການກວດສອບເຖິງຄວາມໜ້າເຊື່ອຖືຂອງບໍລິສັດ ລວມທັງ ທຶນຈົດທະບຽນ ຫຼື ຊັບສິນ ແລະ ໜີ້ສິນທີ່ມີຂອງບໍລິສັດ ແລະ ຢ່າໄປຫຼົງໄຫລກັບລົດທີ່ຜູ້ຖືຮຸ້ນ ຫຼື ປະທານບໍລິສັດຂີ່ ເພາະລົດນັ້ນເຖິງແມ່ນມີມູນຄ່າ ຫຼາຍຮ້ອຍລ້ານກີບ ແຕ່ກໍອາດບໍ່ແມ່ນລົດຂອງບໍລິສັດກໍໄດ້ ແລະ ບໍລິສັດເອງ ກໍມີທຶນຈົດທະບຽນພຽງແຕ່ ສິບລ້ານກີບກໍໄດ້. ຫວັງວ່າບົດຄວາມນີ້ຈະເປັນປະໂຫຍດຕໍ່ທ່ານຜູ້ອ່ານ ຂໍຂອບໃຈທີ່ຕິດຕາມ. ຫາກທ່ານມີຄຳຖາມ ຫຼືຕ້ອງການສົນທະນາແລກປ່ຽນ ກະຣຸນາຕິດຕໍ່ຜ່ານ ບ.ກ ວາລະສານທາເກັດໄດ້.

 the Meaning of “Limited” after the word “Company”

A limited company is one of three types of enterprise under the Law on Enterprise of the Lao PDR. Many people still do not know the meaning of the word “limited” that comes after the word “company”. Therefore, today, I am going to present the meaning of the word “limited”.

The word “limited” that comes after the word “company” (“Limited” Company – LTD or Co., Ltd) means that individual/personal liabilities of a shareholder to a company are limited. Such liabilities are as follows:

For example: ABC Co., Ltd. has three shareholders. The first shareholder holds 20% while the second shareholder holds 21% and the third shareholder, a corporate shareholder (XYZ Co., Ltd.) holds 49% of total shares of the company.

Liabilities of shareholders to the company are as follows:

  • Shareholders are required to fully pay for their shares as stipulated in the company’s articles of association or in the Law on Enterprise in case that the articles of association are silent on the matter. In the example of the second shareholder who holds 21% shares but only 10% of which has been paid on the incorporation date, he/she is required to pay for another 11% within three (3) months. In this case in which the shareholder fails to fully pay the shares and the company has more debts than it can repay – or is insolvent, the second shareholder must fully pay for another 11% shares (including interests if agreed at the incorporation date or if stipulated in the articles of association). When the shareholder makes full payment of the shares, such liabilities are performed.
  • Shareholders have other rights and obligations (other than payment or contribution of shares) as stipulated in a company’s articles of association or laws such as: having an authority to manage a company or hire an outsider to manage the company; to call a general meeting to discuss on a particular matter, to approve a budget plan and other as provided in a meeting agenda (a shareholders’ general meeting must be held at least once a year).

Between a company’s creditors and shareholders:

A shareholder who also acts as a chief executive officer or a president of a company may have particular responsibilities to the company’s creditors to the extent that he/she acts on behalf of ABC Co., Ltd in accordance with its articles of association or the laws. For example, the first shareholder is the president of the company (although he/she holds fewer shares but the other two shareholders appoint him/her as the president) and enters into a loan agreement with DDD Co., Ltd. for personal purpose not for the interest of ABC Co., Ltd. In this case, he/she is liable to DDD Co., Ltd. but in case he/she enters into the loan agreement with DDD Co., Ltd. for the interest of ABC Co., Ltd. and the company is unable to repay the loan, DDD Co., Ltd. may not sue the shareholders of ABC Co., Ltd. for repayment of the loan since, in financial perspective, the shareholder’s liability to the company is limited to the portion of the unpaid shares (as explained above). After the shareholder fully pays his/her share, he/she does not have any liability to any creditor.

From the above explanation, a reader may now understand the meaning of the word “limited” and its core aspect which means that the liabilities of the shareholders to the debts are limited. A reader may be still in doubt or have a further question that if a limited company is incapable of repaying its debt, can a credit sue a shareholder for that? The answer is “No” except in case the shareholder has not fully paid his/her shares. In such case, the amount a creditor can claim is equivalent to the portion of his/her unpaid shares only. A reader may need to know if it is like that, does this create a gap or a company to misuse that concept? I recommend that before entering into any transaction or joint venture with any company, we have to check its credibility as well as its registered capital or assets and liabilities. Do not fall into a trap just by considering a car that a shareholder or a president of a company drives because such car regardless of its value may not belong to a company, and the company itself may have only LAK 10 million registered capital. I hope that this article will benefit all readers and I thank all the readers for following. Should you have any question or would like to discuss on a particular matter, please contact me through the director of Target Magazine.

Comments